ໃນສາລະຄະດີການສຶກສາ ຈາກລາຍການພາສາອັງກິດພິ
ເສດ ຫລື Special English ແລງມື້ນີ້ ເຮົາຈະນຳເອົາເລື່ອງ
ທ່ານຫງວັຽນ ກວັ່ງ ແທັກ (Nguyen Quang Thach) ໄດ້
ສ້າງຫ້ອງສະໝຸດທີ່ມີປຶ້ມເຕັມ ໃຫ້ແກ່ບັນດາໂຮງຮຽນຕ່າງໆ ຢູ່ໃນເຂດຊົນນະບົດຂອງປະເທດຫວຽດນາມ. ບົວສະຫວັນ
ມີເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ:
ໜຸ່ມຫວຽດນາມຄົນນຶ່ງມີຄວາມຫວັງ ທີ່ຈະຍົກລະດັບການສຶກ
ສາປະເທດ ຂອງລາວໂດຍການສ້າງ “ຫ້ອງສະໝຸດຂອງພໍ່ແມ່”
ຢູ່ຕາມໂຮງຮຽນ ໃນ ເຂດຊົນນະບົດ. ທ່ານຫງວັຽນ ກວັ່ງ ແທັກ ສະໜອງຫ້ອງສະໝຸດໃຫ້ແກ່ ໂຮງຮຽນຕ່າງໆ ເພື່ອວ່າຈະມີປຶ້ມ
ໄວ້ ໃຫ້ແກ່ປະຊາຄົມຊາວໄຮ່ຊາວນາໄດ້ອ່ານກັນ. ລາວເຮັດວຽກ ພົວພັນກັບໂຮງພິມຫລາຍແຫ່ງ ຢູ່ໃນນະຄອນ ຫລວງຮ່າໂນ້ຍເພື່ອຈະເອົາປຶ້ມທີ່ຫລຸດ ລາຄາໄປໃຫ້ນາຍຄູ ແລະນັກຮຽນຂອງພວກເຂົາເຈົ້າ.
ທ່ານແທັກເວົ້າວ່າ ໂຮງຮຽນເກືອບໝົດທຸກແຫ່ງມີປຶ້ມອ່ານພຽງພໍ ແຕ່ ລາວກໍເວົ້າວ່າ ຄອບ ຄົວທີ່ທຸກຈົນຫລາຍຄອບຄົວ ມີປຶ້ມອ່ານບໍ່ພໍເທົ່າ ໃດຫົວຢູ່ເຮືອນ ແລະກໍບໍ່ໄປໃຊ້ຫ້ອງສະ ໝຸດຂອງໂຮງຮຽນ. ລາວຮູ້ ເລື້ອງນີ້ໂດຍການໂອ້ລົມກັບພວກຊາວນາ, ກໍາມະກອນ ແລະ ນັກຮຽນ.
ປະຊາຊົນຫວຽດນາມຫລາຍກວ່າ 90% ສາມາດອ່ານອອກຂຽນໄດ້. ແຕ່ວ່າລະດັບການ ສຶກສາຢູ່ໃນໂຮງຮຽນຕ່າງໆ ຍັງຕໍ່າຢູ່ເມື່ອທຽບກັບ ບັນດາປະເທດໃນເຂດເອເຊຍຕາເວັນ ອອກສຽງໃຕ້ອື່ນໆ. ການສໍ້ລາດ ບັງຫລວງແມ່ນສາເຫດອັນໃຫຍ່ທີ່ພາໃຫ້ມີບັນຫາດັ່ງກ່າວ. ຂ່າວສານ ຂອງຫວຽດນາມມັກລາຍງານຂ່າວກ່ຽວກັບນາຍຄູເອົາຄະແນນສູງໃຫ້ແກ່ນັກ
ຮຽນ ເພື່ອແລກກັບເງິນ.
ພວກນັກຊ່ຽວຊານບາງຄົນພາກັນຕໍາໜິວິທີການສິດສອນ ທີ່ມັກໃຊ້ວິທີອ່ານໃຫ້ກ່າຍເອົາ ຫລາຍໂພດ. ພວກເຂົາເຈົ້າເວົ້າວ່າ ການບອກໃຫ້ນັກຮຽນເວົ້າລຶ້ມຄືນທຸກອັນທີ່ນາຍຄູ ເວົ້າຢູ່ໃນຫ້ອງນັ້ນແມ່ນພາໃຫ້ຄວາມສາມາດໃນການໃຊ້ຄວາມຄິດຂອງນັກຮຽນຖືກຈໍາກັດ.
