ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມບັນດາຜູ້ບໍລິຈາກ ເພັ່ງເລັງໃສ່ຄວາມຕ້ອງການທາງດ້ານພື້ນຖານໂຄງລ່າງຂອງຢູເຄຣນ


ປະທານາທິບໍດີ ຝຣັ່ງ ເອັມແມນູແອລ ມາກຣົງ (Emmanuel Macron) (ກາງ) ຕ້ອນຮັບ ນາຍົກລັດຖະມົນຕີຢູເຄຣນ ເດັນນີສ ຊມີແຮລ (Denys Shmyhal) (ຊ້າຍ) ຂະນະທີ່ທ່ານເດີນທາງຮອດ ພະຣາຊະວັງ ເອລີເຊ້ (Elysee Palace) ຂອງປະທານາທິບໍດີ, ໃນນະຄອນຫຼວງປາຣີ, ວັນທີ 13 ທັນວາ 2022.
ປະທານາທິບໍດີ ຝຣັ່ງ ເອັມແມນູແອລ ມາກຣົງ (Emmanuel Macron) (ກາງ) ຕ້ອນຮັບ ນາຍົກລັດຖະມົນຕີຢູເຄຣນ ເດັນນີສ ຊມີແຮລ (Denys Shmyhal) (ຊ້າຍ) ຂະນະທີ່ທ່ານເດີນທາງຮອດ ພະຣາຊະວັງ ເອລີເຊ້ (Elysee Palace) ຂອງປະທານາທິບໍດີ, ໃນນະຄອນຫຼວງປາຣີ, ວັນທີ 13 ທັນວາ 2022.

ຝຣັ່ງພວມນຳເອົາພວກນານາຊາດທີ່ບໍລິຈາກທຶນມາຮວມກັນ ໃນວັນອັງຄານມື້ນີ້ ສຳລັບກອງປະຊຸມເພື່ອເພັ່ງເລັງໃສ່ການຊ່ອຍເຫຼືອຢູເຄຣນຮັບມືກັບການໂຈມຕີ ຂອງຣັດເຊຍ ຕໍ່ພື້ນຖານໂຄງລ່າງຂອງປະເທດດັ່ງກ່າວ.

ກອງປະຊຸມນີ້ ລວມມີບັນດາຜູ້ແທນຈາກລັດຖະບານຕ່າງໆ ພ້ອມທັງບໍລິສັດ ແລະອົງການຊ່ອຍເຫຼືອທັງຫຼາຍ ໂດຍມີເປົ້າໝາຍເພື່ອການສະໜອງທັງດ້ານການເງິນ ແລະອຸປະກອນ ໃຫ້ແກ່ຢູເຄຣນ ທີ່ກຳລັງຕ້ອງການ ເພື່ອຮັກສາພື້ນຖານໂຄງລ່າງ ເຊັ່ນລະບົບໄຟຟ້າ ແລະພະລັງງານ ທຳງານຕໍ່ໄປ ເຖິງແມ່ນຈະມີການໂຈມຕີຂອງຣັດເຊຍ ຢູ່ກໍຕາມ.

ກອງປະຊຸມດັ່ງກ່າວ ມີຂຶ້ນພາຍຫຼັງການໃຫ້ຄຳໝັ້ນສັນຍາ ໃນວັນຈັນວານນີ້ ຈາກບັນດາຜູ້ນຳຂອງກຸ່ມເຈັດປະເທດ ທີ່ຈະຕອບສະໜອງຄວາມຕ້ອງການທີ່ຮີບດ່ວນຂອງຢູເຄຣນ ທາງດ້ານການທະຫານ ແລະຍຸດໂທປະກອນດ້ານການປ້ອງກັນປະ​ເທດ.

ໃນຖະແຫລງການ ທີ່ໄດ້ນຳອອກເຜີຍແຜ່ໂດຍທຳນຽບຂາວ ກ່າວວ່າ ກຸ່ມເຈັດປະເທດ ຫຼື G-7 ໄດ້ປະນາມ “ການສືບຕໍ່ໂຈມຕີທີ່ໄຮ້ມະນຸດສະທຳ ແລະໂຫດຮ້າຍທາລຸນ ຂອງຣັດເຊຍ ໂດຍການແນເປົ້າໝາຍໃສ່ພື້ນຖານໂຄງລ່າງທີ່ສຳຄັນ ໂດຍສະເພາະແມ່ນສະຖານທີ່ພະລັງງານ ແລະນ້ຳປະປາ ແລະເມືອງຕ່າງໆທົ່ວຢູເຄຣນ.”

ຖະແຫລງການນີ້ ໄດ້ເອີ້ນການກະທຳທັງຫຼາຍເຫຼົ່ານີ້ວ່າ “ການໂຈມຕີໂດຍບໍ່ຈຳ ແນກ” ເປັນ “ອາຊະຍາກຳສົງຄາມ.” ຖະແຫລງການຍັງໄດ້ປະນາມ ພວກຜູ້ທີ່ “ອຳນວຍຄວາມສະດວກໃຫ້ແກ່ສົງຄາມຂອງປູຕິນ ທີ່ຜິດກົດໝາຍ.”

ນາຍົກລັດຖະມົນຕີເຢຍຣະມັນ ໂອລາຟ ໂຊລສ໌ ປະທານຂອງກຸ່ມເຈັດປະເທດ ໄດ້ໝັ້ນໝາຍທີ່ຈະຟື້ນຟູຄືນໃໝ່ ດ້ານການເງິນຂອງຢູເຄຣນໃຫ້ມີສະຖຽນລະພາບ ແລະໄດ້ປຽບທຽບການສ້າງສາຄືນໃໝ່ຂອງຢູເຄຣນ ຄືກັບແຜນກົດໄອຍາການເສິກ ທີ່ໄດ້ຖືກຈັດຕັ້ງໂດຍສະຫະລັດ ເພື່ອຊ່ອຍສ້າງສາຢູໂຣບຄືນໃໝ່ ຫຼັງຈາກສົງຄາມໂລກຄັ້ງທີສອງ.

ໃນຂະນະດຽວກັນ ກອງກຳລັງຂອງຣັດເຊຍ ໄດ້ຖະລົ່ມພາກຕາເວັນອອກ ແລະພາກໃຕ້ຂອງຢູເຄຣນ ໃນວັນຈັນວານນີ້ ດ້ວຍລູກສອນໄຟ ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ແລະປືນໃຫຍ່. ນາຍົກລັດຖະມົນຕີຢູເຄຣນ ເດັນນີສ ຊມີແຮລ (Denys Shmyhal) ໄດ້ຮຽກຮ້ອງຂໍ ລະບົບລູກສອນໄຟເພທຣີອັອຕ ແລະລະບົບປ້ອງກັນໄພທາງອາກາດທີ່ທັນສະໄໝສູງອື່ນໆ ເພື່ອຕອບໂຕ້ການໂຈມຕີຂອງຣັດເຊຍ.

ຜູ້ປົກຄອງ ທ່ານພາບໂລ ກີຣີເລນໂກ (Pavlo Kyrylenko) ໄດ້ກ່າວວ່າ ມີພົນລະເຮືອນຢ່າງໜ້ອຍແປດຄົນ ໄດ້ຮັບບາດເຈັບໃນການໂຈມຕີດ້ວຍຈະຫຼວດຂອງຣັດເຊຍ ເມື່ອວັນຈັນວານນີ້ ຕໍ່ເມືອງເຮຍນິກ (Hirnyk) ໃນເຂດໂດເນັດ ໂອບລັສ ທາງພາກຕາເວັນອອກຂອງຢູເຄຣນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG