ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາຜູ້ສະໝັກ ລົງແຂ່ງຂັນ ເປັນປະທານາທິບໍດີ ສຫລ ຂຶ້ນເວທີ ໂຄສະນາຫາສຽງ


Off-beat Candidates Take Center Stage in US Election Campaign
please wait

No media source currently available

0:00 0:02:25 0:00

ຊົມວີດີໂອ ລາຍງານນີ້

ຜູ້​ສະ​ໝັກ​ແຂ່ງຂັນ​ເປັນ​ປະທານາທິບໍດີ ສອງ​ທ່ານ ​ທີ່ບໍ່​ເປັນ
​ທຳ​ມະ​ດາຄົນ​ນຶ່ງ​ສັງກັດ​ພັກຣີພັບ​ບ​ລີກັນ ​ແລະ ​ອີກຄົນ​ນຶ່ງ
ສັງກັດ​ພັກ​ເດໂມ​ແຄຣັດ ໃນ​ຂັ້ນຕົ້ນນີ້ ທັງສອງທ່ານ​ແມ່ນ​ພວມ
ຄອບ​ງຳການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ຢູ່ໃນ ສະຫະລັດ.
ມັນຍັງ​ໄວ​ເກີນ​ໄປ ທີ່ຈະຄາດໄດ້ວ່າ ຜູ້ໃດ ຈະໄດ້​ເປັນຜູ້ສະໝັກ​
ເພື່ອ​ປະ​ເຊີນ​ໜ້າ​ກັບ​ຄູ່​ແຂ່ງ ໃນການເລືອກຕັ້ງປີ 2016 ນີ້. ແຕ່
ຈຸດ​ສົນ​ໃຈຢູ່​ອ້ອມຮອບ ນັກທຸລະກິດ ທ່ານ ດອນໂນລດ໌ ທຣັມ
ກັບ ສະມາຊິກສະພາສູງ ທ່ານ ເບີນນີ້ ແຊນເດີສ໌ ພວມ​ເປັນ
ສັນຍານບອກ​ວ່າ ດຽວ​ນີ້ ຊາວອາເມລິກັນ ຜູ້ມີສິດອອກສຽງ
ທັງຫຼາຍ ແມ່ນ​ເມື່ອຍອ່ອນ​ແລ້ວ ກັບກິດຈະກຳທາງ​ດ້ານ
ການເມືອງ ໃນປັດຈຸບັນ. ຜູ້ສື່ຂ່າວວີໂອເອ Zlatica Hoke
ມີລາຍງານ​ເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ.

ຊາວອາເມລິກັນ ຫຼາຍລ້ານຄົນ ທີ່ຢູ່ສອງຟາກກົງກັນຂ້າມ ຂອງພັກການເມືອງໄດ້ສະແດງ
ຄວາມບໍ່ພໍອົກພໍໃຈຂອງ​ເຂົາ​ເຈົ້າກັບ ​ເລື່ອງ “ການເມືອງຕາມ​ເຄີຍ.” ແລະປາ​ກົດ​ວ່າ
ພວກເຂົາມີແນວຄິດວ່າ ຢູ່ໃນບັນດາ ຜູ້ລົງສະໝັກ​ໃໝ່ໆ ທີ່ຢາກເປັນປະທານາທິບໍດີ ​ແມ່ນ​
ບໍ່​ມີ​ຫຽັງ ທີ່ຈະ​ນຳ​ມາ​ໃຫ້ ​ນອກເໜືອ​ໄປຈາກ ​ເລື່ອງ​ທີ່​ມີ​ຢູ່​ແລ້ວ​ເທົ້າ​ນັ້ນ.

ເຈົ້າພໍ່ແຫ່ງອະສັງຫາລິມະສັບ ທ່ານ ດອນໂນລດ໌ ທຣັມ ໄດ້ສວຍໃຊ້ຄວາມບໍ່ພໍອົກພໍໃຈ
ຂອງປະຊາຊົນ ​ໃຫ້ເປັນປະໂຫຍດ ສຳຫລັບຕົນ​.

ທ່ານ ທຣັມ ເວົ້າວ່າ “ມັນມີຂະບວນການເຄື່ອນໄຫວ ຢ່າງໃຫຍ່ ທີ່ກຳລັງເກີດຂຶ້ນຢູ່
ແລະ ມັນບໍ່ແມ່ນເລືຶ່ອງທີ່ກ່ຽວກັບຂ້າພະເຈົ້າ. ມັນແມ່ນອັນທີ່ ຂ້າພະເຈົ້າກຳລັງ​
ເວົ້າ​ຢູ່. ມັນແມ່ນສານ​ທີ່​ສົ່ງ​ອອກ​ໄປ.”

ນັກວິເຄາະດ້ານການເມືອງ ບາງທ່ານ ໄດ້ເວົ້າເຢາະເຢີ້ຍ ຄວາມຫວັງ ທີ່ ທ່ານທຣັມ ຈະ
ໄດ້ຮັບການສະເໜີຊື່ ລົງແຂ່ງຂັນເປັນປະທານາທິບໍດີ ໃນນາມພັກຣີພັບບລີກັນ ເພາະວ່າ
ຂໍ້ຄິດ ເຫັນຂອງທ່ານນັ້ນ ຂາດພິກໄຫວ ແລະ ມີລັກສະນະໂອຮັງ ພ້ອມກັນນັ້ນ ທ່ານກໍບໍ່ມີ
ໂຄງການດ້ານການເມືອງ ທີ່ຈະແຈ້ງ. ຢ່າງ​ໃດ​ກໍ​ດີ ການຢັ່ງຫາງສຽງຕ່າງໆ ກໍສະແດງໃຫ້
ເຫັນວ່າ ທ່ານທຣັມ ແມ່ນນຳໜ້າ ບັນດາຜູ້ລົງສະໝັກຄົນອື່ນໆ ສຳຫລັບການຖືກນຳສະເໜີ
ຊື່ໃຫ້ເປັນຕົວແທນ ຂອງພັກຣີພັບບລີກັນ ໃນການແຂງຂັນເປັນປະທານາທິບໍດີ.

ຢູ່ທີ່ກອງປະຊຸມ​ໂຮງການເມືອງແຕ່ລະ​ແຫ່ງ ບ່ອນ​ນ່ຶງເມື່ອວັນພຸດທີ ຜ່ານມາ ຢູ່ໃນລັດ
ນິວ ແຮມເຊີ້ ທ່ານທຣັມ ໄດ້ດຶງດູດຄວາມສົນໃຈ ຈາກ ປະມານ 2,000 ຄົນ ໃນຂະນະທີ່
ທ່ານ ​ເຈັບ ບຸດສ໌ ຝ່າຍທີ່ມີອິດທິພົນ ທີ່ເປັນທີ່ນິຍົມຊົມຊອບ ນັ້ນ ດຶງດູດ​ໄດ້​ແຕ່ພຽງ 150
ຄົນເທົ່ານັ້ນ. ອະດີດຜູ້ປົກຄອງລັດຟໍຣີດາ ທີ່ເປັນເຄືອຍາດຂອງອະດີດ ປະທານາທິບໍດີ
ສະຫະລັດ ສອງທ່ານ ​ແມ່ນ​ພວມຖືກພິຈາລະນາວ່າ ຈະເປັນຜູ້ທີ່ນຳໜ້າ ໃນເວລາ
ການແຂງຂັນ​ແທ້ໆເລີ້ມຕົ້ນຂຶ້ນ.

ທ່ານ ​ເຈັບ ບຸດສ໌ ​ເວົ້າວ່າ “ພວກ​ທ່ານ​ຕ້ອງ​ມີ ປະທານາທິບໍດີ ສັງກັດ​ພັກຣີພັບ​ບລີ​ກັນ
ຜູ້​ທີ່​ເຄົາລົບ​ນັບຖື ລັດຖະທຳ​ມະນູນ ​ແລະ ບໍ່​ລົງ​ນາມ​ໃນ​ຄຳ​ສັ່ງ​ຂອງ​ປະທານາທິບໍດີ
ຢ່າງບໍ່​ເລືອກ ຄື​ກັບ​ວ່າ ມັນ​ເປັນ​ການ​ງ່າຍທີ່​ຈະ​ເຮັດ.”

ສ່ວນ​ຝ່າຍ​ຂອງ​ພັກ​ເດ​ໂມ​ແຄຣັດ ສະມາຊິກ​ສະພາ​ສູງ ຈາກ​ລັດ ​ເວີ​ມ້ອນ ທ່ານ ​ເບີ​ນນີ້ ​ແຊນ​ເດີ້​ສ໌ ​ໄດ້​ດຶງ​ດູດ​ເອົາ​ຜູ້​ຊົມຫຼາຍພໍ​ສົມຄວນ ບອນ​ໃດ​ກໍ​ຕາມ ທີ່​ທ່ານ​ໄປ​ປາກົດ​ຕົວ. ທ່ານ ມີ​ເປົ້າໝາຍ​
ອັນ​ຈະ​ແຈ້ງຫຼາຍ ​ເປັນ​ອັນ​ທີ່​ດຶງ​ດູດ​ໃຈ ພົນລະ​ເມືອງ​ຜູ້​ດ້ອຍ​ໂອກາດ.

ທ່ານ ແຊນ​ເດີ້​ສ໌ ​ເວົ້າວ່າ “ບໍ່​ມີ​ຜູ້​ໃດ ​ເອົາ​ຈິງ​ເອົາ​ຈັງ ຕໍ່​ແນວ​ຄິດ​ທີ່​ອາດ​ ພຽງ​ແຕ່​ວ່າ
ພວກ​ເຮົາ​ຕ້ອງ​ມີ​ການ​ປະຕິວັດ ​ດ້ານ​ການ​ເມືອງ ​ໃນ​ອາ​ເມຣິກາ.”

ທ່ານ ແຊນ​ເດີ້​ສ໌ ​ເປັນຜູ້​ປາກກ້າ ​ຜູ້​ນຶ່ງ​ທີ່ທຳ​ການ​ຕຳ​ນິຕິ​ຕຽນ ລະບົບ​ທຶນ​ນິຍົມ ທີ່​ທັນ​ສະ​ໄໝ ​ແລະ ທ່ານ​ໄດ້​ຮຽກຮ້ອງ​ໃຫ້ ກະຈາຍ​ລາຍ​ໄດ້​ໃຫ້​ເທົ່າ​ທຽມ​ກັນຫຼາຍຂຶ້ນ ຊຶ່ງ​ໄດ້​ສະທ້ອນເປັນສຽງດຽວ​ກັບ​ບັນດາ​ຜູ້​ມີ​ສິດ​ອອກສຽງ ​ແຕ່​ບັນດາ​ນັກ​ວິຈານ ກ່າວ​ວ່າ ຫົວ​ຂໍ້ເລື້ອງ​ສັງຄົມ​ນິຍົມ​ຂອງ ທ່ານ ແຊນ​ເດີ້​ສ໌ ນັ້ນ ຈະ​ບໍ່​ຊ່ວຍ​ເຫຼືອ ທ່ານໃຫ້ໄດ້ຮັບ​ການສະ​ເໜີ​ຊື່​ເປັນ​ຜູ້​ສະໝັກ​ເຂົ້າ​ແຂ່ງຂັນ ​ເປັນ​ປະທານາທິບໍດີຈາກ​ພັກ.

ອະ​ດີດ​ສະຕີ​ໝາຍ​ເລກ​ໜຶ່ງ ​ແລະ ລັດ​ຖະມົນຕີຕ່າງປະ​ເທດ ທ່ານນາງ ຮີລາຣີ ຄລິນ​ຕັນ ​ແມ່ນ​ຍັງ​ນຳ​ໜ້າ ຢູ່​ໃນ​ການ​ຢັ່ງ​ຫາງ​ສຽງ ​ໃນ​ການ​ແຂ່ງຂັນ​.

ທ່ານ​ນາງ ຄລິນ​ຕັນ ​ເວົ້າວ່າ “ພວກ​ເຮົາ ​ຈະທຳ​ງານ​ເພື່ອ ກ້າວ​ໄປ​ສູ່​ການ​ສ້າງໂອກາດ.
ພວກ​ເຮົາ ຈະ​ເຮັດ​ໃຫ້​ປະ​ເທດ​ຂອງພວກ​ເຮົາ ​ເປັນ​ປະ​ເທດ​ບ່ອນທີ່​ ພວກ​ເຮົາ​ບໍ່​ຫັນ
ຫຼັງ​ໃຫ້​ແກ່​ຜູ້​ໃດ​ຜູ້​ໜຶ່ງ ອີກ​ຄັ້ງໜຶ່ງ.”

​ເຖິງຢ່າງ​ໃດ​ກໍ​ຕາມ ຄວາມ​ສົນ​ໃຈ​ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ນັ້ນ ບໍ່​ແມ່ນ​ທ່ານ ທຣັມ ຫຼື ທ່ານ ​
ແຊນ​ເດີ​ສ໌ ທີ່​ຄາດ​ກັນ​ຢ່າງ​ກວ້າງຂວາງ​ວ່າ ຈະ​ໄດ້​ຮັບ​ການສະ​ເໜີ​ຊື່​ເພື່ອ​ເຂົ້າ​ແຂ່ງ​ຂັນ ການ​
ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ ປີ 2016. ​ແຕ່​ບັນດາ​ນັກວິ​ເຄາະ ກ່າວ​ວ່າ ພວກ​ເຂົາ​ເຈົ້າກົດ​
ດັນ​ໃຫ້​ຜູ້​ສະໝັກ​ຄົນ​ອື່ນໆ ​ນຳ​ເອົາ​ບັນຫາ​ຕ່າງໆ ທີ່​ຖົກ​ຖຽງ​ກັນນັ້ນ ​ມາ​ແກ້​ໄ​ຂ ​ເຊັ່ນ​ເລື່ອ​ງ
ຄົນ​ເຂົ້າ​ເມືອງ ​ແລະ ​ເລື່ອງ ຊ່ອງ​ວ່າງ​ຂອງ​ຄົນ​ຮັ່ງມີ ກັບ ຄົນ​ທຸກຈົນ​ນັ້ນ.

XS
SM
MD
LG