ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີຈິບຍັງຈະປະສົບ ກັບບັນຫາຫຍຸ້ງຍາກ ເພີ້ມຂຶ້ນອີກ ໃນປີ 2014 (ວີດີໂອ)


Egypt’s Forecast for Year Ahead, More Struggles Predicted
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ

​ເ​ບິ່ງ​ວີ​ດີ​ໂອ​ກ່ຽວ​ກັບ ລາຍ​ງານ​ນີ້.

ຂະນະ​ນີ້​ບັນດາ​ເຈົ້າໜ້າ​ທີ່​ອິຈິບ ກໍາລັງ​ດິ້ນຮົນ ​ເພື່ອ​ນໍາ
​ເອົາສະຖຽນ​ລະ​ພາບ ກັນ​ຄືນ​ສູ່​ປະ​ເທດ ລຸນຫຼັງເວລາ​ເກືອບ​
ສາມ​ປີຂອງ​ການ​ລຸກ​ຮື​ຂຶ້ນ ​ແລະການ ​ປ່ຽນ​ແປງ​ຢ່າງ​ຮຸນ​ແຮງ.
ແຕ່ຄວາມ​ບໍ່ພໍ​ໃຈຂອງ​ມະຫາຊົນ​ນໍາ​ບັນດາ​ຜູ້​ປົກ ຄອງ​ປະ​ເທດ
ຊຸດ​ລ່າ​ສຸດ ກໍປະກົດ​ວ່າ ​ກໍາລັງຂະຫຍາຍ​ກວ້າງອອກ​ເລື້ອຍໆ.
ດັ່ງ​ທີ່ Elizabeth Arrott ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານມາ​ຈາກ
ນະຄອນຫຼວງ​ໄຄ​ໂຣນັ້ນ ​ກໍ​ແມ່ນ​ວ່າ ປີ 2014 ນີ້ ກໍ​ຍັງຈະ​ບໍ່​ຮັບ
ປະກັນ​ໄດ້​ວ່າ ​ຄວາມ​ວຸ້ນວາຍຕ່າງໆ ຈະຍຸດຕິ​ລົງ. ດາຣາມີ​ລາຍ
​ລະອຽດ​ມາສະ​ເໜີ​ທ່ານ.


ຊາວອີ​ຈິບ​ພາກັນ ​ລົງ​ສູ່​ຖະໜົນ​ຫົນທາງ ​ເດີນ​ຂະ​ບວນປະ​ທ້ວງ ​ເພື່ອ​ຂັບ​ໄລ່​ຜູ້​ນໍາ​ຂອງພວກ
​ເຂົາ​ເຈົ້າ​ ໃນ​ປີ 2013 ນີ້ ຊຶ່ງ​ເປັນ​ຄັ້ງ​ທີ່​ສອງ​ໃນ​ຮອບ​ສອງ​ປີ.

ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ການ ​ຊ່ວຍ​ເຫຼືອຢ່າງໃຫຍຫລວງຈາກ​ຝ່າຍ​ທະຫານ ທີ່​ໄດ້​ຈັບ​ແລະ
ຂັງຄຸກ ທ່ານ Mohamed Morsi ຫົວ​ອິສລາມ​ເຖິງ​ຖອງ ຊຶ່ງເປັນປະທານາທິບໍດີ​ ​ທີ່ຖືກ​
ເລືອກ​ຕັ້ງ​ຢ່າງ​ເສລີ​ຄົນ​ທໍາ​ອິດ​ຂອງ​ອີ​ຈິ​ບ ​ແລະໄດ້​ກວດ​ລ້າງ​ພວກ​ທີ່​ສະໜັບສະ​ໜຸນ​ທ່ານ.

ວີດີໂອ: ອີຈິບປະກາດໃຫ້ພັກພະລາດອນພາບ ເປັນອົງການກໍ່ການຮ້າຍ:

Egypt Declares Muslim Brotherhood a Terrorist Group
please wait

No media source currently available

0:00 0:02:19 0:00
ລິງໂດຍກົງ

ລັດຖະບາ​ນຊົ່ວ​ຄາວ ທີ່​ໜຸນ​ຫຼັງ​ໂດຍ​ຝ່າຍ​ທະຫານ​ນັ້ນ ​ໄດ້​ສະ​ເໜີອັນ​ທີ່​ເອີ້ນ​ວ່າ “​ແຜນທີ່​
ຫົນທາງ” ​ໄປ​ສູ່​ສະຖຽນ​ລະ​ພາບຂອງ​ປະ​ເທດ​ ຄື​ລັດຖະທໍາ​ມະນູນ​ສະບັບ​ໃໝ່ ​ໂດຍໃຫ້​ມີ
ການລົງ​ປະຊາ​ມະຕິຮັບຮອງ​ເອົາ ຕິດຕາມ​ດ້ວຍການ​ເລືອກ​ຕັ້ງປະທານາທິບໍດີ ​ແລະສະພາ​
ແຫ່ງຊາດ.

​ໃນ​ເບື້ອງ​ຕົ້ນ ຊາວ​ອີ​ຈິບ​ຫຼາຍ​ຄົນສະ​ໜັບສະ​ໜຸນຄະນະ​ນໍາ​ພາໃໝ່ ທີ່​ໄດ້ສັນຍາ​ວ່າ ຈະ
ຕັດພັກ​ພະລາດອນພາບ​ມຸສລິ​ມຂອງ​ທ່ານ Morsi ອອກ​ຈາ​ກ ການ​ເມືອງ​ຂອງ​ປະ​ເທດ.

​ແຕ່​ນັກ​ເຄື່ອນ​ໄຫວ Wael Khalil ​ເວົ້າ​ວ່າ ​ເລື້ອງ​ນັ້ນ​ກໍາລັງ​ເລີ່​ມຈະປ່ຽນແປງ​ໄປ.

ນັ​ກ​ເຄຶ່ອນ​ໄຫວ Khalil ​ເວົ້າ​ວ່າ: “ການທີ່​ຈະ​ເອົາ​ທ່ານ Morsi ກັບ​ຄືນ​ມາກໍາ​ອໍາ
ນາດ​ອີກ​ນັ້ນ ມັນ​ບໍ່​ແມ່ນ​ທາງ​ອອກ ບໍ່​ແມ່ນ​ທາງ​ອອກ​ທີ່ເຮົາອາດປ່ອຍ​ໃຫ້ເປັນ​
ໄປ​ໄດ້. ສະ​ນັ້ນ​ໃນ​ຕອນ​ນີ້ ພວກ​ເຮົາ​ຈຶ່ງກໍ​າລັງ​ພິຈາ​ລະນາ​ເບິ່ງພວກ​ ​ທີ່​ກໍາ​ອໍາ
ນາດ​ຢູ່​ຂະນະ​ນີ້ ຢ່າງ​ລະອຽດ​ຖີ່​ຖ້ວນຫລາຍ​ຂຶ້ນ.”


ບັດນີ້ ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ບໍ່​ມີ​ແຕ່ພວກທີ່​ສະ​ໜັບສະ​ໜຸນ​ທ່ານ Morsi ​
ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ໂຮມ​ທັງພວກ​ນິຍົມ​ທາງ​ໂລກ ​ແລະ​ພວກ​ນັກ​ເຄຶ່ອນ​ໄຫວ​ອື່ນໆ ທີ່​ຄັດ​
ຄ້ານ​ຍຸ​ທະວິ​ທີ​ຜະ​ເດັດ​ການຕ່າງໆ ທີ່​ພວກ​ເຂົາ​ເຈົ້ົາຄິດ​ວ່າ ​ໄດ້​ຂັບ​ໄລ່​ກໍາຈັດ​ອອກ​ໄປ​
ແລ້ວ ​ໃນ​ປີ 2011 ນັ້ນ.

ທ່ານ Khalil ​ເວົ້າ​ອີກ​ວ່າ: “ ມີ​ຄົນໃນ​ຈໍານວນຫຼາຍ​ຂຶ້ນ​ເລື້ອຍໆ ທີ່​ເລີ່​ມຈະ​ພາກັນ
ເຫັນ ທໍາ​ອິດນັ້ນ ການ​ຫວນ​ກັບ​ຄືນ​ມາ​ຂອງ​ລັດຕໍາຫຼວດ ​ແລະ​ເຫັນ​ວ່າແທ້ໆ​ແລ້ວ ຝ່າຍຕໍາຫຼວດພາກັນກັບ​ຄືນ​ມາ​ ພ້ອມ​ກັບ​ການ ແກ້​ແຄ້ນ.”


ນອກ​ນີ້​ແລ້ວ ກໍ​ມີ​ພວກ​ທີ່​ບໍ່ພໍ​ໃຈ​ໃນ​ດ້ານ​ເສດຖະກິດ​ນໍາ. ຄໍາ​ຂວັນ​ຂອງການ​ປະຕິວັດ​ປີ
2011 ເວົ້າ​ວ່າ: “​ເຂົ້າ​ຈີ່ ​ເສລີ​ພາບ ​ແລະ​ກຽດ​ສັກ​ສີ” ຊຶ່ງ​ເປັນ​ສິ່ງ​ນຶ່ງ​ທີ່ນັກວິ​ເຄາະ​ການ​
ເມືອງ Hisham Kassem ​ເວົ້າ​ວ່າ ​ຍັງ​ເປັນ​ໝາກ​ຫົວ​ໃຈ​ຂອງ​ບັນຫາ​ທັງຫຼາຍຂອງ​ຊາດ
ນັ້ນ​ຢູ່.

ທ່ານ Kassem ​ເວົ້າ​ວ່າ: “ນີ້ຄື​ປະ​ເທດ​ນຶ່ງ ທີ່​ຖືກ​ຜັກ​ດັນ​ໄປ​ຢູ່​ຂອບ​ສຸດແລ້ວ ​ແລະ​
ຕາບ​ໃດ​ທີ່​ບັນຫາ​ເຫຼົ່າ​ນີ້​ບໍ່​ຖືກ​ແກ້​ໄຂ​ກັນ ກໍ​ອາດ​ຈະ​ມີ​ການ​ລຸກ​ຮືຂຶ້ນ ຄັ້ງ​ທີ່​ສາມ ທີ່​
ສີ່ ​ແລະ​ທີ່​ຫ້າ​ ເກີດ​ຂຶ້ນມາ​ອີກ​ໄດ້. ມັນ​ຈະ​ບໍ່​ຢຸດ​ຢູ່​ທີ່​ນັ້ນ ​ແລະ​ບໍ່ວ່າ​ຈະ​ເປັນ​ຝ່າຍ​ທະ
ຫານ ຫຼື​ຝ່າຍ​ອີສລາມ​ຫົວ​ຮຸນ​ແຮງ ໃຜ​ກໍ​ຕາມທີ່ຢູ່​ໃນຕໍາແໜ່​ງເວລາ​ນີ້ ຈະ​ຕ້ອງ
​ຫາ​ທາງ​ແກ້​ໄຂ ​ແລະ​ສະໜອງ​ຕອບ​ຄວາມ​ຕ້ອງການ​ຂອງ​ປະຊາຊົນໃຫ້​ໄດ້.”


​ທ່ານ Saad Eddin Ibrahim ນັກວິ​ເຄາະ​ການ​ເມືອງ​ເວົ້າ​ວ່າ ແຕ່​ວ່າ​ໃນ​ຂະນະ​ທີ່ລັດຖະ
ບານ ກໍາລັງພະຍາຍາມ​ນໍາ​ເອົາ​ປະ​ເທດ​ຊາດ​ກ້າວ​ໄປ​ຂ້າງ​ໜ້ານັ້ນ ກໍ​ບໍ່​ແມ່ນ​ວ່າ​ ​ໝົດ​ທຸກ​
ຄົນມີ​ຄວາມຮູ້ສຶກ​ມື​ດມົນກ່ຽວ​ກັບປະ​ເທດ​ຊາດ.

ທ່ານ Eddin ​ເວົ້າ​ວ່າ: “ປົກກະຕິ​ແລ້ວ ການ​ປະຕິວັດ​ໃດ​ໆ ​ແມ່ນ​ຈະ​ໃຊ້​ເວລາ​ສິບ​ປີ
ຫຼື ປະມານ​ນັ້ນ ກ່ອນທີ່​ທຸກ​ສິ່ງ​ທຸກ​ຢ່າງຈະ​ສະຫງົບລົງ.”


ທ່ານ Ibrahim ​ເວົ້າ​ວ່າ ສໍາລັບ​ອີ​ຈິບ ອາດ​ບໍ່​ໃຊ້​ເວລາ​ດົນ​ປານ​ນັ້ນ​ດອກ ​ເພື່ອຈະ​ຄືນ​ສູ່​
ສະພາບ​ປົກກະຕິ​ໄດ້. ​ທ່ານ​ເຊື່ອ​ວ່າ ​ໃນ​ທີ່​ສຸດ​ນັ້ນ ຄວາ​ມ​ເໝື່ອຍໜ່າຍກັບກາ​ນປະຕິວັດ
ຈະ​ເຂົ້າ​ມາ​ຄອບ​ງໍາ ​ເຖິງ​ແມ່ນ​ວ່າ​ເວລາ​ນີ້ ສະພາບ​ການ​ຢູ່ຕາມ​ຖະໜົນ​ຫົນທາງ​ຂອງ​ອີ​ຈິບ
ຍັງ​ບໍ່​ສະ​ແດງ​ໃຫ້​ເຫັນ​ຮ່ອງຮອຍ​ໃດໆເທື່ອ ກໍ​ຕາມ.

ຄວາມເຄ່ງຕຶງເພີ້ມທະວີຂຶ້ນ ລະຫວ່າງກຸ່ມພະລາດອນພາບ ກັບລັດຖະບານອີຈິບ:

Tensions Swell Between Brotherhood, Egypt's Military
please wait

No media source currently available

0:00 0:01:35 0:00
ລິງໂດຍກົງ

More Struggles Predicted in Egypt’s Forecast for Year Ahead

Egyptian authorities are struggling to bring stability to their nation after nearly three years of uprisings and upheaval. But popular discontent with the latest set of rulers appears to be growing; 2014 offers no guarantee the tumult is over.

2013 saw Egyptians take to the streets to depose their leader, the second mass uprising in two years.

They had generous help from the military, which imprisoned the country's first freely elected president, Islamist Mohamed Morsi, and cracked down on his supporters.

The military-backed interim government has offered a “roadmap” to stability: a new constitution, to be put to a referendum, followed by presidential and parliamentary votes.

At first, many Egyptians supported the new leadership, with its promise to keep Morsi's Muslim Brotherhood out of the picture.

But activist and prominent blogger Wael Khalil said that's beginning to change. "Getting Morsi back in power is not an outcome - is not a probable outcome - so that we are now looking with more scrutiny at those in power," he said.

Anti-government protesters now include more than Morsi's supporters, with secular and other activists opposing the heavy-handed tactics they thought they'd banished in 2011.

"More and more people are starting to see, first of all, the return of the police state and how the police is really coming back with a vengeance," Khalil explained.

There is also economic discontent. Unemployment, lack of tourism and investment, plus inflation, especially in the sector of food and other basic commodities, are taking their toll.

The slogan of the 2011 Revolution was "bread, freedom, dignity," something political analyst Hisham Kassem said remains as relevant as ever. "This is a nation that has been pushed to the brink and as long as these issues are not addressed, there will be a third and fourth and a fifth uprising. It's not going to stop, and whether it is the military or the Islamists, whoever is now on the seat needs to deliver," he said.

But as the government attempts to move forward, not everyone is gloomy. Saad Eddin Ibrahim is the founding chairman of the Ibn Khaldun Center for Development Studies. "There is always a decade or so around in the revolutionary explosion before the volcano settles down and the ashes settle,” he stated.

Egypt, he said, won't take nearly that long, maybe just another year or so. He believes "revolution fatigue" is bound to set in - though the streets of Egypt show no sign of it yet.
XS
SM
MD
LG