ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນແຜ່ນດິນ ປີ 2018 ເພັ່ງເລັງໃສ່ ມົນລະພິດ ຂອງຢາງປລາສຕິກ


ຜູ້ປະທ້ວງຄົນນຶ່ງ ຖືປ້າຍເຈ້ຍແຂງ ໃນຂະນະທີ່ນາງ ເຂົ້າຮ່ວມ
ໃນການເດີນຂະບວນ ຊຸມນຸມ ເພື່ອວິທະຍາສາດ ໃນວັນແຜ່ນ
ດິນ ຫຼື Earth Day ທີ່ນະຄອນຫຼວງ ເມັກຊິໂກ ຊີຕີ ຂອງ
ເມັກຊິໂກ ເມື່ອວັນທີ 22 ເມສາ 2017.
ຜູ້ປະທ້ວງຄົນນຶ່ງ ຖືປ້າຍເຈ້ຍແຂງ ໃນຂະນະທີ່ນາງ ເຂົ້າຮ່ວມ ໃນການເດີນຂະບວນ ຊຸມນຸມ ເພື່ອວິທະຍາສາດ ໃນວັນແຜ່ນ ດິນ ຫຼື Earth Day ທີ່ນະຄອນຫຼວງ ເມັກຊິໂກ ຊີຕີ ຂອງ ເມັກຊິໂກ ເມື່ອວັນທີ 22 ເມສາ 2017.

ວັນທີ 22 ເດືອນເມສາ ໃນແຕ່ລະປີ ຫຼາຍໆຄົນຈະຢຸດເຊົາທຸກສິ່ງທຸກຢ່າງ ແລ້ວຄຳນຶງ
ເຖິງສຸຂະພາບ ສະພາບແວດລ້ອມຂອງໂລກ -- ແລະຄ້າຍຄືກັນກັບວ່າ ເປັນວັນປີໃໝ່
ສຳລັບທຳມະຊາດ ດັ່ງນັ້ນ ຫຼາຍໆຄົນ ຈຶ່ງເອົາວັນໂລກນີ້ ເປັນການອະທິດຖານວ່າ ພວກ
ຕົນຈະປະພຶດຕໍ່ໂລກໃນອ້ອມຮອບຕົວຂອງຕົນໂດຍໃຫ້ມີຄວາມຮັບຜິດຊອບຫຼາຍຂຶ້ນ.

ການສະເຫຼີມສະຫຼອງວັນດັ່ງກ່າວນີ້ ໄດ້ເລີ້ມຕົ້ນຂຶ້ນ ໃນປີ 1970 ແລະກຳລັງຈະກ້າວ
ເຂົ້າສູ່ເຄິ່ງສັດຕະວັດແລ້ວ ທີ່ໄດ້ປະຕິບັດກັນມາ ດ້ວຍການເຄື່ອນໄຫວທີ່ເລີ້ມຕົ້ນຂຶ້ນຢູ່
ໃນສະຫະລັດ ແລະໄດ້ຂະຫຍາຍອອກໄປທົ່ວໂລກ. ພວກຄົນທັງຫຼາຍພາກັນສະເຫຼີມ
ສະຫຼອງວັນນີ້ ດ້ວຍການກະທຳໃນດ້ານສິ່ງແວດລ້ອມ ເຊັ່ນວ່າ ການທຳຄວາມສະອາດ
ໃນພື້ນທີ່ຂອງທຳມະຊາດ ການເດີນຂະບວນຂອງມະຫາຊົນ ການປູກຕົ້ນໄມ້ ແລະ ໃນປີ
2016 ການລົງນາມໃນສັນຍາ ປາຣີ ວ່າດ້ວຍດິນຟ້າອາກາດ ຂອງນານາຊາດ ເຊິ່ງແນ
ໃສ່ ເພື່ອຮັກສາໄວ້ ລະດັບການປ່ຽນແປງຂອງດິນຟ້າອາກາດ ໃຫ້ຢູ່ຄືເກົ່າ.

ໃນພາບນີ້ ສະໜອງໂດຍ ກົມຮັກສາປາ ແລະສັດປ່າ ຂອງສະຫະລັດ, ສະແດງໃຫ້ເຫັນນົກທະເລນ້ອຍ ຕີນດຳ ໂດຍມີພວກຢາງປລາສຕິກ ໃນລຳໃສ້ ທີ່ນອນຕາຍຢູ່ທີ່ ເຂດ Midway Atoll ທາງພາກຕາເວັນຕົກສຽງເໜືອ ຂອງເກາະຮາໄວອີ, ວັນທີ 2 ພະຈິກ 2014.
ໃນພາບນີ້ ສະໜອງໂດຍ ກົມຮັກສາປາ ແລະສັດປ່າ ຂອງສະຫະລັດ, ສະແດງໃຫ້ເຫັນນົກທະເລນ້ອຍ ຕີນດຳ ໂດຍມີພວກຢາງປລາສຕິກ ໃນລຳໃສ້ ທີ່ນອນຕາຍຢູ່ທີ່ ເຂດ Midway Atoll ທາງພາກຕາເວັນຕົກສຽງເໜືອ ຂອງເກາະຮາໄວອີ, ວັນທີ 2 ພະຈິກ 2014.

ຫົວຂໍ້ສຳລັບປີ 2018 ນີ້ ແມ່ນເລື່ອງມົນລະພິດຂອງຢາງປລາສຕິກ. ພວກນັກຊ່ຽວຊານ
ກ່າວວ່າ ຈຳນວນຂອງຢາງປລາສຕິກຂະໜາດໃຫຍ່ ທີ່ໄດ້ຖືກໂຍນຖິ້ມ ໄດ້ໄປເຕົ້າໂຮມກັນ
ຢູ່ມະຫາສະໝຸດປາຊີຟິກ ທີ່ຮູ້ຈັກກັນວ່າ ກອງຂີ້ເຫຍື້ອທີ່ຍິ່ງໃຫຍ່ຂອງປາຊີຟິກ ຫຼື Great
Pacific Garbage Patch ທີ່ຂະຫຍາຍຂຶ້ນເລື້ອຍໆ ຫຼາຍກວ່າ 155 ລ້ານເຮັກຕາ ຫຼື
ມີເນື້ອທີ່ໃຫຽ່ຂະໜາດ ລັດເທັກຊັສ ຂອງສະຫະລັດ ເຖິງສອງເທົ່າ.

ກອງຂີ້ເຫຍື້ອດັ່ງກ່າວ ໄດ້ເລີ້ມມີຂະໜາດໃຫຍ່ຂຶ້ນ ໃນເວລາໜ້ອຍກວ່າ 100 ປີ ໃນຂະ
ນະທີ່ພວກຢາງປລາສຕິກ ພຽງໄດ້ຖືກນຳມາໃຊ້ກັນໂດຍທົ່ວໄປ ໃນຊ່ວງປີ 1950. ມັນ
ເປັນນຶ່ງໃນກອງຂີ້ເຫຍື້ອໃຫຍ່ຫຼາຍກອງ ຂອງສິ່ງເສດເຫຼືອ ທີ່ໄດ້ພົບເຫັນ ຢູ່ໃນມະຫາ
ສະໝຸດຂອງໂລກ ເຊິ່ງພວກມັນ ໄດ້ຖືກນຳເຂົ້າມາໂຮມກັນ ໂດຍແບບແຜນຂອງລະບົບ
ອາກາດ ແລະ ກະແສນ້ຳທະເລ. ພວກນັກຊ່ຽວຊານ ກ່າວວ່າ ຢາງປລາສຕິກຫຼາຍຊະນິດ
ທີ່ບໍ່ລະລາຍ ສາມາດຢູ່ໃນສະພາບແວດລ້ອມໄດ້ເຖິງ 2,000 ປີ.

ສຳລັບ ວັນໂລກ ຂອງປີນີ້ ແມ່ນຈະເພັ່ງເລັງໃສ່ ການເລີກໃຊ້ຢາງປລາສຕິກ ທີ່ໃຊ້ໄດ້ພຽງ
ຄັ້ງດຽວ ການສົ່ງເສີມວັດຖຸທາງເລືອກອື່ນໆແທນ ການນຳມາໃຊ້ຄືນໃໝ່ ແລະ ການສ້າງ
ພຶດຕິກຳ ທີ່ມີຄວາມຮັບຜິດຊອບຫຼາຍຂຶ້ນ ທີ່ກ່ຽວຂ້ອງກັບການນຳໃຊ້ຢາງປລາສຕິກ.

ກຸ່ມຮັກສາສິ່ງແວດລ້ອມ ທີ່ຢູ່ເບື້ອງຫລັງຂອງ ວັນໂລກ ແລະ ເຄືອຂ່າຍວັນໂລກ ກະປະ
ມານໄດ້ວ່າ ຈຳນວນປະຊາກອນນຶ່ງຕື້ຄົນ ໃນທົ່ວໂລກ ແມ່ນໄດ້ຮັບຮູ້ເຖິງ ວັນໂລກ ໃນ
ທາງໃດທາງນຶ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG