ໄວຣັຊອີໂບລາ ໄດ້ລະບາດຕື່ມອີກ ໃນສາທາລະນະລັດຄອງໂກ ຊຶ່ງເປັນການລະບາດ
ຄັ້ງທີ 10 ນັບຕັ້ງແຕ່ ໄວຣັຊອີໂບລາ ໄດ້ຄົ້ນພົບໃນປີ 1976. ນັກຂ່າວວີໂອເອ ແຄໂຣລ
ເພຍຊັນ ລາຍງານວ່າ ພວກນັກວິທະຍາສາດ ໄດ້ປະສົບຜົນສຳເລັດທາງການແພດຢ່າງ
ໃຫຽ່ຫຼວງ ໃນຮອບສອງສາມປີຜ່ານມາ, ແຕ່ປະເທດນີ້ ກໍຍັງໄດ້ປະເຊີນກັບການທ້າທາຍ
ຢ່າງໃຫຍ່ ໃນການທີ່ຈະຄວບຄຸມການລະບາດຂອງໂຣກນີ້ ໃຫ້ໄດ້ ຊຶ່ງວັນນະສອນຈະມີ
ລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໂຣກອີໂບລາ ຍັງເປັນໂຣກອັນຕະລາຍຮ້າຍແຮງເຖິງຕາຍຢູ່. ການແຜ່ລະບາດຄັ້ງຫຼ້າສຸດ
ໃນພາກຕາເວັນອອກ ຂອງສາທາລະນະລັດຄອງໂກ ໄດ້ເລີ້ມຂຶ້ນ ໃນຕົ້ນເດືອນສິງຫາ
ຜ່ານມາ. ອັດຕາການຕາຍນີ້ ແມ່ນມີ 70 ເປີເຊັນ.
ແຕ່ວ່າການລະບາດຄັ້ງນີ້ ແມ່ນແຕກຕ່າງຢ່າງໃຫຍ່ຫຼວງ ຈາກໂຣກຮ້າຍແຮງສຸດໃນເຂດ
ທີ່ປະສົບກັບຄວາມຫາຍະນະໃນອາຟຣິກາຕາເວັນຕົກ ໃນຮອບສອງສາມປີຜ່ານມາ.
ມາບັດນີ້ ພວກເຈົ້າໜ້າທີ່ສາທາລະນະສຸກ ມີອຸບປະກອນຫຼາຍຂຶ້ນແລະດີກວ່າເກົ່າແລ້ວ.
ພວກນັກວິທະຍາສາດ ໄດ້ພັດທະນາ ໄດ້ທົດລອງວິທີປິ່ນປົວຕ່າງໆ ໃຫ້ແກ່ພວກທີ່ມີ
ໂຣກອີໂບລາ.
ດຣ. ແອນໂຕນີ ໂຟຊີ ຈາກສະຖາບັນສາທາລະນະສຸກແຫ່ງຊາດ ຫຼື NIH ກ່າວວ່າ
“ພວກເຮົາມີວິທີການບຳບັດ 5 ຢ່າງ ເພື່ອບໍລິການ ຊຶ່ງສາມຢ່າງ ແມ່ນໃຫ້ການ ບໍລິການຢູ່ຕະຫຼອດ.”
ປະເທດ ດີອາຊີ ແລະສາະຖາບັນ ສາທາລະນະສຸກແຫ່ງຊາດ ໄດ້ກໍ່ສ້າງຂຶ້ນມາ ຢ່າງນຶ່ງ
ໃນຈຳນວນການທົດລອງຮັກສາປິ່ນປົວດັ່ງກ່າວ.
ດຣ.ໂຟຊີ ກ່າວວ່າ “ຜູ້ປ່ວຍຄົນນຶ່ງ ຕິດໂຣກອີໂບລາ ໃນປີ 1995 ທີ່ເຄີຄວິດລະບາດ
ໃນສາທາລະນະລັດຄອງໂກ. ຜູ້ປ່ວຍຄົນນັ້ນ ໄດ້ຫາຍຈາກໂຣກອີໂບລາ ແລະ
ພວກເຮົາໄດ້ນຳເອົາລາວ ມາຍັງສະຫະລັດ ໃນ ສະຖາບັນ NIH. ພວກເຮົາໄດ້ເຈາະ
ເອົາເລືອດຂອງພວກເຂົາເຈົ້າ. ພວກເຮົາໄດ້ໂຄລນແຊລ B ແລ້ວພວກເຮົາກໍໄດ້ເຮັດ
ຢາປະຕິຊີວະນະຂຶ້ນມາ.”
ມັນເອີ້ນວ່າ ຢາໂມໂນໂຄລໂນປະຕິຊີວະນະ 114 ຫຼື mAb114. ພວກນັກວິທະຍາສາດ
ໃນບໍລິສັດບຳບັດ ແລະສະຖາບັນຊີວະແພດສາດ ທີ່ສະວິດເຊີແລນ ທີ່ໄດ້ເຮັດວຽກຢ່າງ
ຫຼວງຫຼາຍ ທີ່ນຳໄປສູ່ການທົດລອງຮັກສາປິ່ນປົວແບບໃໝ່ນີ້.
ສາຖາບັນສາທະລະນະສຸກແຫ່ງຊາດ ໄດ້ພົບເຫັນວ່າ mAb114 ມີຄວາມປອດໄພດີ.
ສະຖາບັນ NIH ໄດ້ທຳການທົດລອງ ໃນໂຮງພະຍາບານ ບ່ອນທີ່ພວກທ່ານໝໍໄດ້ຊັກ
ຢານີ້ ໃຫ້ພວກອາສາສະໝັກ ຊຶ່ງປັດຈຸບັນ ຢາດັ່ງກ່າວໄດ້ນຳໄປໃຊ້ ກັບພວກຜູ້ປ່ວຍ
ຕິດອີໂບລາ ໃນສາທາລະນະລັດຄອງໂກ ແລ້ວ.
ດຣ.ໂຟຊີ ກ່າວຕື່ມວ່າ “ເທົ່າເຖິງປັດຈຸບັນນີ້ ໄດ້ມີການປິ່ນປົວພວກຜູ້ປ່ວຍ 13 ຄົນ
ແລ້ວ ແລະ 11 ຄົນ ກໍແມ່ນໄດ້ອອກໂຮງໝໍໄປແລ້ວ ຊຶ່ງເປັນອັນວ່າໄດ້ຜົນດີສົມຄວນ.”
ມີຫຼາຍຄົນອີກຢູ່ ທີ່ຕ້ອງໄດ້ໃຊ້ການປິ່ນປົວແບບນີ້ ແລະອີກສອງຄົນ ກ່ອນທີ່ພວກເຮົາ
ຈະຮູ້ໄດ້ ວ່າການຮັກສາແບບໃດ ຈະໃຊ້ໄດ້ ຖ້າມີ.
ດຣ.ໂຟຊີ ກ່າວອີກຕື່ມວ່າ “ພວກເຮົາຢາກສະເໜີວ່າ ໃຫ້ທົດລອງ ເພື່ອປຽບທຽບ
ການຮັກສາແບບນຶ່ງ ໃສ່ອີກອັນນຶ່ງ ແລະກັບແບບອື່ນໆນຳ.”
ອຸບປະກອນອັນອື່ນ ທີ່ພວກທ່ານໝໍ ມີ ໃນຕອນໂຣກນີ້ລະບາດຢູ່ໃນປັດຈຸບັນແມ່ນການ
ສີດວັກຊີນ ເພື່ອປ້ອງກັນ ພວກຜູ້ຄົນ ບໍ່ໃຫ້ເປັນໂຣກອີໂບລາ. ວັກຊີນ ພວກນີ້ ບໍ່ໄດ້
ມີໃຫ້ຕອນທີ່ມີການລະບາດຂອງໂຣກນີ້ ຕອນທີ່ມັນຮ້າຍແຮງ ຢູ່ໃນອາຟຣິກາຕາເວັນຕົກ.
ການທົດທອງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າມີປະສິດທິຜົນຢ່າງໃຫຍ່ຫຼວງ ເພື່ອປ້ອງກັນ
ການແຜ່ລະບາດ ຂອງໄວຣັຊນີ້.
ສິ່ງທີ່ໃໝ່ໆອີກກໍຄື ໜ່ວຍງານພະຍາບານທີ່ໃຊ້ຝາຢາງທີ່ຊ່ອງເຫັນ. ພວກຜູ້ຄົນ ສາມາດ
ເຫັນ ແລະລົມກັບພວກຄົນຮັກຄົນແພງຂອງພວກເຂົາເຈົ້າໄດ້ ໂດຍທີ່ບໍ່ໄດ້ເຂົ້າໄປສຳພັດ
ກັບໄວຣັຊທີ່ວ່ານີ້.
ແຕ່ວ່າ ກໍມີຫຼາຍໆປັດໃຈຢູ່ ໃນການລະບາດຂອງໂຣກນີ້ ທີ່ພາໃຫ້ຄວາມພະຍາຍາມທີ່
ຈະຄວບຄຸມມັນ ສ້າງຄວາມກະວົນກະວາຍໃຈ.
ການລະບາດຂອງໂຣກນີ້ ແມ່ນຢູ່ໃນເຂດທີ່ມີຄວາມຂັດແຍ້ງກັນ ສະນັ້ນພວກເຈົ້າໜ້າທີ່
ການແພດ ຈຶ່ງບໍ່ສາມາດໄປຮອດພວກທີ່ມີຄວາມສ່ຽງໄດ້ທຸກຄົນ. ພວກຜູ້ຄົນທີ່ຢູ່ໃນ
ເມືອງບູແທມໂບ ທີ່ມີປະຊາກອນເກີນລ້ານຄົນນັ້ນ ໄດ້ເຂົ້າມາພ້ອມກັບໂຣກອີໂບລາ.
ມັນເປັນການຍາກທີ່ຈະຄວບຄຸມໂຣກນີ້ ໃນເມືອງທີ່ມີປະຊາກອນເປັນຈຳນວນຫຼວງ
ຫຼາຍ ກວ່າຢູ່ໃນເຂດຊົນນະບົດ. ການລະບາດຂອງໂຣກນີ້ ແມ່ນໃກ້ກັບເຂດຊາຍແດນ
ອູການດາແລະ ຣວັນດາ ບ່ອນທີ່ພວກຜູ້ຄົນ ເດີນທາງເຂົ້າອອກ ເພື່ອຊື້
ຂາຍ ສະນັ້ນມັນກໍອາດເປັນໄປໄດ້ ທີ່ວ່າໂຣກນີ້ຈະແຜ່ລະລາດໄປທົ່ວ ໃນປະເທດ
ດັ່ງກ່າວເຊັ່ນກັນ.
ຄວາມເປັນຫ່ວງຢ່າງອື່ນ ຂອງພວກເຈົ້າໜ້າທີ່ສາທາສະນະສຸກກໍຄື ເຖິງແມ່ນວ່າຈະໄດ້
ມີການແພດທີ່ກ້າວໜ້າກໍຕາມ ແຕ່ຈຳນວນກໍລະນີຂອງພວກທີ່ເປັນໂຣກນີ້ ກໍແມ່ນຍັງມີ
ເພີ້ມຂຶ້ນຢູ່.