ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສຶກສາຂອງເດັກນ້ອຍ ລາວ ໜ້າເປັນຫ່ວງ ເພາະວ່າບໍ່ໄດ້ເຂົ້າໂຮງຮຽນ ຍ້ອນໂຣກລະບາດ COVID-19


ນາຍຄູກວດອຸນຫະພູມນັກຮຽນຢູ່ໂຮງຮຽນແຫ່ງນຶ່ງ.
ນາຍຄູກວດອຸນຫະພູມນັກຮຽນຢູ່ໂຮງຮຽນແຫ່ງນຶ່ງ.

ຫຼັງຈາກມີການປະກາດ ໂດຍຫ້ອງການນາຍົກລັດຖະມົນຕີ ລາວ ກ່ຽວກັບ ການເຫັນດີຂອງທ່ານນາຍົກ ເພື່ອກຽມເປີດປະເທດຄືນ ຕ້ອນຮັບເອົານັກທ່ອງຕ່າງປະເທດນັ້ນ, ປະຊາຊົນໃນປະເທດ ແມ່ນໄດ້ມີຄຳຖາມຫຼາຍຢ່າງວ່າອັນໃດຄວນມາກ່ອນ ເຊັ່ນການເປີດໂຮງຮຽນເພື່ອໃຫ້ເດັກນ້ອຍສາ ມາດກັບໄປຮຽນໜັງສືໄດ້ ຫຼື ໃຫ້ຄົນຕ່າງປະເທດເຂົ້າມາ ແລະ ພັດທະນາເສດຖະກິດ?

ປັດຈຸບັນນີ້ກະຊວງສຶກສາທິການ ແລະ ກິລາ ພ້ອມກັບກະຊວງສາທາລະນະສຸກ ແມ່ນກຳລັງຮວບຮວມເງື່ອນໄຂ ແລະ ມາດຕະການຕ່າງໆສຳລັບການວາງແຜນເພື່ອອະນຸຍາດໃຫ້ເດັກນ້ອຍ ກັບຄືນໄປໂຮງຮຽນ. ເຊິ່ງລາຍລະອຽດແມ່ນຈະຖືກປະກາດໃນໄວໆນີ້.

ພໍ່ແມ່ຜູ້ປົກຄອງຂອງພວກເດັກນ້ອຍນັກຮຽນແມ່ນເປັນຫ່ວງ ກ່ຽວກັບ ການຮຽນບໍ່ທັນ ຍ້ອນມາດຕະການຫ້າມ COVID-19 ທີ່ໄດ້ເຮັດໃຫ້ໂຮງຮຽນປິດນັ້ນ.

ພໍ່ຂອງນັກຮຽນຄົນນຶ່ງໄດ້ກ່າວຕໍ່ພວກເຮົາວ່າ “ລູກຂອງຂ້າພະເຈົ້າເຂົ້າໂຮງຮຽນເອກະຊົນ ແລະ ຮຽນທາງອອນໄລນ໌ທຸກມື້. ເດັກນ້ອຍລາວບໍ່ແມ່ນວ່າທຸກຄົນຈະສາມາດຮຽນທາງອອນໄລນ໌ໄດ້. ທຸກຄົນບໍ່ໄດ້ມີຄອມພິວເຕີຢູ່ບ້ານຂອງເຂົາເຈົ້າ. ເຖິງແມ່ນຈະໄດ້ຮຽນທາງອອນໄລ​ນ໌ ແຕ່ຄຸນນະພາບ ມັນກໍບໍ່ຄືກັນ. ໃນຖານະຜູ້ເປັນພໍ່ຂອງລູກ, ຂ້າພະເຈົ້າອຶດອັດໃຈຫຼາຍທີ່ເຫັນລູກຮຽນຊ້າ ຮຽນບໍ່ທັນ. ຢາກໃຫ້ລັດຖະບານເລັ່ງແກ້ໄຂບັນຫາ ເພື່ອໃຫ້ເດັກນ້ອຍ ກັບຄືນໄປໂຮງຮຽນໄວໆ.”

ເດັກນ້ອຍຈຳນວນນຶ່ງແມ່ນບໍ່ໄດ້ຮຽນເລີຍ, ອີງຕາມການກ່າວຂອງແມ່ຍິງຄົນນຶ່ງ. ເມື່ອເດັກນ້ອຍບໍ່ໄດ້ຢູ່ໃນຫ້ອງຮຽນ,​ ມັນຈະບໍ່ມີໃຜຄຸມເຂົາເຈົ້າ ແລະ ເຂົາເຈົ້າກໍຈະບໍ່ມີສະມາທິໃນການຮຽນຄົນດຽວ.

ແມ່ຍິງລາວທີ່ອາໄສຢູ່ບ້ານໂພນຕ້ອງກ່າວວ່າ “ເດັກນ້ອຍຢູ່ແຖວບ້ານນີ້ເຫັນເຂົາຫຼິ້ນວົນແຊວກັນທຸກມື້. ບໍ່ຮູ້ວ່າເຂົາເຈົ້າໄດ້ຮຽນໜັງສືຫຼືບໍ່. ຄອບຄົວເຂົາກະບໍ່ໄດ້ຮັ່ງມີ, ຄືຊິບໍ່ໄດ້ຮຽນອອນໄລນ໌ດອກ. ກະອຸກໃຈນຳເຂົາຢູ່.”

ລັດຖະບານໄດ້ແນະນຳໃຫ້ກະຊວງ ແລະ ອົງການຕ່າງໆຜັກດັນໃນການສັກຢາວັກຊີນໃຫ້ຜູ້ໃຫຍ່ໃຫ້ໄດ້ຢ່າງໜ້ອຍ 50 ເປີເຊັນໃນທ້າຍປີນີ້ ແລະ 80 ໃນທ້າຍປີໜ້າ.

XS
SM
MD
LG