ອົງການອະນາໄມໂລກ WHO ໄດ້ອະນຸມັດໃຫ້ນຳໃຊ້ຢາທົດລອງ
ປົວເຊື້ອອີໂບລາ ກັບພວກຄົນທີ່ຕິດເຊື້ອໄວຣັສຮ້າຍແຮງດັ່ງກ່າວ
ທີ່ໄດ້ເອົາຊີວິດຄົນ ໄປຫລາຍກ່ວາ 1.000 ຄົນແລ້ວ ຢູ່ໃນອາຟຣິ
ກາຕາເວັນຕົກ. ນັກຂ່າວວີໂອເອ Carol Pearson ມີລາຍງານ
ກ່ຽວກັບວິທີການປິ່ນປົວ ແລະຢາວັກຊີນທີ່ຜ່ານການທົດລອງກັບ
ສັດມາແລ້ວ ແລະອາດນຳໃຊ້ໄດ້ ກັບພວກຄົນປ່ວຍທີ່ຕິດເຊື້ອ
ອີໂບລາ ຊຶ່ງດາຣາມີລາຍລະອຽດມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ຢາເຊຍຣຳທົດລອງໃຊ້ປິ່ນປົວເຊື້ອໄວຣັສອີໂບລາ ທີ່ໄດ້ຖືກນຳໃຊ້ ກັບນັກສອນສາສະໜາ ຊາວອາເມຣິກັນແລະຊາວສະເປນ ແມ່ນຜະລິດຂຶ້ນມາໃນຫ້ອງທົດລອງຂອງບໍລິສັດເພຊັສ
ຊີວະພາບ Mapp ຫລື Mapp Biopharmaceutical ທີ່ລັດແຄລິຟໍເນຍ. ບໍລິສັດນີ້ເວົ້າວ່າ ຢາເຊຍຣຳທີ່ຕົນໄດ້ຜະລິດຂຶ້ນມານັ້ນ ໝົດໄປແລ້ວ ແຕ່ກໍກຳລັງພະຍາຍາມຈະຜະລິດອອກ
ມາໃໝ່ອີກ ໃຫ້ໄດ້ໄວທີ່ສຸດເທົ່າທີ່ຈະໄວໄດ້.
ຍັງມີອີກຫລາຍໆກຸ່ມ ທີ່ກຳລັງທົດລອງວິທີປິ່ນປົວແລະຢາປ້ອງກັນ ກໍຄືຢາວັກຊີນ. ບັນດາ
ນັກຄົ້ນຄ້ວາ ທີ່ບໍລິສັດ Newlink Genetics ໃນລັດໄອໂອວາ ກ່າວວ່າ ພວກເຂົາເຈົ້າມີຢາ
ວັກຊີນອັນນຶ່ງ ທີ່ໄດ້ຜົນເຕັມຮ້ອຍເວລາໃຊ້ກັບລີງ. ບໍລິສັດນີ້ໄດ້ຮັບທຶນຈາກລັດຖະບານ
ກາງສະຫະລັດ ເພື່ອໃຫ້ສຳເລັດເສັດສິ້ນວຽກງານຄົ້ນຄ້ວາຂອງຕົນ ແລະເລັ່ງລັດການທົດ
ລອງກັບມະນຸດໃຫ້ໄວຂຶ້ນ. ດອກເຕີ້ Jay Ramsey ເຈົ້າໜ້າທີ່ຄົນນຶ່ງຂອງບໍລິສັດ Newlink Genetics ກ່າວວ່າ:
“ທຸກໆນາທີຂອງທຸກໆມື້ ແລະບາງຄືນ ກັບບາງທ້າຍອາທິດ ພວກເຮົາກໍແມ່ນ
ໄດ້ເຮັດວຽກນີ້ກັນ ຕະຫລອດເລີຍ.”
ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້:
ນອກນັ້ນແລ້ວ ສະຖາບັນອະນາໄມແຫ່ງຊາດຂອງສະຫະລັດ ກໍໄດ້ອະນຸມັດເງິນທຶນໃຫ້ແກ່
ພະແນກການແພດຂອງມະຫາວິທະຍາໄລ ລັດເທັກຊັສ ສຳຫລັບໃຫ້ພັດທະນາວິທີປິ່ນປົວ
ໂຣກອີໂບລາ ທີ່ໄດ້ຜົນ. ທ່ານ Thomas Geisbert ຫົວໜ້າຄະນະຄົ້ນຄ້ວາ ກ່າວກັບວີໂອ
ເອ ຜ່ານທາງ Skype ວ່າ:
“ທຶນກ້ອນນັ້ນ ແທ້ໆແລ້ວ ແມ່ນສຳຫລັບໃຫ້ພວກເຮົາເພັ່ງເລັງການຄົ້ນຄ້ວາ
ໃສ່ອັນທີ່ພວກເຮົາເຊື່ອວ່າ ເປັນວິທີການປິ່ນປົວຫລັງຖືກເຜີຍແບໃສ່ເຊື້ອ
ອີໂບລາ ສາມວິທີ ທີ່ໃຫ້ກຳລັງໃຈທີ່ສຸດ.”
ຈຳນວນຄົນຕິດເຊື້ອອີໂບລາ ມາຮອດວັນທີ 13 ສິງຫາ 2014:
ທັງສາມວິທີປິ່ນປົວທີ່ທ່ານ Geisbert ເອີ່ຍເຖິງນັ້ນ ໄດ້ພິສູດໃຫ້ເຫັນວ່າມີປະສິດທິພາບ
ມາແລ້ວໃນການທົດລອງໃຊ້ກັບລີງ. ຂັ້ນຕໍ່ໄປກໍແມ່ນທົດລອງກັບມະນຸດ. ທ່ານ Geisbert ເວົ້າວ່າ:
ໄວຣັສ ອີໂບລາ: ວິທີປ້ອງກັນການຕິດແປດ ແລະການແຜ່ຜາຍ
ວິທີປ້ອງກັນການແຜ່ຜາຍຂອງ ເຊື້ອອີໂບລາ:
· ຫລີກເວ້ນການສຳພັດກັບຄົນທີ່ມີອາການຕິດ
ເຊື້ອນີ້: ເປັນໄຂ້ບໍ່ເຊົາ ຕາແດງ ຮາກ ແລະ
ເຈັບທ້ອງ.
· ລ້າງມືຢູ່ເລື້ອຍໆແລະໃຫ້ສະອາດ ຮວມທັງ
ຢູ່ໃຕ້ເລັບ. ໃຊ້ສະບູ່ແລະນ້ຳສະອາດລ້າງ.
ໃຊ້ນ້ຳຢາທຳຄວາມສະອາດມື ຖ້າບໍ່ມີສະບູ່.
· ໃສ່ຖົງມື ເວລາດູແລຄົນປ່ວຍ ທີ່ຕິດເຊື້ອ
ອີໂບລາ.
· ປຸງແຕ່ງອາຫານສັດ ຫລືເຮັດດ້ວຍຊິ້ນສັດ
ທຸກຢ່າງໃຫ້ສຸກດີ. ຫລີກເວ້ນການກິນຊິ້ນ
ສັດປ່າ.
· ໃສ່ເສື້ອຜ້າທີ່ມີການປ້ອງກັນແລະຖົງມື
ເວລາຈັບບາຍສັດ
· ຢ່າຈັບບາຍ ຄົນທີ່ຫາກໍຕາຍຍ້ອນຕິດເຊື້ອ
ອີໂບລາ.
ແຫລ່ງ: Centers for Disease Control; Plan International
“ນຶ່ງໃນຫລາຍໆເປົ້າໝາຍຂອງໂຄງການນີ້ ກໍແມ່ນພະຍາ
ຍາມເອົາວິທີປິ່ນປົວທີ່ແຕກຕ່າງກັນເຫລົ່ານັ້ນ ມາໃຊ້ຮວມ
ກັນຢ່າງຈິງຈັງ. ໂຕຢ່າງ ກ່ຽວກັບເຊື້ອ HIV ນັ້ນ ກໍໄດ້ມີ
ຄວາມສຳເລັດຢ່າງຫລວງຫລາຍ ໃນການເອົາຢາຕໍ່ຕ້ານ
ເຊື້ອໄວຣັສຫລາຍຢ່າງທີ່ໃຊ້ກົນໄກຕ່າງກັນນັ້ນ ມາໃຊ້
ຮວມກັນ ແລະພວກເຮົາເຊື່ອວ່າ ມັນກໍອາດຈະໃຊ້ໄດ້ຜົນ
ສຳຫລັບ ອີໂບລາ ຄືກັນ.”
ນັບແຕ່ປີ 1976 ມາແລ້ວ ແມ່ນໄດ້ມີການລະບາດຂອງເຊື້ອໄວ
ຣັສອີໂບລາ ຫລາຍກ່ວາ 15 ຄັ້ງຢູ່ໃນເຂດພາກໃຕ້ທະເລຊາຍ
Sahara ແຕ່ບໍ່ໄດ້ມີວິທີການປິ່ນປົວ ທີ່ໄດ້ຮັບການອະນຸມັດຫລື
ຮັບຮອງເອົາ. ດອກເຕີ້ Peter Hotez ຊ່ຽວຊານດ້ານພະຍາດ
ເຂດຮ້ອນ ອະທິບາຍ ໃນການໃຫ້ສຳພາດທາງ Skype ວ່າ:
“ບັນຫາກໍຄື ໂຣກນີ້ແມ່ນພະຍາດເຂດຮ້ອນ ທີ່ຖືກຫລົງລືມ.
ເນື່ອງຈາກບໍ່ມີຕະຫລາດທີ່ໃຫ້ກຳໄລທາງການຄ້າຢ່າງແທ້
ຈິງ ພວກບໍລິສັດນາໆຊາດໃຫຍ່ໆຈຶ່ງບໍ່ໄດ້ພາກັນລົງທຶນ
ໃສ່ພວກຜະລິດຕະພັນເຫລົ່ານີ້.”
ດ້ວຍເຫດນີ້ ບັນດານັກຄົ້ນຄ້ວາຈຶ່ງຕ້ອງໄດ້ກາງຕໍ່ອາໄສທຶນຊ່ວຍເຫລືອລ້າຈາກແຫລ່ງລັດ
ຖະບານແລະເອກະຊົນ ເຮັດໃຫ້ມີຄວາມກ້າວໜ້າໃນການຄົ້ນຄ້ວາແລະທົດລອງລ່າຊ້າກ່ວາ
ຫລາຍ ແລະຊ້າເກີນໄປສຳຫລັບພວກເຄາະຮ້າຍ ນຶ່ງພັນກ່ວາຄົນ ທີ່ໄດ້ເສຍຊີວິດໄປແລ້ວນັ້ນ.
ອາການຕ່າງໆຂອງອີໂບລາ: ເກີດຂຶ້ນໃນລະຫວ່າງ 2-21 ມື້ຫລັງຈາກຖືກເຜີຍແບ່ໃສ່ ແຕ່ສ່ວນຫລາຍ ແມ່ນ 8-20 ມື້:
ຂັ້ນທີ 1: 7-9 ມື້ ແມ່ນ ເຈັບຂໍ້ຕໍ່ ເຈັບຄໍ ມີໄຂ້ ເຈັບຫົວ ອ່ອນເພຍ ປວດກ້າມເນື້ອ.
ຂັ້ນທີ 2 - ມື້ທີ 10: ຮາກອອກເລືອດ ທອ້ງສຸ ໄຂ້ສູງ ເມື່ອຍຫລາຍ.
ຂັ້ນທີ 3 - ມື້ທີ 11: ສະໝອງເສຍຫາຍ ເລືອດອອກທາງປາກ ດັງແລະກົ້ນ.
ຂັ້ນທີ 4 - ມື້ທີ 12: ໂຄມ່າ ອະໄວຍະວະລົ້ມແຫລວ ຊອ໊ກ ເລືອດຕົກໃນຢ່າງໃຫຍ່ ຕາຍ.
ວີດີໂອ: ການລະບາດຂອງອີໂບລາ ສົ່ງຜົນກະທົບຕໍ່ເສດຖະກິດ ຂອງອາຟຣິກາ: