ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ພາສາອັງກິດ ໃນນຶ່ງນາທີ, “A can of worms” ແປວ່າ “ການສ້າງບັນຫາ ຫຼື ການສ້າງຄວາມຫຍຸ້ງຍາກຫຼາຍຂຶ້ນ”


ພາສາອັງກິດ ໃນນຶ່ງນາທີ, “A can of worms” ແປວ່າ “ການສ້າງບັນຫາ ຫຼື ການສ້າງຄວາມຫຍຸ້ງຍາກຫຼາຍຂຶ້ນ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

This is a worm. When we fish, we can bring cans of worms to use as bait. So, does opening a can of worms just mean we’re getting ready to fish?

ນີ້ ແມ່ນຂີ້ກະເດືອນ. ເວລາພາກເຮົາຕຶກປາ, ພວກເຮົາສາ​ມາ​ດເອົາຂີ້ກະເດືອນກະປ໋ອງ​ນຶ່ງ ມາໃຊ້ເພື່ອເປັນເຍື່ອລໍ້. ສະ​ນັ້ນ, ການ​ເປີດ​ກະ​ປັອງ​ຂີ້​ກະ​ດືອນ​ມີ​ແຕ່​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ຕຶກ​ປາ​ເທົ່າ​ນັ້ນ​ບໍ?

Dan: Did you look over my edits to the proposal?

ແດນ: ເຈົ້າໄດ້ເບິ່ງບົດແກ້ໄຂຕໍ່ຂໍ້ສະເໜີ ຂອງຂ້ອຍລະຫວາ?

Anna: I did. You put in way too many commas, again.

ອານນາ: ຂ້ອຍເບິ່ງແລ້ວ. ເຈົ້າໃຊ້ເຄື່ອງໝາຍຈຸດຫຼາຍເກີນໄປ ອີກແລ້ວ.

Dan: No! I added commas where they are needed. It’s called the Oxford comma.

ແດນ: ບໍ່! ຂ້ອຍຕື່ມເຄື່ອງໝາຍຈຸດ ໃສ່ແຕ່ບ່ອນທີ່ມັນຈຳເປັນ. ມັນເອີ້ນວ່າ ເຄື່ອງໝາຍຈຸດຂອງ ອ໋ອກຊຟອດ.

Anna: Let’s not open a can of worms, Dan. Our deadline is tonight. Look, you put in all the commas as you want.

ອານນາ: ຢ່າມາສ້າງຄວາມຫຍຸ້ງຍາກນະ, ແດນ. ຂີດເສັ້ນຕາຍຂອງພວກເຮົາ ແມ່ນແລງມື້ນີ້ແລ້ວ. ເບິ່ງນີ້, ເຈົ້າໃສ່ເຄື່ອງໝາຍຈຸດໃສ່​ທຸກ​ບ່ອນທີ່ເຈົ້າຢາກ​ໃສ່​ເລີຍ.

To open “a can of worms” means to try to deal with or discuss a problem or situation, only to face even more problems. Anna chooses not to open a can of worms by debating comma rules with Dan.

ສຳນວນທີ່ວ່າ To open “a can of worms” ໝາຍຄວາມວ່າ ການພະຍາຍາມຈັດການ ຫຼື ເຈລະຈາ ກ່ຽວກັບບັນຫາ ຫຼື ສະຖານະການໃດນຶ່ງ, ແຕ່​ຊ້ຳພັດຕ້ອງປະເຊີນກັບ ບັນຫາທີ່ເພີ້ມຫຼາຍຂຶ້ນ. ອານນາ ເລືອກທີ່ຈະບໍ່ເຮັດໃຫ້ມີບັນຫາ ຫຼື ຄວາມຫຍຸ້ງຍາກ ຫຼາຍຂຶ້ນກວ່າເກົ່າ ໂດຍການໂຕ້ຖຽງກ່ຽວກັບກົດການໃຊ້ເຄື່ອງໝາຍຈຸດ ກັບແດນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG