ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໓໐ ມີນາ ໒໐໒໕

ປັນ​ຍາ​ປະ​ດິດ​ສາ​ມາດກວດ​ພົບ​ໂຣກ​ມະ​ເຮັງ​ເຕົ້າ​ນົມ​ໄດ້​ດີກວ່າ​ບັນ​ດາ​ທ່ານ​ໝໍ​ແທ້​ບໍ?


ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້ ດ້ວຍ​ການ​ບັນ​ຍາຍ​ເປັນ​ພາ​ສາ​ລາວ.

ການ​ຄົ້ນ​ຄວ້າ​ເມື່ອບໍ່​ດົນ​ມານີ້​ໄດ້​ພົບ​ວ່າ ບັນ​ດາ​ແພດ​ໝໍ​ສາ​ມາດ​ທີ່​ຈະ​ກວດ​ພົບ​ໂຣກ​ມະ​ເຮັງ​ໃນເຕົ້ານົມຫຼາຍ​ຂຶ້ນກວ່າ​ເກົ່າ ເວ​ລາ​ທີ່​ເຂົາ​ເຈົ້າ​ໃຊ້​ປັນ​ຍາ​ປະ​ດິດ ຫຼື AI ເພື່ອ​ຊ່ວຍ​ອ່ານ​ຜົນ​ແອັກ​ສ໌​ເຣ​ເຕົ້າ​ນົມ. ດັ່ງ​ທີ່​ນັກ​ຂ່າວ​ວີ​ໂອ​ເອ ໂດ​ຣາ ເມ​ຄວາ ລາຍ​ງານ​ນັ້ນ, AI ສາ​ມາດ​ຊ່ວຍ​ຂະ​ຫຍາຍ​ອັດ​ຕາການກວດ​ພົບ​ໂຣກ​ມະ​ເຮັງ​ໃນເຕົ້າ​ນົມເຖິງຫຼາຍກວ່າ 17 ເປີ​ເຊັນ.

ເວ​ລາ​ທີ່​ບັນ​ດາ​ແພດ​ໝໍ​ໃຊ້​ປັນ​ຍາ​ປະ​ດິດ ຫຼື AI ເພື່ອກວດ​ກາ​ແອັກ​ສ໌​ເຣ​ເຕົ້າ​ນົມ​ຂອງ​ແມ່​ຍິງ ຊາວເຢຍ​ຣະ​ມັນ ຫຼາຍກວ່າ 460,000 ຄົນ, ເຂົາ​ເຈົ້າ​ໄດ້​ກວດ​ພົບ​ໂຣກ​ມະ​ເຮັງຕື່ມອີກນຶ່ງຊະນິດ​ສຳລັບ​ແມ່​ຍິງ​ທຸກໆ 1,000 ຄົນ ​ທີ່​ໄດ້ເຂົ້າ​ຮັບ​ການ​ກວດ ຊຶ່ງຫຼາຍກວ່າ​ມະ​ນຸດກວດ​ພ​ຽງ​ຜູ້​ດຽວ ອີງຕາມບັນດານັກຄົ້ນຄວ້າ. ການສຶກສາ​ນີ້ ທີ່​ຖືກ​ຕີ​ພິມໃນ​ວາ​ລະ​ສານ Nature Medicine ຖື​ເປັນ​ການ​ສຳຫຼວດໃນ​ການ​ໃຊ້​ປັນ​ຍາ​ປ​ະ​ດິດກວດ​ຫາ​ໂຣກ​ມະ​ເຮັ​ງ​ໃນເຕົ້າ​ນົມ​ຢູ່ໂລກ​ແຫ່ງ​ຄວາມ​ເປັນ​ຈິງ​ຄັ້ງ​ໃຫຍ່​ທີ່​ສຸດ ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້.

ດ​ຣ. ອາ​ເລັກ​ແຊນ​ເດີ ຄາ​ຕາ​ລີ​ນິກ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ລູ​ເບັກ ກ່າວ​ວ່າ “ອັດ​ຕາ​ການກວດ​ພົບ​ໂຣກ​ມະ​ເຮັງ​ແມ່ນ​ດີ​ຂຶ້ນກວ່າ​ເກົ່າ, ແລະ​ນີ້​ແມ່ນຫຼັກ​ຖານ​ທີ່​ໜັກ​ແໜ້ນ. ແລະ​ອີງ​ຕາມຫຼັກ​ຖານນີ້ ພວກ​ເຮົາ​ຄວນ​ເລີ່ມ​ໃຊ້ AI ໃນ​ການກວດ​ຫາ​ມະ​ເຮັງ​ໃນເຕົ້າ​ນົມຫຼາຍ​ຂຶ້ນ ແລະ ໃນ​ທີ່​ສຸດນີ້​ ຄວນ​ກາຍ​ເປັນ​ມາດ​ຕະ​ຖານ.”

ແລະ​ ອັດ​ຕາ​ການກວດ​ພົບ​ທີ່​ດີ​ຂຶ້ນ​ເກືອບ 18 ເປີ​ເຊັນ, ພິ​ສູດ​ໃຫ້​ເຫັນ​ວ່າ AI ແມ່ນເໜືອກວ່າ​ມະ​ນຸດ​ໃນ​ການ​ຄົ້ນ​ຫາ​ໂຣກ​ມະ​ເຮັງ​ບໍ?

ດ​ຣ. ອາ​ເລັກ​ແຊນ​ເດີ ຄາ​ຕາ​ລີ​ນິກ ກ່າວ​ວ່າ “AI ແທ້​ຈິງ​ແລ້ວ​ ແມ່ນ​ເໝາະ​ສົມ​ສຳ​ລັບ​ການ​ເຂົ້າ​ມາ​ແທນ​ຜູ້​ອ່ານ​ທີ່​ເປັນ​ມະ​ນຸດ​ໃນ​ລະ​ດັບ​ນຶ່ງ ແຕ່​ເຈົ້າ​ຕ້ອງ​ການ​ໄປ​ໄກ​ຊ່ຳ​ໃດ? ນີ້ບໍ່​ແມ່ນ​ແຕ່​ຄຳ​ຖາມ​ທາງ​ວິ​ທະ​ຍາ​ສາດ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ຄຳ​ຖາມ​ທາງ​ສັງ​ຄົມ​ດ້ວຍ ສັງ​ຄົມ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ AI ຫຼາຍ​ໜ້ອຍ​ຊ່ຳ​ໃດ?”

AI ຍັງ​ໄດ້​ຊ່ວຍຫຼຸດ​ຜ່ອນ​ຈຳ​ນວນ​ຂອງ​ຜົນ​ອອກ​ມາ​ເປັນ​ບວກ​ທີ່​ຜິດ. ປັນ​ຍາ​ປະ​ດິດ ກໍ​ໄດ້​ມີ​ຄວາມ​ຜິດພາດ​ໃນ​ການກວດໂຣກ​ມະ​ເຮັງ ​ຈຳ​ນວນ​ນຶ່ງ.

ແຕ່​ມະ​ນຸດ​ໄດ້​ຜິດ​ພາດຫຼາຍກວ່າ AI ເຖິງ 10 ເທົ່າ, ອີງ​ຕາມ​ຜົນ​ການ​ສຶກ​ສາ.

ທ່ານ ສເຕ​ຟານ ບັ້​ງ​ຄ໌, ຜູ້​ຮ່ວມ​ກໍ່​ຕັ້​ງ​ບໍ​ລິ​ສັດ Vara ກ່າວ​ວ່າ “AI ບໍ່​ຄື​ມະ​ນຸດ, ມັນ​ບໍ່​ຮູ້​ຈັກ​ເມື່ອຍ​ແມ່ນ​ບໍ່? ຂ້າ​ພະ​ເຈົ້າ​ໝາຍ​ຄວາມ​ວ່າ, AI ເຮັດ​ວຽກ​ແບບວິ​ທີ​ດຽວ​ກັນ​ຕອນ 2 ໂມງ​ເຊົ້າ ​ກັບ​ໃນ​ຕອນ​ກາງ​ເວັນ. ສະ​ນັ້ນ, ແນ່ນອນ​ມັນ​ມີ​ຄວາມ​ໄດ້​ປຽບ ແລະ ມັນ​ຍັງ​ເປັນ​ນຶ່ງ​ໃນຫຼາຍ​ເຫດ​ຜົນ​ວ່າ​ ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຄິດ​ວ່າ AI ຈະ​ພົບ​ເຫັນ​ໂຣກ​ມະ​ເຮັງ​ທີ່​ມະ​ນຸດ​ອາດ​ຈະ​ຜິດ​ພາດ.”

ນີ້​ແມ່ນ​ຄວາມ​ເປັນ​ຫ່ວງ​ທີ່​ວ່າ​ ການ​ນຳ​ໃຊ້ AI ອາດ​ນຳ​ໄປ​ສູ່ການ​ມີ​ແພດ​ລັງ​ສີວິ​ທະ​ຍາ ​ທີ່​ໄດ້​ຮັບ​ການ​ຝຶກ​ຊ້ອມ​ໜ້ອຍ​ລົງ​ໃນ​ອະ​ນາ​ຄົດ.

​ທ່ານ ສ​ເຕ​ຟານ ບັ້​ງຄ໌ ກ່າວ​ວ່າ “ກໍ​ລະ​ນີ​ທີ່​ຊັບ​ຊ້ອນ​ທີ່​ວ່າ​ນັ້ນ, ກໍ​ລະ​ນີ​ທີ່​ວ່າ​ເຈົ້າ ຕ້ອງ​ພິ​ຈາ​ລະ​ນາຫຼາຍ​ແງ່​ມຸມ ທີ່​ເຈົ້າ​ຕ້ອງ​ເວົ້າ​ລົມ​ກັບ​ຄົນ​ໄຂ້ ເປັນ​ສິ່ງ​ທີ່​ຄວາມ​ຊ່ຽວ​ຊານ ແລະ ແພ​ດ​ດ້ານ​ລັງ​ສີ​ວິ​ທະ​ຍາ​ຕົວ​ຈິງ ​ມີ​ຄວາມ​ສຳ​ຄັນຫຼາຍ ແລະ ຄວນ​ໄດ້​ຮັບ​ການ​ຝຶ​ກ​ອົບ​ຮົມ​ຕໍ່​ໄປ.”

ແຕ່​ມັນ​ກໍ​ອາ​ດ​ມີ​ຂໍ້​ດີ​ຈາກ ປັນ​ຍາ​ປະ​ດິດ​ເຊັ່ນ​ກັນ.

ດ​ຣ. ເຫວີຍ ຢາງ, ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ເທັກ​ຊັ​ສ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ການ​ຖື​ກຳ​ເນີດ​ຂອງ AI ເປັນ​ໂອ​ກາດ ແລະ ເປັນແຮງ​ກະ​ຕຸ້ນ​ໃຫ້​ເຮົາ​ຮູ້​ສຶກ​ຕື່ນ​ເຕັ້ນ​ກັບ​ສາ​ຂາ​ຂອງ​ພວກ​ເຮົາຫຼາຍ​ຂຶ້ນ. ສະ​ນັ້ນ​ບັນ​ດາ​ແພດ​ລັງ​ສີ​ວິ​ທະ​ຍາ​ທີ່​ໄດ້​ຮັບ​ການ​ຝຶກ​ຊ້ອມ​ເປັນ​ຢ່າງ​ສູງ ​ກໍ​ຈະ​ມີ​ພື້ນ​ທີ່​ເປີດ, ເວ​ລາ ແລະ ຄວາມ​ຕັ້ງ​ໃຈ​ທີ່​ເພັ່ງ​ເລັງ​ໃສ່​ວຽກ​ງານ​ທີ່​ມີ​ຄວາມ​ຊັບ​ຊ້ອນຫຼາຍ​ຂຶ້ນ.”

ດ​ຣ. ເຫວີຍ ຢາງ ແມ່ນ​ອາ​ຈານ​ສອນ ກ່ຽວ​ກັບ ລັງ​ສີ​ວິ​ທະ​ຍາ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ເທັກ​ຊັ​ສ ຜູ້​ທີ່ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ສຶກ​ສາ. ທ່ານ​ນາງ​ຮູ້​ສຶກ​ມີ​ກຳ​ລັງ​ໃຈຈາກ​ຜົນ​ການ​ສຶກ​ສາ.

ດ​ຣ. ເຫວີຍ ຢາງ ກ່າວ​ວ່າ “ຂໍ້​ມູນ​ດັ່ງ​ກ່າວ​ ໜ້າ​ສົນ​ໃຈຫຼາຍ. ອັດ​ຕາ​ການກວດ​ພົບ​ໂຣກ​ມະ​ເຮັງ​ທີ່​ເພີ່ມ​ຂຶ້ນ, ການຫຼຸດ​ລົງ​ຂອງ​ຜົນ​ບວກ​ທີ່​ຜິດ ແລະ ຜົນ​ກະ​ທົບ​ທີ່​ອາດ​ເກີດ​ຂຶ້ນ​ຕໍ່​ກຳ​ລັງ​ແຮງງານ ແລະ ພາ​ວະ​ການ​ອິດ​ເມື່ອຍ​ໃນ​ການ​ເຮັດ​ວຽກ​ໂດຍ​ລວມ​ແລ້ວ ເປັນ​ໄປ​ໃນ​ທິດ​ທາງບວກ.”

ສຳ​ລັບ​ຕອນນີ້, ການ​ໃຊ້​ແພດ​ລັງ​ສີ​ວິ​ທະ​ຍາ​ທີ່​ເປັນ​ມະ​ນຸດ, ຄຽງ​ຂ້າງ​ກັບ​ປັນ​ຍາ​ປະ​ດິດ, ອາດ​ເປັນ​ວິ​ທີ​ທີ່​ດີ​ທີ່​ສຸດ ​ທີ່​ຈະ​ສືບ​ຕໍ່​ສ້າງ​ຄວາມ​ແຂງ​ແກ່ນ​ໃຫ້​ທັງ​ສອງດ້ານ.

ດ​ຣ. ອາ​ເລັກ​ແຊນ​ເດີ ຄາ​ຕາ​ລີ​ນິກ ກ່າວ​ວ່າ “ການ​ປະ​ສົມ​ປະ​ສານ​ຂອງ​ມະ​ນຸດ​ກັບ​ປັນ​ຍາ​ປະ​ດິດ ແມ່ນ​ດີກວ່າ​ການ​ມີ​ພຽງ​ແຕ່​ຄົນ​ອ່ານ​ຜົນ​ທີ່​ເປັນ​ມະ​ນຸດ​ເທົ່າ​ນັ້ນ.”

ນັ້ນ​ອາດ​ເປັນ​ໂອ​ກາດ​ທີ່​ຈະ​ນຳ​ໄປ​ສູ່​ຜົນ​ທີ່​ດີກວ່າ​ເກົ່າ​ສຳ​ລັບ​ແມ່​ຍິງ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

A recent study found doctors were able to detect breast cancer more often when they used artificial intelligence to help read mammogram results.

When doctors used artificial intelligence to examine the mammograms of more than 460,000 German women, they found one more cancer for every one-thousand women tested than humans alone did, according to researchers. The study in the journal Nature Medicine is the largest real-world exploration to date into the use of AI to help detect breast cancer.

“The breast cancer detection rate is better, and this is really strong evidence. And based on this evidence, we should start to use more AI in breast cancer screening, and, in the end, this should be standard.”

And does that improved detection rate - of almost 18% - prove that AI is superior to humans at finding breast cancer?

“AI really is suitable for replacing human readers to a certain extent. But how far do you want to go? This is not only a question of science, it's also a social question. How is the society’s trust in AI?”

AI also helped reduce the number of false positive results. Artificial intelligence did miss some cancers.

But humans missed them 10 times more than the AI did, according to the study results.

“AI, unlike humans, doesn't get tired, right? I mean, AI works in the same way at 2:00 AM in the morning as in the middle of the day. So, it's definitely an advantage and it's also one of the reasons why I think AI finds cancers that otherwise humans would miss.”

There is concern that using AI in cancer detection could lead to fewer trained radiologists over time.

“Those complex cases, those cases where you need to take into account multiple angles, where you need to talk to the patient is something where expertise and an actual radiologist is very important and should continue to be trained.”

“I think that the advent of AI is an opportunity and a trigger for us to become more excited about our field.”

“So that highly trained radiologists will have the open space, the time and the concentration to focus on more complex tasks.”

Dr. Wei Yang is a professor of radiology at the University of Texas who was not involved in the study. She is encouraged by the results.

“The data is very compelling. The increased cancer detection rate, the reduction in the false positive callbacks and the potential impact this can have on workforce and burnout. So overall, very, very positive.”

For now, using a human radiologist, along with artificial intelligence, might be the best way to combine the strength of both.

“The combination of a human together with AI is much better than only having the human reading.”

Potentially leading to better outcomes for women.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG