ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ຕິດເຊື້ອໄວ​ຣັ​ສ ອີ​ໂບ​ລາ ເພີ່ມ​ຂຶ້ນ​ເກີນ 2,000 ກໍ​ລະ​ນີ ໃນ​ປະ​ເທດ ຄອງ​ໂກ


ພະ​ສົງ​ອົງ​ນຶ່ງ ເບິ່ງ​ໃນ​ຂະ​ນະ​ທີ່​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ນຸ່ງ​ຊຸດ​ປ້ອງ​ກັນ​ໄວ​ຣັ​ສ ອີ​ໂບ​ລາ ເພື່ອ​ກຽມ​ນຳ​ສົບ​ຄົນ​ໄຂ້ ອີ​ໂບ​ລາ ໄປ​ຝັງ, ຢູ່​ສູນ​ປິ່ນ​ປົວ ໂຣກ ອີ​ໂບ​ລາ, ເມືອງ ບູ​ເທັມ​ໂບ, ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ. 26 ມີ​ນາ, 2019.
ພະ​ສົງ​ອົງ​ນຶ່ງ ເບິ່ງ​ໃນ​ຂະ​ນະ​ທີ່​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ນຸ່ງ​ຊຸດ​ປ້ອງ​ກັນ​ໄວ​ຣັ​ສ ອີ​ໂບ​ລາ ເພື່ອ​ກຽມ​ນຳ​ສົບ​ຄົນ​ໄຂ້ ອີ​ໂບ​ລາ ໄປ​ຝັງ, ຢູ່​ສູນ​ປິ່ນ​ປົວ ໂຣກ ອີ​ໂບ​ລາ, ເມືອງ ບູ​ເທັມ​ໂບ, ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ. 26 ມີ​ນາ, 2019.

ມີ​ການ​ຕິດເຊື້ອໄວ​ຣັ​ສ ອີ​ໂບ​ລາ ຫຼາຍກວ່າ 2,000 ກໍ​ລະ​ນີ​ໃນ​ປະ​ເທດ ສາ​ທາ​ລະ​ນະ​ລັດ
ປະຊາທິປະໄຕ ຄອງໂກ, ອີງຕາມກະຊວງສາທາລະນະສຸກຂອງປະເທດດັ່ງກ່າວ. ການ
ຕາຍຂອງ 1,346 ຄົນໄດ້ເຮັດໃຫ້ມັນເປັນການລະບາດຂອງໂຣກ ອີໂບລາ ທີ່ຮ້າຍແຮງ
ທີ່ສຸດ ເປັນອັນດັບສອງ ໃນປະຫວັດສາດ.

ໃນ​ວັນ​ຈັນ​ທີ່​ຜ່ານ​ມາ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ກ່າວ​ວ່າ ມີ​ພຽງ 539 ຄົນ​ໄດ້​ຫາຍ​ດີ​
ຈາກເຊື້ອໄວຣັສດັ່ງກ່າວ.

ການ​ລາຍ​ງານ​ຄັ້ງຫຼ້າ​ສຸດ​ຂອງ​ກະ​ຊວງ​ໄດ້​ເວົ້າ​ວ່າ ການ​ຕໍ່​ສູ້​ກັ​ບ​ເຊື້ອ​ໄວ​ຣັ​ສ​ທີ່​ຮ້າຍ​ກາດ​
ນັ້ນ ແມ່ນໄດ້ຮັບການຊ່ວຍເຫຼືອຈາກການຮັກສາຄວາມປອດໄພ ແລະ ການຄວບຄຸມ
ໂຣກດັ່ງກ່າວທີ່ດີຂຶ້ນ.

ລາຍ​ງານ​ໄດ້​ຂຽນ​ວ່າ “ໃນ​ຂະ​ນະ​ທີ່​ໄພ​ຂົ່ມ​ຂູ່ ​ຕໍ່​ການຮັບ​ມື​ຍັງ ​ຄົງ​ສູງ​ຢູ່​ນັ້ນ, ​ແຕ່ ການຫຼຸດ​
ລົງໃນການໂຈມຕີທີ່ຖືກແນເປົ້າໃສ່ນັ້ນໄດ້ເຮັດໃຫ້ກຸ່ມແພດໝໍຕ່າງໆ ນຳທັນກັບການ
ແຜ່ລາມຂອງໂຣກລະບາດນັ້ນ. ແນວໃດກໍຕາມ, ສະຖານະການດ້ານຄວາມປອດໄພ
ແມ່ນຍັງຄົງ ບໍ່ແນ່ນອນ ແລະ ຄາດເດົາບໍ່ໄດ້.”

ອີງ​ຕາມ​ອົງ​ການ​ຂ່າວ AFP, ພະ​ນັກ​ງານ​ຊ່ວຍ​ເຫຼືອ​ຫ້າ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໂດຍ ກອງ​ກຳ​
ລັງທະຫານບ້ານໃນທ້ອງຖິ່ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ໄດ້​ຂຽນ​ວ່າ, “ໂຣກ​ລະ​ບາດ​ຈະ​ສືບ​ຕໍ່​ຖືກ​ຄວບ​ຄຸມຕາມ​
ພູມສັນຖານ, ປົກປ້ອງໝົດທົ່ວປະເທດ ແລະ ບັນດາປະເທດທີ່ຢູ່ໃກ້ຄຽງ. ປັດຈຸບັນນີ້, ບໍ່
ມີກໍລະນີການຕິດເຊື້ອໄວຣັສ ອີໂບລາ ໄດ້ຂ້າມຜ່ານເຂດຊາຍແດນຂອງ ສາທາລະນະ
ລັດ ປະຊາທິປະໄຕ ຄອງໂກ ອອກໄປ, ແລະ ການລະບາດແມ່ນບໍ່ໄດ້ແຜ່ລາມໄປຫາສູນ
ກາງເຂດຕົວເມືອງທີ່ມີຄວາມສ່ຽງສູງ, ເຊັ່ນເມືອງ ໂກມາ, ບູເນຍ ແລະ ກີຊາງການີ.”

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ລະ​ບຸ ການ​ຕິ​ດ​ຕາມ​ເຊື້ອ​ໄວ​ຣັ​ສ, ປ້ອງ​ກັນ​ການ​ຕິດ​ເຊື້ອ
ແລະ ອັດຕາການຕາຍລະດັບສູງໃນຊຸມຊົນ ຍັງສືບຕໍ່ເປັນສິ່ງທ້າທາງ.

ໃນ​ຂະ​ນະ​ດຽວ​ກັນ, ອົງ​ການ ສະ​ຫະ​ພັນ​ ກາ​ແດງ ສາ​ກົນ ແລະ ສັງ​ຄົມ​ວົງ​ເດືອນ​ແດງ ຫຼື
IFRC ເວົ້າວ່າ ການເພີ່ມຂຶ້ນຂອງກໍລະນີການຕິດເຊື້ອຢ່າງ ຫຼວງຫຼາຍ ໝາຍຄວາມວ່າ
ບັນດາເຈົ້າໜ້າທີ່ຄວນຈັດຕັ້ງ ການຮັບມືກັບເຊື້ອໄວຣັສ ອີໂບລາ ຂອງປະເທດຄືນໃໝ່.

ອົງ​ການ IFRC ໄດ້​ຮຽກ​ຮ້ອງ​ປະ​ຊາ​ຄົມ​ທີ່​ເປັນ​ຄູ່​ຮ່ວມ​ ໃຫ້​ນຳ​ໜ້າ​ໃນ​ການ​ຮັບ​ມື​ກັບ​ບັນ​
ຫາດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG