ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ​ໝໍ​ເວົ້າ​ວ່າ ຄວນ​ມີ​​ການ​ຜ່າ​ຕັດ​ກະ​ເພາະ ເພື່ອລົດ​ຄວາມອ້ວນ ຫຼາຍ​ຂຶ້ນ ເພື່ອ​ປ້ອງ​ກັນ​ໂຣກ​ອ້ວນ​ພີ ​ຈົນ​ເກີນ​ໄປ


Doctors: Bariatric Surgery Should Be Done More Often to Help Prevent Severe Obesity
please wait

No media source currently available

0:00 0:02:40 0:00

ທ່ານ​ໝໍເວົ້າ​ວ່າ ​ຄວນ​ຈະ​ມີ​ການ​ຜ່າ​ຕັດ​ກະ​ເພາະ ເພື່ອລົດ​ຄວາມອ້ວນ ທີ່​ເອີ້ນ​ວ່າ Bariatric surgery ເລື້ອຍໆຂຶ້ນກວ່າເກົ່າ ເພື່ອຊ່ວຍ​ປ້ອງ​ກັນ​ໂຣກ​ອ້ວນ​ພີແບບຮ້າຍແຮງ

ການຜ່າຕັດ​ກະ​ເພາະເພື່ອລົດ​ຄວາມອ້ວນ ທີ່​ເອີ້ນ​ວ່າ Bariatric surgery ເຮັດ​ໃຫ້​ກະ​ເພາະນ້ອຍ​ລົງເພື່ອ​ໃຫ້ຄົນ​ທີ່​ເປັນ​ໂລກ​ອ້ວນ​ພີ​ເກີນ​ໄປສາ​ມາດ​ຫລຸດ​ນ້ຳ​ໜັກ​ລົງ​ໄດ້ ​ແລະ​ເຮັດ​ໃຫ້ເຂົາ​ເຈົ້າ​ມີ​ສຸ​ຂະ​ພາບແຂງ​ແຮງ​ຄື​ນອີກ. ມັນ​ເປັນຂະ​ບວນ​ການປ່ຽນ​ແປງ​ຊີ​ວິດຢ່າງ​ໃຫຍ່​ຫລວງ, ແຕ່​ວ່າ ດັ່ງ​ທີ່ Carol Pearson, ນັກ​ຂ່າວ​ວີ​ໂອ​ເອ​ລາຍ​ງານ​ມາ ທ່ານ​ໝໍ​ບາງ​ຄົນ​ຄິດ​ວ່າ ​ຄວນ​ຈະ​ມີ​ການ​ຜ່າ​ຕັດແບບນີ້​ເລື້ອຍໆຂຶ້ນກວ່າເກົ່າ---ກ່ອນ​ຄົນ​ປ່ວຍ​ຈະ​ກາຍ​ເປັນ​ໂຣກ​ອ້ວນ​ພີແບບຮ້າຍແຮງ. ບົວ​ສະ​ຫວັນ​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບເລື້ອງມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.​

ທ່ານ ຊອນ ໂຣ​ເຈີ​ສ໌ (Shaun Rogers) ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ເປັນ​ເວ​ລາ​ນານກວ່າ 20 ປີ ​ເພື່ອ​ຄວບ​ຄຸມ​ນ້ຳ​ໜັກ​ຂອງຕົນ ແມ່ນ​ກະ​ທັ້ງຢູ່ໃນຕອນ​ທີ່​ໂຣກ​ເບົາ​ຫວານ​ຂອງ​ທ່ານ​ໄດ້​ເພີ້ມທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ຢູ່​ກໍ​ຕາມ.

ທ່ານ​ໂຣ​ເຈີ​ສ໌ ເວົ້າ​ວ່າ: "ໂດຍ​ພຽງ​ແຕ່ການຄວບ​ຄຸມອາ​ຫານ​ການ​ກິນ ແລະ​ສືບ​ຕໍ່​ໃຊ້​ທາດ​ອິນ​ຊູ​ລິນ​ຕາມລະ​ບົບ​ວົງ​ຈອນຂອງ​ມັນເທົ່າ​ນັ້ນ, ຂ້ອຍບໍ່​ສາ​ມາດ​ຫລຸດ​ນ້ຳ​ໜັກ​ລົງເຖິງ​ຂີດທີ່​ຂ້ອຍ​ຕ້ອງ​ການ​ໄດ້ຈັກ​ເທື່ອ, ບໍ່​ສາ​ມາດ​ປ່ຽນ​ແປງ​ລະ​ບົບ​ວົງ​ຈອນທັງ​ໝົດຂອງ​ມັນ ແລະເຮັດ​ໃຫ້​ໂຣກ​ເບົາ​ຫວານ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ໄດ້​ແທ້ໆ."

ທາດ​ອິນ​ຊູ​ລິນທີ່​ເຮັດ​ໃຫ້​ລະ​ດັບ​ນ້ຳ​ຕານ​ຢູ່​ໃນ​ພາ​ວະ​ປົກ​ກະ​ຕິ ສາ​ມາດທີ່​ຈະ​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ຫິວ​ໄດ້​ງ່າຍ, ຊຶ່ງເປັນ​ການ​ຍາກ​ຂຶ້ນ​ອີກ ທີ່ເຂົາ​ເຈົ້າຈະຫລຸດ​ນ້ຳ​ໜັກ​ລົງ​ໄດ້. ແຕ່​ວ່າ ການ​ຜ່າ​ຕັດ​ກະ​ເພາະ ​ເພື່ອ​ລົດ​ຄວາມ​ອ້ວນ ກໍ​ມີ​ຄ່າ​ໃຊ້​ຈ່າຍ​ທີ່ແພງຫລາຍ.

​ຢູ່​ໃນ​ສະ​ຫະ​ລັດ, ບໍ​ລິ​ສັດປະ​ກັນ​ໄພ​ສຸ​ຂະ​ພາບຈະ​ບໍ່​ຈ່າຍເງິນ​ສຳ​ລັບ​ຂັ້​ນ​ຕອນ​ການ​ຜ່າ​ຕັດ​ດັ່ງ​ກ່າວ ເວັ້ນ​ເສຍ​ແຕ່​ວ່າ ດັດ​ຊະ​ນີ​ມວນ​ສານ​ຮ່​າງ​ກາຍ​ຂອງ​ຄົນ​ປ່ວຍ ​ຫລື BMI ຢ່າງ​ໜ້ອຍຢູ່​ໃນ​ລະ​ດັບ 35 ແມ່ນ​ແຕ່ໂຣກ​ເບົາ​ຫວານຂອງເຂົາ​ເຈົ້າ ຈະ​ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້ ​ກໍ​ຕາມ.

ດັດຊະນີມວນສານຮ່າງກາຍຫລື BMI ແມ່ນການວັດແທກລະດັບນ້ຳມັນຂອງຮ່າງກາຍ ໂດຍອີງໃສ່ຄວາມສູງ ແລະນ້ຳໜັກ, ແລະບໍ່ແມ່ນຕົວຊີ້ບອກໄດ້ສະເໝີໄປວ່າ ຄົນປ່ວຍມີປະຕິກິລິຍາຕອບໂຕ້ຕໍ່ການປິ່ນປົວໂຣກເບົາຫວານໄດ້ດີປານໃດ.

ດ​ຣ. ສ​ແຕ​ຊີ ເບ​ຣດ​ຮາວ​ເອີ (Stacy Brethauer), ຈາກ​ສູນ​ການ​ແພດເວັກ​ສ​ເນີ (Wexner) ຂອງມະ​ຫາ​ວິ​ທະ​ຍາ​ໄລ​ລັດ​ໂອ​ຮາຍ​ໂອເວົ້າ​ວ່າ:
"BMI ບໍ່​ແມ່ນ​ຕົວເລກ​ທີ່ບົ່ງ​ບອກທີ່​ດີ ຫລື​ແນ່ນອນ​ແທ້ໆ ທີ່​ສະ​ແດງ​ໃຫ້​ຮູ້​ວ່າ​ໃຜ​ຄວນ​ຈະ​ໄດ້​ຮັບ​ການ​ບຳ​ບັດ.”

ດ​ຣ. ເບ​ຣດ​ຮາວ​ເອີ (Brethauer) (BRETT-how-er), ເວົ້າ​ອີກວ່າ ຫລັກ​ເກນ​ທີ່ໃຊ້​ເພື່ອ​ທຳ​ການ​ຜ່າ​ຕັດ​ດັ່ງ​ກ່າວ ແມ່ນ​ຫລ້າ​ສະ​ໄໝແລ້ວ. ທ່ານ​ກ່າວ​ດັ່ງ​ນີ້:
"ສຳ​ລັບຄົນ​ປ່ວຍ​ທີ່ບໍ່​ໄດ້​ຮັບ​ການ​ຜ່າ​ຕັດ, ພວກ​ເຮົາ​ຮູ້​ດີວ່າ ພະ​ຍາດ​ຂອງ​ເຂົາ​ເຈົ້າ ຈະ​ເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ, ອາ​ຍຸ​ຂອງ​ພວກ​ເຂົາ​ເຈົ້າ​ຈະ​ສັ້ນ​ລົງ ຖ້າ​ຫາກ​ພວກ​ເຂົາ​ເຈົ້າ​ບໍ່ໄດ້​ຮັບ​ການ​ປິ່ນ​ປົວ​ທີ່​ມີ​ປະ​ສິດ​ທິ​ພາບ.”

ສະ​ມາ​ຄົມ​ການ​ແພດ​ອາ​ເມ​ຣິ​ກັນ ໄດ້​ຈັດ​ປະ​ເພດ​ຂອງ​ໂຣກ​ອ້ວນ​ພີ​ເກີ​ນ​ໄປ​ວ່າ ເປັນ​ພະ​ຍາດຊຳ​ເຣື້ອ​ທີ່ມີ​ຄວາມ​ສັບ​ສົນ ທີ່​ຕ້ອງ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ປິ່ນ​ປົວ. ຖ້າ​ຫາກ​ປ່ອຍ​ມັນ​ໄວ້ໂດຍບໍ່​ມີ​ການ​ປິ່ນ​ປົວໃດໆ ໂຣກ​ອ້ວນ​ພີ​ເກີນ​ໄປ ສາ​ມາດ​ທີ່​ຈະ​ພາ​ໃຫ້​ເກີດ​ໂຣກ​ຫົວ​ໃຈ, ໂຣກ​ມະ​ເຮັງ ແລະ​ໂຣກເບົາ​ຫວານ​ໄດ້.

ດ​ຣ. ເບ​ຣດ​ຮາວ​ເອີ (Brethauer) ກ່າວ​ຕໍ່​ໄປ​ວ່າ: "ບໍ່​ມີ​ໃຜ​ດອກ​ທີ່​ຈະ​ບອກ​ໃຜຜູ້ນຶ່ງ​ທີ່​ເປັນ​ໂຣກ​ມະ​ເຮັງ ຫລື ໂຣກ​ຫົວ​ໃຈໃຫ້ປິ່ນ​ປົວ​ຢູ່​ພຽງ​ຜູ້​ດຽວ. ຄົນ​ປ່ວຍ​ຕ້ອງ​ໄດ້​ເຂົ້າ​ຮ່ວມໃນ​ການ​ດູ​ແລ​ສຸ​ຂະ​ພາບ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ ແຕ່​ໃນ​ຂະ​ນະ​ດຽວ​ກັນ ກໍ​ມີ​ການ​ບຳ​ບັດ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ໄວ້​ສະ​ໜອງ​ໃຫ້​ແກ່​ບັນ​ດາ​ຄົນ​ປ່ວຍ​ເຫລົ່ານັ້ນຢູ່."

ນັບ​ແຕ່​ໄດ້​ຮັບ​ການ​ຜ່າ​ຕັດ​ເປັນ​ຕົ້ນ​ມາ, ທ່ານ ​ໂຣ​ເຈີ​ສ໌ (Rogers) ໄດ້​ຫລຸດ​ນ້ຳ​ໜັກ​ລົງ​ຫ​ລາຍ, ແລະ​ໂຣກ​ເບົາ​ຫວານ​ຂອງ​ທ່ານ​ກໍ​ຢູ່​ໃນ​ຂັ້ນ​ທີ່​ຄວບ​ຄຸມ​ໄດ້. ທ່ານບໍ່ ຕ້ອງ​ໄດ້​ກິນ​ຢາ​ອີກ​ຕໍ່​ໄປ​ແລ້ວ ແລະ​ທາດ​ອິນ​ຊຸ​ລິນ​ຂອງ​ທ່ານ ແມ່ນ​ຫລຸດ​ລົງ​ຈາກ​ລະ​ດັບ​ທີ່​ເກືອບ​ຮອດ 500 ຫົວ​ໜ່ວຍ ​ມາ​ເປັນປະ​ມານ 10 ຫົວ​ໜ່ວຍຕໍ່​ມື້.

