ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດ​ທີ 74 “Throw Caution to the Wind” ແປ​ວ່າ ຢຸດເຊົາການລະມັດລະວັງ ກ່ຽວກັບບາງ ສິ່ງບາງຢ່າງ


 English in a Minute: Throw Caution to the WInd
please wait

No media source currently available

0:00 0:01:00 0:00

ເບິ່ງວີ​ດິ​ໂອ​ລາຍ​ການ English in a Minute: Throw Caution to the Wind ແປ​ວ່າ ໂຍນ​ຄວາມ​ລະ​ມັດ​ລະ​ວັງ​ຖິ້ມ​ໄປ​ກັ​ບ​ລົມ ຫລື ຢຸດເຊົາການລະມັດລະວັງ ກ່ຽວກັບບາງ ສິ່ງບາງຢ່າງ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ລິງໂດຍກົງ

The wind is windy. If you throw something into it like these feathers, they blow away.
ລົມແມ່ນມັນພັດໄປ. ຖ້າທ່ານໂຍນບາງສິ່ງບາງຢ່າງເຊັ່ນ: ຂົນນົກເຫຼົ່ານີ້ ຖິ້ມ​ໄປ​ໃສ່​ມັນ, ຂົນ​ນົກພວກນີ້ ກໍຈະປີວໄປ.

But what happens when you throw caution to the wind? Let's listen.
ແຕ່ວ່າ ​ມັນຈະເກີດຫຍັງຂຶ້ນ ເມື່ອທ່ານໂຍນຄວາມລະມັດລະວັງຖິ້ມ​ໄປໃສ່ລົມ? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Dan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

Dan, I heard you are finally going to climb Mount Everest. That is amazing.
Dan, ຂ້ອຍໄດ້​ຍິນວ່າ ໃນ​ທີ່​ສຸດ​ເຈົ້າ​ກໍ​ຈະ​ໄປ​ປີນ​ພູຫິ​ມະ​ໄລແລ້ວ​ເນາະ. ນັ້ນເປັນ​ເລື້ອງດີ​ແບບມະ​ຫັດ​ສະ​ຈັນ​ເລີຍຫລະ.

I changed my mind. I'm just not ready.
ຂ້ອຍປ່ຽນໃຈແລ້ວ​ເດະ. ຂ້ອຍບໍ່ພ້ອມເທື່ອ.

Now is not the time to be careful Dan, throw caution to the wind!
ຕອນນີ້ ບໍ່ແມ່ນເວລາທີ່ຈະຕ້ອງລະມັດລະວັງແລ້ວ Dan, ໂຍນ​ຄວາມລະມັດລະວັງ ຖິ້ມໄປກັບລົມຊະ!

Caution keeps us alive. I like being alive.
ຄວາມລະມັດລະວັງເຮັດໃຫ້ພວກເຮົາຮັກ​ສາຊີວິດໄວ້ໄດ໋. ຂ້ອຍມັກການມີຊີວິດຢູ່.

When we throw caution to the wind, we stop being careful about something. We take a very brave step to do something that could result in failure.ເມື່ອພວກເຮົາໂຍນຄວາມລະມັດລະວັງຖິ້ມ​ໄປກັບລົມ, ພວກເຮົາຢຸດເຊົາການລະມັດລະວັງ ກ່ຽວກັບບາງ ສິ່ງບາງຢ່າງ. ພວກເຮົາເອົາບາດກ້າວທີ່ກ້າຫານຫຼາຍເພື່ອຈະເຮັດບາງສິ່ງ ບາງຢ່າງທີ່ອາດຈະພາໃຫ້ເກີດຄວາມລົ້ມແຫລວ.

And that's English in a minute!

XS
SM
MD
LG