ໄພແຫ້ງແລ້ງ ແລະໄພນ້ຳຖ້ວມເຮັດໃຫ້ນາເຂົ້າໃນລາວ ເສຍຫາຍໄປຄິດເປັນເນື້ອທີ່
ລວມເຖິງ 155,802 ເຮັກຕາ ເຮັດໃຫ້ຄາດໝາຍໄດ້ວ່າ ປະຊາຊົນລາວ ຈະຂາດເຂົ້າ
ກິນໃນປີ 2019 ຫາ 2020 ຢ່າງແນ່ນອນ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະປ່າໄມ້ ເປີດເຜີຍວ່າ ໄພພິບັດທຳມະຊາດ
ໃນປີ 2019 ໄດ້ເຮັດໃຫ້ນາເຂົ້າໃນລາວ ເສຍຫາຍໄປ ຄິດເປັນເນື້ອທີ່ລວມເຖິງ
155,802 ເຮັກຕາ ໂດຍໃນນີ້ແບ່ງເປັນນາເຂົ້າທີ່ເສຍຫາຍຈາກໄພແຫ້ງແລ້ງ 15,973
ເຮັກຕາ ແລະໄພນ້ຳຖ້ວມ 139,829 ເຮັກຕາ ໃນຂະນະທີ່ ກະເສດຕະກອນລາວ ສາ
ມາດປັກດຳເຂົ້ານາປີ ໄດ້ໃນພື້ນທີ່ 506,148 ເຮັກຕາ ຫຼື 59.5 ເປີເຊັນ ຂອງແຜນການ
ທີວາງໄວ້ເຖິງ 850,000 ເຮັກຕາ ຊຶ່ງເມື່ອປະກອບກັບການປູກເຂົ້າໄຮ່ດ້ໃນພື້ນທີ່
88,570 ເຮັກຕາ ຫຼື 88.5 ເປີເຊັນ ຂອງແຜນການດ້ວຍນັ້ນ. ຍ່ອມເຮັດໃຫ້ສາມາດຄາດ
ໝາຍໄດ້ວ່າ ປະຊາຊົນລາວ ຈະຕ້ອງປະເຊີນກັບບັນຫາຂາດແຄນເຂົ້າກິນ ໃນປີ 2019
ຫາ 2020 ຢ່າງແນ່ນອນ ເພາະວ່າ ນາເຂົ້າທີ່ເສຍຫາຍດັ່ງກ່າວ ກໍຄືຜົນຜະລິດເຂົ້າທີ່
ເສຍຫາຍໄປຫຼາຍກວ່າ 623,000 ໂຕນນັ້ນເອງ.
ຍິ່ງໄປກວ່ານັ້ນ ການທີ່ກະເສດຕະກອນລາວ ຈະປູກເຂົ້າອີກເທື່ອໃໝ່ ພາຍຫຼັງຈາກໄພ
ນ້ຳຖ້ວມຄັ້ງນີ້ ກໍບໍ່ແມ່ນເລື້ອງງ່າຍ ເພາະລະບົບຄອງຊົນລະປະທານ ແລະອ່າງເກັບນ້ຳ
ເສຍຫາຍໄປເຖິງ 76 ແຫ່ງ ທັງຍັງມີບັນຫາກ່ຽວກັບເງິນທຶນ ແລະແນວພັນເຂົ້າທີ່ເສຍ
ຫາຍໄປ ຍ້ອນໄພນ້ຳຖ້ວມໃນຄັ້ງນີ້ ທີ່ລວມເຖິງແນວພັນເຂົ້າ ແລະພັນພືດອີກດ້ວຍ ດັ່ງ
ເຈົ້າໜ້າທີ່ຂັ້ນສູງໃນແຂວງຈຳປາສັກ ຢືນຢັນກັບວີໂອເອ ວ່າ:
“ໃນການກະກຽມໃຫ້ແກ່ການຟື້ນຟູນີ້ ພວກເຮົາກະແມ່ນວ່າ ຈະໄດ້ສຸມໃສ່ໃນການສ້ອມ
ແປງ ຄູ ຄອງເໝືອງ ແລະຝາຍນ້ຳລົ້ນ ຊົນລະປະທານຕ່າງໆນີ້ ແມ່ນວ່າ ເຮົາຕ້ອງໄດ້
ເລັ່ງໃສ່ ສອງມານີ້ ແມ່ນກ່ຽວກັບການສະໜອງແນວພັນພືດ ແລ້ວກະແນວພັນສັດ ແນວ
ພັນປາ ໃຫ້ພໍ່ແມ່ ແລະປະຊາຊົນເຮົາຟື້ນຟູ ແລ້ວກະເລີ້ມລ້ຽງໃໝ່ ແຕ່ເວົ້າເລື້ອງແນວ
ພັນເຂົ້ານີ້ ຄິດວ່າ ຢູ່ແຂວງຈຳປາສັກ ພວກເຮົານີ້ ຄາດວ່າ ຈະບໍ່ພຽງພໍແລ້ວ ເພາະວ່າ
ບັນດາເມືອງທີ່ຜະລິດແນວພັນເຂົ້າ ແມ່ນຖືກຖ້ວມໝົດ ໂດຍສະເພາະ ແມ່ນເມືອງ
ໂພນທອງ ເມືອງສຸຂຸມາ ເມືອງຈຳປາສັກ ກໍແມ່ນຖືກຖ້ວມ.”
