ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄ່າໄຟຟ້າທີ່ສູງຂຶ້ນ ເປັນບັນຫາ ທີ່ສົ່ງຜົນໃຫ້ ປະຊາຊົນເດືອດຮ້ອນ


ສຳນັກງານໃຫຍ່ຂອງບໍລິສັດໄຟຟ້າລາວ ຢູ່ວຽງຈັນ.
ສຳນັກງານໃຫຍ່ຂອງບໍລິສັດໄຟຟ້າລາວ ຢູ່ວຽງຈັນ.

ນອກຈາກການຕໍ່ສູ້ກັບຄວາມຫຍຸ້ງຍາກ ຍ້ອນການລະບາດຢ່າງໜັກຂອງ ພະຍາດໂຄວິດ-19 ຢູ່ນີ້ແລ້ວ ປະຊາຊົນລາວໃນນະຄອນຫລວງວຽງຈັນ ຍັງປະ ເຊີນກັບບັນຫາການເສຍຄ່າໄຟຟ້າ ທີ່ເພີ້ມຂຶ້ນອີກດ້ວຍ ຊຶ່ງໃນບາງຄົນກໍຖືກເກັບ ຄ່າໄຟຟ້າສູງຂຶ້ນ ແບບຜິດປົກກະຕິ ຍ້ອນການຄິດໄລ່ຄ່າໄຟຟ້າຜິດພາດ ແລະ ອື່ນໆ. ເມື່ອມໍ່ໆມານີ້ ທາງບໍລິສັດລັດວິສາຫະກິດໄຟຟ້າລາວກໍໄດ້ຈັດຕັ້ງຄະນະ ກວດກາແລະຕັ້ງສູນບໍລິການໃຫ້ຜູ້ຊົມໃຊ້ໄຟຟ້າໄດ້ຮ້ອງຮຽນຂໍ້ຂ້ອງໃຈ. ແຕ່ຢ່າງໃດກໍຕາມບັນຫາການເກັບຄ່າໄຟຟ້າໃນໄລຍະນີ້ ກໍຍັງເປັນເລື້ອງທີ່ສັບສົນ ແລະຖົກຖຽງກັນຫລາຍຢູ່. ທິບສຸດາ ມີລາຍງານເລື້ອງນີ້ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານໃນອັນດັບຕໍ່ໄປ.

ນອກຈາກຂ່າວ ເລື້ອງການກວດພົບເຊື້ອໄວຣັສໂຄໂຣນາ ສາຍພັນແດລຕາ ຊຶ່ງ ເປັນສາຍພັນໃໝ່ ທີ່ນໍາເຊື້ອໄປແຜ່ຜາຍໄດ້ງ່າຍ ແລະພາໃຫ້ຜູ້ຕິດພະຍາດນີ້ເສຍ ຊີວິດໄວຂຶ້ນກວ່າເກົ່າແລ້ວ ບັນດາທ່ານຄົງໄດ້ຍິນຂ່າວ ກ່ຽວກັບການເກັບຄ່າໄຟ ຟ້າແພງຂຶ້ນຫລາຍຢ່າງຜິດປົກກະຕິ ຊຶ່ງເປັນບັນຫາຖົກຖຽງກັນຫລາຍ ໃນສື່ສັງ ຄົມອອນລາຍໃນໄລຍະນີ້ຢູ່ເນາະ. ນຶ່ງໃນກໍລະນີທີ່ພົ້ນເດັ່ນທີ່ສຸດ ເມື່ອມໍ່ໆມານີ້ ກໍຄືກໍລະນີມູນຄ່າໃນໃບບິນໄຟຟ້າຂອງຄົວເຮືອນປະຊາຊົນທ່ານນຶ່ງໃນບ້ານຫ້ວຍນໍ້າເຢັນ, ເມືອງນາຊາຍທອງພຸ້ງສູງຂຶ້ນຢ່າງຫລວງຫລາຍແບບຜິດປົກກະຕິຈົນ ເຮັດໃຫ້ລັດວິສາຫະກິດໄຟຟ້າລາວ ຫລື EDL ຈັດຕັ້ງຄະນະກໍາມະການກວດ ສອບຄວາມຜິດພາດ ຕໍ່ບັນຫາດັ່ງກ່າວຂຶ້ນ ຊຶ່ງໃນວັນທີ 27 ມິຖຸນາຜ່ານມາກໍພົບ ວ່າຄ່າໄຟຟ້າໃນໃບບິນຂອງຄົວເຮືອນນັ້ນ ແມ່ນສູງເກີນຄວາມເປັນຈິງແທ້ ຍ້ອນມີການຄິດໄລ່ຄ່າໄຟຟ້າຜິດພາດ.

ຫລັງຈາກນັ້ນເພື່ອເປັນການຕອບຂໍ້ຂອງໃຈ ຫລືແກ້ໄຂບັນຫາຜິດພາດໃນການ ຄິດໄລ່ໃບບິນ ຄ່າໄຟຟ້າ EDL ກໍໄດ້ຕັ້ງສາຍດ່ວນ 1199 ແລະສູນບໍລິການ ບາງແຫ່ງຂຶ້ນໃນນະຄອນຫລວງວຽງຈັນ. ພຽງແຕ່ 3 ມື້ເທົ່ານັ້ນ ກໍຄືວັນທີ 28 ຫາ 30 ມິຖຸນາຜ່ານມາ ຈຸດຮັບຄໍາຮ້ອງຂໍ້ຂ້ອງໃຈຂອງຜູ້ຊົມໃຊ້ໄຟຟ້າຢູ່ສໍານັກ ງານລະບົບຈໍາໜ່າຍຂອງ EDL ຢູ່ບ້ານໜອງບຶກເໜືອ, ເມືອງສີໂຄດຕະບອງ ກໍມີຄົນເຂົ້າໄປສະເໜີ ໃຫ້ແກ້ໄຂບັນຫາ ຫລາຍເຖິງ 370 ຄົນ ຊຶ່ງສ່ວນໃຫຍ່ ແມ່ນບັນຫາຄ່າໄຟຟ້າແພງຂຶ້ນ ແບບຜິດປົກກະຕິ, ອີງຕາມອົງການຂ່າວສານ ທ້ອງຖິ່ນແຫ່ງນຶ່ງໃນລາວ.

ໃນນັ້ນຫລາຍກໍລະນີກໍເປັນຍ້ອນການຄິດໄລ່ຕົວເລກຜິດພາດຂອງບໍລິສັດຮັບເໝົາເຮັດໃບບິນເກັບຄ່າໄຟຟ້າ ດັ່ງການຊີ້ແຈງ ຂອງພະນັກງານຂັ້ນສູງ ໃນ ດ້ານເຕັກນິກໄຟຟ້າທີ່ເຮັດວຽກຢູ່ພາກສະໜາມຂອງບໍລິສັດ EDL ໃນເຂດນະ ຄອນຫລວງວຽງຈັນວ່າ:

“ເອີເຂົາກະໄປສູນຫັ້ນລະ ສູນໜອງບຶກຫັ້ນລະໝົດຫັ້ນລະ ພວກນັ້ນມັນຈະມີ ໜ່ວຍງານໄກ່ເກ່ຍເດ່. ກະຈົດເລກກົງເຕີເຮົາໄປເບິ່ງພ້ອມ ເຂົາຊິໄລ່ແນວໃດຫັ້ນນະ ເພາະວ່າຊ່ວງນີ້ເອກະຊົນເຂົາມາເຮັດ ມາຮັບເໝົາຜະລິດໃບບິນນະ ກະມັນຫັ້ນນະຢ້ານເຂົາບໍ່ກັ່ນຕອງອີ່ຫຍັງ ຢ້ານມັນຜິດພາດ ມີແຕ່ວ່າເອົາບິນເຂົ້າໄປຫາເຂົາຢູ່ໜອງບຶກ ຄືເຂົາລົງເຟສຊຸດແລ້ວໜີ້ ກະວ່າ 68 ລ້ານ (ກີບ) ຕົວຈິງມັນມີແຕ່ເທົ່າໃດນຶ່ງ ມີແຕ່ເກົ້າ ເກົ້າແສນເບາະປະມານນີ້ລະ”

ແຕ່ແນວໃດກໍຕາມ ການເກັບຄ່າໄຟຟ້າໃນໄລຍະນີ້ຍັງເປັນບັນຫາສັບສົນຢູ່ ເພາະມີການເກັບໃນຫລາຍອັດຕາ ແລະຫລາຍຮູບແບບ ຊຶ່ງເປັນເລື້ອງທີ່ເຂົ້າໃຈຍາກ ສໍາລັບຜູ້ຊົມໃຊ້ສ່ວນຫລາຍ ດັ່ງການບອກເລົ່າຂອງຜູ້ຊົມໃຊ້ໄຟຟ້າທ່ານນຶ່ງ ໃນເມືອງນາຊາຍທອງວ່າ:

“ກະບໍ່ມີຫຍັງກະທໍາມະດາປົກກະຕິຢູ່ທາງເມືອງນາຊາຍທອງກະດາຍ ເດືອນ 5 ເດືອນ 6 ບໍ່ມີຫຍັງຢູ່ໃນບ້ານ, ບິນເດືອນ 5. (ສ່ວນ) ເດືອນ 6 ບໍ່ທັນເຫັນເທື່ອ ແຕ່ເດືອນ 5 ກະຍັງປົກກະຕິຢູ່ ໄດ້ຍິນທ່ານຈັນທະບູນເພິ່ນສໍາພາດຢູ່ບິນເດືອນ 5 ເພິ່ນຈະຫລຸດໃຫ້ຢູ່ເດືອນທີ 7, ສ່ວນເດືອນ 6 ເພິ່ນຈະຫລຸດໃຫ້ເດືອນ 9 ອັນທີ່ຫລຸດ 3ເປີເຊັນ ຫັ້ນນະ ບາງຄົນກະຕິໃສ່ວ່າ ພະນັກງານຜູ້ໄປຈົດມີການຜິດພາດ ກະເຫັນເຂົາໂສເຫລ້ກັນວ່າ ເກັບສອງຮູບແບບ ແລະເກັບຫ້າຮູບແບບ ຕົວຈິງຊິເປັນແນວໃດ”.

ທັ້ງນີ້ ດັ່ງທີ່ຊົງລິດ ໂພນເງິນ, ນັກຂ່າວວີໂອເອປະຈໍາບາງກອກ ໄດ້ລາຍງານ ເມື່ອມໍ່ໆມານີ້ວ່າ ລັດຖະບານລາວ ໄດ້ມອບໝາຍໃຫ້ບໍລິສັດ EDL ສຶກສາຄົ້ນ ຄວ້າ ເພື່ອພິຈາລະນາກ່ຽວກັບການປັບປຸງຄ່າໄຟຟ້າໃຫ້ສອດຄ່ອງກັບສະພາບຕົວຈິງ ສໍາລັບໃນໄລຍະປີ 2021-2025. ໃນນັ້ນມີການສະເໜີໃຫ້ພິຈາລະນາໃນ 7 ທາງເລືອກຄື: 1) ການຈັດແບ່ງຜູ້ຊົມໃຊ້ໄຟຟ້າອອກເປັນ 6 ປະເພດທີ່ມີຄ່າໄຟຟ້າແຕກຕ່າງກັນ; 2) ການຈັດແບ່ງເປັນ 2 ປະເພດຄື: 355 ກີບ ກັບ 710 ກີບຕໍ່ກິໂລວັດຕໍ່ 1 ຊົ່ວໂມງ (kwh), ສໍາລັບຜູ້ທີ່ຊົມໃຊ້ໄຟຟ້າຕໍ່າກວ່າຫລືຫລາຍກວ່າ 150 ກິໂລວັດຕໍ່ຊົ່ວໂມງຕໍ່ເດືອນ; 3) ການຈັດແບ່ງເປັນ 3 ອັດຕາຄື 355 ກີບ, 532.5 ກີບ ແລະ 710 ກີບຕໍ່ກິໂລວັດຕໍ່ຊົ່ວໂມງ ສໍາລັບຜູ້ທີ່ຊົມ ໃຊ້ໄຟຟ້າຕໍ່າກວ່າ 100 ກິໂລວັດຕໍ່ຊົ່ວໂມງ, ຕໍ່າກວ່າ ແລະເກີນກວ່າ 200 ກິໂລວັດຕໍ່ຊົ່ວໂມງຕໍ່ເດືອນ; 4) ການຈັດແບ່ງເປັນ 3 ກຸ່ມທີ່ຊົມໃຊ້ໄຟຟ້າບໍ່ເກີນ 200 ກິໂລວັດຕໍ່ຊົ່ວໂມງ, 500 ກິໂລວັດຕໍ່ຊົ່ວໂມງ ແລະເກີນກວ່າ 500 ກິໂລວັດຕໍ່ຊົ່ວໂມງ ຕໍ່ເດືອນ ເຊິ່ງຈະຄິດຄ່າໄຟຟ້າທີ່ອັດຕາ 420 ກີບ, 630 ກີບ ແລະ 830 ກີບຕໍ່ກິໂລວັດຕໍ່ຊົ່ວໂມງ, ຕາມລໍາດັບ; ແລະທາງເລືອກອື່ນອີກ 3 ຢ່າງ.

