ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິທະຍາສາດ ພັດທະນາ ວິທີຕິດຕາມ ແຫຼ່ງຄ້າ ງາຊ້າງ ຜິດກົດໝາຍ


ຜະລິດຕະພັນງາຊ້າງ ຖືກກະກຽມສຳລັບພິທີການທຳລາຍ ໃນນະຄອນຫຼວງ ປັກກິ່ງ ເຊິ່ງເປັນງາຊ້າງທີ່ຖືກຍຶດໄດ້ ຈາກການລັກລອບ ນຳເຂົ້າປະເທດ ໜັກກວ່າ 660 ກກ. 29 ພຶດສະພາ 2015 (AP Photo/Ng Han Guan)
ຜະລິດຕະພັນງາຊ້າງ ຖືກກະກຽມສຳລັບພິທີການທຳລາຍ ໃນນະຄອນຫຼວງ ປັກກິ່ງ ເຊິ່ງເປັນງາຊ້າງທີ່ຖືກຍຶດໄດ້ ຈາກການລັກລອບ ນຳເຂົ້າປະເທດ ໜັກກວ່າ 660 ກກ. 29 ພຶດສະພາ 2015 (AP Photo/Ng Han Guan)

ການຄ້າສັດປ່າຜິດກົດໝາຍໄດ້ກາຍມາເປັນອາຊະຍາກຳສາກົນ
ທີ່ໃຫຍ່ເປັນອັນດັບ 4 ໃນໂລກ. ສັດປ່າຈຳນວນຫຼວງຫຼາຍໄດ້ຖືກ
ຂ້າເພື່ອເອົາອະໄວຍາວະທີ່ມີຄວາມຕ້ອງການສູງ, ເຊັ່ນ ໂຕແຮດ
ແມ່ນນໍຂອງມັນ ແລະ ຊ້າງແມ່ນງາຂອງມັນ. ນັກວິທະຍາສາດ
ຈາກມະຫາວິທະຍາໄລ Washington, ໃນນະຄອນ Seatle ໄດ້
ພັດທະນາ ວິທະຍາສາດຈາກມະຫາວິທະຍາໄລ Washington,
ໃນນະຄອນ Seatle ໄດ້ພັດທະນາວິທີການຕິດຕາມຫາບ່ອນ
ງາຊ້າງທີ່ຖືກຍຶດວ່າມາແຕ່ໃສ, ເພື່ອຊ່ວຍະນາວິທີການຕິດຕາມຫາ
ບ່ອນງາຊ້າງທີ່ຖືກຍຶດວ່າມາແຕ່ໃສ, ເພື່ອຊ່ວຍຫຼືອບັນດາອົງການ
ບັງຄັບໃຊ້ກົດໝາຍນາໆຊາດຊອກຫາຕຳແໜ່ງແຫຼ່ງຄ້າໃຫຍ່ທີ່ຜິດ
ກົດໝາຍ. ນັກຂ່າວວີໂອເອ George Putic ມີລາຍງານ ເຊິ່ງ
ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ໂຄງລ່າງພື້ນຖານອັນກ້ວາງຂວາງ ແລະ ບໍ່ພັດທະນາໃນ​ເຂດ ຊົນນະບົດຂອງ ອາຟຣິກາ ເຮັດໃຫ້ການຕິດຕາມ ແລະ ຕໍ່ສູ້ກັບ ການຄ້າງາຊ້າງທີ່ຜິດກົດໝາຍ ແມ່ນມີຄວາມລຳບາກ ຫຼາຍ.

ໃນປີ 2011, ເຈົ້າໜ້າທີ່ຍຶດງາຊ້າງໄດ້ 41 ໂຕນ, ​ແລະປີ 2013 ຕົວເລກດັ່ງ​ກ່າວ​ນັ້ນໄດ້ ເພີ່ມຂຶ້ນຮອດ 51 ໂຕນ. ຈຳນວນຕົວເລກຂອງຊ້າງທີ່ຖືກຂ້າຕາຍແມ່ນຄາດວ່າມີປະມານ 40,000 ຫາຫຼາຍກວ່າ 50,000 ຕົວ.

ງາຊ້າງທີ່ຖືກຍຶດໄດ້ ແມ່ນຖືກ​ໄດ້ທຳລາຍທຸກມື້,ແຕ່ວ່າການຂົນສົ່ງແບບອື່ນໆ ແມ່ນບໍ່ເຄີຍຖືກ ຈັບໄດ້ຈັກເທື່ອ, ເຄື່ອງມືທີ່ສຳຄັນທີ່ສຸດການສະກັດກັ້ນການກໍ່ອາຊະຍກຳ ກໍຄືການເຮັດ ແຜນທີ່ ເພື່ອຫາຈຸດສຸມຂອງການລັກລ່າສັດ ແລະ ເສັ້ນທາງການຄ້າຂາຍຢ່າງຄັກແນ່.

