ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

EDL ມີພັນທະຈະຕ້ອງຕອບສະໜອງພະລັງງານໄຟຟ້າ ໃຫ້ກັບ 13 ບໍລິສັດ ຈີນ ທີ່ລົງທຶນ ກ່ຽວກັບ ເໝືອງຂຸດຄົ້ນຫາເງິນ Digital Crypto Currency ໃນລາວ


ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ, ນະຄອນຫຼວງ ວຽງຈັນ.
ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ, ນະຄອນຫຼວງ ວຽງຈັນ.

ລັດວິສາຫະກິດໄຟຟ້າລາວ (EDL) ມີພັນທະຈະຕ້ອງຕອບສະໜອງພະລັງງານໄຟຟ້າໃຫ້ກັບ 13 ບໍລິສັດ ຈີນ ທີ່ລົງທຶນ ກ່ຽວກັບ ເໝືອງຂຸດຄົ້ນຫາເງິນ Digital Crypto Currency ໃນລາວຈົນເຖິງທ້າຍປີ 2025.

ເຈົ້າໜ້າທີ່ໃນກະຊວງພະລັງງານ ແລະ ບໍ່ແຮ່ເປີດເຜີຍວ່າການທີ່ລັດຖະບານ ລາວ ໄດ້ໃຊ້ມາດຕະການເລັ່ງດ່ວນເພື່ອແກ້ໄຂບັນຫາຂາດແຄນເງິນຕາຕ່າງປະເທດໃນລະບົບການເງິນ-ການທະນາຄານດ້ວຍການອະນຸມັດສຳປະ ທານການຂຸດຄົ້ນແຮ່ທາດແບບທົດລອງເປັນກໍລະນີພິເສດໃຫ້ບໍລິສັດຕ່າງປະເທດຈຳນວນ 80 ກວ່າລາຍ ຊຶ່ງໃນນີ້ກໍລວມເຖິງບໍລິສັດຂອງ ຈີນ 13 ລາຍທີ່ດຳເນີນກິດຈະການເໝືອງຂຸດຄົ້ນເງິນ Digital Crypto Currency ດ້ວຍນັ້ນໄດ້ເຮັດໃຫ້ມີການຊົມໃຊ້ໄຟຟ້າເພີ່ມຂຶ້ນເກີນກວ່າ 30 ເປີເຊັນໃນປີ 2022 ແລະ ຍັງຈະສືບຕໍ່ເພີ່ມຂຶ້ນອີກໃນ 2 ປີຕໍ່ໄປນີ້ ໂດຍສະເພາະແມ່ນການຊົມໃຊ້ໄຟຟ້າໃນກິດຈະການເໝືອງຂຸດຄົ້ນເງິນ Crypto ຂອງ 13 ບໍລິສັດຂອງ ຈີນ ນັ້ນໄດ້ເຊັນສັນຍາຊື້ໄຟ້ຟາຈາກລັດວິສາຫະກິດໄຟຟ້າລາວ (EDL) ເປັນເວລາ 3 ປີໂດຍຈະສິ້ນສຸດສັນຍາໃນທ້າຍປີ 2025 ນັ້ນກໍໝາຍຄວາມວ່າ EDL ມີພັນທະທີ່ຈະຕ້ອງສະໜອງໄຟຟ້າກັບເໝືອງຂຸດ Crypto ຂອງ ຈີນ ທັງ 13 ບໍລິສັດຢ່າງບໍ່ຂາດເລີຍໃນຕະຫຼອດສັນຍາດັ່ງກ່າວນັ້ນເອງ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ໃຫ້ການຢືນຢັນວ່າ

“ຂຸດຊັບສິນ Digital ຫຼືວ່າ Crypto Currency ນີ້ຫາກໍ່ເຂົ້າມາຫວ່າງກາງປີ 2022 ກະຖືວ່າໃຊ້ໄຟມະຫາສານເກືອບສໍ່າອຸດສາຫະກຳໝົດປະເທດ ທັງໆທີ່ວ່າບໍ່ພໍເທົ່າໃດໂຮງງານ ກຸ່ມນີ້ແມ່ນກິນໄຟຫຼາຍ ແລະ ກຸ່ມນີ້ເຮົາຂາຍໄຟລັກສະນະວ່າ ໄຟເຮົາມັນເຫຼືອລະບົບ ແລະ ເຮົາຂາຍຊົ່ວຄາວ 3 ປີຕາມນະໂຍບາຍຂອງລັດຖະບານເພື່ອສ້າງລາຍຮັບເພີ່ມ.”

ສ່ວນນັກທຸລະກິດລາວໃນພາກອຸດສາຫະກຳຂຸດຄົ້ນບໍ່ແຮ່ເປີດເຜີຍວ່າການທີ່ລັດຖະບານ ລາວ ໄດ້ຕົກລົງອະນຸມັດໃຫ້ 13​ ບໍລິສັດ ຈີນ ດໍາເນີນການທົດລອງຂຸດຄົ້ນເງິນ Crypto ດັ່ງກ່າວນັ້ນເຖິງແມ່ນວ່າຈະເຮັດໃຫ້ລັດຖະບານມີລາຍຮັບໃນມູນຄ່າລວມ 11 ລ້ານໂດລາຕໍ່ປີກໍ່ຕາມ ແຕ່ເນື່ອງຈາກວ່າການຂຸດຄົ້ນ Crypto ຈະຕ້ອງມີການຊົມໃຊ້ໄຟຟ້າຕະຫຼອດ 24 ຊົ່ວໂມງທຸກວັນ ຈຶ່ງຖືເປັນພາກສ່ວນທີ່ມີການຊົມໃຊ້ໄຟຟ້າໃນອັດຕາມທີ່ສູງ ແຕ່ລັດຖະບານຊໍ້າພັດໄດ້ຮັບຜົນຕອບແທນຕໍ່າ ແລະ ທີ່ສຳຄັນກໍຄືການກວດກາໃນປີ 2022 ຍັງພົບວ່າມີການລັກລອບຊົມໃຊ້ໄຟ້ຟາຂອງ EDL ເພີ່ມຂຶ້ນໂດຍສາມາດຈັບໄດ້ກວ່າ 200 ລາຍ ແລະ ຄິດເປັນການລັກລອບໃຊ້ໄຟຟ້າໃນມູນຄ່າຫຼາຍກວ່າ 80 ຕື້ກີບ.

ຜ່ານມາລັດຖະບານ ລາວ ໄດ້ອະນຸຍາດສຳປະທານການຂຸດຄົ້ນແຮ່ທາດໃຫ້ບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດໄປແລ້ວຈຳນວນທັງໝົດ 649 ລາຍໃນ 942 ກິດຈະການທົ່ວປະເທດໂດຍຍັງບໍ່ນັບລວມເຖິງການອະນຸ ມັດສຳປະທານແບບທົດລອງເລັ່ງດ່ວນແຕ່ຢ່າງໃດ ຍິ່ງໄປກວ່ານັ້ນດ້ວຍການຈັດຕັ້ງປະຕິບັດທີ່ມີປະສິດທິພາບຕໍ່າຂອງພາກສ່ວນທີ່ຮັບຜິດຊອບໃນການກວດສອບການຂຸດຄົ້ນແຮ່ທາດໃນພາກຕົວຈິງນັ້ນ ກໍຍັງເຮັດໃຫ້ເກີດການຮົ່ວໄຫຼດ້ານລາຍຮັບຂອງລັດຖະບານຢ່າງຫຼວງຫຼາຍອີກດ້ວຍ ດັ່ງເຈົ້າໜ້າທີ່ໃນກະຊວງແຜນການ ແລະ ການລົງທຶນໄດ້ໃຫ້ການຢືນຢັນວ່າ

“ສິ່ງສໍາຄັນພວກເຮົາເກັບລາຍຮັບບໍ່ໄດ້ໃນຜ່ານມານີ້ແມ່ນຢູ່ໃນຂົງເຂດຊັບພະຍາກອນທໍາມະຊາດ ໃນຂົງເຂດບໍ່ແຮ່, ໃນຂົງເຂດອັນນີ້ເຮົາເກັບລາຍຮັບບໍ່ໄດ້ ເຮົາຮົ່ວໄຫຼຫຼາຍ ນອກຈາກເຂົາຕົວະປະລິມານແລ້ວ ຕົວະຄຸນນະພາບແລ້ວ ຍັງຕົວະລາຄາອີກ ເຮັດໃຫ້ເຮົາເກັບບໍ່ໄດ້ເລີຍ ເຮົາເກັບໄດ້ຈາກການຂຸດຄົ້ນ-ສົ່ງອອກແຮ່ທາດທັງໝົດ ເຮົາໄດ້ປີນຶ່ງບໍ່ຮອດ 100 ລ້ານໂດລາສະຫະລັດ ທັງຄ່າຊັບພະຍາກອນທັງຄ່າພາກຫຼວງ ທັງຄ່າອາກອນຕ່າງໆ ຖ້າທຽບໃສ່ທ່າແຮງທີ່ເຮົາມີຢູ່ນີ້ເຮົາເກັບບໍ່ທັນໄດ້.”

ແຕ່ຢ່າງໃດກໍ່ຕາມລັດຖະບານ ລາວ ໄດ້ວາງເປົ້າໝາຍຈະສົ່ງອອກໄຟຟ້າໃຫ້ໄດ້ເຖິງ 2,453 ລ້ານໂດລາໃນປີ 2023 ໂດຍເພີ່ມຂຶ້ນເຖິງ 40 ເປີເຊັນທຽບກັບປີ 2022​ ທີ່ລາວໄດ້ສົ່ງອອກໄຟຟ້າໃນມູນຄ່າ 1,760 ລ້ານໂດລາແຕ່ເນື່ອງຈາກວ່າລາຍໄດ້ຈາກການສົ່ງອອກໄຟຟ້ານັ້ນຕ້ອງນຳໃຊ້ເພື່ອຊຳລະໜີ້ຕ່າງປະເທດຂອງກຸ່ມລົງທຶນສ້າງເຂື່ອນໃຈລາວເປັນດ້ານຫລັກນັ້ນ ຈຶ່ງເຮັດໃຫ້ພາກທຸລະກິດຂອງລາວຍັງຕ້ອງປະເຊີນບັນຫາຂາດແຄນເງິນຕາຕໍ່ໄປ ເພາະເງິນຕາຕ່າງປະເທດໄດ້ຖືກໂອນໄປຕ່າງປະເທດຫຼາຍກວ່າທີ່ໂອນເຂົ້າມາໃນ ລາວ ຊຶ່ງເຮັດໃຫ້ EDL ຕ້ອງດຸ່ນດ່ຽງການຂຸດທຶນດ້ວຍການກູ້ຢືມທັງພາຍໃນ ແລະ ຈາກຕ່າງປະເທດເພີ່ມຂຶ້ນ ແຕ່ກໍປະຕິບັດໄດ້ຢ່າງຈຳກັດ ເພາະຖືກຄວບຄຸມດ້ວຍມາດຕະການຈຳກັດການສ້າງໜີ້ສາທາລະນະຂອງລັດຖະບານ ລາວ ນັ້ນເອງ.

XS
SM
MD
LG