ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍໝໍ ຈາກ Nepal ຜ່າຕັດຕາຕໍ້ ໂດຍບໍ່ຄິດຄ່າ ໃນມຽນມາ (ວີ​ດີ​ໂອ)


Doctors Carry Out Mass Surgeries in Burma to Reverse Blindness
please wait

No media source currently available

0:00 0:02:15 0:00
ລິງໂດຍກົງ
ມຽນມາ​ ເປັນ​ປະ​ເທດ​ ທີ່​ມີ​ອັດຕາຄົນ​ຕາບອດ ​ສູງ​ທີ່​ສຸດ​ໃນໂລກ ​
ໂດຍປະກອບ​ເປັນ​ປະ​ມານ 8.1 ​ເປີ​ເຊັນ ຂອງ​ປະຊາຊົນ​ທັງ​ໝົດ​
ໃນ​ເຂດ​ຊົນນະບົດ. ​ໃນ​ຈໍານວນຄົນ​ຕາບອດ​ທີ່​ວ່າ​ນີ້ ຫຼາຍ​ກວ່າ​
ເຄິ່ງນຶ່ງ​ ແມ່ນ​ມີ​ສາ​ເຫດ​ມາ​ຈາກຕາ​ຕໍ້ ທີ່​ເຮັດ​ໃຫ້ແກ້ວຕ​າມົວ​ຂຶ້ນ​
ຕາມ​ວັນ​ເວລາ​ຜ່ານ​ໄປ. ບັດ​ນີ້ ​ທີມ​ງານນັກ​ຊ່ຽວຊານ​ກ່ຽວ​ກັບຕາ​
ຕໍ້​ ຊາວ​ເນ​ປາລທີມນຶ່ງ​ໄດ້​ຮັບອະນຸຍາດ​ ໃຫ້​ເຂົ້າ​ໄປ​ໃນ​ມຽນມາ
ເພື່ອ​ທໍາ​ການຜ່າຕັດ​ຕາ ໃຫ້​ແກ່ຫຼາຍ​ກວ່າ 1,000 ຄົນ ​ໂດຍ​ບໍ່​ຄິດ​
ຄ່າ​ໃດໆ ​ໃນ​ຄວາມ​ຫວັງທີ່ຈະໃຫ້​ເປັນ​ເທື່ອ​ທໍາ​ອິດ​ຂອງ​ການ​ປະ​ຕິ​
ບັດ​ງານແບບນີ້​ຫຼາຍໆ​ຄັ້ງ​. Steve Sandford ຜູ້​ສື່​ຂ່າວ​ວີ​ໂອ​ເອ
ມີລາຍ​ງານ​ຈາກ​ນະ​ຄອນ​ຢ່າງ​ກຸ້ງ ປະ​ເທດ​ມຽນມາ ຊຶ່ງ​ທອງ​ປານ
ຈະ​ນໍາ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ

ລິງໂດຍກົງ

ຢູ່​ທີ່​ໂຮງ​ໝໍຕາ Yangon Eye Hospital ນີ້ ການຜ່າຕັດ​ທີ່​ໜ້າ​ອັດສະຈັນ ຢ່າງ​ນຶ່ງ​ໄດ້​ເກີດ​ຂຶ້ນ​ແລ້ວ ​ເມື່ອ​ບໍ່​ດົນ​ມາ​ນີ້.

​ໃນເວລາພຽງ​ບໍ່​ເທົ່າ​ໃດ​ອາທິດ​ເທົ່າ​ນັ້ນ ທີ​ມງານ​ການ​ແພດປະ​ສົມ​ຈາກ​ເນ​ປາລ ​ແລະ​ມຽນມາ ຈະ​ສາ​ມາດ​ຜ່າຕັດ​ພວກ​ຄົນ​ເປັນ​ຕາ​ຕໍ້​ໃຫ້​ສໍາ​ເລັດ​ຫຼາຍ​ກວ່າ 1200 ຄົນ ​ໂດຍ​ບໍ່​ຄິດ​ຄ່າ​ໃດໆ ຊຶ່ງພະ​ຍາດນີ້ເປັນ​ພະຍາດ​ຕາ ທີ່​ສາມາດປິ່ນປົວໄດ້ ທີ່​ພາ​ໃຫ້​ເສຍ​ສາຍຕາ ​ແລະ​ບາງທີ​ກໍ​ຕາ​ບອດ​ໄປ​ເລີຍ​.

ຈໍານວນ​ຄົນ​ເປັນໂຣກຕາ​ຕໍ້​ແມ່ນ​ມີ​ຫຼາຍ​ຂຶ້ນຢ່າງ​ໜ້າ​ເປັນ​ຫ່ວງ ​ແຕ່​ສໍາລັບ Dr. Tin Win ຜູ້​ອໍາ​ນວຍ​ການ​ໂຮງໝໍ​ດັ່ງກ່າວ​ນີ້​ ​ເວົ້າ​ວ່າ ສ່ວນ​ໃຫຍ່​ນັ້ນ ​ແມ່ນ​ເປັນ​ຍ້ອນ​ຂາດ​ຄວາມ​ຮອບ​ຮູ້.

ດຣ ທິນ ວິນ ​ເວົ້າ​ວ່າ “​ແຕ່​ໃດ​ມາ​ແລ້ວ ຜູ້​ຄົນ​ຢູ່​ໃນ​ມຽນມາ​ ຢ້ານ​ຫຼາຍ​ທີ່​ຈະຜ່າຕັດ ສະ​ນັ້ນ​ພວກ​ເຂົາ​ເຈົ້າຈຶ່ງບໍ່​ຢາກ​ຜ່າຕັດ ​ເຂົາ​ເຈົ້າຢ້ານ ຄື​ພວກ​ເຂົາ​ເຈົ້າ ຍອມຮັບ​ວ່າ​ຄົນ​ເປັນ​ໂຣກຕາ​ຕໍ້​ຍ້ອນມີ​ອາຍຸ​ສູງ​ຂຶ້ນ. ມັນ​ກໍ​ຈິງ​ຢູ່​ວ່າ​ເປັນ​ຍ້ອນສູງ​ອາຍຸ ແຕ່​ບັນຫາ​ນີ້ ສາມາ​ດຜ່າຕັດ​ໃຫ້ຫາ​ຍດີ​ໄດ້.”

ຄວາ​ມພະຍາຍ​າມອັນ​ໃຫຍ່​ຫຼວງ​ນີ້ ແມ່ນ​ນໍາພາ​ໂດຍ Dr. Sanduk Ruit ຊາວ​ເນ​ປາ​ລ ຜູ້​ຊ່ວຍ​ພັດທະນາ​ວິທີ​ການ​ຜ່າຕັດ​ທີ່​ມີຄ່າ​ໃຊ້​ຈ່າຍ​ຕໍ່າ ມີຜົນ​ສູງ ໃນ​ການ​ຜ່າ​ຕັດ​ປ່ຽນ​ແກ້ວ​ຕາ. ທີ​ມງານ​ຂອງ ດຣ. Ruit ຈາກ​ສູນ​ກາງຕາ Tilganga Eye Centre ​ເຄີຍ​ໄດ້​ທໍາ​ການຜ່າຕັດ​ມາ​ແລ້ວ​ຫຼາຍ​ແຫ່ງ ​ເຊັ່ນ ​ໃນ​ເກົາຫຼີ​ເໜືອ ອີ​ທິ​ໂອ​ເປຍ ​ແລະອິນ​ໂດ​ເນ​ເຊຍ.

ບັດ​ນີ້ ທ່ານ​ໝໍ​ກໍາລັງ​ມີ​ຄວາມ​ກະຕືລື​ລົ້ນ​ຢາກ​ຊ່ວຍ​ຂະຫຍາຍ​ຄວາມ​ຮູ້​ຄວາມຊໍານານ​ຂອງເພີ່​ນ ​ແລະ​ໃຫ້​ການ​ເຝິກອົບ​ລົມ ​ຢູ່​ໃນ​ປະ​ເທດ​ໃດ​ນຶ່ງ ບ່ອນ​ທີ່​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ແພດ​ຂັ້ນ​ພື້ນຖານ ຍັງຕ້ອງ​ໄດ້​ໃຊ້​ຈ່າຍສູງ​ຢູ່​ສໍາລັບ​ຄົນສ່ວນ​ຫຼາຍ​ນັ້ນ.

ດຣ. Ruit ​ເວົ້າ​ວ່າ “ມັນ​ເປັນ​ການ​ສໍາຄັນ​ຫຼາຍ ທີ່​ພວກ​ເຮົາ​ນຳ​ເອົາ​ການ ບໍລິການ​ ນີ້ ​ໄປ​ສູ່ລະດັບ​ປະຊາ​ຄົມ ​ໃນ​ຫຼາຍໆ​ພາກສ່ວນ​ຂອງ​ມຽນມາ​ ແລະຂ້າພະ​ເຈົ້າ ຫວັງ​ວ່າ ກະຊວງ​ສາທາລະນະ​ສຸກ​ມຽນມາ ຈະ​ອະນຸຍາດ​ໃຫ້ ພວກ​ເຮົາ​ເຂົ້າ​ໄປ​ໃນ​ມຽນມາ​ໄດ້ ໂດຍປາດ​ສະ​ຈາກ​ອຸບປະສັກ​ໃດໆ.”

ການ​ຜ່າຕັດນີ້ ອາດ​ກາ​ຍ​ເປັນ​ຊ່ວງເວ​ລາ​ໃນ​ການ​ປ່ຽນ​ແປງຊີວິດ​ບັ້ນ​ນຶ່ງ ສໍ​າລັບ​ພວກ​ຄົນ​ເຈັບ​ຫຼາຍໆ​ຄົນ​ ທີ່​ຕາບອດ ບໍ່​ເຫັນຮຸ່ງມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ນັ້ນ.

ສໍາລັບ ນາງ Daw ​Tin Hla ຄົນ​ເຈັບ​ເປັນ​ໂຣກຕາ​ບອດນັ້ນ ວຽກ​ງ່າຍໆຂອງ​ລາວ ເຊັ່ນ​ ເຫ​ຍັ້ນ​ນໍ້າ​ໃສ່​ຈອກ ​ແລະ​ຄົວ​ຢູ່ຄົວກິນ ບັດ​ນີ້ ມັນ​ກໍ​ຈະ​ງ່າຍ​ຫຼາຍ​ຂຶ້ນ.

ນາງ Daw tin Hla ​ເວົ້າ​ວ່າ: “ຈັ່ງ​ແມ່ນ​ຂ້ອຍ​ດີ​ໃຈ​ຫຼາຍ ​ເພາະ​ຂ້ອຍ​ເຫັນຮຸ່ງ​ອີກ​ແລ້ວ ໝໍ​ບອກ​ຂ້ອຍ​ວ່າ ​ໃຫ້​ຍ່າງ​ຊ້າ​ໆແຕ່ຂ້ອຍ​ບໍ່​ຟັງ ຂ້ອຍ​ຢາກ​ຍ່າງໄວໆ​ໂລດ. ຫຼັງ​ຈາກ​ຜ່າຕັດ​ແລ້ວ ຂ້ອຍຮູ້ສຶກ​ເປັນ​ອິດສະຫຼະ​”

​ໃນ​ຂະນະ​ທີ່​ພວກ​ຄົນ​ເຈັບ​ກຸ່ມ​ທໍາ​ອິດ ຕ້ອງ​ໄດ້ປັບຕົວ​ເຂົ້າກັບ​ສາຍຕາ​ທີ່​ດີ​ຂຶ້ນຂອງ​ພວກ​ເຂົາ​ເຈົ້າອີກ​ຄັ້ງ​ນັ້ນ ພວກ​ທີ​ມງານ​ກໍ​ຫວັງວ່າ ຈະ​ເຝິກ​ອົບ​ລົມ ພວກນາຍ​ໝໍໃນປະຊາ​ຄົມ ​ແລະພວກພະຍາບານ ​ເພື່ອ​ປະຕິ​ບັດ​ງານ​ນີ້.
XS
SM
MD
LG