ທ່ານຫງວັຽນ ກວັ່ງ ແທັກເວົ້າວ່າ ລາວຢາກໃຫ້ຄົນລົງທຶນຊື້ປຶ້ມເພື່ອໃຫ້ມີອະນາຄົດດີກວ່າ ເກົ່າ. ມາຮອດປັດຈຸບັນນີ້ ມີຫ້ອງສະໝຸດພໍ່ແມ່ເກືອບ ຮອດ 1 ພັນແຫ່ງແລ້ວທີ່ສ້າງຂຶ້ນຢູ່ ໃນແຂວງທາຍບິ໋ງ. ແຕ່ລະແຫ່ງມີປຶ້ມຫລາຍຮ້ອຍຫົວຢູ່ໃນຫັ້ນ. ມີຫລາຍແຂວງກໍາລັງ ຮຽນແບບວິທີການນີ້.
ແຕ່ລະໂຮງຮຽນນັ້ນ ທ່ານແທັກໄດ້ຊ່ວຍສ້າງຫ້ອງສະໝຸດໃຫ້ຫຼາຍເຖິງ 4 ລະດັບຊັ້ນ. ຄົນ ອື່ນໆຈາກນັ້ນກໍໄດ້ເອົາແບບຢ່າງຂອງລາວ. ພວກພໍ່ແມ່ ນັກຮຽນຈ່າຍ 3 ໂດລາໃຫ້ລູກ ແຕ່ລະຄົນຂອງພວກເຂົາເຈົ້າ ສໍາລັບຄ່າປຶ້ມໃນປີທໍາອິດ ແລະປີລະ 1 ໂດລາໃນປີຕໍ່ໆໄປ.
ຫົວໜ້າໂຮງຮຽນມັດທະຍົມ AnDuc ທ່ານ ຟາມ ດຶກເດື່ອງກ່າວຕໍ່ ນາງ Marianne
Brown ຜູ້ສື່ຂ່າວຂອງວີໂອເອວ່າ ວຽກທີ່ທ່ານແທັກເຮັດແມ່ນຊ່ວຍປັບປຸງຄຸນນະພາບ ຂອງການສຶກສາ. ທ່ານເດື່ອງກ່າວວ່າ:
ທ່ານເດື່ອງເວົ້າວ່າ: “ນັກຮຽນພາກັນຮຽນໄດ້ດີຂຶ້ນໃນການແຂ່ງຂັນກັນຮຽນ ໂດຍ ສະເພາະແມ່ນດ້ານສັງຄົມສາດ.”
ທ່ານນາງ ເຊືອງເລ່ຫງ່າ ຫົວໜ້າກຸ່ມຊາວໜຸ່ມຂອງໂຮງຮຽນ ເວົ້າວ່າ ລຸນຫລັງທີ່ຫ້ອງສະ ໝຸດໄດ້ສ້າງຂຶ້ນ ນັກຮຽນເລີ້ມຖາມນາຍຄູຢູ່ໃນຫ້ອງ ຫລາຍຂຶ້ນ. ນັກຮຽນກໍພາກັນຈັດຕັ້ງ ກຸ່ມສົນທະນາຖົກຖຽງກັນໃນເວລາ ຮຽນ. ທ່ານນາງກ່າວວ່າ ແບບຢ່າງຂອງທ່ານແທັກ ຊ່ວຍນັກຮຽນໃຫ້ໃຊ້ ຄວາມຄິດແບບສ້າງສັນຫລາຍຂຶ້ນ ຄືຄິດ “ອອກນອກຂອບ”.
ຮອງຫົວໜ້າໂຮງຮຽນ ເອືອງມິງແທັງ ເວົ້າວ່າ ນັກຮຽນຫລາຍຄົນຈະມີວຽກເຮັດຢູ່ຕາມ ໂຮງງານແຫ່ງຕ່າງໆ. ແຕ່ວ່າລຸນຫລັງທີ່ໄດ້ເຫັນອິດທິ ພົນຂອງຫ້ອງສະໝຸດໃໝ່ ທ່ານ ຫວັງຢ່າງຍິ່ງວ່າ ພວກເດັກນ້ອຍຈະຕັ້ງ ເປົ້າໝາຍຊີວິດໃຫ້ຕົນເອງສູງ.