ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະຄອນ 'The Handmaid's Tale' ຊະນະ ລາງວັນສູງສຸດ ໃນງານປະກາດ ລາງວັນ Emmy


ນັກສະແດງລະຄອນ ​The Handmaid's Tale ຮ່ວມກັນຖ່າຍຮູບ ໃນພິທີມອບລາງວັນ Emmy ຄັ້ງທີ 69, ນະຄອນ Los Angeles, ລັດ ຄາລິຟໍເນຍ. 17 ກັນຍາ 2017.
ນັກສະແດງລະຄອນ ​The Handmaid's Tale ຮ່ວມກັນຖ່າຍຮູບ ໃນພິທີມອບລາງວັນ Emmy ຄັ້ງທີ 69, ນະຄອນ Los Angeles, ລັດ ຄາລິຟໍເນຍ. 17 ກັນຍາ 2017.

ລະຄອນເລື່ອງ The Handmaid’s Tale ທີ່ໄດ້ຮັບການຍົກຍ້ອງຢ່າງຫຼວງຫຼາຍ ໄດ້ຮັບ
ລາງວັນລະຄອນໂທລະພາບດີເດັ່ນ ໃນພິທີມອບລາງວັນ Emmy ປະຈຳປີຄັ້ງທີ 69 ທີ່
Hollywood ໃນຕອນຄໍ່າຂອງວັນອາທິດວານນີ້. ດາລາຂອງລະຄອນດັ່ງກ່າວ ນາງ
Elizabeth Moss ຜູ້ທີ່ໄດ້ສວມບົດບາດສະແດງເປັນໜຶ່ງໃນບັນດາແມ່ຍິງສອງສາມ
ຄົນທີ່ຍັງເຫຼືອຢູ່ໃນໂລກ ທີ່ຖືກປົກຄອງໂດຍລະບອບການປົກຄອງຜະເດັດການນັ້ນ, ໄດ້
ຊະນະລາງວັນນັກສະແດງນຳດີເດັ່ນໃນລະຄອນເປັນຫຼາຍໆຕອນນີ້.

ນັກສະແດງລະຄອນຊາຍດີເດັ່ນແມ່ນທ້າວ Sterling Brown, ລາວແມ່ນນຶ່ງໃນດາລາ
ນັກສະແດງຂອງລະຄອນ This is US. ທ້າວ Brown ໄດ້ກ່າວຂອບໃຈຄອບຄົວໃນ
ໂທລະພາບຂອງລາວ, ໂດຍກ່າວວ່າ ພວກເຂົາເຈົ້າເປັນຄອບຄົວບຸນທຳຄົນຜິວຂາວ ທີ່
ນັກສະແດງຜິວດຳສາມາດມີໄດ້.

ປີກາຍນີ້, ທ້າວ Brown ໄດ້ຊະນະລາງວັນ Emmy ສຳລັບການສວມບົດບາດເປັນ
Christopher Darden ໄອຍະການ ຂອງ O.J Simpson ໃນລະຄອນຂອງຊ່ອງ FX
ຊື່ວ່າ The People v. O.J Simpson: ໃນ ເລື່ອງອາຊະຍາກຳ ອາເມຣິກາ.

ລາງວັນລະຄອນຕະຫຼົກດີເດັ່ນເປັນຂອງລະຄອນ Veep, ເປັນລາຍການ ກ່ຽວກັບ ຕົວ
ລະຄອນນັກການເມືອງ ສະຫະລັດ. ເຂົາເຈົ້າໄດ້ຮັບລາງວັນຊະນະເລີດ ສຳລັບລະຄອນ
ຂອງຊ່ອງ HBO ເປັນຄັ້ງທີສາມລຽນຕິດ. ນາງ Julia Louis-Dreyfus, ດາລາຂອງລະ
ຄອນ Veep, ໄດ້ຮັບລາງວັນ Emmy ນັກສະແດງຕະຫຼົກດີເດັ່ນ, ເປັນການຊະນະຄັ້ງທີ
6 ລຽນຕິດຂອງລາວ.

ນາງ Nicole Kidman ໄດ້ຊະນະລາງວັນນັກສະແດງຍິງດີເດັ່ນ ໃນລະຄອນ Emmy​
ສຳລັບບົດບາດຂອງລາວວ່າເປັນເມຍຜູ້ທີ່ຖືກລ່ວງລະເມີດ ໃນລະຄອນເລື່ອງ Big Little
Lies ໃນຊ່ອງ HBO. ໃນເວລາຮັບລາງວັນນັ້ນ, ລາວກ່າວວ່າ ລະຄອນດັ່ງກ່າວໄດ້ໃຫ້
ຄວາມກະຈ່າງແຈ້ງ ຕໍ່ການໃຊ້ຄວາມຮຸນແຮງພາຍໃນຄອບຄົວ, ເປັນ “ພະຍາດຮ້າຍ
ກາດທີ່ມີຄວາມສັບສົນ.”

ຕົວປະກອບທີ່ດີເດັ່ນສຳລັບລາງວັນຕະຫຼົກ ແມ່ນໄດ້ຖືກມອບໃຫ້ແກ່ນາງ Kate
McKinnon, ຈາກລາຍການ Saturday Night Live. ມັນເປັນການຊະນະຄັ້ງທີສອງ
ຂອງລາວ ສຳລັບບົດບາດໃນສະຖາບັນຕະຫຼົກທີ່ອອກອາກາດຕອນເດິກທຸກໆສັບປະດາ.

ນອກນັ້ນ ນັກສະແດງອາຍຸ 42 ປີຄົນນີ້ ກໍຍັງໄດ້ຮັບລາງວັນດີເດັ່ນສຳລັບລາຍການ
variety ອີກດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG