ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ມີ​ສິດ​ປ່ອນ​ບັດ​ເອ​ກົວ​ດໍ ປະ​ຕິ​ເສດ ຕໍ່​ການ​ເຈາະ​ນ້ຳ​ມັນ ໃນ​ເຂດ​ອາ​ມາ​ຊອນ ແລະ​ ຍຸ​ຕິ​ການ​ປະ​ຕິ​ບັດ​ງານ ໃນ​ເຂດ​ຄຸ້ມ​ຄອງ​ດັ່ງ​ກ່າວ

ຜູ້​ມີ​ສິດ​ປ່ອນ​ບັດ​ຄົນ​ນຶ່ງ ລົງ​ຄະ​ແນນ​ສຽງ​ທີ່​ເມືອງກາ​ນູ​ໂຕ ເມື່ອ​ວັນ​ທີ 20 ສິງ​ຫາ 2023. ໃນ​ການ​ຕັດ​ສິນ​ໃຈ​ຄັ້ງ​ປະ​ຫວັດ​ສາດນີ້ ຜູ້​ມີ​ສິດ​ປ​່ອນ​ບັດ​ເອ​ກົວ​ດໍ ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ການ​ເຈາະ​ນ້ຳ​ມັນ​ທີ່​ສວນ​ອຸດ​ທະ​ຍານ​ແຫ່ງ​ຊາດ ຢາ​ຊູ​ນີ ເພື່ອ​ປົກ​ປ້ອງ​ຊີ​ວະ​ນາໆ​ຊາດ​ພັນ.

ປະ​ຊາ​ຊົນ​ຊາວ​ເອ​ກົວ​ດໍ​ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ການ​ເຈາະ​ນ້ຳ​ມັນ​ຢູ່​ໃນ​ເຂດ​ທີ່​ມີ​ກາ​ນ​ຄຸ້ມ​ຄອງ​ອາ​ມາ​ຊອນ ຊຶ່ງ​ເປັນ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ ທີ່​ຈະ​ບັງ​ຄັບ​ໃຫ້​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ຢຸດ​ເຊົາ​ການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ຂົງ​ເຂດຊຶ່ງ​ເປັນ​ບ່ອນ​ຢູ່​ຂອງ 2 ຊົນ​ເຜົ່າ​ທີ່​ໂດດ​ດ່ຽວ ແລະມີ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີ​ວະ​ນາໆ​ພັນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຈາກ​ບັດ​ຄະ​ແນນທີ່​ນັບ​ໄປ​ແລ້ວ 90 ເປີ​ເຊັນ ປະ​ຊາ​ຊົນ​ຊາວ​ເອ​ກົວ​ດໍ​ປະ​ມານ 6 ໃນ​ທຸກ 10 ຄົນ​ໃດ ໄດ້​ປະ​ຕິ​ເສດ​ຕໍ່​ການ​ສຳ​ຫຼວດ​ນ້ຳ​ມັນ ໃນບ​ລ​ອັກ ທີ 43 ຊຶ່ງ​ຕັ້ງ​ຢູ່​ອຸດ​ທະ​ຍານ​ແຫ່ງ​ຊາດຢາ​ຊູ​ນີ ຊຶ່ງ​ເປັນ​ນຶ່ງ​ໃນ​ເຂດ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ທີ່​ສຸດ ທາງ​ດ້ານ​ຊີ​ວະ​ນາໆ​ພັນ​ຂອງ​ໂລກ.

RIO DE JANEIRO (AP) — Ecuadorians voted against drilling for oil in a protected area of the Amazon, an important decision that will require the state oil company to end its operations in a region that's home to two isolated tribes and is a hotspot of biodiversity. With over 90% of the ballots counted, around six in 10 Ecuadorians rejected the oil exploration in Block 43, situated within Yasuni National Park, one of the world's most biodiverse regions.

XS
SM
MD
LG