ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນ​ດາ​ຜູ້​ສະ​ໝັກ​ ແຂ່ງ​ຂັນເປັນປະ​ທາ​ນາ​ທິບ​ໍ​ດີ ຈາກພັກ​ເດ​ໂມ​ແຄ​ຣັດ ເລີ້ມ​ໂຄ​ສະ​ນາ​ຫາ​ສຽງ


Early Surge of Democratic Contenders for 2020
please wait

No media source currently available

0:00 0:03:06 0:00

ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ເອົາ​ບາດ​ກ້າວເລີ້ມຕົ້ນທີ່​ຫ້າວ​ຫັນ​ເຂົ້າ​ສູ່​ການ​ແຂ່ງ​ຂັນເປັນປະ​ທາ​ນາ​ທິ​ບໍ​ດີ​ປີ​ 2020 ແຕ່​ຫົວ​ທີ​. ພັກ​ເດ​ໂມ​ແຄ​ຣັດ ​ຄາດ​ວ່າຈະ​ມີ​ບັນ​ດາຜູ້​ສະ
ໝັກ​ຢ່າງ​ຫຼວງ​ຫຼາຍ ລົງ​ສະ​ໝັກເພື່ອແຂ່ງຂັນ​ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ​ທ​ຣຳ ເວ​ລາທີ່
​ທ່ານລົງ​ສະ​ໝັກ​ເພື່ອ​ໃຫ້​ຖືກ​ການ​ເລືອກ​ຕັ້ງເປັນ​ປະ​ທາ​ນາ​ທິ​ບໍ​ດີຄືນ​ອີກ ​ໃນ​ປີ​ໜ້າ​ນີ້. ແຕ່
​ວ່າ ດັ່ງ​ທີ່ພວກເຮົາ​ຈະໄດ້​ຍິນຢູ່​ໃນລາຍ​ງານຈາກນັກ​ຂ່າວ​ແຫ່ງ​ຊາດ ຈິມ​ ມາ​ໂລນຂອງ
ວີ​ໂອ​ເອ, ​ປັດ​ຈຸ​ບັນ​ນີິ້ ຍັງ​ບໍ່ມີ​ໃຜປາ​ກົດໃຫ້​ເຫັນວ່າ ຈະ​ເປັນຜູ້​ສະ​ໝັກ​ຢູ່​ໃນ​ອັນ​ດັບ​ນຳ​ໜ້​າ
​ຂອງ​ພັກດັ່ງ​ກ່າວເທື່ອ. ​ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ມາສະ​ເໜີ​
ທ່ານຈາກ​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ.

ທ່ານ​ນາງ​ເອ​ລີ​ຊາ​ເບດ ວອ​ຣເ​ຣັນສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ແມ່​ນ​ເປັນ​ຜູ້​ນຶ່ງ​ໃນ​ບັນ​ດາ​ຜູ້​
ເລີ້ມ​ຕົ້ນກ້າວອອກ​ຈາກ​ປະ​ຕູໄປ ໂດຍ​ການເດີນ​ທາງແຕ່​ຫົວ​ທີໄປ​ຍັງ ລັດ​ນິວ​ແຮມ​ເຊີ
ແລະ​ໄອ​ໂອ​ວາ ຊຶ່ງ​ເປັນ​ທີ່ມີ​ການ​ແຂ່ງ​ຂັນ​ກັນ​ນັ້ນ.

ສະ​ມາ​ຊິກ​ສະ​ພາ​ສູງວອ​ຣເ​ຣັນ ​ຈາກພັກ​ເດ​ໂມ​ແຄ​ຣັດ ກ່າວ​ວ່າ “ມື້​ນີ້ ​ເງິນ​ຄ່າແຮງງານ
​ຂັ້ນ​ຕ່ຳຢູ່​ໃນ​ອາ​ເມ​ຣິ​ກາ ຈະ​ບໍ່ຊ່ວຍ​ໃຫ້​ແມ່ ແລະ​ລູກ​ນ້ອຍພົ້ນ​ຈາກ ​ຄວາມ​ທຸກ​ຈົນໄດ້.
ໃຫ້ຄິດ​ເບິ່ງຄວາມແຕກ​ຕ່າງອັນ​ນັ້ນ ເພາະ​ວ່າສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ​ສິ່ງ​ທັງ​ໝົດ ທັງ
​ປວງ​ແມ່ນ​ລ້ວນແລ້ວ​ກ່ຽວຂ້ອງ​ກັບ​ເລື້ອງ​ນີ້​ທັງນັ້ນ.”

ຜູ້ເຂົ້າ​ໄປ​ໂຄ​ສະ​ນາ​ຫາ​ສຽງ​ຮ່ວມ​ກັບທ່ານ​ນາງວອ​ຣເ​ຣັນ ກໍ​ຄື ທ່ານ​ຈູ​ລຽນ ກາ​ສ​ໂຕ​ຣ
​ອະ​ດີດ​ລັດ​ຖະ​ມົນ​ຕີ​ດ້ານເຄ​ຫາ​ສະ​ຖານ ຊຶ່ງ​ທ່ານ​ໃຫ້​ຄຳ​ເຫັນ​ວ່າ

“ໂດຍ​ມີ​ຄວາມ​ສາ​ມັກ​ຄື ພ້ອມ​ພຽງ​ກັນ ​ພວກ​ເຮົາ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຫວັງ
​ສາ​ມາດຍິ່ງໃຫຍ່ກວ່າ​ຄວາມ​ຢ້ານ​ກົວ, ​ແສງ​ສະ​ຫວ່າງສາ​ມາດ​ຍິ່ງໃຫຍ່ກວ່າ​ຄວາມ
​ມືດ​ມົນ ແລະ​ເຫັນ​ວ່າ ຄວາມ​ຈິງ​ສາ​ມາດຍິ່ງໃຫຍ່ກວ່າ​ຄວາມ​ຂີ້​ຕົວະ.”

ທ່ານ​ນາງວອ​ຣເ​ຣັນ ແມ່ນ​ນຶ່ງ​ໃນ​ຈຳ​ນວນ​ແມ່​ຍິງສັງ​ກັດ​ໃນ​ພັກ​ເດ​ໂມ​ແຄ​ຣັດ ທີ່ໄດ້ເຂົ້າ
​ໄປ ​ ຫຼື​ບໍ່​ ກໍຄາດ​ຄາດ​ວ່າ​ຈະ​ເຂົ້າ​ໄປຢູ່​ໃນ​ການ​ແຂ່ງ​ຂັນ ​ຊຶ່ງຮວມມື​ ທ່ານ​ນາງ​ເຄີສ​ເຕັນ
ຈີລ​ລີບ​ແບ​ຣນ, ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ນິວຢອກ ທ່ານ​ນາງ​ທູ​ລ​ຊີ ແກບ​ບາດ,
ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຈາກ​ລັດ​ຮາ​ວາຍ, ທ່ານນາງ ຄາ​ມາ​ລາ ແຮ​ຣ​ຣິ​ສ, ສະ​ມາ​ຊິກ​ສະ
​ພາ​ຕ່ຳ​ຈາກ​ລັດ​ຄາ​ລີ​ຟໍ​ເນຍ,​ ແລະ​, ທ່ານ​ນາງ​ ເອ​ມີ ກ​ໂລ​ບູ​ຈຊາ​, ສະ​ມາ​ຊິກ​ສະ​ພາສູງ
​ຈາກ​ລັດ​ມິນ​ເນ​ໂຊ​ຕາ.

ສ່ວນຄົນ​ອື່ນໆ​ ທີ່ກຳ​ລັງພິ​ຈາ​ລ​ະ​ນາເຂົ້າ​ແຂ່ງ​ຂັນ​ແມ່ນຮວມມີ ອະ​ດີດ​ສະ​ມາ​ຊິກ ​ສ​ະ​ພາ​
ຕ່ຳ​ຈາ​ລັດ​ເທັກ​ຊັ​ສ, ທ່ານ​ ເບ​ໂຕ ໂອ​ຣຸກຄ໌, ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ນິວ​ເຈີ​ຊີ, ທ່ານ
​ຄໍ​ຣີ ບຸກ​ເກີ, ແລະ​ອະ​ດີດ​ຮອງ​ປ​ະ​ທາ​ນາ​ທິ​ບໍ​ດີ, ທ່ານ​ໂຈ ​ໄບ​ເດິນ ທີ່​ໄດ້​ໂຄ​ສ​ະ​ນາ​ຫາ​ສຽງ
​ໃຫ​ເແກ່​ບັນ​ດາສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ຢູ່​ໃນ​ການ​ເລືອກ​ຕັ້ງ​ກາງ​ສ​ະ​ໄໝ​ປີ​ກາຍ​ນີ້.

ທ່ານ​ໂຈ​ ໄບ​ເດິນ ​ກ່າວ​ວ່າ “ມີສິ່ງ​ດຽວທີ່ແຂງ​ແກ່ນ​ພຽງພໍ​ທີ່ຈະແຫກ​ອາ​ເມ​ຣິ​ກາອອກ​
ໃຫ້ເປັນ​ສິ້ນໆ ​ນັ້ນ​ກໍ​ຄື​ອາ​ເມ​ຣິ​ກາເອງ. ພວກ​ເຮົາ​ເຫັນ​ມັນ​ເລີ້ມ​ຕົ້ນມີ​ຂຶ້ນ​ແລ້ວ ແລະ
​ພວກ​ເຮົາສະ​ກັດ​ກັ້ນໃຫ້​ມັນຍຸ​ຕິ​ລົງ​ດຽວນີ້! ດຽວນີ້​ເລີຍ.”

ທ່ານ​ໄບ​ເດິນ ອາດ​ເປັນອາດ​ຈະ​ເປັນ​ທີ່ຄົນ​ຮູ້​ກັນຫລາຍ​ທີ່​ສຸດ ແຕ່​ວ່າໃນ​ປັດ​ຈຸ​ບັນ​ນີ້ ກໍ​
ຍັງບໍ່​ມີ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດຄົນ​ໃດ​ ທີ່ເຫັນ​ຈະເປັນຄົນ​ທີ່​ຢູ່​ໃນ​ທ່າ ທີ່​ໄດ້​ປຽບ​ໝູ່ ​
ຢ່າງ​ຈະແຈ້ງ​ເທື່ອ, ອີງ​ຕາມ​ນັກ​ວິ​ເຄາ​ະ ​ແຣ​ຣີຊາ​ບາ​ໂຕ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ເວີ​ຈີ​
ເນຍ ຊຶ່ງ​ທ່ານ​ໃຫ້​ຄຳ​ເຫັນ​ດັ່ງ​ນີ້:

ແລະແມ່ນ​ແຕ່ວ່າ ທ່ານ​ ໄບ​ເດິນ ກໍ​ຍັງບໍ່​ແມ່ນ​ຜູ້​ນຳ​ໜ້າ​ທີ່​ແຂງ​ຂັນ. ທ່ານ​ໄດ້​ສະ​ແດງ​
ໃຫ້​ເຫັນຢູ່​ໃນ​ລະ​ດັບ 30, 35, 40 ເປີ​ເຊັນ ຢູ່ໃນ​ການ​ຢັ່ງ​ສຽງ. ຄະ​ແນນ ນັ້ນ​ຍັງບໍ່​ສູງ​
ເທົ່າ​ກັບ​ບັນ​ດາ​ຜູ້​ລົງ​ສະ​ໝັກ​ທີ່ນຳ​ໜ້າບາງ​ຄົນເຊັ່ນ ທ່ານນ​າງ​ຮີ​ລ​ລາ​ຣີ ຄ​ລິນຕັນ ໃນ​ປີ
2016 ທີ່ຢູ່​ໃນຊ່ວງດຽວ​ກັນ​ນີ້​ຂອງ​ກາ​ນ​ແຂ່ງ​ຂັນ.

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ​ຄວນ​ຄາດໄວ້​ໂລດ​ວ່າ ​"​ຈະ​ມີຄັບ​ຂັ່ງກັນ​ຢູ່​ໃນເວ​ທີການ​
ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີຄັ້ງນີ້ ແລະ​ຈະ​ມີ​ການ​ສູ້​ຢັນ​ກັນ​ເປັນ​ເວ​ລາ​ດົນ​ນານ ຢູ່​ໃນ
​ການແຂ່ງ​ຂັນຂັ້ນ​ຕົ້ນ, ອີງ​ຕາມທ່ານ​ຈິມ ແຄ​ສ​ເລີຣ ຈາກ​ເທີດ​ເວ ຊຶ່ງ​ທ່ານກ່າວວ່າ
“ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ສິ່ງ​ທີ່​ຈະ​ແຈ້ງ​ຢູ່​ໃນ​ຂັ້ນ​ຕອນ​ການ​ແຕ່ງ​ຕັ້ງ​ເອົາ​ຜູ້​ເລືອກ​ຕັ້ງ​ຕາງ​
ໜ້າ​ໃຫ້​ພັກກໍ​ຄື ມັນ​ຈະ​ບໍ່​ເປັນ​ແບບພິ​ທີສວມ​ມຸງ​ກຸດ​ໃຫ້​ໂລດ ດັ່ງ​ທີ່​ທ່ານ​ໄດ້​ເຫັນໃນ
​ກໍ​ລະ​ນີ​ຂອງທ່ານ ​ອາ​ລ ກໍ​ຣ໌ ທີ່​ແຂ່​ງກັບ​ທ່ານ​ບິ​ລ ແບ​ຣດລີ ໃນ​ປີ 2000 ແລະ​ໃນ
ກໍ​ລະ​ນີ​ຂອງ​ທ່ານນາງ​ ຮິ​ລ​ລ​າ​ຣີ ຄລິນ​ຕັນທີ່​ແຂ່​ງກັບ​ທ່ານ​ເບີ​ນີ ແຊນ​ເດີ​ສ໌ ໃນ​ປີ
2016. ຂ້າ​
ພະ​ເຈົ້າ​ຄິດ​ວ່​າ​ ຈະມີ​ການ​ແຂ່ງ​ຂັນກັນ​ທີ່​ເຜັດ​ຮ້ອນ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳຍັງ​ເປັນ​ທີ່​ນິ​ຍົມກັນ​ຢູ່​ ຢູ່​ໃນ​ບັນ​ດາ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນ
ທັງຫລາຍ ເຖິງ​ແມ່ນ​ວ່າ​ຄະ​ແນນ​ສຽງເຫັນ​ດີກັບ​ທ່ານ ໂດຍ​ລວມ​ກຳ​ລັງ​ຕົກ​ຕ່ຳລົງ​ກໍ​
ຕາມ.ແຕ່​ທ່ານ​ທ​ຣຳ​ ອາດຈະ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຂັ້ນ​ຕົ້ນ​ຈາກອະ​ດີດ​ຜູ້​ປົກ​ຄອງ​
ລັດ​ໂອ​ຮາຍ​ໂອ ທ່ານ​ຈອນ ຄ​າ​ຊິກ.

ທ່ານ​ຈອນ ​ຄາ​ຊິກ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ເຂົ້າ​ແຂ່ງ​ຂັນ​ເພື່ອ​ເປັນຄົນໃດ ຄົນນຶ່ງ
​ທີ່ຈະ​ພະ​ຍາ​ຍາມ ແລະຈະ​ນຳ​ເອົາ​ປ​ະ​ເທດຫັນ​ໜ້າເຂົ້າມາຫາ​ກັນ. ນັ້ນ​ແມ່ນ​ສິ່ງ​
ທີ່​ຂ້າ​ພະ​ເຈົ້າ​ຈະ​ເຮັດ​.”

ຈຸດ​ເພັ່ງ​ເລັງ​ຂອງການ​ເລືອກ​ຕັ້ງ​ຄືນໃໝ່​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ ກໍແມ່ນ​ແນ​ໃສ່
ການ​ເຮັດ​ໃຫ້ເຂດ​ທີ່​ສະ​ໜັບ​ສະ​ໜຸນ​ການ​ເມືອງ​ຂອງ​ທ່ານ ມີ​ຄວາມ​ກະ​ຕື​ລື​ລົ້ນ​ຂຶ້ນ.

​ສະ​ພ​າບ​ການ​ອັນນັ້ນ ​ອາດ​ເຮັດ​ໃຫ້ເປັນ​ການ​ຍາກ ທີ່ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນ​ໃດໆ
ທີ່​ຈະເ​ຮັດ​ໃຫ້​ເປັນ​ສິ່ງທ້າ​ທາຍ​ຢ່າງ​ແຮງເພີ້ມ​ຂຶ້ນ ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ທີ່​ມາ ຈາກ​ພາຍ​ໃນ
​ພັກ​ຂອງ​ທ່ານ​ເອງໄດ້.


Several Democrats have taken steps in recent days to get an early jump on the 2020 presidential race. Democrats expect a large field of candidates will compete to take on President Donald Trump when he runs for re-election next year. But as of now there does not appear to be a clear frontrunner in the Democratic field, as we hear from VOA National Correspondent Jim Malone.

Democrat Elizabeth Warren was among the first out of the starting gate with trips to the early contest states of New Hampshire and Iowa.

Sen. Elizabeth Warren, Democrat
"Today a minimum wage job in America will not keep a mama and a baby out of poverty. Think about that difference because for me that it what this is all about."

Joining Warren on the campaign trail is former Housing Secretary Julian Castro.

Julian Castro, Democrat
"Together we will show that hope can be bigger than fear, that light can be bigger than darkness and that truth can be bigger than lies."

Warren is one of several Democratic women either already in the race or expected to join it including New York Senator Kirsten Gillibrand, Hawaiian Representative Tulsi Gabbard, California Senator Kamala Harris, and Minnesota Senator Amy Klobuchar.

Others considering a bid include former Texas congressman Beto O'Rourke, New Jersey Senator Cory Booker and former Vice President Joe Biden, who campaigned for Democrats in last year's midterm election.

Joe Biden, former Vice President
"The only thing strong enough to tear America apart is America. We have seen it start, and we have to stop it now! Right now!"

Biden may be the best known, but at the moment no Democrat has a clear advantage, says analyst Larry Sabato.

Larry Sabato, University of Virginia
"And even Biden is not a heavy frontrunner. He has been showing up at the 30, 35, 40-percent mark (in the polls). That is not nearly as good as some frontrunners like Hillary Clinton in 2016 at this time in the race."

Democrats should expect a crowded presidential field and a long primary battle, says Jim Kessler.

Jim Kessler, Third Way
"I think what is going to be clear in this nominating process is that it is not going to be a coronation, like you have seen Al Gore over Bill Bradley (in 2000) and with Hillary Clinton over Bernie Sanders (in 2016). I think it is going to be hotly contested."

President Trump remains popular among Republicans, even though his overall approval rating is declining.

But Trump could face a primary challenge from former Ohio Governor John Kasich.

John Kasich, Republican
"I would be running to be somebody to try and bring the country together. That is what it would be about."

Trump's re-election focus has been to shore up his political base.

That could make it difficult for any Republican to mount a serious challenge to the president from within his own party.

XS
SM
MD
LG