ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາວັກຊີນ ກັນໂຣກອີໂບລາ ແນວໃໝ່ ໄດ້ຮັບ ຜົນສຳເລັດ ເປັນຢ່າງດີ


Ebola Vaccine Successful
please wait

No media source currently available

0:00 0:02:11 0:00

ໃນ​ໂຄງການການ​ສຶກສາຄົ້ນຄວ້າຂະໜານໃ​ຫຍ່ ຢູ່​ໃນ​ປະ​ເທດ Guinea ນັ້ນ ຢາ​ວັກ​ຊີ​ນ
ປ້ອງກັນພະຍາດອີ​ໂບລາ ​ແມ່ນໄດ້ຜົນເຕັມ​ 100 ​ເປີ​ເຊັນ. ພວກ​ເຈົ້າ​ໜ້າ​ທີ່ການແພດ
ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ມີການຕຽມ​ພ້ອມ​ດີກວ່າເກົ່າສຳ​ຫຼັບ​ການລະບາດ​ຂອງ​ໂຣກ
ດັ່ງກ່າວທີ່ຈະມີຂຶ້ນໃນພາຍຂ້າງໜ້າ. ນັກ​ຂ່າວ VOA Steve Baragona ມີລາຍ​ງານ
ຂອງ​ເລື້ອງ​ນີ້ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍລະອຽດມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ເວລາ​ໂຣກອີ​ໂບລາ ​ເລີ້ມ​ລະບາດ​ຂຶ້ນ​ ຢູ່ໃນ​ປະ​ເທດ Guinea​, Sierra Leone Liberia ​ແລະ ລາຍບີເຣຍ ໃນປີ 2014 ນັ້ນພວກພະນັກງານ​ການແພດທັງຫຼາຍ ບໍ່ສາມາດພາກັນ
ເຮັດຫຍັງ​ໄດ້​ ນອກຈາກຈະແຍກ​ພວກ​ຜູ້​ປ່ວຍອອກໃຫ້ຢູ່ຕ່າງຫາກ ​ເພື່ອ​ພະຍາ​ມທີ່​ຈະ​ລະງັບໂຣກ​ດັ່ງກ່າວ ຫຼືປ້ອງ​ກັນບໍ່ໃຫ້ມັນ​ການແຜ່​ລະບາດໄປທົ່ວ.

​ເພາະສະ​ນັ້ນ ຜົນ​ສະຫຼຸບອັນ​ສຸດ​ທ້າຍ ຈາກ​ການ​ສຶກສາ​ທີ່​ຍິ່ງ​ໃຫຍ່​ຂອງ​ວັກ​ຊີ​ນຂອງໂຣກ
ອີ​ໂບລານີ້ ​ຈຶ່ງເປັນ​ຂີດ​ໝາຍ​ຂອງ​ບາດລ້ຽວໃໝ່.

ອົງການ​ອະນາ​ໄມ​ໂລກ ຫຼື WHO ໄດ້ເປັນຜູ້ນຳໃນການສຶກສາທີ່ວ່ານີ້ ສຳລັບຜູ້ຄົນຫຼາຍ
ກວ່າ 11 ພັນ ຄົນ ຊຶ່ງແບ່ງອອກເປັນ 2 ກຸ່ມ ຕາມຄຳກ່າວຜ່ານທາງ Skype ຫົວໜ້າວິໄຈ
ຂອງໂຣກອີ​ໂບລາ ທ່ານນາງ Marrie-Paule Kieny ນັ້ນ.


ທ່ານນາງ ກ່າວວ່າ: “ພວກເຮົາ ບໍ່ມີຜູ້ໃດເປັນ ໂຣກອີ​ໂບລາເລີຍ ໃນກຸ່ມ ທີ່ໄດ້ຊັກຢາວັກ ຊີນ ກົງກັນກັບ 23 ຄົນໃນກຸ່ມທີ່ບໍ່ໄດ້ສັກຢາ ສະ​ນັ້ນ​ມັນ ກໍບໍ່ມີໃຜ​ເປັນ​ເມື່ອປຽບທຽບໃສ່​ກັບ 23 ຄົນ ​ເພາະສະ​ນັ້ນ ​ເຮົາຈຶ່ງສາມາດເວົ້າ​ໄດ້​ວ່າ ວັກ​ຊີ​ນນີ້​ແມ່ນ ​ໄດ້​ຮັບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ.”

​ການ​ທົດ​ລອງສັກຢາ​ວັກ​ຊີ​ນນັ້ນ ກໍ​ຍັງ​ຢູ່​ໃນ​ຫຼາຍ​ລະດັບ​ຂັ້ນ ​ແຕ່​ວ່າ ກຸ່ມ Kieny ​ໄດ້​ຮັບ​ຜົນ​ສະຫຼຸບບັ້ນ​ສຸດ​ທ້າຍ ກ່ອນໝູ່​ໝົດ ດ້ວຍຍຸ​ທະ​ສາດ​ພິ​ເສດ​
ທີ່​ບໍ່ເໝືອນ​ໃຜ.

​ໂຣກລະບາດ​ດັ່ງກ່າວ​ນີ້ ​ໄດ້ຫາຍຈາງໄປ​ເວລາການ​ທົດ​ລອງຢາ​ວັກ​ຊີ​ນ​ໃໝ່​ນີ້ ກຳລັງຕຽມ​ພ້ອມ​. ການ​ລົດ​ຈຳນວນ​ຂອງ​ກໍລະນີ​ໂຣກນີ້ ​ຈຶ່ງເປັນ​ການ​ຍາກ​ທີ່​ຈະທົດ​ສອບພະລັງ​ອຳນາດ​ຂອງ​ວັກ​ຊີ​ນດັ່ງກ່າວ.

​ເພາະສະ​ນັ້ນ ການ​ສຶກສາ​ຄົ້ນຄວ້າ​ຂອງ​ທ່ານ​ນາງ ​ໄດ້​ເພັ່ງ​ເລັງ​ໃສ່​ພວກ​ຜູ້​ປ່ວຍ​ທີ່​ເປັນ​ໂຣ​ກອີ​ໂບລາຢູ່​ແລ້ວ.

ທ່ານ​ນາງ Kieny ເວົ້າວ່າ “ເຮົາຈະບົ່ງ​ບອກ​ໄດ້ຈາກກໍລະນີ​ຂອງ​ໂຣກອີ​ໂບລາ ທີ່​ຕິດ​ຕໍ່​ພົວພັນ ສຳ​ຫຼັບ​ພວກ​ທີ່​ໄດ້​ຮັບ​ການ​ຕິດ​ສຳພັດກັບ ຜູ້​ນີ້ຜູ້ນັ້ນ ພ້ອມ​ກັບ​ພວກ​ທີ່​ຖືກ​ສຳພັດ ຕິດແທດກັນ.”

ການ​ຊັກ​ຢາ​ໃຫ້ພວກ​ທີ່ຢູ່ໃນກຸ່ມທີ່ຕິດກັນສຳລັບພວກນີ້ ກໍ​ເປັນແບບດຽວ​ກັນ​ກັບການປາບ ໂຣກໝາກສຸກໝາກໄສຫັ້ນ. ​ທ່ານ​ນາງ Kieny ນີ້ເປັນ​ຄັ້ງ​ທຳ​ອິດ​ທີ່ ​ໄດ້​ນຳ​ມັນ​ມາ​ໃຊ້ ເພື່ອ ພິສູດ​ໃຫ້​ເຫັນ​ວ່າ ມັນ ໄດ້ຜົນ.

ຜົນ​ທີ່​ນຳລົງພິມ​ອອກເຜີຍ​ແຜ່ ​ໃນ​ວາລະສານ​ການ​ແພດ Lancet ແມ່ນມີ​ຂຶ້ນລຸນຫຼັງຂໍ້​ມູນທີ່ເຊື່ອໄດ້ທີ່ພິມລົງໃນ​ເດືອນ​ກໍລະກົດ ປີ 2015 ຊຶ່ງວັກ​ຊີ​ນທີ່​ວ່າ​ນີ້ ​ໄດ້​ຊ່ອຍ​ລະງັບ​ໂຣ​ກອີ​ໂບລາ​ທີ່ລະເບີດ​ຂຶ້ນ ​ໃນ Guinea ​ໃນ​ຕົ້ນ​ປີ​ນີ້.

ປັດຈຸບັນ ບໍລິສັດ Merck ​ຜູ້​ຜະລິດ ກຳລັງຂໍອະນຸຍາດຈາກອາດຍາສິດຢູ່.

ທ່ານ​ນາງ Kieny ກ່າວ​ຕື່ມ​ຕໍ່ໄປ​ວ່າ “ມັນ​ຍັງມີຫຼາຍ​ລະດັບຫຼາຍຂັ້ນຕອນຢູ່ ​ແລະ​ພວກ​ເຮົາ​ກໍຫວັງ​ວ່າ ນີ້​ຈະກາຍ​ມາ​ເປັນ​ອີກ​ຂັ້ນນ່ຶງ​ໃນການກະກຽມ​ຢາ​ວັກ​ຊີ​ນ ເຫຼັງຈາກມັນໄດ້​ລົງທະບຽນແລ້ວ.”


ອົງການ GAVI ທີ່ບໍ່​ຫາ​ຜົນກຳ​ໄລ ​ໄດ້​ຕົກລົງ​ທີ່​ຈະ​ຊື້ ຢາ​ຊັກນີ້ 300, 000 ຫຼອດ ເມື່ອມັນ​ໄດ້​ຮັບອະນຸມັດ​ແລ້ວ. ​ແຕ່ທ່ານ​ນາງ Kieny ກໍເຕືອນໄວ້​ວ່າ ມັນ​ຍັງ​ຈະ​ມີ​ໂຣກອີ​ໂບລາແນວໃໝ່ ທີ່​ຢາວັກ​ຊີ​ນນີ້ ​ບໍ່ມີເປົ້າໝາຍທີ່ຈະ​ສາມາດ​ປ້ອງ​ກັນ​ໄດ້ ​ແລະ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ ຈຶ່ງຈຳ​ເປັນ​ຕ້ອງໄດ້​ຕຽມ​ພ້ອມ​ໄວ້ໃນ​ເພື່ອຮັບ​ມື​ກັບ​ການລະບາດ​ຂອງ​ໂຣກທີ່ວ່າ​ນັ້ນເວລາ ມັນລະລະບາດຂຶ້ນຢ່າງຫຼີກລ່ຽງບໍ່ໄດ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG