ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາສາອັງກິດ ໃນນຶ່ງນາທີ, “Catch some Zs” ແປວ່າ “ໄປນອນກ່ອນ”


ພາສາອັງກິດ ໃນນຶ່ງນາທີ, “Catch some Zs” ແປວ່າ “ໄປນອນ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Z is the last letter of the alphabet. So, what does it mean to catch some z’s? let’s find out.

Z ແມ່ນອັກສອນ ໂຕສຸດທ້າຍໃນພະຍັນສະນະອັງກິດ. ແລ້ວ ຄຳວ່າ “catch some z’s” ມັນມີຄວາມໝາຍວ່າ ແນວໃດກັນແທ້? ພວກເຮົາລອງໄປຫາຄຳຕອບນຳກັນລອງເບິ່ງເນາະ.

Dan: what time did you go to bed last night?

ແດນ: ມື້ຄືນນີ້, ເຈົ້າໄປນອນຈັກໂມງ?

Anna: Too late! I practiced my accordion all night.

ອານນາ: ເດິກຫຼາຍ! ຂ້ອຍຝຶກຊ້ອມ ອາໂກດີອົງ ຂອງຂ້ອຍ ໝົດຄືນເລີຍ.

Dan: well, we have a lot of work to do today.

ແດນ: ແຕ່.......ພວກເຮົາ ມີວຽກຕ້ອງເຮັດຫຼາຍຢ່າງ ມື້ນີ້.

Anna: just let me catch some z’s at my desk.

ອານນາ: ໃຫ້ຂ້ອຍໄປນອນຢູ່ໂຕະຂອງຂ້ອຍ ຈັກໜ້ອຍນຶ່ງ.

Dan: that’s not a good idea.

ແດນ: ນັ້ນ ບໍ່ແມ່ນຄວາມຄິດທີ່ດີເລີຍ.

Anna: hmm, you’re right! I’ll go into the recording studio. (yawn) it’s quieter there.

ອານນາ: ອືມມ.......... ເຈົ້າເວົ້າຖືກ! ຂ້ອຍສິເຂົ້າໄປໃນ ຫ້ອງອັດສຽງ. (ຫາວນອນ). ຢູ່ທີ່ນັ້ນ ມັນມິດກວ່າ.

To catch some z’s means to sleep. Some people snore when they sleep. So, this term comes from the buzzing sound of snoring. Comics and even emojis us z’s to represent sleep.

To catch some z’s ໝາຍເຖິງການໄປນອນ. ບາງຄົນນອນໂກນ ເມື່ອເວລາພວກເຂົານອນຫຼັບຊະນິດ. ດັ່ງນັ້ນ, ຄຳນີ້ ຈຶ່ງມາຈາກສຽງ ວື ຂອງການນອນໂກນ. ກາຕູນ ແລະ ແມ່ນແຕ່ ອີໂມຈິ ກໍໃຊ້ ອັກສອນ z ເພື່ອ ສະແດງເຖິງການນອນຫຼັບ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG