ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດ້ວຍການສຸມໃສ່ທະນາກາງຂອງຢູໂຣບ ເງິນໂດລາຍັງຄົງຢືນຢູ່ໃນຈຸດທີ່ສູງ


ແຟ້ມຮູບ-ອາຄານທະນາຄານກາງໃນນະຄອນຫຼວງວໍຊິງຕັນ ທີ່ມອງເຫັນໃນມື້ທີ່ບໍຮູ້ວັນທີ່ຖ່າຍຮູບ.
ແຟ້ມຮູບ-ອາຄານທະນາຄານກາງໃນນະຄອນຫຼວງວໍຊິງຕັນ ທີ່ມອງເຫັນໃນມື້ທີ່ບໍຮູ້ວັນທີ່ຖ່າຍຮູບ.

ເງິນໂດລາ ຍັງຄົງຮັກສາຄວາມ​ຄົງ​ທີ່ໄວ້​ຢູ່​ຄື​ເກົ່າໃນວັນຈັນມື້ນີ້, ຂະນະທີ່ນັກລົງ ທຶນໄດ້ສະແດງຄວາມອຸ່ນໃຈທີ່ວ່າ ອັດຕາເງິນເຟີ້ຂອງສະຫະລັດ ອາດຈະຫຼຸດ ລົງພຽງພໍແລ້ວສໍາລັບທະນາຄານກາງ ຫຼື Federal Reserve ທີ່ຈະຫຼຸດລົງອັດ ຕາດອກເບ້ຍລົງໃນປີ 2024, ໃນຂະນະທີ່ເງິນຢູໂຣ ມີທ່າທີຫຼຸດລົງແລ້ວກ່ອນ ຄາດການວ່າຈະມີການຕັດຈາກທະນາຄານກາງຂອງຢູໂຣບພາຍໃນອາທິດນີ້.

ໃນບັນດາຕະຫຼາດຂອງສະກຸນເງິນຕ່າງໆທີ່ພົ້ນເດັ່ນຂື້ນ, ເງິນຣູປີຂອງອິນເດຍ ແລະ ເງິນເປໂຊຂອງເມັກຊິໂກ ມີຄວາມເຂັ້ມແຂງຂື້ນລຸນຫຼັງການເລືອກຕັ້ງ ທົ່ວໄປຂອງທັງສອງປະເທດ.

ເງິນຣູປີຂອງອິນເດຍ, ເຊິ່ງເປັນສະກຸນເງິນເອເຊຍທີ່ມີການຮັກສາຄ່າຂອງເງິນ ໄດ້ດີທີ່ສຸດໃນປີນີ້, ໂດຍມີອັດຕາແລກປ່ຽນຢູ່ທີ່ 83.035 ລູປີຕໍ່ໂດລາ ໃນຂະນະ ທີ່ການສໍາຫຼວດໄດ້ຊີ້ໃຫ້ເຫັນເຖິງການມອບໝາຍຂະໜາດໃຫຍ່ ແລະການດໍາລົງ ຕໍາແໜ່ງສະໄໝທີສາມທີ່ບໍ່ຄ່ອຍເກີດຂຶ້ນສໍາລັບນາຍົກລັດຖະມົນຕີ ທ່ານ ນາເຣັນດາ ໂມດີ.

ເງິນ​ເປ​ໂຊ​ຂອງ​ເມັກ​ຊິ​ໂກ​ ໄດ້​ອ່ອນ​ຄ່າ​ລົງມາ​ໃນ​ວັນ​ຈັນ​ມື້​ນີ້ ລຸນຫລັງພັກ​ກຳ​ອຳນາດ​ໄດ້​ປະກາດ​ວ່າ ທ່ານນາງ ຄລາວເດຍ ເຊນບວມ (Claudia Sheinbaum) ເປັນຜູ້​ຊະນະ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ “ດ້ວຍ​ຄະ​ແນນ​ຈຳ​ນວນຫຼວງຫຼາຍ” ຫຼັງຈາກ​ການ​ປ່ອນ​ບັດໄດ້​ປິດ​ລົງ​ໃນ​ວັນ​ອາທິດວານນີ້.

ທ່ານນາງ ແຄັດລີນ ບຣູກສ (Kathleen Brooks), ຜູ້ອໍານວຍການຄົ້ນຄ້ວາ ກ່ຽວກັບ ການຄ້າ XTB ກ່າວວ່າ “ນີ້ແມ່ນອາທິດທີ່ໃຫຍ່ຫຼາຍ ສໍາລັບຕະຫຼາດ ການເງິນ,” ທ່ານນາງກ່າວໂດຍອ້າງອີງຈາກປັດໃຈການຕັດສິນຕໍ່ອັດຕາ ECB ແລະການເລືອກຕັ້ງເມັກຊິໂກ.

ເງິນໂດລາປະ​ກາດ​ການຫຼຸດລົງປະຈໍາເດືອນທໍາອິດຂອງປີໃນເດືອນພຶດສະພາ ແລ້ວນີ້, ເຊິ່ງເປັນການຫຼຸດລົງໂດຍປ່ຽນແປງຄວາມຄາດຫວັງ ກ່ຽວກັບ ເວລາທີ່ ທະນາຄານກາງຂອງ ສະຫະລັດ ຈະຕັດອັດຕາດອກເບ້ຍ ແລະຈະຕັດຫຼາຍ ຊ່ຳໃດ, ດ້ວຍລະດັບລາຄາຕະຫຼາດ 37 ຈຸດພື້ນຖານຂອງການຕັດໃນປີນີ້ ຈາກເດືອນກຸມພາທີ່ຜ່ານມາ.

ຂໍ້ມູນໃນວັນສຸກແລ້ວນີ້ສະແດງໃຫ້ເຫັນຂະໜາດຂອງອັດຕາເງິນເຟີ້ຈາກຜູ້ບໍລິ ໂພກ ໄດ້ເພີ້ມຂຶ້ນເລັກນ້ອຍໃນເດືອນ ເມສາ ແລະຄວາມກົດຂອງລາຄາຍັງຄົງຢູ່ເໜືອເປົ້າໝາຍຂອງທະນາຄານກາງ 2 ເປີເຊັນ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

The dollar held steady on Monday, as investors warmed to the idea that U.S. inflation may have slowed enough for the Federal Reserve to cut rates in 2024, while the euro was calm ahead of an expected cut from the European Central Bank this week.

Among emerging market currencies, the Indian rupee and Mexican peso strengthened following exit poll results from general elections in both countries.

The Indian rupee, the best performing Asian currency this year, was last at 83.035 per dollar as exit polls pointed to a sizable mandate and rare third term for Prime Minister Narendra Modi.

The Mexican peso weakened on Monday after the ruling party declared Claudia Sheinbaum the winner of the presidential election by a "large margin" after polls closed on Sunday.

"This is a mega week for financial markets," Kathleen Brooks, research director at trading platform XTB, said, citing the ECB rate decision and Mexican election as factors.

The dollar posted its first monthly decline of the year in May, weighed down by shifting expectations on when the U.S. central bank will cut rates and by how much, with markets pricing in 37 basis points of cuts this year from the Fed.

Data on Friday showed a measure of consumer inflation staged a modest rise in April and price pressures remained above the central bank's 2% target.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG