ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາສາອັງກິດ ໃນນຶ່ງນາທີ, “beyond the pale” ແປວ່າ “ເກີນໄປ/ເກີນຂອບເຂດ/ເກີນທີ່ຈະຍອມຮັບໄດ້”


ພາສາອັງກິດ ໃນນຶ່ງນາທີ, “beyond the pale” ແປວ່າ “ເກີນໄປ/ເກີນຂອບເຂດ/ເກີນທີ່ຈະຍອມຮັບໄດ້”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Long ago, England controlled an area around Dublin, Ireland, knows as the Pale. But what do you think beyond the pale means as an idioms?

ດົນນານມາແລ້ວ, ອັງກິດໄດ້ຄວບຄຸມພື້ນທີ່ອ້ອມນະຄອນຫຼວງ ດັບລິນ ຂອງ ໄອແລນ, ຫຼືທີ່ຮູ້ຈັກກັນຄື ເພລ, ແຕ່ ທ່ານ ຄິດວ່າ ຄຳວ່າ “beyond the pale” ໝາຍຄວາມວ່າແນວໃດ ໃນຮູບແບບຂອງສຳນວນ? ພວກເຮົາລອງມາຟັງບົດສົນທະນາໃນການໃຊ້ສຳນວນນີ້ນຳກັນລອງເບິ່ງເນາະ.

Anna: This is weird. I left my sandwich in the break room, and now it’s gone.

ອານນາ: ອັນນີ້ມັນແປກຫຼາຍ. ຂ້ອຍ ປະ ແຊນວິຈຂອງຂ້ອຍ ຢູ່ໃນຫ້ອງພັກຜ່ອນ, ແລະ ຕອນນີ້ ມັນບໍ່ຢູ່ນັ້ນແລ້ວ.

Dan: Oh, I think I saw Bob eating it.

ແດນ: ໂອ, ຂ້ອຍຄິດວ່າ ຂ້ອຍ ເຫັນ ບັອບ ກິນມັນ.

Anna: Bob?! He’s done bad things before—but stealing my sandwich? That is beyond the pale!

ອານນາ: ບອບຫວະ?! ລາວເຮັດສິ່ງທີ່ບໍ່ດີມາກ່ອນແລ້ວ -- ແຕ່ລັກແຊນວິຈ ຂອງຂ້ອຍນິໄດ໋? ນັ້ນມັນເກີນທີ່ຈະຍອມຮັບໄດ້!

Dan: I agree. Especially a tuna sandwich.

ແດນ: ຂ້ອຍກະວ່າຫັ້ນແຫຼະ. ໂດຍສະເພາະແມ່ນ ແຊນວິຈ ປາທູນ່າ.

Anna: Wait. How did you know it was tuna, Dan?!

ອານນາ: ດຽວກ່ອນ. ເຈົ້າຮູ້ໄດ້ແນວໃດວ່າ ມັນແມ່ນ ປາທູນ່າ, ແດນ?!

When someone’s behavior is beyond the pale, they have gone past what is acceptable. It can even be offensive or immoral. I think stealing and lying are beyond the pale, Dan.

ເມື່ອພຶດຕິກຳຂອງໃຜຄົນນຶ່ງແມ່ນ “beyond the pale”, ພວກເຂົາໄປໄກເກີນຈຸດທີ່ຈະຍອມຮັບໄດ້ແລ້ວ. ມັນອາດເປັນເລື້ອງທີ່ໜ້າລັງກຽດ ຫຼື ຜິດສິນທຳ ກໍໄດ້. ຂ້ອຍຄິດວ່າ ການລັກຂະໂມຍ ແລະ ການຂີ້ຕົວະ ມັນເກີນທີ່ຈະຍອມຮັບໄດ້, ແດນ.

And that's English in a minute.

ແລະນັ້ນ ແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG