ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ມະນີວອນ ຮູ້ສຶກພູມໃຈ ທີ່ໄດ້ປິ່ນປົວສຸຂະພາບຈິດ ໃຫ້ພີ່ນ້ອງ ທີ່ຖືກລະເບີດຕົກຄ້າງ ແຕ່ປາງສົງຄາມ ແຕກໃສ່ ແລະຮັບໃຊ້ສັງຄົມລາວ


ດຣ. ມະນີວອນ, ເຈົ້າຂອງສູນປິ່ນປົວ ໄຊ-ເມດ, ທີ່ບ້ານ ໂພນຕ້ອງສະຫວາດ, ນະຄອນວຽງຈັນ, ກັບພະນັກງານຂອງເພິ່ນ
ດຣ. ມະນີວອນ, ເຈົ້າຂອງສູນປິ່ນປົວ ໄຊ-ເມດ, ທີ່ບ້ານ ໂພນຕ້ອງສະຫວາດ, ນະຄອນວຽງຈັນ, ກັບພະນັກງານຂອງເພິ່ນ

ດຣ. ມະນີວອນ ທິແກ້ວ ທີ່ໄດ້ຮັບປະລິນຍາເອກຈາກມະຫາວິທະຍາໄລ ໃນສະຫະລັດ ໃນດ້ານຈິດຕະແພດ ແລະມີຄຸນນະວຸດທິການສຶກສາແລະປະສົບການດ້ານການແພດທີ່ໜ້າ ປະທັບໃຈ ໄດ້ບັນລຸຄວາມໄຝ່ຝັນ ໃນການຢາກຊ່ວຍປະຊາຊົນລາວ ທັງຢູ່ໃນປະເທດລາວ ແລະໃນສະຫະລັດ ທີ່ໄດ້ຮັບຜົນກະທົບຈາກສົງຄາມອິນດູຈີນ. ເລື້ອງລາວຂອງດຣ. ມະນີວອນ ເປັນມາແນວໃດ ແລະ ດ້ວຍເຫດໃດ ເພິ່ນຈຶ່ງໄດ້ປະສົບຜົນສໍາເລັດ ດັ່ງຫວັງໄດ້, ຂໍເຊີນທ່ານໄປຟັງລາຍລະອຽດຈາກ ບົວສະຫວັນໄດ້ ໃນອັນດັບຕໍ່ໄປ.

ມະນຸດເຮົາເກີດມາຕ່າງກໍມີຄວາມໄຝ່ຝັນສູງ ບໍ່ວ່າຈະເປັນດ້ານການສຶກສາ ຫລື ດ້ານຖານະເສດຖະກິດ ເພື່ອຈະສ້າງຖະນະໃຫ້ຕົນເອງ ຫລື ປະກອບສ່ວນ ພັດທະນາສັງຄົມໃນດ້ານການກຸສົນ ຫລືດ້ານຕ່າງໆ ໃຫ້ຫລາຍເທົ່າທີ່ຈະຫລາຍ ໄດ້. ແຕ່ມີໃຜແດ່ທີ່ໄປຕາມຄວາມໄຝ່ຝັນແຕ່ຕອນຍັງເຍົາໄວອັນນັ້ນຈົນບັນລຸຜົນ ສໍາເລັດໄດ້. ໃນມື້ນີ້ ທາງວີໂອເອຈະນໍາເອົາການສໍາພາດກັບດຣ. ມະນີວອນ ທິແກ້ວ ທີ່ມີປະຫວັດການສຶກສາ ແລະປະສົບການທາງການແພດທີ່ໜ້າ ປະທັບໃຈມາເລົ່າສູ່ທ່ານຟັງ. ທ່ານໝໍໃຈດີທີ່ວ່ານີ້ ເປັນລູກ ບ້ານຫລານເມືອງ ຂອງເມືອງໄຊະຍະບູລີ, ແຂວງໄຊຍະບູລີ, ທາງຕາເວັນຕົກສຽງເໜືອຂອງລາວ. ໃນຂະນະທີ່ກໍາລັງຮຽນຢູ່ໃນໂຮງ ຮຽນແພດສາດຂອງລາວ ໃນຊຸມປີ 1990 ຢູ່ນັ້ນ ທ່ານນາງມີຄວາມໄຝ່ຝັນ ຈາກຊ່ວຍຄົນລາວ ທີ່ໄດ້ຮັບຜົນກະທົບທາງດ້ານ ຈິດໃຈ ຫລື ປະສາດຈາກສົງຄາມອິນດູຈີນ ຈຶ່ງໄດ້ຊອກຫາທຶນການສຶກສາເພື່ອ ມາຮຽນຕໍ່ ປະລິນຍາໂທການແພດ ທົ່ວໄປໃນສະ ຫະລັດໃນປີ 1997 ແລະຮຽນຕໍ່ເອົາປະລິນຍາເອກ ດ້ານຈິດຕະວິທະຍາ ຈາກ ມະຫາວິທະຍາໄລຂອງລັດ ໂຣດ ໄອແລນດ໌ ( Rhode Island).

ຫລັງຈາກຈົບປະລິນຍາເອກແລ້ວທ່ານນາງກໍ ໄດ້ຮັບທຶນດໍາເນີນການຄົ້ນຄວ້າໃນ ລະດັບເໜືອປະລິນຍາເອກ ທີ່ເອີ້ນວ່າ Post Doctoral Fellowship ຈາກ ຫລາຍສະຖານບັນການສຶກສາຄົ້ນຄວ້າ ລວມທັງສະຖາບັນຄົ້ນຄວ້າ ດ້ານການ ແພດແຫ່ງຊາດ ຫລື National Institute of Health ຂອງສະຫະລັດທີ່ມີຊື່ສຽງລະດັບໂລກນັ້ນອີກດ້ວຍ. ພາຍຫລັງ 17 ປີ ທີ່ໄດ້ຍ້າຍມາສຶກສາຮໍ່າຮຽນ, ຮັບໃຊ້ປະຊາຄົມລາວ ແລະປະຊາຄົມອື່ນໆ ແລະ ສ້າງຄອບຄົວກັບຄົນລາວ ສັນຊາດ ອາເມຣິກັນຢູ່ໃນລັດຣອດ ໄອແລນດ໌ ພ້ອມທັງສໍາເລັດການຝຶກງານເປັນທ່ານໝໍ ດ້ານຈິດຕະແພດຢູ່ລັດໂອຮາຍໂອແລ້ວ ທ່ານນາງກໍໄດ້ຍ້າຍ ກັບໄປເຮັດວຽກຢູ່ທີ່ລາວ ຊຶ່ງເປັນບ້ານເກີດເມືອງນອນຂອງຕົນ.

ປັດຈຸບັນທ່ານໝໍຍິງ ໄວ 40 ກວ່າປີ ທ່ານນີ້ ໄປເຮັດວຽກເປັນຊ່ຽວຊານດ້ານຈິດຕະແພດ ໃຫ້ແກ່ອົງການສາກົນຕ່າງໆ ຢູ່ໃນລາວ ແລະບາງປະເທດໃນຂົງເຂດເອເຊຍ ໂດຍສະເພາະກໍແມ່ນ ອົງການອະນາໄມໂລກ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານຂອງສະຫະລັດ ເຊັ່ນອົງການສຶກສາໂລກ ຫລື World Education ມາໄດ້ເກືອບ 10 ປີແລ້ວ ກໍຊຶ່ງເຮັດໃຫ້ທ່ານນາງ ມີໂອກາດໄດ້ສໍາພັດກັບຊີວິດຕົວຈິງຂອງຄົນປ່ວຍທາງຈິດໃຈທັງ ຢູ່ໃນນະຄອນຫລວງວຽງຈັນ ແລະໃນທ້ອງຖິ່ນຕ່າງໆ ໂດຍສະເພາະແມ່ນການ ຊ່ວຍຄົນເຈັບ ທີ່ຢູ່ໃນສະພາບທີ່ສິ້ນຫວັງຫລື ທຸກລະທົມໃຈຫລາຍ ທີ່ສຸດຍ້ອນ ຜົນກະທົບຈາກສິ່ງຕົກຄ້າງປາງສົງຄາມ. ດຣ. ມະນີວອນ ເວົ້າວ່າ ສິ່ງທີ່ເຮັດໃຫ້ ທ່ານຮູ້ສຶກພູມໃຈທີ່ ໃນການເຮັດວຽກຢູ່ທີ່ລາວກໍຄື ການໄດ້ໄປສໍາພັດ ກັບຄົນປ່ວຍຍ້ອນຖືກລະເບີດບໍ່ທັນແຕກຢູ່ໃນແຂວງຊຽງຂວາງ ໃນແລະແຂວງອື່ນໆ ໃນຂະນະທີ່ເຮັດວຽກໃຫ້ແກ່ອົງການສາກົນຕ່າງໆ ທີ່ໄດ້ຮັບທຶນຈາກສະຫະລັດ ແລະປະເທດອື່ນຢູ່ນັ້ນ. ທ່ານນາງເລົ່າເຖິງຄວາມຮູ້ສຶກຂອງຕົນເອງໃນການເຮັດວຽກງານນີ້ສູ່ວີໂອເອຟັງວ່າ:

ທ່ານນາງຍັງເວົ້າສູ່ຟັງອີກວ່າ ປະສົບການນັ້ນ ເຮັດໃຫ້ທ່ານນາງຮູ້ສຶກວ່າ ຕົນມີ ຄຸນຄ່າຫລາຍທີ່ສຸດ ສົມກັບການທີ່ທ່ານນາງໄດ້ເສຍສະຫລະເງິນເດືອນ ທີ່ ເປັນແສນ ໆ ໂດລາຕໍ່ປີ ຈາກການເຮັດວຽກເປັນທ່ານໝໍຈິດຕະແພດຢູ່ໃນ ສະຫະລັດ ເພື່ອໄປເຮັດວຽກຢູ່ລາວ.

ດຣ. ມະນີວອນ ໃຫ້ຄໍາເຫັນວ່າ ຜົນກະທົບຂອງສົງຄາມອິນດູຈີນທີ່ເຮັດໃຫ້ຄົນຖືກບາດເຈັບ, ສູນເສຍອົງປະກອບ ຂອງຮ່າງກາຍ, ຍາດຕິພີ່ນ້ອງ ແລະພັດພາກຈາກບ້ານເກີດ ເມືອງນອນຂອງ ຕົນນັ້ນ ບໍ່ພຽງແຕ່ມີຕໍ່ປະຊາຊົນຢູ່ໃນລາວເທົ່ານັ້ນ ມັນຍັງສົ່ງຜົນກະທົບທາງ ຈິດໃຈອັນຍາວນານຕໍ່ປະຊາສ່ວນໃຫຍ່ທີ່ເປັນອົບພະຍົບຢູ່ໃນສະຫະລັດ ລວມ ທັງຄົນຢູ່ໃນປະຊາຄົມເຊື້ອສາຍລາວຢູ່ໃນລັດຕ່າງໆ ອີກດ້ວຍ.

ດຣ. ມະນີວອນ ທິແກ້ວ, ເຈົ້າຂອງສູນປິ່ນປົວ ໄຊ-ເມດ, ທີ່ບ້ານ ໂພນຕ້ອງສະຫວາດ, ນະຄອນວຽງຈັນ
ດຣ. ມະນີວອນ ທິແກ້ວ, ເຈົ້າຂອງສູນປິ່ນປົວ ໄຊ-ເມດ, ທີ່ບ້ານ ໂພນຕ້ອງສະຫວາດ, ນະຄອນວຽງຈັນ

ປັດຈຸບັນ ນອກຈາກການເຮັດວຽກເປັນຊ່ຽວຊານດ້ານຈິດຕະແພດໃຫ້ກັບອົງການ ສາກົນຕ່າງໆ ທັງຢູ່ລາວ ແລະຕ່າງປະເທດແລ້ວ ທ່ານນາງ ຍັງໄດ້ຕັ້ງຄລີນິກ ຂອງຕົນເອງມາໄດ້ເກືອບ 4 ປີແລ້ວ ຊຶ່ງທ່ານນາງໄດ້ສະໜອງການປິ່ນປົວທັງ ທາງດ້ານສຸຂະພາບຈິດ ແລະສຸຂະພາບທົ່ວໄປແບບເກັບຄ່າບໍລິການ ໃນລາຄາ ຍ່ອມເຍົາສໍາລັບຄົນລາວ ແລະຄົນຕ່າງປະເທດ ທີ່ບໍ່ສາມາດຈ່າຍຄ່າບໍລິການ ແລະຢາໃນລາຄາເຕັມໄດ້ ຊຶ່ງທ່ານນາງເລົ່າສູ່ຟັງວ່າ:

ສໍາລັບການບໍລິການທີ່ສໍາຄັນທີ່ສຸດທີ່ທ່ານນາງໃຫ້ສະໜອງໃຫ້ແກ່ປະຊາຊົນລາວ ຢູ່ໃນຕ່າງແຂວງ ຫລືເຂດຫ່າງໄກຈາກຕົວເມືອງກໍຄື ການປິ່ນປົວຜ່ານທາງ ໂທລະສັບ ແລະ ວີິດິໂອໂດຍສົ່ງຜ່ານສໄກພ໌ ຫລື ສື່ສັງຄົມອອນລາຍປະເພດອື່ນ ເຊັ່ນ What’s App ແລະ Facebook Messenger ແລະການສົ່ງຢາໄປໃຫ້ຄົນ ປ່ວຍຜ່ານທາງໄປສະນີ. ທັງນີ້ກໍເພາະວ່າ ມັນສາມາດຊ່ວຍຄົນປ່ວຍ ທີ່ຕ້ອງການ ການປິ່ນປົວດ້ານສຸຂະພາບຈິດຫລາຍຄົນຈາກຕ່າງແຂວງ ທີ່ຂ້ອນຂ້າງຈະ ຂາດ ເຂີນເງິນຄໍາຈ່າຍຄ່າການເດີນທາງແລະຄ່າທີ່ພັກ. ບາງຄົນກໍອາດຈະມີພີ່ນ້ອງຢູ່ ໃນນະຄອນວຽງຈັນ ແຕ່ກໍບໍ່ສາມາດໄປເພິ່ງພາພີ່ນ້ອງໄດ້ເພາະເກງໃຈພີ່ນ້ອງ ເມື່ອຮູ້ວ່າ ຕົນມີບັນຫາທາງສຸຂະພາບຈິດ. ແລະພິເສດສຸດການປິ່ນປົວ ໂດຍ ຜ່ານວິທີການນີ້ ມັນກໍໃຊ້ໄດ້ເປັນຢ່າງດີສໍາລັບການປິ່ນປົວໃນໄລຍະທີ່ມີ ການຫ້າມຄົນເດີນທາງ ຂ້າມເມືອງ ແລະແຂວງຕ່າງໆ ເພື່ອສະກັດກັ້ນການແຜ່ ລະບາດຂອງພະຍາດໂຄ ວິດ-19 ຢູ່ນີ້.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ເປັນພາສາອັງກິດຢູ່ລຸ່ມນີ້

Experiences in Working in Laos of a Passionate Lao-American Mental Health Doctor

A Lao-American passionate Dr. Manivone Thikeo finds her career most rewarding when she is able to help bring hope to some Lao victims of Unexploded Ordinances and provide tele-mental therapeutic services to those who in devastated situation medically and economically in rural Laos, especially during the current country’s lock-down period.

XS
SM
MD
LG