ຕຳຫລວດກ່າວວ່າ ຜູ້ຊາຍຄົນນຶ່ງໄດ້ຖືກຂ້າຕາຍ ຫລັງຈາກຜູ້ກ່ຽວໄດ້ຂັບລົດບັນທຸກ
ລະເບີດ ແລ່ນເຂົ້າຕຳ ລົດຕູ້ຕຳຫລວດ ໃນນະຄອນຫລວງປາຣີ ຢູ່ຖະໜົນທີ່ມີຊື່ສຽງ
Champs Elysees ຊຶ່ງບ່ອນເປັນເຂດຮ້ານຄ້າຕ່າງໆໃນວັນຈັນວານນີ້.
ບໍ່ມີໃຜໄດ້ຮັບບາດເຈັບຈາກເຫດຮ້າຍດັ່ງກ່າວ. ພວກເຈົ້າໜ້າທີ່ຮ້ອງວ່າເປັນການໂຈມ
ຕີທີ່ຕັ້ງໃຈ.
ກ່ອນໜ້ານີ້ ລາຍງານຂ່າວແຈ້ງວ່າ ຜູ້ຊາຍອາຍຸ 31 ປີ ຊຶ່ງເປັນທີ່ຮູ້ກັນດີສຳລັບ ພວກ
ເຈົ້າໜ້າທີ່ຕຳຫລວດວ່າ ອາດເຊື່ອມໂຍງກັບຫົວຮຸນແຮງຈັດ.
ໂຄສົກກະຊວງພາຍໃນກ່າວວ່າ ໜ່ວຍປົດຄະນວນລະເບີດໄດ້ຖືກສົ່ງໄປຍັງບ່ອນເກີດ
ເຫດ. ຕຳຫລວດໄດ້ກ່າວເພີ່ມອີກວ່າ ໄດ້ພົບປືນຍາວ Kalashnikov ປືນສັ້ນ ແລະ
ກວດຖັງແກັສ ຢູ່ໃນລົດດັ່ງກ່າວ.
ໄອຍະການຮັບຜິດຊອບໃນການກໍ່ການຮ້າຍຂອງຝຣັ່ງ ໄດ້ເປີດການສືບສວນກ່ຽວກັບ
ເຫດຮ້າຍນີ້ແລ້ວ.
ລັດຖະມົນຕີພາຍໃນຝຣັ່ງ ທ່ານ Gerard Collomb ກ່າວວ່າ ເຫດຮ້າຍນີ້ພິສູດໃຫ້ເຫັນ
ວ່າ ພາວະສຸກເສີນໃນຝຣັ່ງ ທີ່ປະເຊີນໜ້າກັບການໂຈມຕີກໍ່ການຮ້າຍ ຄວນຖືກຕໍ່ເວລາ
ອອກໄປອີກ. ພາາວະສຸກເສີນໄດ້ເລີ່ມມີຜົນບັງຄັບໃຊ້ ແຕ່ປີ 2015 ແລະມີຈະໝົດກຳ
ນົດຈະໝົດອາຍຸໃນເດືອນໜ້ານີ້ ແຕ່ທ່ານ Collomb ກ່າວວ່າ ທ່ານຈະສະເໜີຮ່າງກົດ
ໝາຍເພື່ອຕໍ່ເວລາຕື່ມອີກຈົນຮອດເດືອນພະຈິກ.
ໃນຂະນະທີ່ຂ່າວກ່ຽວກັບເຫດຮ້າຍນີ້ໄດ້ແຜ່ຜາຍອອກໄປ ຕຳຫລວດໄດ້ແນະນຳ ໃຫ້
ປະຊາຊົນຫລີກລ່ຽງເຂດດັ່ງກ່ງາວ ດ້ວຍການສົ່ງຂໍ້ທາງ Twitter ແລະປິດລ້ອມເຂດ
ໃກ້ກັບທຳນຽບປະທານາທິບໍດີ.
ໃນເດືອນເມສາແລ້ວນີ້ ກ່ອນໜ້າການປ່ອນບັດເລືອກຕັ້ງປະທານາທິບໍດີຝຣັ່ງ ມືປືນຄົນ
ນຶ່ງ ໄດ້ສັງຫານຕຳຫລວດຄົນນຶ່ງແລະອີກສອງຄົນບາດເຈັບຢູ່ໃນຖະໜົນ ດຽວກັນນີ້ ທີ່
ມີຊື່ສຽງໃນໂລກ ອັນເປັນທີ່ນິຍົມຂອງບັນດາຜູ້ຢູ່ທີ່ນັ້ນ ແລະນັກທ່ອງທ່ຽວ ຊຶ່ງມີບັນດາ
ຮ້ານຄ້າແຟຊັ່ນ ແລະຮ້ານອາຫານ. ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບ
ໃນການໂຈມຕີທີ່ວ່ານັ້ນ.
A man was killed after driving a car packed with explosives into a police van in Paris's popular Champs Elysees shopping district Monday, police said.
No one else was injured in the crash. Officials called it a deliberate attack.
The 31-year-old man was known to authorities as being potentially linked to extremism, early reports said.
A bomb squad is securing the scene, an interior ministry spokesman said. Police added that a Kalashnikov rifle, handguns, and gas bottles were also found in the car.
France's counter-terrorism prosecutor has opened an investigation into the incident.
France's Interior Minister Gerard Collomb said the incident proved that France's state of emergency in the face of terror attacks should be extended. The state of emergency has been in place since 2015 and is set to expire next month, but Collomb said he will be presenting a bill to further extend it until November.
As news of the incident unfolded, police had advised the public to avoid the area on Twitter and cordoned off an area near the presidential palace.
[[EMBED TWEET: https://twitter.com/prefpolice/status/876802073643409408 ]]
Last April, ahead of the presidential vote in France, a gunman killed one policeman and wounded two others on the same world-famous street, popular among residents and tourists alike for its fashionable shops and restaurants. Islamic State claimed responsibility for that attack.