ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ສ້າງ​ຕັ້ງ ວັນ​ແຫ່ງ​ໜ່ວຍ​ໂລກ ຍັງມີ​ຄວາມ​ຫວັງ​ຢູ່ ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ ໜ່ວຍ​ໂລກ


Activists Vow to Make Climate One of Top Election Issues
please wait

No media source currently available

0:00 0:03:11 0:00

ພວກ​ນັກ​ເຄື່ອນ​ໄຫວ​ສັນ​ຍາ​ວ່າ ຈະ​ເຮັດ​ໃຫ້​ເລື້ອງ​ດິນ​ຟ້າ​ອາ​ກາດ ກາຍ​ເປັນ​ບັນ​ຫາ​ສຳ​ຄັນ​ ອັນ​ນຶ່ງ ໃນ​ການ​ເລືອກ​ຕັ້ງ

ເຫດ​ການ​ຕ່າງໆ ຢູ່​ທົ່ວ​ໂລກໄດ້​ສຸມ​ໃສ່ເລື້ອງ​ສະ​ພາບ​ແວດ​ລ້ອມ ໃນ​ວັນ​ຈັ​ຈ​ຜ່ານ​ມານີ້ ໃນ​ຂະ​ນະ​ທີ່​ປະ​ຊາ​ຄົ​ມ​ສາ​ກົນສະ​ຫລອງວັນ​ແຫ່ງໜ່ວຍໂລກຄົບ​ຮອບ 49 ປີ. ຜູ້ກໍ່​ຕັ້ງ​ຂະ​ບວນ​ການ​ດັ່ງ​ກ່າວຄາດ​ຄະ​ເນ​ວ່າປີ 2020 ຈະ​ເປັນ​ປີ​ທີ່​ສຳ​ຄັນ​ໃນ​ການ​ລະ​ດົມ​ຄົນທັງ​ໂລກ ​ເພື່ອ​ເຮັດໃຫ້​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ການ​ເມືອງທີ່​ແນ​ໃສ່​ປົກ​ປ້ອງ​ໜ່ວຍ​ໂລກ​ໄວ້​ ໃ​ຫ້​ແກ່​ຄົນ​ລຸ້ນ​ຫລັງ. Zlatica Hoke, ນັກ​ຂ່າວ​ຂອງວີ​ໂອ​ເອ​ ມີລາຍລະ​ອຽດ​ເພີ້ມ​ເຕີມ ​ຊຶ່ງບົວ​ສະ​ຫວັນມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ວິ​ທະ​ຍາ​ສາດເວົ້າ​ວ່າການ​ກະ​ທຳ​ຂອງມະ​ນຸດກຳ​ລັງເຮັດ​ໃຫ້ໜ່ວຍ​ໂລກຕົ​ກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ ແລະ ພວກ​ນັກ​ເຄື່ອນ​ໄຫວ​ພາ​ກັນ​ຮຽກ​ຮ້ອງ​ໃຫ້​ມີ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມເພື່ອຕ່າວ​ປິ້ນທ່າ​ອ່ຽງ​ທີ່​ເຮັດ​ໃຫ້​ສັດ​ຕາຍ, ມະ​ຫາ​ສະ​ໝຸດເຫືອດ​ແຫ້ງ​ໄປ, ເຮັດ​ໃຫ້ຊັ້ນ​ນຳ​ກ້ອນ​ເປື່ອຍສະ​ຫລາຍ ແລະເປັນ​ໄພຂົ່ມ​ຂູ່ຕໍ່​ຄົນ​ໃນປະ​ຊາ​ຄົມຕ່າງໆ. ພວກ​ນັກ​ວິ​ທະ​ຍາ​ສາດ​ຕ້ອງ​ຕິ​ວ່າ ຍ້ອນ​ມີການປ່ອຍ​ອາຍ​ກາກບອນອອກ​ໄປ ຈຶ່ງ​ເຮັດ​ໃຫ້​ເກີດສະ​ພາບ​ໂລກ​ຮ້ອນ​ເອົ້າ, ຊຶ່ງ​ເປັນ​ສິ່ງ​ນຶ່ງ​ທີ່​ພວກ​ຜູ້​ນຳ​ທາງ​ການ​ເມືອງ ແລະ​ເສດ​ຖະ​ກິດ​ຈຳ​ນວນ​ນຶ່ງ​ປະ​ຕິ​ເສດວ່າບໍ່​ແມ່ນ.

ອົງ​ການ NASA ໄດ້​ໃຊ້​ວັນ​ຄົບ​ຮອບ 49 ປີຂອງວັນ​ແຫ່ງ​ໜ່ວຍ​ໂລກ ໃນ​ວັນ​ຈັນຜ່ານ​ມານີ້ ເພື່ອ​ສົ່ງ​ຮູບ​ພາບ​ທາງ​ດາວ​ທຽມ​ທີ່​ສະ​ແດງ​ໃຫ້​ຮູ້​ວ່າ ທີ່​ຈິງ​ແລ້ວ ອາຍ​ກາ​ກບອນໄດ​ອອກ​ໄຊ​ ໄດ້​ເຮັດ​ໃຫ້​ໂລກ​ຮ້ອນ​ເອົ້າ​ອີ່​ຫລີ.

ທ່ານ Carlos del Castillo, ນັກ​ວິ​ທະ​ຍາ​ສາດ​ຂອງ​ອົງ​ການ NASA ກ່າວ​ເປັນ​ພາ​ສາ​ສະ​ເປນວ່າ:
"ສິ່ງ​ທີ່​ພວກ​ເຮົາ​ກຳ​ລັງ​ເຫັນ​ຢູ່​ກໍ​ຄື ​ຈຳ​ນວນ​ຂອງ ອາຍ​ກາກ​ບອນໄດ​ອອກ​ໄຊ ຢູ່​ໃຍ​ຊັ້ນ​ບັນ​ຍາ​ກາດ ກຳ​ລັງ​ເພີ້ມ​ຂຶ້ນ. ເມື່ອ​ເປັນ​ເຊັ່ນ​ນັ້ນ, ອາ​ກາດ ແລະ​ມະ​ຫາ​ສະ​ໝຸດ​ຕ່າງໆ ຈຶ່ງອຸ່ນ​ຂຶ້ນກວ່າເກົ່າ. ມະ​ຫາ​ສະ​ໝຸດໄດ້ກາຍ​ມາ​ເປັນ​ກົດ​ອາ​ຊິດ. ລະ​ດັບ​ນ້ຳມະ​ຫາ​ສະ​ໝຸດຍື່ງ​ຂຶ້ນ ແລະ​ການ​ເກີດເຫດ​ການ​ກ່ຽວ​ຂ້ອງ​ກັບ​ສະ​ພາບ​ອາ​ກາດທີ່​ຮ້າຍ​ແຮງ ກໍ​ສູງ​ຂຶ້ນນັບ​ມື້​ເຊັ່ນ​ກັນ.”

ພາບ​ຖ່າຍທາງ​ດາວ​ທຽມ​ຍັງ​ສະ​ແດງ​ໃຫ້​ເຫັນອີກ​ວ່າ ສະ​ພາບການ​ຕັດ​ໄມ້​ທຳ​ລາຍ​ປ່າ​ ໄດ້​ສົ່ງຜົນ​ກະ​ທົບຕໍ່​ດິນ​ຟ້າ​ອາ​ກາດ ບໍ່​ພຽງ​ແຕ່​ຢູ່​ໃນລະ​ດັບ​ຂົງ​ເຂດ​ເທົ່າ​ນັ້ນ ແຕ່​ຍັງ​ສົ່ງ​ຜົນ​ກະ​ທົບ​ຕໍ່​ທັງ​ໜ່ວຍ​ໂລກນຳ ແລະ​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການຍື່ງ​ຂຶ້ນ ​ຂອງ​ລະ​ດັບ​ນ້ຳ ຍ້ອນ​ການ​ລະ​ລາຍ​ຂອງ​ຊັ້ນ​ນຳ​ແຂງ. ເຖິງ​ແມ່ນ​ວ່າ​ ຈະ​ມີ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນວ່າ​ ອຸດ​ສາ​ຫະ​ກຳ​ເຊື້ອ​ໄຟ​ທີ່​ມາ​ຈາກ​ຊາກ​ສັດ​ແລະ​ພືດ, ​ການ​ຕັດ​ໄມ້​ທຳ​ລາຍ​ປ່າ, ເສດ​ຂີ້​ເຫຍື້ອທີ່ມີ​ຈຳ​ນວນ​ຫລວງຫລາຍ​ເກີນ​ໄປ ແລະ​ກິດ​ຈະ​ກໍາອື່ນໆຂອ​ງ​ມະ​ນຸດ ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ໜ່ວຍ​ໂລກ​ກໍ​ຕາມ, ແຕ່​ວ່າ ບັນ​ດາຜູ້​ນຳ​ຂອງ​ໂລກທີ່​ຖືກ​ກົດ​ດັນ ​ຈາກພາກ​ສ່ວນອຸດ​ສາ​ຫະ​ກຳ​ ທີ່​ສ້າງ​ຜົນ​ກຳ​ໄລ ພາ​ກັນ​ເມີນ​ເສີຍ​ຕໍ່ ຫລືບໍ່​ ກໍເຖິງ​ຂັ້ນ​ປະ​ຕິ​ເສດ​ຕໍ່ຫລັກ​ວິ​ທະ​ຍາ​ສາດ.

