ເມືອງໂຂງເປັນເມືອງວັດທະນະທໍາ ຈຶ່ງບໍ່ມີຮ້ານກິນດື່ມຫລືບາຣ໌ບັນເທິງ.
ກາງຄືນແມ່ນຈະມິດງຽບ. ຖ້າຢາກໄປຫາບ່ອນກິນເຂົ້າແຊບໆ ຟັງເພງ
ຄາຣາໂອເກະຈາກໂທລະພາບ ມີສາວເສີບບໍລິການ ກໍຕ້ອງໄປກິນຢູ່
ເຮືອນແພທີ່ເມືອງແສນ ອີກຟາກນຶ່ງຂອງເກາະ ຂີ່ລົດໄປປະມານ 30
ນາທີ. ແຕ່ຖ້າຂົວສ້າງສໍາເລັດແລ້ວ ອາດຈະມີນັກທ່ອງທ່ຽວຫລາຍຂຶ້ນ
ຊຶ່ງກໍອາດຈະພາໃຫ້ມີການປ່ຽນແປງ ເຮັດໃຫ້ເມືອງໂຂງຄຶກຄື້ນຂຶ້ນກໍໄດ້.
(ພາບເຫລົ່ານີ້ແມ່ນຖ່າຍເມືອເດືອນທັນວາ 2012.)
ພາບຈາກດອນໂຂງ
໙
ຍອດຕານ ທີ່ມີບັ້ງໂຕ່ງເອົານໍ້າຕານ
໑໐
ນໍ້າຕານສົດ ເອົາລົງມາຈາກຕົ້ນ ແລ້ວເອົາມາຕົ້ມ ແລະຂ້ຽວໃຫ້ຂຸ້ນ ເພື່ອເຮັດເປັນກ້ອນ.
໑໑
ນໍ້າຕານທີ່ຕົ້ມແລະຂ້ຽວໃຫ້ຂຸ້ນແລ້ວ ຈະເອົາມາຖອກໃສ່ບ້ວງເຫລົ່ານີ້ ເພື່ອຕາກໃຫ້ແຫ້ງເປັນກ້ອນ ກ່ອນເອົາໄປຂາຍ. (Photo gallery by Dara Baccam)