ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີເທັກໂນໂລຈີ ໃນການເຮັດນໍ້າດື່ມ ຈາກອາກາດແລ້ວ


ເບິ່ງວີດິໂອ ການກັ່ນນໍ້າຈາກອາກາດ
please wait

No media source currently available

0:00 0:02:12 0:00

ເຊີນເບິ່ງວີດິໂອ ການກັ່ນນໍ້າຈາກອາກາດ

ເມື່ອຮອດປີ 2025, ເຄິ່ງນຶ່ງຂອງພົນລະເມືອງໂລກຈະດໍາລົງຊີວິດຢູ່ໃນເຂດທີ່ຖືວ່າຂາດແຄນນໍ້າຫຼາຍທີ່ສຸດ, ອີງຕາມອົງການອະນາໄມໂລກ. ຫຼາຍໆບໍລິສັດກໍາລັງສະເໜີວິທີ ແກ້ໄຂບັນຫາ ໃນການທໍາຄວາມສະອາດນໍ້າ ແລະເຮັດ ໃຫ້ມີນໍ້າໄວ້ໃຫ້ຄົນໃຊ້ໂດຍການຊອກຫາວ່າມີຫຍັງແດ່ຢູ່ໃນອາກາດ. Elizabeth Lee, ນັກຂ່າວຂອງວີໂອເອມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະ ນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ອັນນີ້ບໍ່ແມ່ນຖັງເກັບນໍ້າເຢັນແບບທໍາມະດາ. ນໍ້າຢູ່ໃນໜີ້ແມ່ນມາຈາກອາກາດ. ມັນເປັນສິ່ງທີ່ທ່ານ ຄາທິກ ເວຄາເທຊານ (Karthik Venkatesan) ຢາກໃຫ້ພໍ່ແມ່ຂອງທ່ານມີແທ້ໆເລີຍ.

ທ່ານ ຄາທິກ ເວຄາເທຊານ (Karthik Venkatesan) ທີ່ມີຄອບຄົວຢູ່ອິນເດຍກ່າວວ່າ:
“ທຸກຄັ້ງທີ່ຂ້ອຍໄປອິນເດຍ. ຂ້ອຍມີແຕ່ໃຊ້ນໍ້າແກ້ວດາຊານີ (Dasani) ເພາະ ວ່າ ຂ້ອຍມີແຕ່ປ່ວຍຕະຫລອດ ຖ້າຂ້ອຍໃຊ້ນໍ້າກັອກ.”

ການມີຊ່ອງທາງເຂົ້າເຖິງນໍ້າທີ່ສະອາດໄດ້ກາຍມາເປັນບັນຫາທີ່ ນັບມື້ ນັບເພີ້ມ ທະວີຂຶ້ນຂອງໂລກ. ມີຫລາຍບໍລິສັດ ໄດ້ພັດທະນາເທັກໂນໂລຈີ ທີ່ໃຊ້ຄວາມ ຊຸ່ມຢູ່ໃນອາກາດ ແລະ ປ່ຽນມັນໃຫ້ກາຍເປັນນໍ້າດື່ມ.

ເທັກໂນໂລຈີຂອງບໍລິສັດວາເທີເຈນ (Watergen) ທໍາອິດແມ່ນໄດ້ກັ່ນສານອະ ນຸມູນອິດສະຫລະ ເຊັ່ນວ່າຂີ້ຝຸ່ນ ແລະຂີ້ດິນອອກ. ຈາກນັ້ນ ອາກາດ ກໍຈະຖືກ ເຮັດໃຫ້ເຢັນລົງຈົນວ່າເຖິງຂັ້ນກາຍເປັນນໍ້າຄ້າງ. ນໍ້າແມ່ນໄປຜ່ານການກັ່ນຕອງ ຂັ້ນຕ່າງໆ ແລະດອກໄຟລັງສີອຸລຕຣາໄວໂອເລດອີກ ເພືື່ອທໍາລາຍເຊື້ອຈຸລິນຊີ.

ເຄື່ອງຈັກໃຫຍ່ໆເຫລົ່ານີ້ ໄດ້ຊ່ວຍສະໜອງນໍ້າດື່ມ ຢູ່ໃນປະເທດຕ່າງໆ ຊຶ່ງລວມ ທັງ ຊີແອຣາ ເລອອນ (Sierra Leone) ແລະຫວຽດນາມ, ແລະຢູ່ໃນສະຫະ ລັດນໍາອີກ ໃນໄລຍະທີ່ມີໄພທໍາມະຊາດ ເຊັ່ນພາຍຸເຮຣີເຄນ.

ສ່ວນອັນທີ່ນ້ອຍກວ່າອັນນີ້ ທີ່ເອີ້ນວ່າ ເຈນນີ (GENNY) ແມ່ນໃຊ້ຢູ່ໃນເຮືອນ ຫລືຫ້ອງການຊຶ່ງສາມາດທີ່ຈະຜະລິດນໍ້າໄດ້ສະເລ່ຍແມ່ນ 30 ລິດຕໍ່ມື້ ຖ້າຫາກ ມັນມີຄວາມຊຸ່ມຢູ່ໃນອາກາດ.

ທ່ານ ແດນ ຄລິຟຝອດ (Dan Clifford), ປະທານຂອງບໍລິສັດວາເທີເຈນ (Watergen) ແຫ່ງທະວີບອາເມຣິກາເໜືອ ກ່າວວ່າ:
“ພວກເຮົາຕ້ອງການຄວາມຊຸ່ມປະມານ 30 ເປີເຊັນ ເພື່ອຈະເຮັດໃຫ້ມັນໃຊ້ການ ໄດ້. ເມື່ອມັນມີຄວາມຊຸ່ມໃກ້ຈະເຖິງ 50 ເປີເຊັນ ມັນກໍໃຊ້ການໄດ້ຢ່າງຍອດຢ້ຽມເລີຍ.”

ຄວາມຊຸ່ມທີ່ສູງຂຶ້ນ ຍັງໃຊ້ໄດ້ຜົນດີກວ່າສໍາລັບເຄື່ອງ ອະຄົວບອຍ (Aquaboy) ຂອງບໍລິສັດ Atmospheric Water Solutions ຫລື ວີທີແກ້ໄຂບັນຫານໍ້າ ໃນຊັ້ນບັນຍາກາດ. ຄ້າຍໆກັນນັ້ນ, ມັນກໍໄດ້ເຮັດໃຫ້ມີນໍ້າດື່ມ ໃນຂະນະທີ່ ກັ່ນ ຕອງອາກາດໃຫ້ສະອາດ ແລະດູດເອົາຄວາມຊຸ່ມອອກຈາກຫ້ອງ.

ບໍລິສດ Zero Mass Water ຊຶ່ງແປວ່າ ການປອດນໍ້າໃນປະລິມານຫລາຍ ທີ່ຕັ້ງ ຢູ່ສະຫະລັດ ໄດ້ຜະລິດນໍ້າຈາກແສງຕາເວັນແລະອາກາດ, ແມ່ນແຕ່ຢູ່ ບ່ອນທີ່ຂ້ອນຂ້າງມີລະດັບຄວາມຊຸ່ມທີ່ຕໍ່າ, ໂດຍການໃຊ້ແຜງເຮັດນໍ້າເຫລົ່ານີ້. ເທັກໂນໂລຈີທີ່ໃຊ້ພະລັງງານແສງຕາເວັນເພື່ອຍົກລະດັບນໍ້າຄ້າງຂຶ້ນຢູ່ໃນແຜງ ເຮັດນໍ້າ ແມ່ນສ້າງໃຫ້ມີການກັ່ນນໍ້າ.

ລາຄາຂອງຜະລິດຕະພັນຫລາຍໆອັນເຫລົ່ານີ້ແມ່ນຕົກຢູ່ປະມານ 2,000 ໂດລາ ຂຶ້ນໄປ ຊຶ່ງອາດຈະເປັນຄ່າໃຊ້ຈ່າຍສູງເກີນໄປສໍາລັບຄົວເຮືອນທັງຫລາຍ ຢູ່ໃນ ຫລາຍໆຂົງເຂດຂອງໂລກ.

ທ່ານ ຄາທິກ ເວຄາເທຊານ (Karthik Venkatesan) ກ່າວເພີ້ມອີກວ່າ:
“ອິນເດຍ ແລະອາຟຣຣິກາ ເປັນປະເທດທີ່ຖືກກະທົບໄດ້ງ່າຍ. ສະນັ້ນ, ຈຸດ ຂອງລາຄາຂະໜາດນີ້ອາດຈະໃຊ້ການບໍ່ໄດ້. ແຕ່ວ່າ ຖ້າຫາກຈຸດຂອງລາຄາ ເໝາະສົມ ແນ່ນອນ ມັນມີຄວາມອາດສາມາດຊ່ວຍໄດ້ຫລາຍແທ້.”

ການຜະລິດນໍ່້າມາຈາກອາກາດ, ຊຶ່ງເປັນວິທີແກ້ໄຂບັນຫາອັນນຶ່ງ ທີ່ສາມາດ ຊ່ວຍຕອບສະໜອງຄວາມຕ້ອງການພື້ນຖານທີ່ສຸດຂອງມະນຸດໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

By 2025, half of the world’s population, according to the World Health Organization will be living in areas that are considered water stressed. Several companies are offering solutions to clean and available drinking water by looking at what is in the air. VOA’s Elizabeth Lee has the details.

This is no ordinary water cooler. The water here comes from the air. It’s something Karthik Venkatesan would love his parents in India to have.

Karthik Venkatesan, Has Family in India:

“Whenever I go to India. I always use Dasani bottled water because I get sick if I use tap water.”

Having access to clean drinking water is a growing global problem. Several companies have developed technology that uses moisture in the air and transforms it into drinking water.

Watergen’s technology first purifies the air of particles such as dust and dirt. The air is then cooled until it reaches dew point. The water goes through another series of filters and an ultraviolet lamp to destroy microorganisms.

These bigger machines have helped supply safe drinking water in countries including Sierra Leone and Vietnam, and also in the United States during disasters such as hurricanes.

This smaller unit called the GENNY for the home or office can produce an average of 30 liters of water a day if there is humidity in the air.

Dan Clifford, President, Watergen North America:

“We need about 30 percent humidity for it to work. When you get up close to 50 it works brilliantly.”

Higher humidity also works better for Atmospheric Water Solutions’ Aquaboy. Similarly, it creates drinking water while purifying the air and dehumidifying the room.

The U.S. -based Zero Mass Water produces drinking water from sunlight and air, even in places of low relative humidity, using these Hydro panels. The technology uses solar energy to raise the dewpoint inside the Hydro panels, creating condensation.

The cost of these various products run from around $2000 and up which may cost too much for households in many regions in the world.

Karthik Venkatesan, Has Family in India:

“India and Africa are price sensitive countries. So probably this price point might not work. But if the price point is right, definitely it has huge potential.”

Creating drinking water from air, one solution that could alleviate one of the most basic human needs.

XS
SM
MD
LG