ສ່ວນ ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ຢືນຢັນວ່າ
ໄພນ້ຳຖ້ວມຄັ້ງໃຫຍ່ໃນປີ 2018 ເຮັດໃຫ້ນາປີ ເສຍຫາຍໄປ 90,600 ເຮັກຕາ ຄິດເປັນ
12 ເປີເຊັນ ຂອງແຜນການ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ ຜົນຜະລິດເຂົ້າ ເພື່ອຕອບສະ
ໜອງການບໍລິໂພກ ໃນລາວໂດຍກົງ ແລະເພື່ອເປັນການຫລຸດຜ່ອນຜົນກະທົບດັ່ງກ່າວ
ຈຶ່ງມີພຽງການສົ່ງເສີມໃຫ້ກະເສດຕະກອນລາວ ທຳການປູກພືດລະດູແລ້ງໃນປີ 2019
ໃຫ້ໄດ້ໃນເນື້ອທີ່ 100,000 ເຮັກຕາ ເພື່ອໃຫ້ໄດ້ຜົນຜະລິດ 525,300 ໂຕນ ຫຼືເພີ້ມຂຶ້ນ
32 ເປີເຊັນ ທຽບໃສ່ຜົນຜະລິດເຂົ້ານາແຊງ ໃນປີ 2018 ແຕ່ກໍສາມາດປະຕິບັດໄດ້ຈິງ
ພຽງ 75 ເປີເຊັນ ຂອງແຜນການ.
ນອກຈາກນີ້ ລັດຖະບານລາວ ຍັງໄດ້ກຳນົດໃຫ້ 10 ແຂວງ ເປັນເຂດຈຸດສຸມໃນການ
ປູກເຂົ້າຂອງຊາດທີ່ລວມເຖິງນະຄອນວຽງຈັນດ້ວຍ ສ່ວນອີກ 9 ແຂວງ ຄືຄຳມ່ວນ
ສະຫວັນນະເຂດ ສາລະວັນ ຈຳປາສັກ ບໍລິຄຳໄຊ ວຽງຈັນ ໄຊຍະບູລີ ຫລວງນ້ຳທາ
ແລະບໍ່ແກ້ວ ຊຶ່ງຄາດວ່າ ຈະມີຜົນຜະລິດເຂົ້າຮວມກັນ ຄິດເປັນ 85 ເປີເຊັນ ຂອງຜົນ
ຜະລິດເຂົ້າທັງໝົດໃນລາວ ຫາກແຕ່ວ່າ ທັງ 10 ແຂວງດັ່ງກ່າວນີ້ ກໍຕ້ອງປະເຊີນກັບ
ໄພນ້ຳຖ້ວມຢ່າງໜັກໃນປີ 2018 ຈຶ່ງເຮັດໃຫ້ສາມາດຜະລິດເຂົ້າໄດ້ພຽງ 3.6 ລ້ານ
ໂຕນ ໃນຂະນະທີ່ແຜນການໄດ້ວາງໄວ້ 4.2 ລ້ານໂຕນໃນທົ່ວປະເທດ ແລະກໍເຊັ່ນ
ດຽວກັນກັບໃນປີ 2019 ທີ່ໄພນ້ຳຖ້ວມ ໄດ້ເຮັດໃຫ້ນາເຂົ້າ ແລະພືດຜົນການກະເສດ
ໃນ 6 ແຂວງດັ່ງກ່າວໄດ້ເສຍຫາຍໄປຢ່າງໜັກ.
ທາງດ້ານທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ການຈະຟື້ນຟູ
ສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ ໃນປີ
2018 ທີ່ຜ່ານມາ ຈະຕ້ອງນ້ຳໃຊ້ເງິນຫຼາຍກວ່າ 4,400 ຕື້ກີບ ເພາະໄພນ້ຳຖ້ວມໄດ້ສົ່ງ
ຜົນກະທົບຕໍ່ປະຊາຊົນເຖິງ 616,477 ຄົນ ຫຼື 126,619 ຄອບຄົວໃນທົ່ວປະເທດ ໂດຍ
ທີ່ໄດ້ຮັບຜົນເສຍຫາຍຫລາຍທີ່ສຸດ ກໍຄືຂະແໜງໂຍທາທິການ ແລະກະສິກຳ ຄິດເປັນ
ມູນຄ່າເສຍຫາຍເກີນກວ່າ 3,000 ຕື້ກີບ ສ່ວນການຟີ້ນຟູ ການຜະລິດໃນດ້ານກະສິກຳ
ແລະສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກກະທົບ ຈາກໄພນ້ຳຖ້ວມ ໃນປັດຈຸ
ບັນນີ້ ໃຫ້ກັບຄືນສູ່ສະພາວະປົກກະຕິ ກໍຈະຕ້ອງໃຊ້ງົບປະມານ ຫຼາຍກວ່າ 3,000 ຕື້ກີບ
ເຊັ່ນດຽວກັນ.