ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສ້າງສາຍສົ່ງ ກະແສໄຟຟ້າ ຂອງໄທ ຈະສົ່ງຜົນດີ ຕໍ່ແຜນການ ສົ່ງອອກໄຟຟ້າ ຂອງລາວ


Asylum-seekers wait for news of policy changes at the border in Tijuana, Mexico. After waiting months in Mexico, people seeking asylum in the U.S. are being allowed into the country starting Feb. 19, 2021, as they wait for courts to decide on their cases.
Asylum-seekers wait for news of policy changes at the border in Tijuana, Mexico. After waiting months in Mexico, people seeking asylum in the U.S. are being allowed into the country starting Feb. 19, 2021, as they wait for courts to decide on their cases.

ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ຈະກໍ່ສ້າງແນວສາຍສົ່ງກະແສ
ໄຟຟ້າແຮງສູງ ທີ່ສາມາດຮອງຮັບການສົ່ງກະແສໄຟຟ້າ ຈາກລາວໄປມາເລເຊຍ ແລະ
ສິງກະໂປ ທີ່ມີປະສິດທະພາບສູງດ້ວຍ.

ທ່ານສິຣິ ຈິຣະພົງພັນ ລັດຖະມົນຕີວ່າການກະຊວງພະລັງງານ ຂອງໄທ ຖະແຫລງວ່າ
ລັດຖະບານໄທ ມີມະຕິຕົກລົງອະນຸມັດແຜນການກໍ່ສ້າງ ແນວສາຍສົ່ງກະແສໄຟຟ້າ
ແຮງສູງ ຂະໜາດ 500 KV ຈຳນວນ 2 ຄູ່ເຊື່ອມຕໍ່ຈາກພາກກາງໄປພາກໃຕ້ ໃຫ້ແລ້ວ
ພາຍໃນປີ 2020 ຊຶ່ງຈະເຮັດໃຫ້ການສົ່ງກະແສໄຟຟ້າທັງໃນໄທ ແລະອາຊຽນ ມີປະສິດ
ທິພາບສູງຂຶ້ນ ທັງຍັງຈະເຮັດໃຫ້ເກີດຄວາມໝັ້ນຄົງ ດ້ານພະລັງງານທັງໃນໄທ ແລະ
ອາຊຽນ ດ້ວຍ ທັງນີ້ ລັດຖະບານໄທ ມອບໝາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງ
ປະເທດໄທ (EGAT) ເປັນພາກສ່ວນທີ່ຮັບຜິດຊອບແຜນການທັງໝົດ ດັ່ງທີ່ ທ່ານ
ສິຣິ ໄດ້ໃຫ້ການຢືນຢັນວ່າ:

“ການສ້າງສາຍສົ່ງ ຊຶ່ງທາງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ມີ
ໂຄງການ ທີ່ຈະສ້າງສາຍສົ່ງຂະໜາດໃຫຍ່ 500 KV ສອງຄູ່ ກໍປະມານ
1,000 ເມກາວັດ ເຊື່ອມພາກກາງກັບພາກໃຕ້ ນັ້ນ ມີແຜນງານ ແລ້ວ
ອຳນວຍຄວາມສະດວກໃຫ້ການສ້າງສາຍສົ່ງເກີດຂຶ້ນໄດ້ຕາມກຳນົດ
ຄວາມເປັນຫ່ວງໃນເລື່ອງຄວາມໝັ້ນຄົງຂອງໄຟຟ້າ ກໍຈະບໍ່ມີ.”

ໂດຍການກໍ່ສ້າງແນວສາຍສົ່ງກະແສໄຟຟ້າດັ່ງກ່າວ ຍັງຈະສົ່ງຜົນດີຕໍ່ແຜນການສົ່ງ
ອອກກະແສໄຟຟ້າ ຂອງລັດຖະບານລາວດ້ວຍ ກໍຄືການສົ່ງກະແສໄຟຟ້າຈາກລາວ
ຜ່ານໄທໄປມາເລເຊຍ ແລະສິງກະໂປ ຊຶ່ງກ່ອນໜ້ານີ້ ໄດ້ມີການລົງນາມ 3 ຝ່າຍ
ໃນຂໍ້ຕົກລົງວ່າດ້ວຍການຊື້-ຂາຍ ແລະການສົ່ງກະແສໄຟຟ້າ ລະຫວ່າງລາວ ໄທ
ແລະມາເລເຊຍ ເມື່ອທ້າຍປີ 2017 ໂດຍລັດວິສາຫະກິດໄຟຟ້າລາວ ຈະສົ່ງກະແສ
ໄຟຟ້າໃນປະລິມານ 100 ເມກາວັດ ໃຫ້ມາເລເຊຍ ຜ່ານໂຄງຂ່າຍສາຍສົ່ງໃນໄທ
ນັບຈາກວັນທີ 1 ສິງຫາ 2018 ເປັນຕົ້ນໄປ ໂດຍລັດຖະບານ ມາເລເຊຍ ຍັງຈະຊື້
ກະແສໄຟຟ້າ ຈາກລາວ ເພີ່ມຂຶ້ນໃນອະນາຄົດອີກດ້ວຍ.

ກ່ອນໜ້ານີ້ ໄດ້ມີການລົງນາມ 3 ຝ່າຍ ໃນຂໍ້ຕົກລົງວ່າດ້ວຍການຊື້-ຂາຍ ແລະການສົ່ງກະແສໄຟຟ້າ ລະຫວ່າງລາວ ໄທ ແລະມາເລເຊຍ ເມື່ອທ້າຍປີ 2017 ໂດຍລັດວິສາຫະກິດໄຟຟ້າລາວ ຈະສົ່ງກະແສ ໄຟຟ້າໃນປະລິມານ 100 ເມກາວັດ ໃຫ້ມາເລເຊຍ ຜ່ານໂຄງຂ່າຍສາຍສົ່ງໃນໄທ ນັບຈາກວັນທີ 1 ສິງຫາ 2018 ເປັນຕົ້ນໄປ.
ກ່ອນໜ້ານີ້ ໄດ້ມີການລົງນາມ 3 ຝ່າຍ ໃນຂໍ້ຕົກລົງວ່າດ້ວຍການຊື້-ຂາຍ ແລະການສົ່ງກະແສໄຟຟ້າ ລະຫວ່າງລາວ ໄທ ແລະມາເລເຊຍ ເມື່ອທ້າຍປີ 2017 ໂດຍລັດວິສາຫະກິດໄຟຟ້າລາວ ຈະສົ່ງກະແສ ໄຟຟ້າໃນປະລິມານ 100 ເມກາວັດ ໃຫ້ມາເລເຊຍ ຜ່ານໂຄງຂ່າຍສາຍສົ່ງໃນໄທ ນັບຈາກວັນທີ 1 ສິງຫາ 2018 ເປັນຕົ້ນໄປ.

ແຕ່ຢ່າງໃດກໍຕາມ ການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ຈາກລາວຜ່ານໄທ-
ມາເລເຊຍ ເພື່ອໄປໃຫ້ເຖິງສິງກະໂປ ກໍຍັງບໍ່ສາມາດຈັດການລົງນາມໄດ້ ເນື່ອງຈາກ
ລັດຖະບານມາເລເຊຍ ຕ້ອງການສຶກສາສຳຫຼວດ ກ່ຽວກັບຜົນກະທົບ ຈາກການເຊື່ອມ
ຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງມາເລເຊຍ ກັບສິງກະໂປ ທີ່ໄດ້ມາດຕະຖານ
ສາກົນເສຍກ່ອນ ຊຶ່ງໃນປັດຈຸບັນ ການສຶກສາສຳຫຼວດດັ່ງກ່າວ ກໍຍັງບໍ່ແລ້ວເສັດ ຈຶ່ງ
ເຮັດໃຫ້ການສົ່ງກະແສໄຟຟ້າຈາກລາວ ໄປຂາຍໃຫ້ສິງກະໂປນັ້ນ ຍັງບໍ່ສາມາດເກີດ
ຂຶ້ນໄດ້ຢ່າງເປັນຮູບປະທຳ ຈົນກວ່າລັດຖະບານມາເລເຊຍ ຈະຮັບຮອງການສຶກສາ
ສຳຫຼວດດັ່ງກ່າວ ຢ່າງເປັນທາງການເສຍກ່ອນນັ້ນເອງ.

ນອກຈາກນັ້ນ ການທີ່ໄທມີປະລິມານພະລັງງານໄຟຟ້າສຳຮອງ ໃນລະດັບທີ່ເກີນກວ່າ
ຄວາມຕ້ອງການ ຊົມໃຊ້ໄຟຟ້າພາຍໃນປະເທດ ທີ່ເປັນຈິງໃນອັດຕາສະເລ່ຍທີ່ສູງເຖິງ
39 ເປີເຊັນ ໃນປັດຈຸບັນ ແລະເມື່ອປະກອບກັບການຊົມໃຊ້ໄຟຟ້າໃນໄທ ທີ່ເພີ່ມຂຶ້ນ
ໃນອັດຕາສະເລ່ຍ 3 ເປີເຊັນຕໍ່ປີ ກໍຍັງເຮັດໃຫ້ສາມາດຄາດການໄດ້ວ່າ ນັບຈາກ
ປັດຈຸບັນ ໄປຈົນເຖິງປີ 2026 ປະເທດໄທ ບໍ່ມີຄວາມຈຳເປັນທີ່ຈະຕ້ອງ ຊື້ພະລັງງານ
ໄຟຟ້າຈາກຕ່າງປະເທດເພີ່ມຂຶ້ນແຕ່ຢ່າງໃດ.

ຍິ່ງໄປກວ່ານັ້ນ ລັດຖະບານໄທ ຍັງໄດ້ກຳນົດແຜນການພັດທະນາແຫລ່ງພະລັງງານ
ທາງເລືອກທີ່ແນໃສ່ການເສີມສ້າງຄວາມໝັ້ນຄົງດ້ານພະລັງງານ ໃນໄລຍະຍາວໄວ້
ເປັນທີ່ຮຽບຮ້ອຍແລ້ວອີກດ້ວຍ ໝາຍຄວາມວ່າ ປະເທດໄທ ຈະລົດການນຳເຂົ້າ
ພະລັງງານໄຟຟ້າ ຈາກຕ່າງປະເທດລົງຢ່າງຕໍ່ເນື່ອງ ແລະຈະສົ່ງເສີມການຜະລິດ
ພະລັງງານທາງເລືອກພາຍໃນປະເທດ ໃຫ້ຫຼາຍຂຶ້ນນັບມື້ນັ້ນ ກໍຍ່ອມຈະສົ່ງຜົນກະທົບ
ຕໍ່ການຮັບຊື້ກະແສໄຟຟ້າຈາກລາວໃນໄລຍະຍາວອີກດ້ວຍ.

ທັງນີ້ ໂດຍໃນປັດຈຸບັນ ລັດຖະບານໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ 9,000
ເມກາວັດ ເປັນເວລາ 25 ປີ ນັບຈາກປີ 2019-2044 ຫາກແຕ່ວ່າພາຍໃນປີ 2021
ລາວ ກໍຈະມີແຫລ່ງຜະລິດພະລັງງານໄຟຟ້າເຖິງ 100 ໂຄງການ ທີ່ມີກຳລັງຕິດຕັ້ງລວມ
13,000 ເມກາວັດ ທັງຍັງຄາດວ່າການຊົມໃຊ້ພະລັງງານໄຟຟ້າໃນລາວ ຈະເພີ່ມຂຶ້ນ
ເປັນ 2,862 ເມກາວັດ ໃນປີ 2021 ໝາຍຄວາມວ່າ ລາວ ຈະມີພະລັງງານໄຟຟ້າ ໃນ
ລາວ ຈະເພີ່ມຂຶ້ນເປັນ 2,862 ເມການວັດໃນປີ 2021 ໝາຍຄວາມວ່າ ລາວຈະມີ
ພະລັງງານໄຟຟ້າເຫຼືອໃນປະລິມານ 1,138 ເມກາວັດ ທີ່ຈະຕ້ອງສົ່ງໄປຂາຍໃຫ້
ປະເທດອື່ນ ທີ່ບໍ່ແມ່ນປະເທດໄທນັ້ນເອງ.

ທັງນີ້ ທາງການລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບເອກກະຊົນ
ລາວ ແລະຕ່າງປະເທດ ເພື່ອພັດທະນາແຫລ່ງພະລັງງານໄຟຟ້າ ເຖິງ 357 ໂຄງການ
ມີກຳລັງຕິດຕັ້ງລວມ 26,147 ເມກາວັດ ທີ່ຜະລິດກະແສໄຟຟ້າໄດ້ ລວມກັນເຖິງ
115,118 ລ້ານກິໂລວັດ/ໂມງຕໍ່ປີ ເມື່ອກໍ່ສ້າງເຂື່ອນໄດ້ຄົບທຸກໂຄງການດັ່ງກ່າວ.

XS
SM
MD
LG