ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຄວາມ​ເປັນ​ຫ່ວງ​ ທາງ​ດ້ານ​ເສດ​ຖະ​ກິດ ແລະ​ຍຸດ​ທະ​ສາດ ມີ​ການ​ເບິ່ງ​ກັນ​ວ່າ ຊຸກ​ຍູ້​ໃຫ້​ຫວຽດ​ນາມ ​ຍັບ​ເຂົ້າ​ໃກ້​ສະ​ຫະ​ລັດ ​ຕື່ມ​ຂຶ້ນ


ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ (ກາງ​ຊ້າຍ) ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ທ່ານ​ຫງວຽນ ຟູ ຈອງ (ກາງ​ຂວາ) ທີ່​ສຳ​ນັກ​ງານ​ໃຫຍ່​ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ຢູ່​ຮາ​ໂນ່ຍ ເມື່ອ​ວັນ​ທີ 15 ເມ​ສາ 2023.
ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ (ກາງ​ຊ້າຍ) ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ທ່ານ​ຫງວຽນ ຟູ ຈອງ (ກາງ​ຂວາ) ທີ່​ສຳ​ນັກ​ງານ​ໃຫຍ່​ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ຢູ່​ຮາ​ໂນ່ຍ ເມື່ອ​ວັນ​ທີ 15 ເມ​ສາ 2023.

ມີ​ການ​ເບິ່ງ​ກັນ​ວ່າ ຄວາມ​ກົດ​ດັນ​ແບບ​ປະ​ສົມ​ປະ​ສານ ​ທັງ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ຍຸດ​ທະ​ສາດ ​ໄດ້​ຊຸກ​ຍູ້​ໃຫ້​ຫວຽດ​ນາມ ​ຍົກ​ລະ​ດັບ​ຄວາມ​ສຳ​ພັນ​ຄັ້ງ​ປະ​ຫວັດ​ສາດ​ກັບ​ສະ​ຫະ​ລັດ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຈັດ​ແຈງ​ໃໝ່​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ທີ່​ຄາດ​ກັນ​ວ່າ​ຈະ​ຮວມ​ທັງ ການ​ມີ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ຕື່ມ​ຂຶ້ນ​ກັບ​ພັນ​ທະ​ມິດ​ຂອງ​ສະ​ຫະ​ລັດ​ຫຼາຍໆ​ປະ​ເທດ​ໃນ​ເຂດ​ເອ​ເຊຍ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຈະ​ເດີ​ນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ຮາ​ໂນ່ຍ ເພື່​ອ​ເຈ​ລະ​ຈາ​ຫາ​ລື​ກັບ​ບັນ​ດາ​ຜູ້​ນຳ​ຂັ້ນ​ສູງ​ຂອງ​ຫວຽດ​ນາມໃນ​ການ​ຊອກ​ຫາ​ຊ່ອງ​ທາງ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ ອີງ​ຕາມ​ການ​ປະ​ກາດ​ຂອງ​ທຳ​ນຽບ​ຂາວ​ໃນ​ອາ​ທິດ​ແລ້ວ. ການ​ຢ້ຽມ​ຢາມນີ້​ມີ​ຂຶ້ນ​ໂດຍ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ຫງຽນ ຟູ ຈອງ ເລາ​ຂາ​ທິ​ການ​ໃຫຍ່​ຂອງ​ພັກ​ຄອມ​ມູ​ນິ​ສ​ຫວຽດ​ນາມ ລຸນ​ຫຼັງ​ທີ່​ໄດ້​ມີ​ການ​ໂທ​ລະ​ສັບ​ໂອ້​ລົມ​ກັນ ລະ​ຫວ່າງ​ຜູ້​ນຳ​ທັງ​ສອງ ໃນ​ທ້າຍ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ.

ຢູ່​ທີ່​ຮາ​ໂນ່ຍ ທ່ານ​ໄບ​ເດັນ​ມີ​ທ່າ​ທາງວ່າ ຈະ​ຍົກ​ລະ​ດັບ​ຄວາມ​ສຳ​ພັນ ​ກັບ​ຫວຽດ​ນາມ ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແບບກວມ​ລວມ” ​ສອງ​ລະ​ດັບຕື່ມ​ຂຶ້ນ​ຈາກ​ຂອບ​ຂອງ​ພາ​ຄີ​ຍຸດ​ທະ​ສາດ​ໃນ​ປັດ​ຈຸ​ບັນ ອົງ​ການ​ຂ່າວ​ຣອຍ​ເຕີ້​ ລາຍ​ງານ​ໃນ​ອາ​ທິດນີ້. ໃນ​ຂະ​ນະ​ທີ່​ຍັງ​ບໍ່​ໄດ້​ມີ​ການ​ປະ​ກາດ ​ຢ່າງ​ເປັນ​ທາງ​ການ​ເທື່ອ ແຕ່ນັ້ນ​ຈະ​ເຮັດ​ໃຫ້​ວໍ​ຊິງ​ຕັນ ​ເທົ່າ​ທຽມ​ກັນ​ກັບ​ປັກ​ກິ່ງແລະ​ມົ​ສ​ກູ ອີງ​ຕາມ​ລະ​ດັບ​ຊັ້ນ​ທາງ​ການ​ທູດ​ຂອງ​ຮາ​ໂນ່ຍ.

ມີ​ພຽງ​ບໍ່​ເທົ່າ​ໃດ​ປະ​ເທດ​ທໍ່​ນັ້ນ ເຊັ່ນ​ອິນ​ເດຍ​ແລະ​ເກົາ​ຫຼີ​ໃຕ້ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້ ມີ​ລະ​ດັບ​ຄວາມ​ສຳ​ພັນແບບນັ້ນ​ ​ກັບ​ກັບ​ຫວຽດ​ນາມ. ແຕ່​ຮາ​ໂນ່ຍ ​ມີ​ລາຍ​ງານ​ວ່າ ພວມ​ວາງ​ແຜນ​ທີ່​ຈະ​ຮັບ​ເອົາ​ອອ​ສ​ເຕ​ຣ​ເລຍ ສິງກະ​ໂປ ແລະ​ອິນ​ໂດ​ເນ​ເຊຍ ເຂົ້າ​ຢູ່​ໃນ​ກຸ່ມ​ສະ​ມອນ​ສອນ​ດັ່ງ​ກ່າວ.

ທ່ານ​ເກ​ຣກ ໂພ​ລິ່ງ ຈາກ​ໂຄງ​ການ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ຂອງ​ສູນ​ກາງ​ຍຸດ ທະ​ສາດ​ແລະ​ການ​ສຶກ​ສາ​ລະ​ຫວ່າງ​ປະ​ເທດ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ວໍ​ຊິງ​ຕັນ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ​ຍົກ​ລະ​ດັບ​ຄວາມ​ສຳ​ພັນ​ກັບ​ສະ​ຫະ​ລັດ ຂຶ້ນ​ສູ່ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແບບກວມ​ລວມນັ້ນຈະ​ເປັນ “ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ” ໂດຍ​ໃຫ້​ຂໍ້​ສັງ​ເກດ ວ່າ ມັນ​ຈະ​ເປັນ​ການ​ສົ່ງ​ສັນ​ຍານ ໃນ “​ການ​ເປັນ​ພັນ​ທະ​ມິດ​ຍຸດ​ທະ​ສາດ​ເພີ້ມ​ຂຶ້ນ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ.”

“ຫວຽດ​ນາມ​ໄດ້​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ຍ້ອນມອງ​ເຫັນ​ຈີນ​ວ່າເປັນ​ໄພ​ຄຸກ​ຄາມ​ທາງ​ຍຸດ​ທະ​ສາດ ແລະ​ເຫັນ​ວ່າ​ການ​ມີ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ຫຼາຍ​ຂຶ້ນ​ກັບ​ສະ​ຫະ​ລັດ​ ແລະ​ຄູ່​ຮ່ວມ​ງານ​ອື່ນໆ​ທີ່​ມີ​ຈິດ​ໃຈ​ແບບ​ດຽວ​ກັນ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຮັກ​ສາ​ຄວາມ​ເປັນ​ອິດ​ສະ​ຫຼະ​ທາງ​ດ້ານ​ຍຸດ​ທະ​ສາດ ທ່າມ​ກາງ​ການ​ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່” ທ່ານ​ຂຽນ​ຢູ່​ໃນ​ອີ​ແມ​ລ​ຫາ​ວີ​ໂອ​ເອ.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG