ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາທາລະນະລັດ ປະຊາທິປະໄຕ ຄອງໂກ ໄດ້ຢືນຢັນ ການເສຍຊີວິດ ຍ້ອນໂຣກອີໂບລາ


ພະນັກງານແພດ ໃສ່ຊຸດປ້ອງກັນ ໂຣກອີໂບລາ ຢູ່ທີ່ສູນກາງຮັກສາໂຣກອີໂບລາ ໃນເມືອງເບນີ (Beni) ຢູ່ສາທາລະນະລັດປະຊາທິປະໄຕຄອງໂກ, ວັນທີ 1 ເມສາ 2019.
ພະນັກງານແພດ ໃສ່ຊຸດປ້ອງກັນ ໂຣກອີໂບລາ ຢູ່ທີ່ສູນກາງຮັກສາໂຣກອີໂບລາ ໃນເມືອງເບນີ (Beni) ຢູ່ສາທາລະນະລັດປະຊາທິປະໄຕຄອງໂກ, ວັນທີ 1 ເມສາ 2019.

ສາທາລະນະລັດປະຊາທິປະໄຕຄອງໂກ ໄດ້ລາຍງານໃນວັນອາທິດວານນີ້ ວ່າ ແມ່ຍິງຄົນນຶ່ງໄດ້ເສຍຊີວິດຍ້ອນໂຣກອີໂບລາ ສາມເດືອນຫຼັງຈາກທີ່ປະເທດໄດ້ປະກາດການສິ້ນສຸດຂອງການລະບາດໃນເມື່ອກ່ອນນັ້ນ.

ສາມີຂອງແມ່ຍິງຄົນນັ້ນ ກໍໄດ້ຕິດພະຍາດດັ່ງກ່າວ ແລະລອດຊີວິດມາໄດ້ຂອງການລະບາດໃນປີ 2020 ກ່ອນໜ້ານີ້. ຕົວຢ່າງຂອງພະຍາດຈາກໂຮງໝໍໃນເມືອງບູເຕັມໂບ ຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດ ໄດ້ຖືກສົ່ງໄປຍັງນະຄອນຫຼວງ ກິນຊາຊາ ເພື່ອພິຈາລະນາເບິ່ງວ່າ ການລົ້ມປ່ວຍຂອງແມ່ຍິງດັ່ງກ່າວ ເຊື່ອມໂຍງກັບການລະບາດໃນເມື່ອກອນນັ້ນຫຼືບໍ່ ຫຼືວ່າ ຖືເປັນອັນໃໝ່.

ອົງການກອງທຶນເດັກຂອງສະຫະປະຊາຊາດ ຫຼື UNICEF ໄດ້ລະບຸໂຕແມ່ຍິງດັ່ງກ່າວ ເປັນແມ່ຜູ້ທີ່ມີອາຍຸ 40 ປີ ໃນຖະແຫລງການສະບັບນຶ່ງ ທີ່ໄດ້ຖືກນຳອອກເຜີຍແຜ່ໃນວັນອາທິດວານນີ້ ໂດຍກ່າວຕື່ມວ່າ ພະນັກງານຂອງຕົນ ໄດ້ລົງໄປໃນລັດ ກີວູເໜືອ ເພື່ອໃຫ້ການຊ່ອຍບັນດາພະນັກງານແພດຂອງທ້ອງຖິ່ນ “ລະດົມມາດຕະການຮັບມືໃນຊຸມຊົນ.”

ອົງການ UNICEF ຍັງໄດ້ກ່າວຕື່ມວ່າ ຕົນຈະໃຫ້ການຊ່ອຍເຫຼືອຖ້າຫາກວ່າຈໍາເປັນ ໃນການນໍາສົ່ງອຸປະກອນການແພດຈາກລັດ ເອກວາເຕີ (Equateur) ບ່ອນທີ່ມີການລະບາດຂອງໂຣກອີໂບລາ ໃນເມື່ອກ່ອນນັ້ນ ໄດ້ຖືກປະກາດວ່າ ເສັດສິ້ນໄປແລ້ວ ໃນເດືອນພະຈິກ ຫຼັງຈາກທີ່ມີ 55 ຄົນໄດ້ເສຍຊີວິດ.

ຫຼາຍກວ່າ 2,200 ຄົນ ໄດ້ເສຍຊີວິດຍ້ອນໂຣກອີໂບລາ ຢູ່ພາກພື້ນດັ່ງກ່າວ ໃນລະຫວ່າງປີ 2018 ແລະ 2020.

ອົງການອະນາໄມໂລກ ໄດ້ກ່າວໃນວັນອາທິດວ່າ “ມັນແມ່ນເລື້ອງທຳມະດາ ສຳລັບກໍລະນີຕ່າງໆ ທີ່ຈະເກີດຂຶ້ນເປັນບາງຄັ້ງບາງຄາວຫຼັງຈາກມີການລະບາດຄັ້ງໃຫຍ່.”

ຂ່າວຄາວກໍລະນີດັ່ງກ່າວ ມີມາໃນຂະນະທີ່ປະເທດ ຄືກັບຫຼາຍໆປະເທດໃນໂລກ ກຳລັງຕໍ່ສູ້ກັບໂຣກລະບາດຂອງໄວຣັສໂຄໂຣນາ ຢູ່ນັ້ນ.

ໄວຣັສອີໂບລາ ທີ່ຮູ້ຈັກກັນໃນເບື້ອງຕົ້ນ ຄື ອີໂບລາ ໄຂ້ເລືອດອອກນັ້ນ ແມ່ນບໍ່ຄ່ອຍມີຫຼາຍ ແຕ່ຫາກຮ້າຍແຮງ ແລະສ່ວນໃຫຍ່ເປັນໂຣກໄພຂັ້ນເສຍຊີວິດ ທີ່ໄດ້ແຜ່ລະບາດດ້ວຍການສຳພັດໂດຍກົງກັບຂອງແຫຼວຈາກຮ່າງກາຍ ກໍ່ໃຫ້ເກີດມີອາການຮາກ ແລະຖອກທ້ອງ ຢ່າງຮ້າຍແຮງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG