ແຜ່ນດິນໄຫວສອງຮອບໄດ້ສັ່ນສະເທືອນຟີລິບປິນ ເປັນເວລທີ່ຫ່າງກັນຫຼາຍຊົ່ວໂມງ ໃນວັນພະຫັດມື້ນີ້ ທາງການຂອງຟີລິບປິນ ກ່າວ ແຕ່ບໍ່ມີລາຍງານໃນທັນທີ ກ່ຽວກັບການບາດເຈັບ ຫຼື ຄວາມເສຍຫາຍທີ່ສຳຄັນເລີຍ.
ແຜ່ນດິນໄຫວນີ້ ມີຄວາມແຮງສັ່ນສະເທື່ອ 5.8 ທີ່ໄດ້ເກີດຂຶ້ນຢູ່ເຂດນອກເມືອງ ແຊນ ແຟຣນຊິສໂກ ໃນພາກໃຕ້ຂອງແຂວງ ເລເຕ (Leyte province) ທາງພາກກາງຂອງພາກພື້ນ ວີຊາຢາສ (Visayas) ໃນເວລາ 7 ໂມງ 39 ນາທີ ຕາມເວລາໃນທ້ອງຖິ່ນ ອີງຕາມສະຖາບັນພູໄຟວິທະຍາ ແລະແຜ່ນດິນໄຫວວິທະຍາ ຂອງຟີລິບປິນ ຫຼື (PHIVOLCS).
ແຜ່ນດິນໄຫວທີ່ຕິດຕາມມາຫຼັງຈາກສີ່ຊົ່ວໂມງ ມີຄວາມແຮງສັ່ນສະເທືອນ 5.4 ທີ່ໄດ້ກະທົບຕໍ່ເມືອງ ຊີໂອຄອນ ໃນພາກໃຕ້ຂອງຂົງເຂດ ມິນດານາວ (Mindanao).
ອົງການດັ່ງກ່າວ ໄດ້ບັນທຶກແຜ່ນດິນໄຫວຂະໜາດນ້ອຍຢ່າງໜ້ອຍ 68 ຄັ້ງ ໃນການສັ່ນສະເທື່ອນຈາກ ພາກພື້ນ ວິຊາຢາສ. ບໍ່ມີລາຍໃນທັນທີຂອງການບາດເຈັບໃດໆ ຈາກທັງແຜ່ນດິນໄຫວຂະໜາດໃຫຍ່ແລະນ້ອຍດັ່ງກ່າວ.
ຜູ້ບັນຊາການຕຳຫຼວດຂອງແຊນ ແຟຣນຊິສໂກ ທ່ານບາຣນີ ຄາຕິກ ໄດ້ກ່າວວ່າ ແຜ່ນດິນໄຫວໃນເມືອງນັ້ນ ໄດ້ກະທົບໄລຍະສັ້ນໆ ແຕ່ແຮງ.
ທ່ານຄາຕິກ ກ່າວຜ່ານໂທລະສັບວ່າ “ພາບຖ່າຍຈຳນວນນຶ່ງທີ່ຕັ້ງຢູ່ເທິງຊັ້ນວາງເຄື່ອງ ກໍໄດ້ຕົກລົງມາ.”
ບໍ່ມີຜູ້ໃດໄດ້ຮັບບາດເຈັບ ແຕ່ມີເຮືອນຢ່າງໜ້ອຍ 18 ຫລັງ ແລະຕຶກຂອງລັດຖະບານຫຼາຍແຫ່ງ ໄດ້ຮັບຄວາມເສຍຫາຍເລັກນ້ອຍ ທ່ານຄາຕິກ ໄດ້ກ່າວ. ທ່ານກ່າວອີກວ່າ ຢ່າງໜ້ອຍທາງຫຼວງສາຍນຶ່ງແຕກແຫງຈາກການສັ່ນສະເທື່ອນ ແຕ່ຍັງສາມາດແລ່ນຜ່ານໄປໄດ້. ທ່ານຄາຕິກ ເວົ້າວ່າ “ພວກເຮົາຍັງດຳເນີນການປະເມີດຜົນເສຍຫາຍຢ່າງເຕັມສ່ວນຢູ່.”
ແຜ່ນດິນໄຫວ ເປັນເລື້ອງທຳມະດາຢູ່ໃນຟີລິບປິນ ເຊິ່ງຕັ້ງຢູ່ໃນເສັ້ນ “ວົງແວນຂອງໄຟ” ຂອງມະຫາສະໝຸດປາຊີຟິກ ບ່ອນທີ່ມີການເຄື່ອນໄຫວຂອງພູໄຟ ແລະແຜ່ນດິນໄຫວ ກໍເກີດຂຶ້ນຢູ່ເລື້ອຍໆ.
Two earthquakes jolted the Philippines several hours apart on Thursday, authorities said, but there were no immediate reports of injuries or major damage.
A magnitude 5.8 quake occurred off the town of San Francisco in Southern Leyte province in the central region of Visayas at 07:39 a.m (2339 GMT), according to the Philippine Institute of Volcanology and Seismology (PHIVOLCS).
A magnitude 5.4 earthquake followed four hours later that hit Siocon town in the southern Mindanao region.
The agency had recorded at least 68 aftershocks from the Visayas tremor. There were no immediate reports of injuries from either tremor.
San Francisco police chief Barnie Catig said the earthquake in the town was brief but strong.
"Some of the picture frames in our shelves fell off," Catig said by phone.
No one was injured but at least 18 houses and government buildings had minor damage, Catig said. At least one highway had fissures from the tremor but remained passable, he said.
"We're still conducting a full assessment," Catig said.
Earthquakes are common in the Philippines, which is located in the Pacific Ocean's "Ring of Fire", where volcanic activity and earthquakes frequently occur.
ຟໍຣັມສະແດງຄວາມຄິດເຫັນ