ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລັກລອບຂົນສົ່ງຢາເສບຕິດໃນລາວ ໄດ້ກາຍເປັນແກັ່ງຂະໜາດໃຫຍ່ ແລະເຄືອຂ່າຍດຽວກັນກັບໃນມຽນມາ


ຢາບ້າ ຈຳນວນ 10 ລ້ານເມັດ ທີ່ທາງການລາວ ຢຶດໄດ້ຈາກນັກຄ້າຢາເສບຕິດລາຍໃຫຍ່ ໃນແຂວງບໍ່ແກ້ວ.
ຢາບ້າ ຈຳນວນ 10 ລ້ານເມັດ ທີ່ທາງການລາວ ຢຶດໄດ້ຈາກນັກຄ້າຢາເສບຕິດລາຍໃຫຍ່ ໃນແຂວງບໍ່ແກ້ວ.

ການລັກລອບຂົນສົ່ງຢາເສບຕິດໃນລາວ ໄດ້ກາຍເປັນແກັ່ງຂະໜາດໃຫຍ່ ແລະເຄືອຂ່າຍດຽວກັນກັບໃນມຽນມາ ຊຶ່ງເຮັດໃຫ້ລາວ ຖືກໃຊ້ເປັນທາງຜ່ານຂອງການຂົນສົ່ງຢາເສບຕິດ ໃນເຂດລຸ່ມນ້ຳຂອງເພີ້ມຂຶ້ນນັບມື້ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານເຈີເຣີມີ ດັກກລັສ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການຄວບຄຸມອາຊະຍາ ກຳ ແລະຢາເສບຕິດ (UNODC) ໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ ແລະປາຊີຟິກ ໃຫ້ການຢືນຢັນວ່າ ການດຳເນີນມາດຕະການປາບປາມການຄ້າຢາເສບຕິດ ຢ່າງເຂັ້ມງວດຂອງທາງການໄທ ໄດ້ສົ່ງຜົນເຮັດໃຫ້ຂະບວນການຄ້າຢາເສບຕິດຂ້າມຊາດ ໄດ້ເຂົ້າໄປນຳໃຊ້ປະເທດລາວ ເປັນເສັ້ນທາງຜ່ານຂອງກາສນຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳ ໄປປະເທດໃນເຂດລຸ່ມນ້ຳຂອງດ້ວຍກັນ ເພື່ອສົ່ງຕໍ່ໄປຕ່າງປະເທດ ເພີ້ມຂຶ້ນນັບມື້ ທັງຍັງເປັນການຂົນສົ່ງຢາເສບຕິດ ທີ່ມີຈຳນວນຫຼາຍອີກດ້ວຍ ຊຶ່ງສາເຫດທີ່ສາມາດຈັດຕັ້ງໄດ້ດັ່ງກ່າວ ກໍຍ້ອນວ່າ ແກັ່ງຄ້າຢາເສບຕິດໃນລາວ ໄດ້ກາຍເປັນເຄືອຂ່າຍດຽວກັນກັບໃນມຽນມາແລ້ວ ໂດຍສະເພາະແມ່ນແຂວງບໍ່ແກ້ວນັ້ນ ກໍຄືເຂດເຊື່ອມຕໍ່ທີ່ສຳຄັນທີ່ສຸດ ດັ່ງທີ່ ທ່ານເຈີເຣີມີ ໄດ້ໃຫ້ການຢືນຢັນວ່າ:

“ປົກກະຕິແລ້ວ ໄດ້ມີການປ່ຽນເສັ້ນທາງຂົນສົ່ງໃໝ່ ໂດຍທົ່ວໄປ ໄດ້ມີການນຳໃຊ້ລາວ ທີ່ເປັນເຂດບໍ່ເຂັ້ມງວດຫຼາຍສຳລັບພວກຄ້າຢາເສບຕິດ ເປັນເຂດທີ່ຜ່ານໄປໄດ້ງ່າຍຫຼາຍແທ້ໆ ໃນຂະນະດຽວກັນ ຖ້າເຈົ້າເບິ່ງແບບແຜນພຶດຕິກຳ ພວກກຸ່ມຕ່າງໆທີ່ກ່ຽວຂ້ອງຢູ່ໃນລາວ ຢູ່ບໍ່ແກ້ວ ແລະຢູ່ແຂວງທີ່ຕິດຕໍ່ກັບບໍ່ແກ້ວຫຼືຢູ່ໃກ້ຄຽງ ເຈົ້າກໍຈະເຫັນກຸ່ມຈາກລັດສານ ລົງທຶນຢ່າງຫຼວງຫຼາຍ ຢູ່ໃນລາວ ໂດຍສະເພາະແລ້ວ ໃນທັດສະນະຂອງຂ້າ​ພະ​ເຈົ້າ ພວກເຂົາຈະບໍ່ເຫັນວ່າພາກເໜືອຂອງລາວ ແລະພາກເໜືອຂອງມຽນມາ ແຍກອອກຈາກກັນຄົນລະຟາກ ອີກຕໍ່ໄປເລີຍ ມັນເປັນເຂດແດນອັນນຶ່ງອັນດຽວ ຮ່ວມກັນ.”

ສ່ວນພົນເອກວິໄ​ລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫລງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການປາບປາມການຄ້າຢາເສບຕິດ ຈາກເດືອນກໍລະກົດ 2021 ເຖິງເດືອນພຶດສະພາ 2022 ສາມາດສະກັດກັ້ນການຄ້າຢາເສບຕິດໄດ້ 4,094 ກໍລະນີ ແລະຈັບຜູ້ຕ້ອງຫາໄດ້ 5,818 ຄົນ ຊຶ່ງຖືເປັນອາຊະຍາກຳທີ່ເພີ້ມຂຶ້ນຫຼາຍທີ່ສຸດ ທັງມີຈຳນວນຜູ້ຕ້ອງຫາກັບນັກໂທດ ຄິດເປັນສັດສ່ວນທີ່ເກີນກວ່າ 90 ເປີເຊັນຂອງຈຳ ນວນຜູ້ຕ້ອງຫາ ແລະນັກໂທດທັງໝົດໃນລາວອີກດ້ວຍ.

ສະພາບບັນຫາດັ່ງກ່າວນີ້ ໄດ້ສົງຜົນກະທົບການບັນລຸເປົ້າໝາຍວາລະແຫ່ງຊາດ ວ່າດ້ວຍການປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສິ້ນເຊີງໃນປີ 2023 ດ້ວຍ ໂດຍກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນບັນຊີລາຍຊື່ຂອງນັກຄ້າຢາເສບຕິດທີ່ເປັນເປົ້າໝາຍໃນການຕິດຕາມຈັບກຸມ 2,299 ຄົນ ໃນນີ້ກໍມີເຖິງ 1,996 ຄົນເປັນເຄືອຂ່າຍຂະບວນການຄ້າຢາເສ​ບ​ຕິດຂ້າມຊາດ ສ່ວນ 196 ຄົນນັ້ນ ໄດ້ພົ້ນໂທດແລ້ວ ແຕ່ຍັງສືບຕໍ່ການຄ້າຢາເສບຕິດ ແລະ 7 ຄົນເປັນນັກໂທດທີ່ຫລົບໜີຈາກສະຖານຄຸມຂັງພ້ອມກັນນີ້ ກໍຍັງໄດ້ອອກໝາຍຈັບຜູ້ຕ້ອງຫາໃນຄະດີຄ້າຢາເສບຕິດເພີ້ມຂຶ້ນ 100 ຄົນ.

ທັງນີ້ ໂດຍຈາກການຮ່ວມລາດຕະເວນໃນແນວນ້ຳຂອງລະຫວ່າງທງການຕຳຫຼວດຈີນ-ມຽນມາ-ລາວ-ໄທ ໃນປີ 2021 ທີ່ຜ່ານມາ ສາມາດປາບປາມການລັກລອບຄ້າຢາເສບຕິດໄດ້ 8,325 ກໍລິນີ ຈັບຜູ້ຕ້ອງຫາ 8,043 ຄົນ ຢຶດຢາເສບຕິດເກີນກວ່າ 35 ໂຕນ ອາວຸດແລະອຸປະກອນສື່ສານທັນສະໄໝກວ່າ 2 ໝື່ນລາຍການໃນນີ້ເກີນກວ່າ 90 ເປີເຊັນ ເປັນການຈັບກຸມຜູ້ຕ້ອງຫາ ແລະຢຶດຂອງກາງໄດ້ໃນເຂດສາມຫຼ່ຽມຄຳ ທີ່ເປັນເຂດຊາຍແດນໃນແມ່ນ້ຳຂອງ ລະຫວ່າງມຽນມາ-ລາວ-ໄທນັ້ນ.

ໂດຍການທີ່ລາວ ໄດ້ຖືກໃຊ້ເປັນທາງຜ່ານໃນການລັກລອບຂົນສົ່ງຢາເສບຕິດເພີ້ມຂຶ້ນດັ່ງກ່າວ ກໍຍັງເຮັດໃຫ້ທາງການໄທ ມອງວ່າ ເປັນສາເຫດສຳຄັນທີ່ເຮັດໃຫ້ໄທ ຕ້ອງຮອງຮັບຢາເສບຕິດຈາກເຂດສາມຫຼ່ຽມຄຳເພີ້ມຂຶ້ນນັບມື້ ຈຶ່ງຈະຕ້ອງຂະຫຍາຍການຮ່ວມມືເຂົ້າໃນການປາບປາມ ແລະໃຫ້ການຊ່ວຍເຫຼືອຫລາຍຂຶ້ນແກ່ທາງການລາວ ດັ່ງທີ່ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຢືນຢັນວ່າ:

“ໄທແລະສປປ ລາວ ຈະເພີ້ມຄວາມເຂັ້ມງວດໃນການລາດຕະເວນຕາມແນວຊາຍແດນເພື່ອປ້ອງກັນການລັກລອບຂ້າມຊາຍແດນຜິດກົດໝາຍ ແລະການຮັດແໜ້ນຄວາມຮ່ວມມື ໃນການປ້ອງກັນ ແລະປາບປາມຢາເສບຕິດ ຂ້າພະເຈົ້າ ໄດ້ແຈ້ງຄວາມພ້ອມຂອງໄທ ທີ່ຈະສະໜັບສະໜຸນ ສປປ ລາວ ໃນການຂະຫຍາຍຜົນການຈັບກຸມ ແລະການມອບອຸປະກອນສືບສວນ-ສອບສວນທີ່ທັນສະໄໝ.”

ໂດຍການຮ່ວມມືເພື່ອປາບປາມການຄ້າຢາເສບຕິດໃນເອເຊຍຕາເວັນອອກສຽງໃຕ້ໃນປີ 2021 ຜ່ານມາສາມາດຢຶດຢາບ້າ ແລະຢາໄອສ໌ໄດ້ຫຼາຍກວ່າ 171 ໂຕນ ໃນນີ້ເກີນກວ່າ 90 ເປີເຊັນ ເປັນຢາເສບຕິດ ທີ່ຢຶດໄດ້ໃນເຂດສາມຫຼ່ຽມຄຳ.

XS
SM
MD
LG