video-related-to-edl-electricite-du-laos
please wait

No media source currently available

0:00 0:03:43 0:00
ລິງໂດຍກົງ

ແຕ່ແນວໃດກໍຕາມ, ຫລາຍຄົນຍັງເຫັນວ່າ ຄ່າໄຟຟ້າໃຊ້ໃນຄົວເຮືອນຂອງຕົນ ເພີ້ມຂຶ້ນແບບຜິດປົກກະຕິຢູ່ ເຖິງແມ່ນວ່າບາງຄົນ ໄດ້ພະຍາຍາມປະຢັດໃນ ການໃຊ້ໄຟຟ້າ ດ້ວຍຄວາມຫວັງວ່າຈະໃຫ້ຄ່າໄຟຟ້າຫລຸດລົງກໍຕາມ ດັ່ງການໃຫ້ຄໍາເຫັນ ຂອງປະຊາຊົນທ່ານນຶ່ງ ໃນເມືອງຫາດຊາຍຟອງວ່າ:

“ຈາກແຕ່ກ່ອນມີແຕ່ເກົ້າສິບພັນເນາະ ເດືອນນີ້ຂຶ້ນຢູ່ແສນກັບແປດພັນກີບ ໝາຍຄວາມວ່າ ເຮົາບໍ່ໄດ້ໃຊ້ຮອດແອນະດຽວນີ້ນະ ລະກະນໍ້າຮ້ອນນໍ້າເຢັນກະບໍ່ໄດ້ໃຊ້ແລ້ວດຽວນີ້ ຈັ່ງວ່າມັນພິລຶກປຶກໜາຫລາຍ ອັນນີ້ມັນພິລືກອີ່ຫລີ”

ບໍ່ພຽງແຕ່ເທົ່ານັ້ນ ມີບາງຄົນກໍຄິດວ່າ ຄ່າໄຟຟ້ານີ້ ຈະມີທ່າອ່ຽງເພີ້ມຂຶ້ນໄປເລື້ອຍໆ ດັ່ງການໃຫ້ຄໍາເຫັນຂອງນັກທຸລະກິດຂະໜາດນ້ອຍທ່ານນຶ່ງວ່າ: ​

“ຂ້ອຍວ່າ ມັນກະແພງຂຶ້ນ ແພງຂຶ້ນຫັ້ນລະ ໂອ້ຍມັນກະຍ້ອນອັດຕາເຂົາຫັ້ນລະ ຢ່າເຂົາຫັ້ນລະ ມັນກະຊິແພງຂຶ້ນເລື້ອຍໆ ຢ່າຫົວມັນຫັ້ນລະ ມັນກະຊິແພງຂຶ້ນຮອດປີ 2025 ພຸ້ນເດ “

ທັງນີ້ ກໍເພາະວ່າ EDL ຍັງມີພາລະໜີ້ສິນເງິນກູ້ທັງພາຍໃນ ແລະຕ່າງປະເທດຫລາຍ. ດັ່ງທີ່ທ່ານຊົງລິດ ໄດ້ລາຍງານໄປ ປັດຈຸບັນບໍລິສັດດັ່ງກ່າວ ມີໜີ້ສິນເກີນກວ່າ 2,000 ລ້ານໂດລາ ສະນັ້ນຈຶ່ງເປັນການຍາກທີ່ຈະສາມາດປະຕິບັດມາດຕະການຕ່າງໆ ເພື່ອຫລຸດຜ່ອນບັນຫາຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ໃນໄລຍະນີ້.

ອີກດ້ານນຶ່ງ ເນື່ອງຈາກວ່າລັດຖະບານມີແຫລ່ງລາຍຮັບອັນຈໍາກັດ ແລະໄຟຟ້າ ເປັນແຫລ່ງລາຍຮັບຕົ້ນຕໍ ທີ່ນໍາເອົາມາໃຊ້ເຂົ້າເປັນງົບປະມານໃຊ້ຈ່າຍ ກໍເຮັດໃຫ້ເປັນການຍາກທີ່ຈະແກ້ໄຂບັນຫານີ້ໄດ້ ດັ່ງພະນັກງານຂັ້ນສູງທ່ານນຶ່ງ ໃນບໍລິສັດ EDL ໃຫ້ຄໍາເຫັນວ່າ:

“ໄຟຟ້າມັນແມ່ນເສດຖະກິດຂອງຊາດ ເມື່ອໄຟຟ້າດໍາເນີນທຸລະກິດ ບໍ່ໄດ້ ລັດຖະບານກະເກັບເງິນບໍ່ໄດ້ ລາຍຮັບຂອງຊາດເກືອບ 40 ເປີເຊັນ ມັນແມ່ນມາຈາກໄຟຟ້າ ເມື່ອໄຟຟ້າຫລຸດ ຫລືເກັບບໍ່ໄດ້ ບໍ່ຕ້ອງຄິດດອກ ແຈບມັບ, ເງິນດໍ້າ ຄໍາເດືອນກະແມ່ນອາໄສລາຍຮັບຂອງໄຟຟ້າໜີ້ໝົດ. ອັນອື່ນເພິ່ນກະຢຸດແລ້ວເດ ບໍ່ເງິນ ບໍ່ຄໍາ ຕັດໄມ້ຕັດຕ໊ອກ ອັນນັ້ນອັນນີ້ ມັນກະໝົດແລ້ວເດ ມີແຕ່ໄຟຟ້າຢ່າງດຽວເນາະ.”

ສະຫລຸບແລ້ວ ເຖິງແມ່ນວ່າລັດຖະບານຈະມີນະໂຍບາຍທີ່ໃຫ້ບໍລິສັດ EDL ພິຈາລະນາໃນຫລາຍຮູບແບບເພື່ອຫລຸດຄ່າໄຟຟ້າລົງ ແລະກໍມີການຈັດຕັ້ງສູນ ສໍາຫລວດກວດກາ ແລະກວດສອບ ຄວາມຜິດພາດໃນການເກັບຄ່າໄຟຟ້າຢູ່ກໍ ຕາມ ແຕ່ເລື້ອງຄ່າໄຟຟ້າແພງ ຍັງອາດຈະເປັນບັນຫາທີ່ຄ້າງຄາໄປອີກນານຢູ່ ເນື່ອງຈາກບັນຫາໜີ້ສິນຂອງບໍລິສັດ EDL ແລະລັດຖະບານລາວມີແຫລ່ງລາຍ ຮັບອັນຈໍາກັດທີ່ນອກເໜືອ ໄປຈາກການຂາຍໄຟຟ້າແລ້ວ.

XS
SM
MD
LG