ແຕ່​ວ່າ ຄົນ​ລຸ້ນ​ໜຸ່ມກວ່າກັບເປັນ​ຫ່ວ​ງ ຕໍ່​ສະ​ພາບ​ການຂອງໜ່ວຍ​ໂລກທີ່​ພວກ​ເຂົາ​ເຈົ້າ​ຈະ​ໄດ້​ສືບ​ຕໍ່​ຮັກ​ສາ​ໄວ້​ນັ້ນ ແລະ​ກໍ​ພາ​ກັນນັບ​ມື້ນັບ​ໃຊ້​ສຽງ​ຮຽກ​ຮ້ອງໃຫ້​ເອົາ​ໃຈ​ໃສ່​ຕໍ່​ບັນ​ຫາ​ດັ່ງ​ກ່າວນີ້. ນາງ ເກ​ຣດ​ຕາ ທັນ​ເບີກ (Greta Thunberg), ນັກ​ຮຽນ​ສະ​ວີ​ເດັນ​ຄົນ​ນຶ່ງ ​ໄດ້​ກາຍ​ເປັນ​ໃບ​ໜ້າ​ຂອງຂະ​ບວນ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ຮຽນ​ລະ​ດັບ​ໂລກ. ນາງ​ໄດ້​ຂຶ້ນ​ກ່າວ​ ຢູ່​ໃນ​ກອງ​ປະ​ຊຸມຄັ້ງນຶ່ງ ​ຢູ່​ໃນ​ນະ​ຄອນ​ລອນດອນ ໃນ​ວັນ​ອາ​ທິດ​ຜ່ານມາທີ່​ຊື່​ວ່າ “ການຂັດ​ຄ້ານ​ຕໍ່​ການ​ສູນ​ຫາຍ​ໄປ” ຫລື Extinction Rebellion. ນາງ​ກ່າວ​ດັ່ງ​ນີ້:
"ມັນ​ບໍ່​ຄວນ​ຈະ​ເປັນ​ເຊັ່ນ​ນັ້ນ ແຕ່​ຍ້ອນ​ວ່າບໍ່​ມີ​ຜູ້ອື່ນເຮັດ​ອັນ​ໃດ​ເລີຍ, ພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ເຊັ່ນ​ນັ້ນ​. ແລະ ພວກ​ເຮົາຕໍ່​ສູ້ແບບບໍ່​ຢຸດ ບໍ່ຢັ້ງ​ເລີຍ. ພວກ​ເຮົາ​ຈະ ບໍ່​ຍອມ​ຍຸ​ຕິ​ການ​ຕໍ່​ສູ້​ເພື່ອ​ໂລກ​ໜ່ວຍນີ້ ແລະ​ເພື່ອ​ພວກ​ເຮົາ​ເອງ, ເພື່ອ​ອະນາ​ຄົດ​ຂອງ​ພວກ​ເຮົາ, ແລະ​ເພື່ອ​ອະ​ນາ​ຄົດ​ຂອງ​ລູກ​ ແລະຂອງ​ຫລານເຮົາພວກ​ເຮົາ."

ໃນ​ວັນ​ທີ 22 ເມ​ສາ​ປີ​ໜ້ານີ້, ຈະເປັນ​ວັນຄົບ​ຮອບ 50 ປີຂອງການ​ສ້າງ​ຕັ້ງ ວັນ​ແຫ່​ງ​ໜ່ວຍ​ໂລກ. ທ່ານ ເດັນ​ນິ​ສ ເຮ​ສ໌ (Denis Hayes) ທີ່​ຊ່ວຍ​ໃນ​ການກໍ່​ຕັ້ງ​ຂະ​ບວນ​ການ​ດັ່ງ​ກ່າວໃນ​ປີ 1970 ນັ້ນ ເວົ້າ​ວ່າ ປີ 2020 ຈະ​ເປັນ​ປີ​ທີ່​ສຳ​ຄັນ​ຫລາຍສຳ​ລັບຂະ​ບວນ​ການ​ເຄື່ອນ​ໄຫວດ້ານດິນ​ຟ້າ​ອາ​ກາດ​ຂອງ​ໂລກ.

ທ່ານເດັນ​ນິ​ສ ເຮ​ສ໌ (Denis Hayes), ຜູ້​ສ້າງ​ຕັ້ງ​ວັນ​ແຫ່ງ​ໜ່ວຍ​ໂລກ​ກ່າວ​ດັ່ງ​ນີ້:
"ສະ​ນັ້ນເປົ້າ​ໝາຍ​ສຳ​ລັບ​ວັນແຫ່ງ​ໜ່ວຍ​ໂລກ​ປີ 2020 ກໍ​ຄື ເພື່ອ​ລະ​ດົມ​ເອົາ​ການ​ເຄື່ອນ​ໄຫວ​ຢ່າງ​ກ້​ວາງ​ຂວາງ​ທີ່​ສຸດ ເທົ່າ​ທີ່​ຈະ​ເຮັດ​ໄດ້. ມັນ​ຖືກ​ອອກ​ແບບ​ມາ ເພື່ອ​ດົນ​ບັນ​ດານ​ໃຫ້​ກຸ່ມ​ຄົນ ​ທີ່​ຮູ້​ວ່າລະ​ບົບການ​ເມືອງ ແລະ​ເສດ​ຖະ​ກິດ​ຂອງ​ຕົນ ​ເຮັດ​ໃຫ້​ໜ່ວຍ​ໂລກ ໄດ້​ຮັບ​ຄວາມ​ເສຍ​ຫາຍນັ້ນ ມີ​ຄວາ​ມ​ຫວັງ​ຂຶ້ນ ແຕ່​ວ່າ ເປັນ​ຜູ້​ທີ່ສາ​ມາດທີ່​ຈະ​ຖືກ​ປຸ​ກລະ​ດົມ​ຈິດ​ໃຈໃຫ້​ພາ​ກັນ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ ຖ້​າ ຫາກມີ​ສິ່ງ​ທີ່ເຮັດ​ໃຫ້​ມີ​ຄວາ​ຫວັງໄດ້​.”

