ນັກເສດຖະສາດຢືນຢັນວ່າ ເສດຖະກິດລາວ ຈະສາມາດຟື້ນຕົວໄດ້ໃນປີ 2023 ນີ້ ກໍຍ້ອນການຊ່ອຍເຫຼືອຈາກລັດຖະບານຈີນ ທັງໃນດ້ານທຶນສຳຮອງເງິນຕາຕ່າງປະເທດ ການຄ້າ ແລະການລົງທຶນເພີ້ມຂຶ້ນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອງ.
ດຣ. ປິຕິ ສຣີແສງນາມ ຜູ້ອຳນວຍການ ສູນສຶກສາເສດຖະກິດລະຫວ່າງປະ ເທດແຫ່ງຈຸລາລົງກອນມະຫາວິທະຍາໄລ ໃຫ້ການຄາດໝາຍວ່າ ເສດຖະກິດໂດຍລວມຂອງລາວ ຈະສາມາດຟື້ນຕົວ ແລະກັບຄືນສູ່ສະພາວະປົກກະຕິໄດ້ ໃນໄວໆນີ້ເພາະການຊ່ອຍເຫຼືອຈາກທາງການຈີນ ທັງໃນດ້ານທຶນສຳຮອງເງິນ ຕາຕ່າງປະເທດ ການເພີ້ມມູນຄ່າການຄ້າລະຫວ່າງລາວ ກັບຈີນດ້ວຍການນຳໃຊ້ປະໂຫຍດຈາກທາງລົດໄຟລາວ-ຈີນ ແລະການລົງທຶນຂອງບັນດາວິສາຫະກິດຈີນໃນລາວ ທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງນັ້ນ ຍ່ອມຈະເຮັດໃຫ້ມີເງິນຕາຕ່າງປະ ເທດໄຫລເຂົ້າໄປໃນລະບົບເສດຖະກິດຂອງລາວ ເພີ້ມຂຶ້ນ ໂດຍນອກຈາກຈະເຮັດໃຫ້ລາວ ມີເງິນຕາສຳລັບດຸ່ນດ່ຽງການຄ້າຕ່າງປະເທດໄດ້ຢ່າງພຽງພໍແລ້ວ ກໍຍັງຈະສົ່ງຜົນດີຕໍ່ເງິນກີບທີ່ຈະແຂງຄ່າຂຶ້ນ ໂດຍລວມເຖິງອັດຕາເງິນເຟີ້ ແລະດັດຊະນີລາຄາການຊົມໃຊ້ທີ່ຈະລົດລົງຕາມການແຂງຄ່າຂຶ້ນຂອງເງິນກີບອີກດ້ວຍ ດັ່ງທີ່ ດຣ. ປິຕິ ໄດ້ໃຫ້ການຢືນຢັນວ່າ:
“ບັນຫາເລື້ອງຂອງການຂາດແຄນເງິນທຶນສຳຮອງລະຫວ່າງປະເທດນີ້ ກໍໄດ້ຮັບການຊ່ອຍເຫຼືອໄປແລ້ວ ໂດຍລັດຖະບານຈີນ ສັບປ່ຽນ ຫຼື Swap ເງິນທຶນສຳ ຮອງລະຫວ່າງປະເທດເຂົ້າມາໃຫ້ ກໍເຮັດໃຫ້ສາມາດທີ່ຈະບໍລິຫານ-ຈັດການເລື້ອງຂອງການໄປຊື້ພະລັງງານ ການຊື້ອາຫານເຂົ້າມາໄດ້ ເພື່ອຈະຊ່ອຍຫລຸດໃນເລື້ອງແຮງກົດດັນທາງດ້ານເງິນເຟີ້ ແລະຫລັງຈາກນີ້ນິ ພໍຄ່າເງິນກີບອ່ອນແບບນີ້ ມັນກໍຈະສົ່ງເສີມໃຫ້ເຂົາສາມາດສົ່ງອອກໄດ້ ເພາະສະນັ້ນ ກຳລັງຊື້ສິນຄ້າສົ່ງອອກຂອງລາວ ຫັ້ນ ກໍຈະເລີ້ມກັບມາ ໂດຍສະເພາະແຮ່ທາດ ແລ້ວກໍຜະລິດຕະພັນຈາກປ່າໄມ້ກໍມີແນວໂນ້ມທີ່ຈະມີຄວາມຕ້ອງການ ລື Demand ສູງຂຶ້ນ.”
ທັງນີ້ ສູນສະຖິຕິແຫ່ງຊາດລາວ ລາຍງານວ່າ ອັດຕາເງິນເຟີ້ໄດ້ປັບຕົວສູງຂຶ້ນ 39.27 ເປີເຊັນ ສ່ວນດັດຊະນີລາຄາການຊົມໃຊ້ເພີ້ມຂຶ້ນ 167,54 ເປີເຊັນໃນເດືອນທັນວາ 2022 ທຽບໃສ່ເດືອນທັນວາ 2021 ອັນຖືເປັນອັດຕາເງິນເຟີ້ແລະດັດຊະນີລາຄາການຊົມໃຊ້ທີ່ເພີ້ມຂຶ້ນສູງທີ່ສຸດ ໃນກຸ່ມອາຊຽນ ໂດຍມີສາເຫດສຳຄັນຈາກການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ຊຶ່ງກໍເຮັດໃຫ້ລາວ ປະເຊີນກັບການຂາດແຄນທຶນສຳຮອງເງິນຕາຕ່າງປະເທດ ແລະເງິນກີບກໍຕົກ ຕ່ຳລົງຢ່າງຮຸນແຮງ ຈຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ໃນລາວຢ່າງກວ້າງ ຂວາງ ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ.