ນັກຄົ້ນຄວ້າຂອງ ມະຫາວິທະຍາໄລ Washington ທ່ານ Samuel Wasser ໄດ້ສຳຫຼວດ ຫາທາງໃໝ່ເພື່ອຫາທາງຕິດຕາມສັດປ່າທົ່ວຂົງເຂດທີ່ກວ້າງຂວາງ ດ້ວຍການລວບລວມເອົາ ຕົວຢ່າງ DNA. ເຊິ່ງທ່ານໄດ້ໃຫ້ສຳພາດຜ່ານທາງ Skype.

ທ່ານ Samuel Wasser ກ່າວວ່າ “ພວກເຮົາເກັບ DNA ຊ້າງຈາກອາຈົມຂອງມັນ ເພາະວ່າ ມັນເຂົ້າເຖິງໄດ້ງ່າຍ ເຊັ່ນດຽວກັນກັບຜິວໜັງ ຫຼື ຂົນຂອງມັນເມື່ອເຮົາສາມາດເຮັດໄດ້. ແຕ່ວ່າ DNA ທີ່ພວກເຮົາເກັບໄດ້ສ່ວນໃຫຍ່ ແມ່ນມາຈາກອາຈົມຂອງມັນ.”

ທ່ານ Wasser ແລະ ທີມຂອງທ່ານໄດ້ເກັບກຳ DNA ຈາກຊ້າງ 1500 ໂຕ ແລະ ເກັບຈາກ ກຸ່ມສາຍພັນພິເສດ ເຊິ່ງເຮັດໃຫ້ ພວກທ່ານສາມາດເກັບກຳຂໍ້ມູນສາຍພັນຂອງ ຊ້າງໄດ້ຢ່າງ ແຜ່ກະຈາຍໄປທົ່ວທະວີບ.

ທ່ານ Samuel Wasser ເວົ້າວ່າ “ເມື່ອພວກເຮົາມີຂໍ້ມູນ ແລະ ເຮົາກໍມີ software ເຊິ່ງເຮັດ ໃຫ້ເຮົາສາມາດສະແດງຄວາມ ແຕກຕ່າງທີ່ໃຫ້ຜົນເຊື່ອມຕໍ່ໄປຫາປະຊາກອນຂອງມັນ ແລ້ວ ມັນກໍຈະງ່າຍຈາກການເກັບກຳ DNA ຈາກງາຊ້າງທີ່ຍຶດໄດ້ແລ້ວກໍຈະນຳມັນໄປຈັບຄູ່ກັບ ແຜນຄວາມຖີ່ຂອງເຊື້ອ.”

ທ່ານ Wasser ກ່າວວ່າ ພວກທ່ານຕົກໃຈທີ່ໄດ້ຄົ້ນພົບວ່າ ເກືອບ 100 ເປີເຊັນ ຂອງການລ່າ ເອົາງາຊ້າງໃນທົດສະວັດທີ່ຜ່ານມາ ແມ່ນມາຈາກພຽງ 2 ບ່ອນເທົ່ານັ້ນ, ຄືຈາກສາມຫຼ່ຽມ
ທີ່ປົກຄຸມ ພາກສ່ວນຂອງປະເທດ ກາບ໋ອງ, ສາທາລະນະລັດ ຄອງໂກ, ແຄັມມາຣູນ ແລະ ສາທາລະນະລັດ ອາຟຣິກາກາງ ແລະ ໃຫຍ່ ທີ່ສຸດແມ່ນຢູ່ໃນພາກໃຕ້ຂອງ ປະເທດ ແທນຊາເນຍ ແລະ ພາກ ເໜືອຂອງ ໂມຊຳບິກ. ລາວກ່າວວ່າ ສະຖານະການແມ່ນກຳລັງ ຈະກາຍເປັນວິກິດການ.

ທ່ານ Wasser ເວົ້າວ່າ “ຖ້າພວກເຮົາບໍ່ເຮັດສິ່ງໃດສິ່ງນຶ່ງລົງໄປໃນໄວໆນີ້ ພວກເຮົາກໍຈະ ສູນເສຍຊ້າງໃນຫຼາຍພາກສ່ວນ ຂອງ ອາຟຣິກາ ແລະ ນີ້ກໍຈະເປັນສາເຫດຂອງຄວາມເສຍ ທາງ ນິເວດວິທະຍາທີ່ບໍ່ສາມາດຫວນກັບຄືນມາໄດ້.

ທ່ານ Wasser ກ່າວວ່າ ຫ້ອງທົດລອງຂອງທ່ານ ແມ່ນກຳລັງ ເຮັດວຽກຢ່າງໃກ້ຊິດກັບ ອົງການບັງຄັບໃຊ້ກົດໝາຍຂອງ ສະຫະລັດ ແລະ ອົງການຕຳຫຼວດສາກົນ ໃນການຫັນຜົນ ຂອງ ຂໍ້ມູນທີ່ເກັບໄດ້ມາ ເປັນການປະຕິບັດບັງຄັບໃຊ້ກົດໝາຍ

DNA Samples Help Fight Illegal Ivory Trade
please wait

No media source currently available

0:00 0:02:35 0:00
ລິງໂດຍກົງ

XS
SM
MD
LG