ລັດຖະບານທ່ານໄບເດັນ ແລະ ບັນດາຜູ້ນຳອາຊຽນໄດ້ຕົກລົງທີ່ຈະຈັດຕັ່ງເປົ່າເພື່ອແທນໃຫ້ລັດຖະບານພົນລະເຮືອນມຽນມາທີ່ຖືກໂຄ່ນລົ້ມໃນລະຫວ່າງກອງປະຊຸມສຸດຍອດພິເສດສອງວັນ ສະຫະລັດ-ອາຊຽນ ທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ເປັນເຈົ້າພາບໃນນະຄອນຫຼວງວໍຊິງຕັນ, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດໄດ້ຢືນຢັນຕໍ່ວີໂອເອ.
ມຽນມາ ຈະເປັນ “ຫົວຂໍ້ການການພິຈາລະນາ ທີ່ເອົາຈິງເອົາຈັງ” ໃນຕະຫຼອດກອງປະຊຸມ ແລະ ຕັ່ງຫວ່າງທີ່ວ່ານັ້ນຈະສະທ້ອນເຖິງ “ຄວາມບໍ່ພໍໃຈກັບສິ່ງທີ່ໄດ້ເກີດຂຶ້ນ ແລະ ຄວາມຫວັງຂອງພວກເຮົາສຳລັບເສັ້ນທາງທີີ່ດີກວ່າເກົ່າໃນຕໍ່ໜ້າ,” ເຈົ້າໜ້າທີ່ອາວຸໂສອີກຄົນນຶ່ງ ຂອງລັດຖະບານໄດ້ກ່າວ.
ບັນດາເຈົ້າໜ້າທີ່ລັດຖະບານໄດ້ສະແດງຄວາມບໍ່ພໍໃຈທີ່ເຖິງແມ່ນວ່າ ອາຊຽນ ໄດ້ຮັບຮອງເອົາແຜນການສັນຕິພາບ “ການເຫັນພ້ອມກັນຫ້າຈຸດ” ໃນປີກາຍນີ້ ກໍ່ຕາມ, ລັດຖະບານທະຫານດັ່ງກ່າວກໍຍັງສືບຕໍ່ການລ່ວງລະເມີດສິດທິມະນຸດຂອງເຂົາເຈົ້າ.
ສະຫະລັດ ໄດ້ສະໜັບສະໜູນຂໍ້ສະເໜີຫຼາຍຢ່າງລວມທັງສຳລັບອາຊຽນ ທີ່ຈະເປີດຊ່ອງທາງທີ່ບໍ່ເປັນທາງການກັບສິ່ງທີ່ເອີ້ນວ່າ ລັດຖະບານສາມັກຄີຊາດຂອງມຽນມາທີ່ອາໄສຢູ່ຕ່າງປະເທດ. ແຜນການທີ່ວ່ານັ້ນ, ທີ່ຖືກສະເໜີໃນເບື້ອງຕົ້ນໂດຍມາເລເຊຍ, ແມ່ນໄດ້ຖືກກ່າວປະນາມຢ່າງວ່ອງໄວ ໂດຍລັດຖະບານທະຫານ ທີ່ກຳລັງປົກຄອງປະເທດ.
ຮອງລັດຖະມົນຕີການຕ່າງປະເທດທ່ານ ຈຸງ ແພັກ ໄດ້ກ່າວຕໍ່ວີໂອເອໃນວັນພຸດທີ່ຜ່ານມາວ່າ “ພວກເຮົາຈະສືບຕໍ່ເບິ່ງພະມ້າດ້ວຍຄວາມເປັນຫ່ວງຢ່າງຍິ່ງ ຍ້ອນຄວາມຮຸນແຮງ ທີ່ກຳລັງຮ້າຍແຮງຂຶ້ນຢູ່ທີ່ນັ້ນ. ພວກເຮົາໄດ້ສືບຕໍ່ເຮັດວຽກັບໝູ່ ເພື່ອນອາຊຽນຂອງພວກເຮົາເພື່ອຊອກຫາທາງສຳລັບພະມ້າ ທີ່ຈະກັບຄືນສູ່ປະຊາທິປະໄຕ. ສະນັ້ນ, ພວກເຮົາມີຄວາມຍິນດີກັບຂໍ້ສະເໜີທຸກອັນ, ແລະ ພວກເຮົາຈະສືບຕໍ່ເຮັດວຽກກັບຜູ້ຖືຜົນປະໂຫຍດຮ່ວມ.”
ແຜນການສັນຕິພາບການເຫັນພ້ອມຫ້າຈຸດ ແມ່ນໄດ້ປະສົບຄວາມລົ້ມແຫຼວເປັນສ່ວນໃຫຍ່ ເພາະວ່າອາຊຽນໃນປັດຈຸບັນນີ້ແມ່ນມີແຕ່ໄດ້ພົວພັນກັບລັດຖະບານທະຫານຂອງມຽນມາ, ອີງຕາມການກ່າວຂອງທ່ານ ເກຣກໍຣີ ບີ ໂພລິງ (Gregory B Poling), ນັກວິໄຈອະວຸໂສສຳລັບເອເຊຍຕາເວັນອອກສຽງໃຕ້ ຢູ່ສູນກາງເພື່ອແຜນຍຸດທະສາດ ແລະ ການສຶກສາສາກົນ.
ທ່ານໂພລິງ ໄດ້ກ່າວຕໍ່ວີໂອເອວ່າ “ກອງກຳລັງທີ່ເຂົ້າຮ່ວມກັບລັດຖະບານສາມັກຄີຊາດ ແລະ ອົງການຕິດອາວຸດຊົນເຜົ່າ ແມ່ນໄດ້ຊະນະການຕໍ່ສູ້ ແລະ ຄວບຄຸມພື້ນທີ່ສ່ວນໃຫຍ່ຂອງປະເທດ, ສະນັ້ນ ການບໍ່ພົວພັນກັບເຂົາເຈົ້າແມ່ນຈະບໍ່ສົມເຫດສົມຜົນຍິ່ງກວ່າເກົ່າໃນທີ່ສຸດ.”
ບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດ ແມ່ນກຳລັງປະຊຸມກັບຕົວແທນລັດຖະບານສາມັກຄີຊາດ ໃນລະຫວ່າງກອງປະຊຸມສຸດຍອດນັ້ນ.