ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ບາຣັກ ໂອບາມາ ໄປເຜີຍແຜ່ ແຜນການເສດຖະກິດ ຢູ່ບັນດາລັດ ນິຍົມແນວທາງເດີມ


US OBAMA VO
please wait
Embed

No media source currently available

0:00 0:00:46 0:00

ນຶ່ງມື້ ຫລັງຈາກໄດ້ກ່າວຄຳປາໄສຕໍ່ປະເທດຊາດແລະລັດຖະສະ
ພາຊຸດໃໝ່ທີ່ຄອບງຳໂດຍພັກຣີພັບບລີກັນແລ້ວ ປະທານາທິບໍດີ
ບາຣັກ ໂອບາມາ ກໍໄດ້ມຸ່ງໜ້າ ໄປສູ່ດິນແດນຊຶ່ງເປັນທີ່ໝັ້ນທາງ
ດ້ານເສດຖະກິດແລະການເມືອງ ຂອງພວກນິຍົມແນວທາງເດີມ
ຢູ່ໃນເຂດໃຈກາງປະເທດ ເພື່ອຊຸກຍູ້ຈຸດສຳຄັນສຸດໃນຄຳປາໄສ
ຂອງທ່ານນັ້ນກໍຄືແຜນການສ້າງຄວາມເຂັ້ມແຂງໃຫ້ແກ່ພວກຊົນ
ຊັ້ນກາງ.

ປະທານາທິບໍດີ ໂອບາມາ ໄດ້ອອກເດີນທາງ ຈາກນະຄອນວໍຊິງຕັນ ໃນມື້ວັນພຸດ ວານນີ້ ເພື່ອການເດີນທາງເປັນເວລາສອງມື້ໄປຢ້ຽມຢາມລັດໄອດາໂຮແລະແຄນຊັສ. ທ່ານມີກຳ ນົດທີ່ຈະກ່າວຕໍ່ພວກໄປໂຮມຊຸມນຸມວ່າ ທຸກໆຄົນມີແຕ່ຈະໄດ້ຮັບຜົນປະໂຫຍດ ຈາກເສດ ຖະກິດທີ່ພວມຟື້ນໂຕຄືນ ຈາກສະພາບຊົບເຊົາ ທີ່ມີມາເປັນເວລາຫຼາຍໆປີນັ້ນ. ເຈົ້າໜ້າທີ່ ທຳນຽບຂາວກ່າວວ່າ ປະທານາທິບໍດີຕັ້ງໃຈ ເລືອກເອົາບັນດາລັດ ທີ່ນິຍົມແນວທາງເດີມ ເປັນບ່ອນຢຸດແວ່ຈຸທຳອິດ ຫຼັງຈາກໄດ້ກ່າວຄຳປາໄສປະຈຳປີີ ຕໍ່ປະເທດຊາດແລະລັດຖະ ສະພາ.

ໃນຄຳປາໄສຂອງທ່ານ ເມື່ອແລງວັນອັງຄານຜ່ານມານີ້ ທ່ານໂອບາມາ ໄດ້ກ່າວຕໍ່ບັນດາ ສະມາຊິສະພາແລະປະຊາຊົນຫຼາຍໆລ້ານຄົນທີ່ໄດ້ເບິ່ງໂທລະພາບວ່າມັນເຖິງເວລາແລ້ວ ທີ່ຈະກ້າວໄປສູ່ໜ້າໃໝ່ ຈາກສະພາບເສດຖະກິດຕົກຕ່ຳ ແລະສົງຄາມ ແລະດຳເນີນງານ ຮ່ວມກັນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພວກຊົນຊັ້ນກາງອາເມຣິກັນ. ທ່ານໄດ້ຮຽກຮ້ອງ ໃຫ້ມີການອອກນະໂຍບາຍຕ່າງໆ ເຊັ່ນ ຂຶ້ນພາສີ ຕໍ່ພວກທີ່ຮັ່ງມີ ແລະສະເໜີໃຫ້ພວກນັກ ສຶກສາມີໂອກາດໄດ້ເຂົ້າຮຽນ ທີ່ວິທະຍາໄລຊຸມຊົນເປັນເວລາສອງປີ ໂດຍບໍ່ຕ້ອງເສຍຄ່າ
ຮ່ຳຮຽນ.

Obama Free College Plan Flawed, Critics Say
please wait

No media source currently available

0:00 0:02:45 0:00

One day after delivering his State of the Union speech to a new Republican-led U.S. Congress, President Barack Obama headed to the nation's conservative heartland to promote the centerpiece of his address - a plan for bolstering the middle class.

Mr. Obama left Washington Wednesday for a two-day trip to Idaho and Kansas. He was to tell audiences that everyone would stand to gain from an economy that has all but recovered from years in the doldrums. White House officials say the president deliberately chose conservative states for his first stops following his annual address to Congress.

In his speech Tuesday night, Mr. Obama told lawmakers and millions watching on television that it is time to ``turn the page'' from recession and war, and work together to boost middle-class Americans. He called for policies like raising taxes on the rich and offering students a chance to go to community college for free for two years.

After seeing his Democratic Party lose control of the Senate to Republicans in November's midterm elections, Mr. Obama has taken a more active role in policy - from immigration reform to improving relations with Cuba - as he seeks to shape his legacy. And polls show his approval ratings are on the rise.

Mr. Obama's plans have been panned by the Republicans who now control Congress.

XS
SM
MD
LG