ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວັນ​ໂລກ 2019 ໃຫ້​ຄວາມ​ສຳ​ຄັນ​ກັບ ຜົນ​ກະ​ທົບ​ ຂອງ​ມະ​ນຸດ​ຕໍ່​ໂລກ


ເຈົ້າ​ໜ້າ​ທີ່​ສິ່ງ​ແວດ​ລ້ອມ​ສະ​ແດງ​ໃຫ້​ເຫັນ ໝາ​ກ​ກ້ຽງ​ທີ່​ຖືກ​ທາ​ສີເປັນ​ໜ່ວຍ​ໂລກ, ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ. 1 ສິງ​ຫາ, 2018.
ເຈົ້າ​ໜ້າ​ທີ່​ສິ່ງ​ແວດ​ລ້ອມ​ສະ​ແດງ​ໃຫ້​ເຫັນ ໝາ​ກ​ກ້ຽງ​ທີ່​ຖືກ​ທາ​ສີເປັນ​ໜ່ວຍ​ໂລກ, ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ. 1 ສິງ​ຫາ, 2018.

ວັນ​ທີ 22 ເມ​ສາ, ປະ​ຊາ​ຊົນຫຼາຍກວ່ານຶ່ງ​ພັນ​ລ້ານ​ຄົນ ໃນ 192 ປະ​ເທດ ຄາດ​ວ່າ​ຈະ
ເຂົ້າຮ່ວມວັນໂລກ ກ່ຽວກັບ ການດຳເນີນການທາງການເມືອງ ແລະ ພົນລະເມືອງສຳລັບ
ໂລກ.

ປະ​ຊາ​ຊົນ​ຈະ​ເດີນ​ຂະ​ບວນ, ປູກ​ຕົ້ນ​ໄມ້, ອະ​ນາ​ໄມ​ເມືອງ​ຕ່າງໆ​, ສວນ​ສາ​ທາ​ລະ​ນະ,
ຫາດຊາຍ ແລະ ເສັ້ນທາງໆນ້ຳຂອງເຂົາເຈົ້າ, ບັນດານັກການເມືອງຈະປະກາດນະໂຍ
ບາຍຕ່າງໆ ແລະ ບໍລິສັດທັງຫຼາຍຈະສ້າງວຽກ​ງານເພື່ອຄວາມຍືນຍົງ. ທັງໝົດນີ້ເພື່ອ
ສະເຫຼີມສະຫຼອກວັນໂລກປີ 2019.

ເຄືອ​ຂ່າຍ​ວັນ​ໂລກ ຫຼື Earth Day Network, ເຊິ່ງ​ແມ່ນ​ອົງ​ການ​ທີ່​ນຳ​ໜ້າ​ໃນ​ການ​ສະ
ຫຼອງວັນໂລກ ໃນທົ່ວໂລກນັ້ນ, ໄດ້ຕັ້ງປີ 2019 ເປັນປີເພື່ອ “ປົກປ​້ອງມະນຸດຂອງພວກ
ເຮົາ.”

ອີງ​ຕາມ​ເຄືອ​ຂ່າຍ​ວັນ​ໂລກ​ນັ້ນ, ຫົວ​ຂໍ້​ດັ່ງ​ກ່າວ​ໄດ້​ຖືກ​ເລືອກ​ເພື່ອ ໃຫ້​ຄວາມ​ສຳ​ຄັນ​ຕໍ່​
ເລື່ອງທີ່ວ່າ ກິດຈະກຳຕ່າງໆຂອງມະນຸດ ໄດ້ມີການເຊື່ອມໂຍງ ກັບສິ່ງທີ່ນັກຂ່າວສິ່ງ
ແວດລ້ອມ ທ່ານນາງ ເອລິຊາເບັດ ໂຄລເບີດ ໄດ້ອ້າງເຖິງໃນປຶ້ມຂອງລາວຊື່ວ່າ “The
Sixth Extinction” ເຊິ່ງໄດ້ອະທິບາຍເຖິງການສູນພັນຄັ້ງໃຫຍ່ ມີສາເຫດມາຈາກກິດ
ຈະກຳຂອງມະນຸດ ແທນທີ່ຈະແມ່ນຈາກທຳມະຊາດ.

ປະ​ທານ​ເຄືອ​ຂ່າຍ​ວັນ​ໂລກ ທ່າ​ນນາງ ແຄັ​ທ໌​ລີນ ໂຣ​ເຈີ​ສ໌ ໄດ້​ກ່າວ​ຕໍ່​ວີ​ໂອ​ເອວ່າ “ຂ່າວ​ດີ
ກໍແມ່ນວ່າ ອັດຕາການສູນພັນຍັງຈະຊ້າຢູ່ ແລະ ການຫຼຸດລົງ, ການຖືກຂົ່ມຂູ່ ແລະ
ການໃກ້ສູນພັນຂອງສາຍພັນຕ່າງໆ ຍັງສາມາດເອົາກັບຄືນມາໄດ້ຢູ່ ຖ້າພວກເຮົາເຮັດ
ວຽກຮ່ວມກັນ ເພື່ອສ້າງການເຄື່ອນໄຫວຂອງຜູ້ບໍລິໂພກທົ່ວໂລກ, ຜູ້ລົງຄະແນນສຽງ,
ຜູ້ໃຫ້ການສຶກສາ, ຜູ້ນຳການເຊື່ອຖື ແລະ ບັນດານັກວິທະຍາສາດທີ່ພ້ອມພຽງກັນ ເພື່ອ
ຮຽກຮ້ອງການດຳເນີນການໃນທັນທີ.”

ວັນ​ໂລກ ໂດຍ​ທົ່ວ​ໄປ​ແລ້ວຈະ​ສົ່ງ​ເສີມ​ການ​ລະ​ມັດ​ລະ​ວັງ​ ຕໍ່​ບັນ​ຫາ​ສິ່ງ​ແວດ​ລ້ອມ.

On April 22, more than 1 billion people in 192 countries are expected to take part in a global day of political and civic action for the Earth.

People will march, plant trees, clean up their cities, parks, beaches and waterways, politicians will announce policies, and corporations will pledge to work toward sustainability — all to mark Earth Day 2019.

Earth Day Network, the organization that leads Earth Day observances worldwide, has designated 2019 to be the year to "Protect Our Species."

According to EDN, the theme was picked to highlight the fact that human activities are directly linked to what environmental journalist Elizabeth Kolbert refers to in her book, "The Sixth Extinction," which describes a mass extinction caused by human activity rather than natural causes.

"The good news is that the rate of extinctions can still be slowed, and many of our declining, threatened and endangered species can still recover if we work together now to build a united global movement of consumers, voters, educators, faith leaders and scientists to demand immediate action," EDN President Kathleen Rogers told VOA.

Earth Day brings, in general, a greater awareness to environmental concerns.

The Pew Research Center released a report last week that found climate change was the top concern in half the countries it surveyed last year.

XS
SM
MD
LG