ທ່ານ ເຮ​ສ໌ (Hayes) ​ກຳ​ລັງເຮັດ​ວຽກ​ຮ່ວມ​ກັບ​ບໍ​ລິ​ສັດທວີດ​ເຕີ ແລະ​ບໍ​ລິ​ສັດ​ສື່​ສັງ​ຄົມ​ອອນ​ລາຍອື່ນໆ ເພື່ອ​ນຳ​ເອົາ​ໂຄງ​ການ​ລິ​ເລີ້ມ Vote Earth ຊຶ່ງ​ແປ​ວ່າ ​ເລືອກ​ເອົາໜ່ວຍ​ໂລກນັ້ນ​ມາ​ເລີ້ມ​ຕົ້ນ ​ໃຫ້​ຄຽງ​ຄູ່​ໄປ​ກັບ​ການ​ເລືອກ​ຕັ້ງ​ປີ 2020 ຂອງ​ສະ​ຫະ​ລັດ ພ້ອມ​ທັງ​ການ​ເລືອກ​ຕັ້ງ​ຕ່າງໆ ທີ່​ຈະ​ມີ​ຂຶ້ນໃນ 60 ປະ​ເທດ​ໃນ​ສອງ​ປີ​ຂ້າງ​ໜ້ານີ້. ໂຄງ​ການ​ລິ​ເລີ້ມນີ້ ແມ່ນແນ​ໃສ່​ເຮັດ​ໃຫ້​ເລື້ອງ​ສິ່ງ​ແວດ​ລ້ອມ​ເປັນ​ບັນ​ຫາ​ທີ່​ສຳ​ຄັນ​ອັນ​ນຶ່ງ ສຳ​ລັບ​ພວກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ. ທ່ານ​ເຮ​ສ໌ (Hayes) ເວົ້າອີກ​ວ່າ ຄວາມ​ກ້າວ​ໜ້າ​ໃນ​ດ້ານ​ການ​ແຕ່ງ​ງານ​ຂອງ​ຄົນ​ຮັກ​ຮ່ວມ​ເພດ ຫລື ພວກກະເທີຍ ຢູ່​ໃນ​ອາ​ເມ​ຣິ​ກາ​, ການ​ຄວບ​ຄຸມ​ປືນ​ໃນນິວຊີ​ແລນ ເມື່ອມໍ່ໆ​ມານີ້ ແລະ​ການ​ເຄື່ອນ​ໄຫວ​ໃນລະ​ດັບ​ໂລກ​ທີ່​ເຮັດກ່ອນ​ໜ້ານັ້ນ ເພື່ອ​ແກ້​ໄຂຮູ​ຮົ່ວ​ໃນ​ຊັ້ນ​ໂອ​ໂຊນ ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ສາ​ມາດ​ປ່ຽນທັດ​ສະ​ນະ​ຄະ​ຕິ​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

Events around the world focused on the environment Monday as the global community marked the 49th Earth Day. The founders of the movement predict that 2020 will be the crucial year in mobilizing people worldwide to demand economic and political changes aimed at preserving the planet for the coming generations. VOA's Zlatica Hoke has more.

Science says that human activity is degrading the planet and activists are calling for global effort to reverse the trends that kill animals, deplete oceans, melt glaciers and threaten communities. Scientists have blamed carbon emissions for global warming, something that has been denied by a number of political and economic leaders.

NASA used the 49th anniversary of Earth Day on Monday to release satellite imagery that shows how much carbon dioxide actually warms the Earth.

Carlos del Castillo, NASA scientist (in Spanish):
"What we are seeing is that the amount of carbon dioxide in the atmosphere is increasing. As a result of that, the air and the oceans have been warming up. The oceans are acidifying. The ocean level is rising, and severe climate-related events are also increasing."

Satellite images also show that deforestation affects the climate not only for the region but for the planet, and they show a rise in water levels as a result of glacier melting. Despite growing evidence that fossil fuel industries, deforestation, excessive waste and other human activities harm the Earth, world leaders, pressed by profitable industries, have ignored or even denied the science.

But younger generations are concerned about the state of the planet they will inherit and are becoming increasingly vocal about it. Swedish schoolgirl Greta Thunberg has become the face of global student activism. She addressed an event in London Sunday, called the Extinction Rebellion.

Greta Thunberg, Swedish student activist:
"It shouldn't be like that but since no one else is doing anything, we will have to do so. And we will never stop fighting. We will never stop fighting for this planet and for ourselves, our futures, and for the futures of our children and grandchildren."

On April 22 of next year, Earth Day will mark its 50th anniversary. Denis Hayes, who helped found the movement in 1970, says 2020 will be crucial in the global climate movement.

Denis Hayes, Earth Day Founder:
"The goal for Earth Day 2020 thus is to mobilize the broadest possible movement. It's designed to inspire hope in people who know that their political and economic systems have been failing the planet, but who, if given reason to hope, can be aroused to demand change."

Hayes is working with Twitter and other social media to launch a Vote Earth initiative to accompany the 2020 U.S. elections, as well as elections held over the next two years in 60 other nations. The initiative is aimed at making the environment one of the top issues for voters. Hayes says recent progress on gay marriage in America, gun control in New Zealand and an older global action to fix the ozone hole show that attitudes can change.

XS
SM
MD
LG