ຍິ່ງໄປກວ່ານັ້ນ ລັດຖະບານລາວ ກໍຍັງປະເຊີນກັບການມີໜີ້ສິນສາທາລະນະເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະມີລັກຊະນະທີ່ກ້າວກະໂດດນັບແຕ່ປີ 2010 ເປັນຕົ້ນມາ ໂດຍມີສາເຫດທີ່ສຳຄັນມາຈາກການເກັບລາຍຮັບໄດ້ຕ່ຳກວ່າແຜນການທຸກປີ ຈຶ່ງເຮັດໃຫ້ຕ້ອງກູ້ຢືມເງິນຈາກຕ່າງປະເທດເພື່ອນຳມາໃຊ້ເພື່ອດຸ່ນດ່ຽງດ້ານລາຍຈ່າຍທີ່ສູງກວ່າ ລາຍຮັບ ມາໂດຍຕະຫຼອດ ຊຶ່ງຜົນທີ່ຕາມມາ ກໍຄືໜີ້ສິນທີ່ເພີ້ມຂຶ້ນດັ່ງກ່າວ ໄດ້ເຮັດໃຫ້ລັດຖະບານລາວ ມີພັນທະຕ້ອງຊຳລະໜີຄືນເພີ້ມຂຶ້ນທຸກປີດ້ວຍເຊັ່ນກັນ ໂດຍເຫັນໄດ້ຈາກການທີ່ລັດຖະບານ ມີພັນທະຕ້ອງຊຳລະໜີ້ຕ່າງປະເທດພຽງ 160 ລ້ານໂດລາໃນປີ 2010 ແລະເພີ້ມຂຶ້ນເປັນ 1,400 ລ້ານໂດລາ ໃນປີ 2022 ແລະຫລາຍກວ່າ 1,700 ລ້ານໂດລາໃນປີ 2023 ທັງຍັງຈະຕ້ອງຈັດສັນງົບປະມານໃຫ້ກັບແຂວງຕ່າງໆ ສຳລັບຈ່າຍເງິນເດືອນແລະໃຫ້ການອຸດໜຸນດ້ານສະຫວັດດີການຕ່າງໆໃຫ້ແກ່ພະນັກງານລັດຢ່າງພຽງພໍອີກດ້ວຍ ດັ່ງທີ່ທ່ານບຸນໂຈມ ອຸບົນປະເສີດ ອະດີດລັດຖະມົນຕີກະຊວງການເງິນໃຫ້ການຢືນຢັນວ່າ:
“ບັນຫາທີນຶ່ງ ກ່ຽວກັບກອງທຶນປະກັນສຸຂະພາບ ທາງກະຊວງການເງິນ ພວກເຮົາຈະເບິ່ງວ່າ ການຈັດສັນງົບປະມານພຽງພໍຫຼືບໍ່ພຽງພໍ ສອງນີ້ຫລະແມ່ນປັດຈຸບັນນີ້ ແມ່ນກອງທຶນປະກັນສັງຄົມ ກໍບໍ່ພໍ ງົບປະມານເຮົາກະຍັງໄດ້ຊ່ອຍໜຸນ ຄືປີ 2023 ນີ້ ປະມານ 198 ຕື້ ເພື່ອໃຫ້ການເລີກຈ່າຍເງິນບຳນານໃຫ້ພຽງພໍ ສຳລັບຂັ້ນຕອນການເບີກຈ່າຍເງິນເດືອນ ທາງກະຊວງການເງິນ ໄດ້ສະເໜີກົນໄກໃໝ່ ກັບກະຊວງພາຍໃນ ແລ້ວວ່າ ສະເພາະເງິນເດືອນ ແມ່ນໃຫ້ລັດຖະມົນຕີກະຊວງກ່ຽວຂ້ອງ ເຈົ້າແຂວງ ເຊັນແລ້ວແມ່ນສາມາດປະຕິບັດໄດ້ໂລດ ຜ່ານມາເຮົາມີຮອດ 24 ລາຍເຊັນເດ້ເຮັດໃຫ້ການຂໍເບີກຈ່າຍເງິນເດືອນຊັກຊ້າທີ່ສຸດ.”
ໂດຍນັບເຖິງທ້າຍປີ 2022 ລັດຖະບານລາວມີໜີ້ສິນລວມຫຼາຍກວ່າ 177,625 ຕື້ກີບ ເທົ່າກັບ 92.4 ເປີເຊັນຂອງມູນຄ່າຜະລິດຕະພັນລວມ ຫຼື GDP ໃນປີ 2022 ໃນນີ້ ແບ່ງເປັນໜີ້ຕ່າງປະເທດ 75 ເປີເຊັນ ໜີ້ພາຍໃນປະເທດ 25 ເປີເຊັນ ໂດຍລັດວິສາຫະກິດ ກໍຄືພາກສ່ວນທີ່ສ້າງໜີ້ສິນໃຫ້ກັບລັດຖະບານລາວ ຫຼາຍທີ່ສຸດ.