ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

18 ຄົນ ມີລາຍງານ ເສຍຊີວິດ ໃນການປະທ້ວງ ຕໍ່ຕ້ານການກໍ່ລັດຖະປະຫານ ທີ່ນອງເລືອດທີ່ສຸດຂອງ ມຽນມາ


ຜູ້ປະທ້ວງເຂົ້າຮ່ວມໃນພິທີເພື່ອສູດມົນໃຫ້ແກ່ຜູ້ເສຍຊີວິດ ໃນລະຫວ່າງ ການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນນະຄອນ ຢ່າງກຸ້ງ, ມຽນມາ. 28 ກຸມພາ, 2021.
ຜູ້ປະທ້ວງເຂົ້າຮ່ວມໃນພິທີເພື່ອສູດມົນໃຫ້ແກ່ຜູ້ເສຍຊີວິດ ໃນລະຫວ່າງ ການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນນະຄອນ ຢ່າງກຸ້ງ, ມຽນມາ. 28 ກຸມພາ, 2021.

ກອງກຳລັງຮັກສາຄວາມປອດໄພໃນ ມຽນມາ ໄດ້ຍິງປືນໃສ່ຜູ້ປະທ້ວງໃນວັນອາທິດວານນີ້, ສັງ ຫານຢ່າງໜ້ອຍ​ 18 ຄົນ ແລະ ຫຼາຍກວ່າ 30 ຄົນໄດ້ຮັບບາດເຈັບໃນມື້ຂອງການປະທ້ວງທີ່ຮ້າຍ ແຮງທີ່ສຸດ ນັບຕັ້ງແຕ່ການກໍ່ລັດຖະປະຫານວັນທີ 1 ກຸມພາທີ່ຜ່ານມາ, ອີງຕາມຫ້ອງການສິດທິມະ ນຸດຂອງອົງການສະຫະປະຊາຊາດ.

ຖະແຫຼງການສະບັບນຶ່ງຈາກໂຄສົກຫ້ອງການສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານ ຣາວີນາ ຊາມດາຊານີ ໄດ້ກ່າວວ່າ “ຕະຫຼອດວັນດັ່ງກ່າວ, ໃນຫຼາຍສະຖານຕ່າງໆຢູ່ທົ່ວປະເທດ, ຕຳຫຼວດ ແລະ ກອງກຳລັງທະຫານໄດ້ປະເຊີນໜ້າກັບການປະທ້ວງທີ່ສະຫງົບ, ໃຊ້ກຳລັງທີ່ເປັນອັນຕະລາຍຮ້າຍແຮງ ແລະ ກຳລັງທີ່ບໍ່ຮ້າຍແຮງປານໃດ.”

ຖະແຫຼງການດັ່ງກ່າວໄດ້ຮຽກຮ້ອງໃຫ້ກອງທັບ “ຢຸດການໃຊ້ກຳລັງຕໍ່ຜູ້ປະທ້ວງທີ່ສະຫງົບໃນທັນທີ.”

ຕໍ່ມາໃນວັນອາທິດນັ້ນ, ຜູ້ລາຍງານພິເສດຂອງອົງການສະຫະປະຊາຊາດ ທ່ານ ທອມ ແອນດຣູສ໌, ໄດ້ເປີດເຜີຍຖະແຫຼງການສະບັບນຶ່ງທີ່ໄດ້ຈັດລາຍການທາງເລືອກສຳລັບບັນດາປະເທດສະມາຊິກອົງການສະຫະປະຊາຊາດ ແລະ ສະພາຄວາມໝັ້ນຄົງເພື່ອການດຳເນີນການ.

ທ່ານ ແອນດຣູສ ໄດ້ກ່າວວ່າ “ໃນຂະນະທີ່ລັດຖະບານທະຫານ ມຽນມາ ໄດ້ຂະຫຍາຍຄວາມຮຸນ ແຮງຕໍ່ປະຊາຊົນຂອງເຂົາເຈົ້ານັ້ນ, ຂ້າພະເຈົ້າເຊື່ອວ່າມັນມີຄວາມຈຳເປັນທີ່ປະຊາຄົມນານາຊາດຕ້ອງຂະຫຍາຍການຕອບໂຕ້ຄືນ.”

ໃນບັນດາທາງເລືອກ ທີ່ໄດ້ກຳນົດອອກມາໃນຖະແຫຼງການຂອງທ່ານນັ້ນແມ່ນ ການຫ້າມຊື້ຂາຍອາວຸດຈາກທົ່ວໂລກ, ມາດຕະການລົງໂທດຕໍ່ທຸລະກິດທີ່ລັດຖະບານທະຫານເປັນເຈົ້າຂອງ ຫຼືຄວບຄຸມ, ແລະ ການປະຊຸມຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເພື່ອປຶກສາຫາລືບັນຫາດັ່ງກ່າວ. ກ່ຽວກັບ ມາດຕະການລົງໂທດນັ້ນ, ທ່ານ ແອນດຣູສ໌ ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆທີ່ໄດ້ຕັ້ງຂຶ້ນມາແລ້ວນັ້ນ ໃຫ້ “ພິຈາລະນາຕື່ມອີກ.”

ໃນຄືນວັນອາທິດວານນີ້ ສະຫະລັດ ໄດ້ກ່າວປະນາມການປາບປາມນອງເລືອດຕໍ່ຜູ້ປະທ້ວງ ແລະ ໄດ້ສະເໜີມາດຕະການລົງໂທດເພີ້ມຕື່ມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG