ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດວິສາຫະກິດ ໄຟຟ້າ ລາວ ກຳລັງປະເຊີນກັບ ບັນຫາໜີ້ສິນ ຫຼາຍຂຶ້ນ


ສະຖານີໄຟຟ້າໃນ ລາວ.
ສະຖານີໄຟຟ້າໃນ ລາວ.

ລັດວິສາຫະກິດໄຟຟ້າ ລາວ EDL ກຳລັງປະເຊີນກັບບັນຫາໜີ້ສິນຫຼາຍຂຶ້ນ ໂດຍມີສາ
ເຫດມາຈາກການກູ້ຢືມເງິນຈາກຕ່າງປະເທດ ແລະ ຈັດເກັບຄ່າຊົມໃຊ້ໄຟຟ້າຈາກພາກ
ລັດບໍ່ໄດ້ຕາມເປົ້າໝາຍ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ການ
ຍອມຮັບວ່າລັດວິສາຫະກິດໄຟຟ້າ ລາວ EDL ກຳລັງປະເຊີນກັບບັນຫາໜີ້ສິນເພີ່ມສູງ
ຂຶ້ນນັບມື້ ໂດຍມີສາເຫດມາຈາກການກູ້ຢືນເງິນທຶນຈາກຕ່າງປະເທດ ເພື່ອນຳມາໃຊ້ເຂົ້າ
ໃນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ ແລະ ການຂະຫຍາຍຕາໜ່າງສາຍສົ່ງ
ກະແສໄຟຟ້າໃນປະເທດ ໂດຍຄຽງຄູ່ກັນນີ້ການຈັດເກັບຄ່າຊົມໃຊ້ໄຟຟ້າບໍ່ໄດ້ຕາມເປົ້າ
ໝາຍນັ້ນ ກໍເປັນອີກບັນຫາໜຶ່ງທີ່ສຳຄັນ ໂດຍສະເພາະແມ່ນຄ່າຊົມໃຊ້ໄຟຟ້າໃນພາກລັດຖະບານນັ້ນ ຖືເປັນພາກສ່ວນທີ່ຈັດເກັບຄ່າຊົມໃຊ້ໄຟຟ້າບໍ່ໄດ້ຫຼາຍທີ່ສຸດ ດັ່ງທີ່ທ່ານ
ຢືນຢັນວ່າ.

"ທີ່ຈິງໜີນີ້ມີສອງໜີ້, ອັງໜຶ່ງແມ່ນໜີ້ຕ້ອງຮັບ, ອັນສອງແມ່ນໜີ້ຕ້ອງສົ່ງ ໜີ້ຕ້ອງຮັບອັນນີ້
ກໍຊຸມເຮົາກໍຕ້ອງໄດ້ເຂົ້າໃຈນຳກັນວ່າ ເຮົາຜະລິດພະລັງງານໄຟຟ້າມາແລ້ວມັນກໍຕ້ອງໄດ້ສະໜອງໃຫ້ແກ່ຜູ້ຊົມໃຊ້ ແຕ່ວ່າການຊົມໃຊ້ພວກເຮົາຈຳນວນໜຶ່ງ ການປະຕິບັດພັນທະ
ກະຍັງບໍ່ທັນໄດ້ເຂັ້ມງວດ ຈຶ່ງເຮັດໃຫ້ເກີດມີໜີ້ ເກີດມີໜີ້ຕ້ອງຮັບ ຊຶ່ງປັດຈຸບັນນີ້ກະສູງສົມ
ຄວນ ແມ່ນກະທັ້ງໂຕສຳນັກງານອົງການລັດເອງກະຍັງບໍ່ເອົາໃຈໃສ່ໃນການຊຳລະສະ
ສາງອັນນີ້ ໂຕນີ້ແຫຼະເປັນບັນຫາໜຶ່ງ ຊຶ່ງວ່າພວກເຮົາກະຮຽກຮ້ອງສຸດຂີດວ່າ ເຮັດຈັ່ງໃດ
ກໍຂໍໃຫ້ເອົາໃຈໃສ່."

ໂດຍອີງຕາມລາຍງານຂອງລັດວິສາຫະກິດໄຟຟ້າ ລາວ ລະບຸວ່າການຊົມໃຊ້ພະລັງງານ
ໄຟຟ້າສູງສຸດໃນທົ່ວປະເທດ ລາວ ໃນປີ 2015 ຢູ່ທີ່ລະດັບ 989 ເມກະວັດແລ້ວກໍເພີ່ມ
ຂຶ້ນເປັນ 1,180 ເມກະວັດໃນປີ 2016 ຄິດເປັນອັດຕາການເພີ່ມຂຶ້ນເປັນ 20 ເປີເຊັນ,
ແຕ່ສຳລັບໃນປີ 2017 ນີ້ກໍໝາຍຄວາມວ່າຕ້ອງການຊົມໃຊ້ໄຟຟ້າໃນ ລາວ ຈະເພີ່ມຂຶ້ນ
ເປັນ 1,579 ເມກະວັດເພີ່ມຂຶ້ນ 60 ເປີເຊັນທຽບໃສ່ປີ 2015 ຫຼືເກີນກວ່າ 33 ເປີເຊັນ
ທຽບໃສ່ປີ 2016 ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ຍັງເຮັດໃຫ້ຄາດໝາຍໄດ້ວ່າ ການ
ຊົມໃຊ້ໄຟຟ້າໃນ ລາວ ຈະເພີ່ມຂຶ້ນເປັນ 2,862 ເມກະວັດໃນປີ 2020 ແລະ 7,093 ເມ
ກະວັດໃນປີ 2030 ໂດຍໃນປັດຈຸບັນນີ້ ລາວ ມີແຫຼ່ງຜະລິດໄຟຟ້າດ້ວຍພະລັງງານນໍ້າ 41
ແຫ່ງ ແລະ ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກຖ່ານລິກໄນ 1 ແຫ່ງ ມີກຳ
ລັງຕິດຕັ້ງລວມ 6,300 ເມກະວັດ, ສາມາດຜະລິດກະແສໄຟຟ້າໄດ້ 33,315 ລ້ານກິໂລ
ວັດ/ໂມງຕໍ່ປີ ເພີ່ມຂຶ້ນເຖິງ 200 ເທົ່າ ທຽບໃສ່ປີ 1975 ທັງກໍຍັງປະກອບສ່ວນຢ່າງສຳຄັນ
ເຂົ້າໃນການະພັດທະນາເສດຖະກິດ ລາວ ໃຫ້ຂະຫຍາຍຕົວໃນອັດຕາສະເລ່ຍ 7 ເປີເຊັນ
ດ້ວຍ.

ສ່ວນການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າກໍໄປເຖິງປະຊາຊົນແລ້ວ 1,010,100
ຄົວເຮືອນ ຄິດເປັນ 90 ເປີເຊັນຂອງຄົວເຮືອນທັງໝົດ ຈຶ່ງຍັງເຫຼືອອີກ 122,800 ກວ່າຄົວ
ເຮືອນ ທີ່ຈະຕ້ອງຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໄປໃຫ້ເຖິງທັງໝົດໃນປີ 2020
ຊຶ່ງຄາດວ່າຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງເປັນຮູບປະທຳ ເພາະທາງການ
ລາວ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມກັບບໍລິສັດເອກະຊົນ ລາວ ແລະ ຕ່າງຊາດ ກ່ຽວກັບ ການພັດທະນາແຫຼ່ງພະລັງງານໄຟຟ້າໄປແລ້ວ
357 ໂຄງການ ມີກຳລັງຕິດຕັ້ງລວມ 26,147 ເມກະວັດ ແລະ ຜະລິດກະແສໄຟຟ້າໄດ້
ລວມກັນເຖິງ 115,118 ລ້ານກິໂລວັດ/ໂມງຕໍ່ປີ.

ໂດຍລັດຖະບານ ລາວ ໄດ້ວາງເປົ້າໝາຍໄວ້ວ່າເຖິງປີ 2020 ຈະມີເຂື່ອນໄຟຟ້າທີ່ກໍ່ສ້າງ
ແລ້ວສຳເລັດເພີ່ມຂຶ້ນອີກ 48 ໂຄງການ ຊຶ່ງຈະເຮັດໃຫ້ ລາວ ມີແຫຼ່ງຜະລິດພະລັງງານໄຟ
ຟ້າເປັນ 90 ໂຄງການ ທີ່ມີກຳລັງຕິດຕັ້ງລວມ 14,000 ເມກະວັດ ທີ່ຜະລິດກະແສໄຟຟ້າ
ໄດ້ເຖິງ 70,000 ລ້ານກິໂລວັດ/ໂມງຕໍ່ປີໃນປີ 2020 ອັນຖືເປັນບາດກ້າວສຳຄັນຂອງ
ການພັດທະນາ ລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ກໍຄືການເປັນໝໍ້ໄຟ
ຟ້າຂອງ ອາຊຽນ ໃນໄລຍະຕໍ່ໄປ.

ທັງນີ້ ລັດຖະມົນຕີພະລັງງານ ລາວ, ໄທ, ມາເລເຊຍ ແລະ ສິງກະໂປ ມີກຳນົດທີ່ຈະລົງ
ນາມໃນບັນທຶກຄວາມເຂົ້າໃຈຮ່ວມວ່າດ້ວຍການເຊື່ອມຕໍ່ລະບົບສາຍກະແສໄຟຟ້າລະ
ຫວ່າງກັນ ໃນມໍ່ໆນີ້ ຊຶ່ງກ່ອນໜ້ານີ້ທາງການຂອງທັງ 4 ປະເທດກໍໄດ້ຈັດທຳຂໍ່້ຕົກລົງຮ່ວມ
ກັນສຳເລັດແລ້ວ.

XS
SM
MD
LG