ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປຊຊ ລາວ ຍັງມີຄວາມກັງວົນໃຈ ກ່ຽວກັບການຫລຸດຄ່າທຳນຽມໃຊ້ໄຟຟ້າລົງ ໃນລະຫວ່າງການລະບາດຂອງໂຄວິດ-19


ສຳນັກງານຂອງບໍລິສັດໄຟຟ້າລາວ ຫຼື ELECTRICITE DU LAOS (EDL)
ສຳນັກງານຂອງບໍລິສັດໄຟຟ້າລາວ ຫຼື ELECTRICITE DU LAOS (EDL)

ເມື່ອມໍ່ໆ ມານີ້ລັດຖະບານລາວຫລຸດຄ່າທຳນຽມການໃຊ້ໄຟຟ້າລົງ 15 ເປີເຊັນພິເສດເປັນໄລຍະ 3 ເພື່ອຊ່ວຍຫລຸດຜ່ອນການໃຊ້ຈ່າຍໃນຊີວິດປະຈຳວັນຂອງປະຊາຊົນລາວ ທີ່ຖືກກະທົບຈາກການລະບາດຂອງໄວຣັສ Covid-19 ໃນທົ່ວປະເທດ. ແຕ່ວ່າ ບັນຫາດັ່ງກ່າວ ກໍຍັງເປັນບັນຫາທີ່ຄົນລາວນໍາມາສົນທະນາ ແລະ ສະແດງຄວາມເປັນຫ່ວງອອກມາຢ່າງກວ້າງຂວາງຢູ່. ລາຍລະອຽດກ່ຽວກັບເລື້ອງນີ້ ຈະເປັນແນວໃດນັ້ນ ກິ່ງສະຫວັນນຳມາສະເໜີທ່ານ ຈາກນັກຂ່າວຂອງພວກເຮົາ ໃນອັນດັບຕໍ່ໄປ.

ດັ່ງທີ່ວີໂອເອໄດ້ສະເໜີໄປແລ້ວ ເມື່ອມໍ່ໆ ມານີ້ລັດຖະບານລາວຫລຸດຄ່າທຳນຽມການໃຊ້ໄຟຟ້າລົງ 15 ເປີເຊັນພິເສດ ເປັນໄລຍະ 3 ເດືອນ ຄື ແຕ່ເດືອນພຶດສະພາ ຫາເດືອນມິຖຸນາ ເພື່ອຊ່ວຍຫລຸດຜ່ອນການໃຊ້ຈ່າຍ ໃນຊີວິດປະຈຳວັນ ຂອງປະຊາຊົນລາວ ທີ່ຖືກກະທົບຈາກການລະບາດຂອງໄວຣັສ Covid-19 ໃນທົ່ວປະເທດ. ແຕ່ວ່າ ບັນຫາດັ່ງກ່າວ ກໍຍັງເປັນບັນຫາທີ່ຄົນລາວນໍາມາສົນທະນາ ແລະ ສະແດງຄວາມເປັນຫ່ວງອອກມາຢ່າງກວ້າງຂວາງ ທັງຢູ່ໃນສັງຄົມອອນລາຍ ແລະ ຢູ່ບ່ອນອື່ນໆ ດັ່ງການເປີດເຜີຍຂອງປະຊາຊົນຄົນນຶ່ງ ທີ່ອາໄສໃນນະຄອນຫລວງວຽງຈັນ ວ່າ:

“ມັນກະຂຶ້ນ ມັນໄລ່ເຣດດຽວ ເອົາ 710 ຄູນໂລດມັນກະແພງລະ, ແຕ່ກ່ອນມັນໄລ່ຕາມຂະໜາດ ບໍ່ໄຫວດອກເລື້ອງໄຟໃຜກະຈົ່ມຢູ່ ຈົ່ມໝົດຫັ້ນລະ ແຕ່ວ່າເຮົາຊິເຮັດຈັ່ງໃດ.? ບໍ່ມີດອກ ເຮົາບໍ່ມີວິທີດອກ ຊິຜັກດັນເຂົາແນວໃດ ເຮົາເປັນປະ ຊາຊົນ ບໍ່ມີພະລັງສຽງດອກ ຊິໄປຜັກດັນໄດ້ດອກ ຊິເຮັດຫຍັງໄດ້ ເອົາບໍ່ຍອມ ຮັບຊິເຮັດຈັ່ງໃດ? ແນວບິນມາບໍ່ຈ່າຍ ຄັນບໍ່ຈ່າຍກະບໍ່ຈ່າຍໝົດ ທົ່ວປະເທດ ພາກັນບໍ່ຈ່າຍໝົດທຸກຄົນ ລອງເບິ່ງໄຟຟ້ານີ້ມັນກະອຸກໃຈຢູ່ ຄັນເຮົາເຮັດໄດ້ ອ້າວນັດກັນໝົດນີ້ ບໍ່ພາກັນຈ່າຍໄຟຟ້າໝົດນີ້ໄຟຟ້າມັນກະຕາຍໂລດຕິ, ຍອມແລ້ວນາຍົກສັ່ງມັນກະໄດ້ແຕ່ຕາມນາຍົກ ຂັ້ນແຂວງເຂົາກະມີອໍານາດຂອງເຂົາ ຂັ້ນລັດຖະມົນຕີເຂົາກະມີອໍານາດຂອງເຂົາ ເຂົາກະບໍ່ປະຕິບັດຕາມນາຍົກຊິເຮັດຈັ່ງໃດ.”

ແຕ່ແນວໃດກໍດີ ຜູ້ກ່ຽວກໍເວົ້າວ່າ ການທີ່ຄ່າໄຟຟ້າຂຶ້ນນັ້ນ ມັນກໍມີຫລາຍສາເຫດ ໂດຍສະເພາະແມ່ນມີຄົນໃຊ້ໄຟຫລາຍພິເສດ ຊຶ່ງກໍເປັນເຊັ່ນດຽວ ກັບການໃຊ້ ນໍ້າ ໃນໄລຍະທີ່ມີຄໍາສັ່ງໃຫ້ທຸກຄົນກັກຕົວເອງຢູ່ເຮືອນເພື່ອຫລຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ນີ້ ຊຶ່ງທ່ານໃຫ້ຄໍາເຫັນວ່າ:

“ນໍ້າກະຂຶ້ນ ບໍ່ວ່າແຕ່ໄຟ ນໍ້າກະຂຶ້ນ ໄຟກະແພງ ຂອງເຮົາໃຊ້ຫຼາຍເດ່, ເປັນຈັ່ງໃດຊ່ວງກັກຕົວລ້າງມືເຂົາກະໃຫ້ລ້າງຫຼາຍກວ່າເກົ່າ ລ້າງແລ້ວລ້າງອີກມັນກະເປືອງລະເນາະ ນໍ້າກະຂຶ້ນ ໄຟກະຂຶ້ນ ຢູ່ເຮືອນກະບໍ່ໄດ້ໄປໃສ ເປີດແອໝົດມື້ ໝົດຄືນເຮັດແນວໃດ”

ເຊັ່ນດຽວກັນ ປະຊາຊົນອີກທ່ານນຶ່ງຢູ່ໃນເມືອງໄຊທານີໃນເຂດນະຄອນຫລວງ ວຽງຈັນ ໃຫ້ຄໍາເຫັນວ່າ:

ແພງຂຶ້ນລະເນາະ ແພງຂຶ້ນກວ່າເກົ່າ ແພງຂຶ້ນກວ່າເກົ່າ ອືອັນອື່ນບໍ່ວ່າດອກ ມັນແພງຂຶ້ນກວ່າເກົ່າ ແຕ່ວ່າໂຕແທ້ໆແມ່ນໂຕ 50% ພຸ້ນລະແຕ່ວ່າໝວດບໍ່ໄດ້ໄລ່ 50% ຕິ ເຂົາມັນກະຄືເກົ່າ ລາຄາເກົ່າເຂົາຕັດໃໝ່ ພວກນະຄອນຫຼວງພຸ້ນໜາ ພວກໃຊ້ໄຟຫຼາຍ ພວກກາຍເຄິ່ງໜຶ່ງພຸ້ນນະ, ແຕ່ວ່າຂອງພວກເຮົາປະຊາ ຊົນມັນທໍາມະດາຫັ້ນລະຂຶ້ນໆລົງໆ, ກະເພີ້ມຂຶ້ນກວ່າເກົ່າ ເພາະວ່າອ້າຍຮັກເພິ່ນໄປເສຍຄືວ່າແຈ້ງຄ່າໄຟລົງເຄິ່ງໜຶ່ງ ເພີ້ມຂຶ້ນ ເພິ້ມຂຶ້ນຕັ້ງວ່າ 30-40 ພັນກີບພຸ້ນ, ແຕ່ກີ້ເຄີຍເສຍ 2-3 ແສນ ຕອນນີ້ເສຍຕັ້ງ 4-5 ແສນກີບ.”

ໃນຂະນະດຽວກັນທາງ ບໍລິສັດໄຟຟ້າລາວ ຫລື EDL ນັ້ນ ກໍໄດ້ໃຫ້ເຫດຜົນວ່າ ຕົນເອງກໍໄດ້ປະຕິບັດຕາມການເຫັນດີຈາກ ລັດຖະບານ ກໍຄືກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ໂດຍບໍ່ໄດ້ວາງອັດຕາ ຄ່າໄຟຟ້າອອກມາໂດຍລໍາພັງ ດັ່ງທີ່ພະນັກງານຂັ້ນສູງທ່ານນຶ່ງ ຢູ່ໃນບໍລິສັດດັ່ງກ່າວຊີ້ແຈງວ່າ:

“ເພິ່ນແຈ້ງການຄ່າໄຟຟ້າຫັ້ນນະ ໃຫ້ແກ່ຜູ້ຊົມໃຊ້ຫັ້ນນະ ກະແມ່ນລັດຖະບານ ບໍ່ແມ່ນວ່າໄຟຟ້າດອກ. ກະຊວງ, ລັດຖະບານແຈ້ງໃຫ້ກະຊວງ ແລ້ວກະຊວງກໍແຈ້ງໃຫ້ໄຟຟ້າປະຕິບັດ ບໍ່ຢາກໃຫ້ຫຼາຍຄົນເຂົ້າໃຈຜິດວ່າໄຟຟ້າ ເປັນຜູ້ອະນຸມັດ ບໍ່ແມ່ນທິດທາງຂອງລັດຖະບານທີ່ຊ່ວຍເຫຼືອຄວາມທຸກຈົນຫັ້ນ. ເພິ່ນມອບໃຫ້ກະຊວງເດເປັນຜູ້ແຈ້ງ ເປັນຜູ້ຈັດການເອງ ເພິ່ນຫ້າມບໍ່ໃຫ້ບໍລິສັດໄຟຟ້າເປັນຜູ້ຕອບໂຕ້ເອງກັບປະຊາຊົນ ເພາະຢ້ານມີຫາງສຽງຄືທີ່ຜ່ານມາຫັ້ນເນາະ, ອັນນີ້ແມ່ນວຽກຂອງກະຊວງເປັນຜູ້ອອກແຈ້ງການຄ່າໄຟຟ້າຫັ້ນນະເອີ ຢ້ານມີບັນຫາຕອບໂຕ້ວ່າໄຟຟ້າແພງອີ່ຫຍັງ ຄືທີ່ຜ່ານມາ”

ທ່ານໃຫ້ຄວາມກະຈ່າງແຈ້ງເພີ້ມເຕີມກ່ຽວກັບອັດຕາຄ່າໄຟຟ້າໃໝ່ທີ່ຖືກປັບໃຫ້ ເປັນ 2 ອັດຕາເມື່ອມໍ່ໆມານີ້ວ່າ:

“ໄຟຟ້າຕໍ່າກວ່າ 150kw ລົງມາແມ່ນເສຍແຕ່ 50%. ຄວາມໝາຍ 50% ຂອງລາຄາ 710 ກີບ ກະຄື 355 ກີບ ຕໍ່ກິໂລວັດໂມງ 50% ຂອງຕໍ່າກວ່າ 150 kw ຄວາມໝາຍມັນ, ບໍ່ແມ່ນໃຊ້ໄປແລ້ວຊິເສຍ 50% ໝົດ, ມັນບໍ່ແມ່ນໄດ໋. ບາງຄົນບໍ່ເຂົ້າໃຈ, ມັນຊິລົງອັນນັ້ນ ອັນນີ້ຫັ້ນໜາ. ແຕ່ວ່າຖ້າເກີນ 500 ກິໂລວັດໂມງ ເກີນ 151 ຂຶ້ນເມືອ ລະແມ່ນຄູນ 710 ກີບ ເລີຍ, ຈະບໍ່ມີສ່ວນຫຼຸດເລີຍ. ໂຕນີ້ໜາ ມັນເລີຍເຮັດໃຫ້ປະຊາຊົນບໍ່ເຂົ້າໃຈລະວ່າໄຟຟ້າແພງ ແພງທີ່ຈິງຫັ້ນໜາ ຄັນວ່າພະລັງງານເກີນ 150 ກິໂລວັດ ໂມງ ເຂົາຄູນ 710 ກີບໂລດ. ແຕ່ວ່າຕໍ່າກວ່າ 150 ກິໂລວັດໂມງ ລົງມາແມ່ນຄູນ 355 ກີບ. ແມ່ນ 50% ຂອງ 710 ກີບ ອັນນີ້ແມ່ນເພິ່ນປະຕິບັດ. ກະແມ່ນກະຊວງ ກະແມ່ນລັດຖະບານເປັນຜູ້ເຮັດອອກມາ ມີ 2 ລາຄາ ຫຼື 2 ຂັ້ນຫັ້ນໜາ. ຂັ້ນ 1 ແມ່ນ ຕໍ່າກວ່າ 150 ກິໂລວັດໂມງ ເອີກະຈ່າຍໄປຄືເກົ່າຫັ້ນລະ.

ສະຫລຸບແລ້ວ ເຖິງແມ່ນວ່າ ລັດຖະບານຈະພະຍາຍາມຫລຸດຄ່າໄຟຟ້າໃຫ້ປະຊາຊົນເປັນພິ
ເສດໃນໄລຍະ 3 ເດືອນ ຢູ່ນີ້ເພື່ອຊ່ວຍບັນເທົ່າຄວາມລໍາບາກຈາກຜົນກະທົບຂອງພະຍາດ
ໂຄວິດ-19 ກໍຕາາມ ແຕ່ວ່າປະຊາຊົນຫລາຍຄົນກໍຍັງສັບສົນ ແລະສົນທະນາກັນຢ່າງ
ກວ້າວຂວາງຢູ່ເລື້ອຍໆມາ.

ເຊີນຊົມວີດີໂອ

XS
SM
MD
LG