ການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ ມຸ່ງໃຫ້ການສົ່ງເສີມການຜະລິດພະລັງງານທາງເລືອກພາຍໃນປະເທດຫຼາຍຂຶ້ນ ໂດຍແນໃສ່ການຫຼຸດການນຳເຂົ້າໄຟຟ້າຈາກ ລາວ ແລະ ຕ່າງປະເທດໃຫ້ໄດ້ເຖິງ 32 ເປີເຊັນ.
ທ່ານ ກຸລິດ ສົມບັດສິຣິ ປະລັດກະຊວງພະລັງງານຂອງ ໄທ ຖະແຫຼງວ່າການພັດທະນາໃນພາກພະລັງງານຂອງ ໄທ ໃນປັດຈຸບັນໄດ້ມຸ່ງໃຫ້ການສົ່ງເສີມການຜະລິດພະລັງງານທາງເລືອກພາຍໃນປະເທດເພີ່ມຂຶ້ນ ໂດຍແນໃສ່ການຫຼຸດການນຳເຂົ້າກະແສໄຟຟ້າຈາກຕ່າງປະເທດທີ່ລວມເຖິງ ສປປ ລາວ ດ້ວຍນັ້ນໃຫ້ໄດ້ເຖິງ 32 ເປີເຊັນພາຍໃນປີ 2025 ທັງນີ້ລັດຖະບານ ໄທ ກໍໄດ້ມອບໝາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ (EGAT) ເປັນພາກສ່ວນຮັບຜິດຊອບໃນການຈັດຕັ້ງປະຕິບັດຕົວຈິງ ແລະ ປາກົດວ່າສາມາດຫຼຸດການຊົມໃຊ້ພະລັງງານໄຟຟ້າພາຍໃນປະເທດໄດ້ເຖິງ 25 ເປີເຊັນໃນປີ 2021 ສະນັ້ນ ຈຶ່ງມີຄວາມເປັນໄປໄດ້ສູງທີ່ຈະບັນລຸເປົ້າໝາຍທີ່ວາງໄວ້ໃນປີ 2025 ດັ່ງກ່າວ ດັ່ງທີ່ທ່ານ ກຸລິດ ໄດ້ໃຫ້ການຢືນຢັນວ່າ
“ການຮ່ວມມືໃນການໃຊ້ພະລັງງານຢ່າງມີການອະນຸລັກພະລັງງານ ເຊັ່ນ: ຫຼຸດການໃຊ້ໄຟຟ້າໃນອາຄານຕ່າງໆ ຊຶ່ງເດີມເຮົາກໍານົດເປົ້າຫມາຍໄວ້ທີ່ ຮ້ອຍລະ 30 ຂອງການໃຊ້ພະລັງງານ. ແຕ່ພໍມາໃນປີແລ້ວນີ້ ພວກເຮົາບັນລຸໄດ້ 25 ເປີເຊັນ ແລ້ວເປົ້າຫມາຍມັນກໍບໍ່ທ້າທາຍອີກ ເຮົາກໍເພີ່ມຈາກ 30 ເປີເຊັນ ເປັນ 32 ເປີເຊັນ ແລ້ວກໍມີຄວາມຮ່ວມມືດ້ານພະລັງງານທົດແທນ, ກໍຄື ການໃຊ້ພະລັງງານໝູນວຽນ, ໃຊ້ໂຊລາ, ໃຊ້ໂຮງໄຟຟ້າຊີວະມວນຕ່າງໆ ເຫຼົ່ານີ້ໜີ້ ປະເທດໄທມີນະໂຍບາຍກ່ຽວກັບໂຮງໄຟຟ້າຊຸມຊົນທີ່ຈະເດີນໜ້າຕໍ່ໄປ.”
ສ່ວນເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງກໍໄດ້ອອກຖະແຫຼງານເພື່ອຄັດຄ້ານແຜນການຂອງລັດຖະບານ ໄທ ທີ່ຈະພິຈາລະນາຮັບຊື້ພະລັງງານໄຟຟ້າຈາກ ລາວ ເພີ່ມຂຶ້ນເມື່ອບໍ່ນານມານີ້ ເພາະວ່າປະເທດ ໄທ ມີພະລັງງານໄຟຟ້າເກີນຄວາມຕ້ອງການຕົວຈິງເຖິງ 19,000 ເມກະວັດ ຫຼື 51 ເປີເຊັນຂອງພະລັງງານໄຟຟ້າທີ່ ໄທ ຊົມໃຊ້ໃນປັດຈຸບັນ ຈຶ່ງບໍ່ມີຄວາມຈຳເປັນທີ່ຈະຕ້ອງຊື້ໄຟຟ້າຈາກ ລາວ ເພີ່ມຂຶ້ນແຕ່ຢ່າງໃດ ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້າຢູ່ໃນແມ່ນໍ້າຂອງທີ່ໄດ້ສ້າງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດຢ່າງກວ້າງຂວາງຢູ່ໃນເຂດລຸ່ມຂອງແມ່ນໍ້າຂອງນັ້ນ.
ທັງນີ້ທ່ານນາງ ຈິຣາພອນ ສິຣິຄຳ ໂຄສົກຂອງການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ ຢືນຢັນວ່າກະຊວງພະລັງ ງານ ແລະ ບໍ່ແຮ່ຂອງ ລາວ ໄດ້ຮ້ອງຂໍໃຫ້ລັດຖະບານ ໄທ ຮັບຊື້ພະລັງງານໄຟຟ້າເພີ່ມຂຶ້ນຈາກ 9,000 ເມກະວັດເປັນ 11,000 ເມກະວັດ ຫາກແຕ່ລັດຖະບານ ໄທ ຍັງບໍ່ທັນໄດ້ມີການພິຈາລະນາໃນກໍລະນີດັ່ງກ່າວແຕ່ຢ່າງໃດ ເພາະວ່າຕາມແຜນການພະລັງງານແຫ່ງຊາດ ໄທ ນັ້ນຈະບໍ່ເພີ່ມການນຳເຂົ້າພະລັງງານໄຟຟ້າຈາກຕ່າງປະເທດຈົນເຖິງປີ 2028 ເພາະ ໄທ ມີໄຟຟ້າເກີນຄວາມຕ້ອງການນັ້ນເອງ.
ໃນປີ 2021 ໄທ ນຳເຂົ້າໄຟຟ້າຈາກ ລາວ ໃນມູນຄ່າລວມເກີນກວ່າ 58,000 ລ້ານບາດ ແຕ່ດ້ວຍການທີ່ມີໄຟຟ້າສຳຮອງເກີນຄວາມຕ້ອງການ 19,000 ເມກະວັດ ສົມທົບດ້ວຍການລະບາດໄວຣັສ ໂຄວິດ-19 ທີ່ເຮັດໃຫ້ເສດຖະ ກິດ ໄທ ຕິດລົບ ແລະ ສະຖານະການໃນປັດຈຸບັນກໍຍັງບໍ່ດີຂຶ້ນ ຈຶ່ງເຮັດໃຫ້ທາງການ ໄທ ໄດ້ປັບປ່ຽນນະໂຍບາຍຈາກການເປັນຜູ້ນຳເຂົ້າພະລັງງານໄປເປັນຜູ້ສົ່ງອອກພະລັງງານໃຫ້ຫຼາຍຂຶ້ນ.
ສ່ວນທ່ານ ດວງສີ ພາລາຍົກ ປະທານບໍລິຫານບໍລິສັດຜະລິດໄຟຟ້າ ລາວ (ມະຫາຊົນ) ຈຳກັດ ຖະແຫຼງວ່າເປົ້າ ໝາຍການພັດທະນາ ລາວ ເປັນໝໍ້ໄຟຂອງ ອາຊຽນ ນັ້ນຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າຫາກວ່າບໍ່ມີລະບົບສາຍສົ່ງໄຟຟ້າແຮງສູງທີ່ທັນສະໄໝເພື່ອເຊື່ອມຕໍ່ລາວກັບປະເທດສະມາຊິກຂອງກຸ່ມອາຊຽນດ້ວຍກັນ ສະນັ້ນຈຶ່ງໄດ້ສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ (EDL-T) ທີ່ລັດວິສາຫະກິດໄຟຟ້າ ລາວ (EDL) ຮ່ວມທຶນກັບບໍລິສັດຕາໜ່າງໄຟຟ້າພາກໃຕ້ຂອງ ຈີນ (CSG) ໃນປີ 2020 ດ້ວຍເປົ້າໝາຍທີ່ຈະພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງທີ່ທັນສະໄໝດ້ວຍເງິນທຶນ ແລະ ເທັກນິກຈາກ ຈີນ ນັ້ນ ທັງນີ້ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ກໍໄດ້ລົງທຶນໃນມູນຄ່າ 2,000 ລ້ານໂດລາ ເພື່ອກໍ່ສ້າງລະບົບສາຍສົ່ງໄຟຟ້າແຮງສູງຂະໜາດ 500 KV ເພື່ອເຊື່ອມຕໍ່ສາຍສົ່ງໄຟຟ້າ 1,700 ເມກະວັດໃຫ້ ກຳປູເຈຍ ໃນປີ 2025 ສ່ວນ ມາເລເຊຍ-ສິງກະໂປ ກໍຕົກລົງຊື້ໄຟຟ້າຈາກ ລາວ 300 ແລະ 100 ເມກະວັດ. ດ້ານ ຫວຽດນາມ ແລະ ໄທ ກໍຕົກລົງຊື້ໄຟຟ້າຈາກ ລາວ ໃຫ້ເຖິງ 5,000 ເມກະວັດ ແລະ 9,000 ເມກະວັດ ພາຍໃນປີ 2025 ຕາມລຳດັບ.