ເມືອງໂຂງເປັນເມືອງວັດທະນະທໍາ ຈຶ່ງບໍ່ມີຮ້ານກິນດື່ມຫລືບາຣ໌ບັນເທິງ.
ກາງຄືນແມ່ນຈະມິດງຽບ. ຖ້າຢາກໄປຫາບ່ອນກິນເຂົ້າແຊບໆ ຟັງເພງ
ຄາຣາໂອເກະຈາກໂທລະພາບ ມີສາວເສີບບໍລິການ ກໍຕ້ອງໄປກິນຢູ່
ເຮືອນແພທີ່ເມືອງແສນ ອີກຟາກນຶ່ງຂອງເກາະ ຂີ່ລົດໄປປະມານ 30
ນາທີ. ແຕ່ຖ້າຂົວສ້າງສໍາເລັດແລ້ວ ອາດຈະມີນັກທ່ອງທ່ຽວຫລາຍຂຶ້ນ
ຊຶ່ງກໍອາດຈະພາໃຫ້ມີການປ່ຽນແປງ ເຮັດໃຫ້ເມືອງໂຂງຄຶກຄື້ນຂຶ້ນກໍໄດ້.
(ພາບເຫລົ່ານີ້ແມ່ນຖ່າຍເມືອເດືອນທັນວາ 2012.)
ພາບຈາກດອນໂຂງ

5
ຕຶກຫ້ອງອາຫານຂອງຣີສອດຮ້າງ ຂອງທ່ານຄໍາໄຕ ສີພັນດອນ ຢູ່ດອນໂຂງ. ເມືອງໂຂງເປັນເມືອງວັດທະນະ ທໍາ ຈຶ່ງບໍ່ມີບ່ອນບັນເທີງ. ຮ້ານອາຫານຍາມກາງຄືນກໍບໍ່ມີ. ຕ້ອງໄປກິນຢູ່ຮ້ານເຮືອນແພ ທີ່ເມືອງແສນ ຢູ່ອີກຟາກນຶ່ງຂອງດອນໂຂງ.

6
ມຸມນຶ່ງຢູ່ແຄມນໍ້າ ມີຫາດຊາຍພ້ອມ ຂອງຣີສອດທີ່ເປົ່າຫວ່າງ ຂອງທ່ານຄໍາໄຕ ສີພັນດອນ ຢູ່ດອນໂຂງ.

7
ອຸດສາຫະກໍາຄອບຄົວຢູ່ດອນໂຂງ: ຮ້ານເຮັດນໍ້າຕານກ້ອນແຄມທາງ ທີ່ສ້າງລາຍຮັບໃຫ້ຄອບຄົວ ປີລະ 20 ກ່ວາລ້ານກີບ.

8
ຄົນງານປີນຂຶ້ນໄປຍອດຕານ ເພື່ອເອົານໍ້າຕານສົດລົງມາຕົ້ມ ເປັນນໍ້າຕານກ້ອນ.