English in a Minute: Get on My Nerves
TED: Welcome to English in a Minute. ຂໍຕ້ອນຮັບເຂົ້າສູ່ລາຍການ ຮຽນພາສາອັງກິດໃນນຶ່ງນາທີ.
Have you heard the phrase “get on my nerves?” What does it mean in American English? Let’s find out.
ທ່ານເຄີຍໄດ້ຍິນປະໂຫຍກນີ້ບໍ່ “get on my nerves”? ມັນແປວ່າແນວໃດ ໃນພາສາອັງກິດແບບອາເມຣິກັນ? ໄປຟັງກັນເບິ່ງເນາະ.
TALENT 1: It really irritates me when a person’s cell phone goes off during a movie!
ຂ້ອຍລຳຄານໆ ເວລາສຽງໂທລະສັບມືຖືຂອງໃຜຜູ້ນຶ່ງດັງຂຶ້ນ ໃນຂະນະທີ່ກຳລັງເບິ່ງຮູບເງົາຢູ່.
TALENT 2: Yeah, me too. It really gets on my nerves.
ເອີ ຂ້ອຍຄືກັນ. ມັນກວນປະສາດຂ້ອຍແທ້ໆ.
TED: The human nervous system is a collection of the nerves in our bodies that helps us feel things. ລະບົບປະສາດຂອງມະນຸດເຮົາ ແມ່ນປະກອບດ້ວຍເສ້ນປະສາດຫລາຍໆເສ້ນຢູ່ໃນຮ່າງ ກາຍຂອງເຮົາ ທີ່ຊ່ວຍໃຫ້ເຮົາຮູ້ສຶກ
ເຖິງສິ່ງຕ່າງໆ.
When something affects those nerves in a bad way, we can feel strange or troubled. ເວລາສິ່ງໃດສິ່ງນຶ່ງໄປກະທົບຫລືແຕະຕ້ອງເສ້ນປະສາດ
ເຫລົ່ານັ້ນໃນທາງທີ່ບໍ່ດີ ເຮົາກໍຈະຮູ້ສຶກແປກໆຫລືມຸດມັດ.
When that happens in a non-physical way, we can say it “gets on our nerves.” ເວລາໃດທີ່ຄວາມຮູ້ສຶກແບບນັ້ນເກີດຂຶ້ນ ຊຶ່ງບໍ່ກ່ຽວກັບຮ່າງກາຍ ເຮົາກໍສາມາດເວົ້າໄດ້ວ່າ “ມັນກວນປະສາດຂອງເຮົາ.”
Someone else’s actions or words can “get on your nerves,” if they do it over and over, and you want them to stop. ການກະທຳ ຫລືຄຳເວົ້າຂອງໃຜຜູ້ນຶ່ງ ສາມາດກວນປະສາດ ຂອງທ່ານໄດ້ ຖ້າຫາກວ່າເຂົາເຈົ້າເຮັດຫລືເວົ້າແບບນັ້ນຢູ່ຊ້ຳໆຊາກໆ ແລະທ່ານຢາກໃຫ້ເຂົາເຈົ້າເຊົາເຮັດ.
And that’s English in a Minute. ແລະນັ້ນກໍຄືລາຍການຮຽນພາສາອັງກິດໃນ
ນຶ່ງນາທີຂອງເຮົາ.
ເບິ່ງຄວາມເຫັນ (5)
ໂຫລດຄວາມເຫັນ ຕື່ມອີກ