ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ປ. ອີ​ຈິບ ກ່າວ​ວ່າ ​ບໍ່​ຄວນ​ຈະ​ມີ ການ​ຕິ​ຕຽນ ຕໍ່ຄຳ​ຕັດ​ສິນ​ ຂອງ​ສານ (ວີດີໂອ)


ຈາກຊ້າຍ ທ່ານ Peter Greste, Mohamed Fahmy ແລະ ທ່ານ Baher Mohamed ກຳລັງຟັງການຕັດສິນ ຢູ່ສານ ໃນນະຄອນໄຄໂຣ
ຈາກຊ້າຍ ທ່ານ Peter Greste, Mohamed Fahmy ແລະ ທ່ານ Baher Mohamed ກຳລັງຟັງການຕັດສິນ ຢູ່ສານ ໃນນະຄອນໄຄໂຣ
ປະທານາທິບໍດີອີ​ຈິບທ່ານ Abdel Fattah el-Sissi ກ່າວ
ວ່າ ທ່ານ​ຈະ​ບໍ່ແຊກ ແຊງ​ຕໍ່ຄຳພິພາກສາຂອງສານ ນຶຶ່ງ​ມື້​
ຫລັງ​ຈາກ​ສານໃນນະຄອນ​ໄຄ​ໂຣໄດ້ຕັດສິນ ລົງ​ໂທດ ນັກ​
ຂ່າວ Al-Jareeza ສາມ​ຄົນ ໃຫ້​ຕິດ​ຄຸກເປັນ​ເວລາ​ 7 ​ປີ
​ໃນ​ຂໍ້​ຫາ​ ໃຫ້ການສະໜັບສະໜຸນຕໍ່ກຸ່ມພະລາດອນພາບ​
ມຸສລິ​ມ ​ແລະເຜີຍແຜ່​ຂ່າວ​ທີ່​ບໍ່​ມີ​ມູນຄວາມຈິງ.

ທ່ານ Sissi ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ລະຫວ່າງຄຳປາ
ໄສ​ທາງ​ໂທລະພາບ​ວ່າ ການ​ຕັດສິນຂອງສານ ​ຄວນຈະ
ໄດ້ຮັບການເຄົາລົບ ​ແລະ​ບໍ່ຄວນຖືກຕິຕຽນ.

ການ​ຕັດສິນ​ລົງ​ໂທດເປັນເວລາ​ເຈັດ​ປີ ​ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້​ ຕໍ່ນັກ​ຂ່າວ​ອອສ​ເຕຣ
​ເລຍ ທ່ານ Peter Greste ນັກ​ຂ່າວ​ກາ​ນາ​ດາເຊື້ອສາຍອີຈິບ ທ່ານ Mohammed
Fahmy ​ແລະ​ນັກ​ຂ່າວ​ອີ​ຈິບທ່ານ Baher Mohammed ​ໄດ້​ເຮັດ​ໃຫ້​ເກີດ​ມີ​ປະຕິ​ກິລິຍາ
ຢ່າງ​ແຮງ​ຈາກບັນດາ​ຜູ້ນຳ ​ແລະບັນດາ​ກຸ່ມ​ປົກປ້ອງສິດ ເສລີພາບທາງດ້ານຂ່າວສານຢູ່
ໃນ​ທົ່ວ​ໂລກ.

ອີ​ຈິບ ​ໄດ້ກ່າວ​ປ້ອງ​ກັນ​ການ​ຕັດສິນ​ຂອງ​ສານ​ໄຄ​ໂຣ ແລະ​ປະ​ຕິ​ເສດ​ບໍ່ຮັບເອົາ​ປະ​ຕິກິລິຍາ
​ຂອງຕ່າງປະເທດໂດຍເວົ້າວ່າ ​ເປັນ​ການ​ແຊກ​ແຊງເຂົ້າໃນ​ກິດຈະ​ການ ພາຍໃນຂອງ
ຕົນ.

ນາຍົກລັດຖະມົນຕີ ອອສ​ເຕຣເລຍ ທ່ານ Tony Abbott ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ລະບົບ​ຍຸດຕິ​ທຳ​ຂອງ ອີ​ຈິບ ມີ​ສິດ​ໃນການ​ຕັດສິນ​ລົງໂທດຂອງ​ຕົນ​ ​ແຕ່ວ່າ ອອສ​ເຕຣເລຍ
​ຍັງ "ງົງຢູ່” ​ກ່ຽວກັບ​ການ​ຕັດສິນດັ່ງກ່າວ.

ທ່ານ Tony Abbott ກ່່າວ​ວ່າ “​ແມ່ນ​ແລ້ວ ພວກ​ເຮົາ​ເຂົ້າໃຈ​ໃນ​ຄວາມຈຳເປັນ ​ຂອງລັດ
ຖະບານ​ອີ​ຈິບ ທີ່ຈະຕ້ອງ​ຮັກສາ​ຄວາ​ມ​ເປັນ​ລະ​ບຽບຮຽບຮ້ອຍພາຍ​ໃນ ​ແລະ​ທັບ​ມ້າງ
​ພວກຫົວຮຸນ​ແຮງ ຮວມ​ທັງ ກຸ່ມພະລາດອນພາບມຸສລີ​ມ. ​ແຕ່​ວ່າ ​ແຕ່​ວ່າ ມັນ​ມີ​ຄວາ​ມ
ສຳຄັນ​ທີ່ຈະມີ ຂະບວນການທາງດ້ານກົດໝາຍ. ມັນ​ມີ​ຄວາມ​ສຳຄັນ​ທີ່ການ​ຕັດສິນ​ຈະ
​ຕ້ອງ​ເຮັດຢ່າງ​ທ່ຽງທຳ ​ແລະບົນພື້ນຖານຂອງຄວາມຍຸຕິ ທຳ. ​ເພື່ອ​ເຮົາ​ຈະ​ໄດ້​ໂອ້ລົມກັບ​
ຄອບຄົວ​ຂອງ​ທ່ານ Greste​. ພວກ​ເຮົາ​ຈະ​ໄດ້ ໂອ້ລົມ​ກັບ​ລັດຖະບານ​ອີ​ຈິບ ກ່ຽວກັບ​ສິ່ງ​
ໃດ​ທີ່​ເຮົາ​ເຮັດໄດ້ ​ໃນ​ຄວາມ​ພະຍາຍາມເພື່ອຄ້ຳປະກັນ​ວ່າ ທ່ານ Peter Greste ສາມາດກັບ​ຄືນ​ບ້ານ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ອອສ​ເຕຣ​ເລຍ ​ໄດ້​ຮຽກ​ເອກ​ອັກຄະ​ລັດຖະທູດ​ອີ​ຈິບເຂົ້າ​ພົບ ​ເພື່ອ​ປະ​ທ້ວງກ່ຽວ ກັບ​ການ​ຕັດສິນລົງໂທດ ທ່ານ Greste.
EGYPT JOURNALISTS TRIAL VOSOT
please wait

No media source currently available

0:00 0:01:45 0:00
XS
SM
MD
LG