ທ່ານ ​ໂຣ​ເຈີ​ສ໌ (Rogers) ທີ່​ເປັນຄົນ​ປ່ວຍ​ເປັນໂຣກເບົາ​ຫວານບອກວ່າ:"ມັນ​ໄດ້​ເຮັດ​ໃຫ້​ຊີ​ວິດ​ຂອງ​ຂ້ອຍປ່ຽນແປງ​ຫລາຍ, ເຈົ້າ​ຮູ້ບໍ່, ຂ້ອຍ​ຈະ​ບອກ​ໃຫ້ທຸກ​ຄົນເຮັດ​ແນວນີ້."

ໂຣກເບົາ​ຫວານເປັນ​ບັນ​ຫາ​ທາງ​ສຸ​ຂະ​ພາບ​ຂອງ​ໂລກ. ​ໃນ​ຈຳ​ນວນຜູ້​ໃ​ຫຍ່ທີ່​ມີຫລາຍກວ່າ 400 ລ້ານ​ຄົນນັ້ນ 11 ຄົນ​ໃດ ຈະມີ​ຜູ້​ນຶ່ງເປັນໂຣກນີ້. ອົງ​ການ​ອະ​ນາ​ໄມ​ໂລກຄາດ​ຄະ​ເນ​ໄວ້ວ່າ ຈຳ​ນວນ​ຄົນ​ທີ່​ເປັນ​ໂຣກນີ້ຈະ​ເພີ້ມ​ສູງ​ຂຶ້ນຢ່າງ​ຫລວງ​ຫລາຍ ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້.

ຖ້າຄົນເປັນໂຣກເບົາ​ຫວານ ໄ​ດ້​ຮັບການຜ່າຕັດ​ກະ​ເພາະເພື່ອລົດ​ຄວາມອ້ວນ ທີ່​ເອີ້ນ​ວ່າ Bariatric surgery ແຕ່​ຫົວ​ທີ ໂຣກນີ້​ກໍ​ສາ​ມາດ​ປິ່ນ​ປົວ​ໄດ້. ສຳ​ລັບ​ຜູ້​ໃດ​ທີ່​ເປັນໂຣກນີ້​ມາ​ໄດ້ 10 ປີ ​ຫລື​ດົນ​ກວ່ານັ້ນ ແລະ​ຕ້ອງ​ການສັກ​ທາດ​ອິນ​ຊູ​ລິນຢູ່ ການ​ຜ່າ​ຕັດ​ດັ່ງ​ກ່າວ​ຈະ​ບໍ່​ເຮັດ​ໃຫ້​ໂຣກ​ເບົາ​ຫວານ​ຂອງ​ເຂົາ​ເຈົ້າ​ກັບ​ຄືນ​ມາ​ດີ​ໄດ້, ແຕ່​ວ່າ ດ​ຣ. ເບ​ຣດ​ຮາວ​ເອີ (Brethauer) ກໍ​ເວົ້າ​ວ່າ ການຜ່າຕັດນັ້ນສາ​ມາດ​ເຮັດ​ໃຫ້​ສຸ​ຂະ​ພາບ​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນ​ຫລາຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງ​ລຸ່ມນີ້

Bariatric surgery shrinks the stomach so people battling obesity can lose weight and regain their health. It's a drastic, life-changing procedure, but as VOA's Carol Pearson reports, some doctors think it should be done more often -- before patients become severely obese.

Shaun Rogers struggled for more than 20 years to manage his weight even as his diabetes kept getting worse.

Shaun Rogers, diabetic "By just dieting and continuing the cycle with the insulin, I was never going to lose the amount of weight I needed to, to change the whole cycle and get the diabetes under really good control."

Insulin, which stabilizes blood sugar, can make people feel hungry, making it harder for them to lose weight. But bariatric surgery is expensive.

In the U.S., health insurance companies won't pay for the procedure unless a patient's body mass index, or BMI, is at least 35, even if the patient's diabetes is uncontrolled.

BMI is a measure of body fat based on height and weight, and is not always an indication of how well a patient is responding to treatment for diabetes.

Dr. Stacy Brethauer, Ohio State Wexner Medical Center
"BMI is not really a fair or accurate representation of who should be getting therapy."

Dr. Stacy Brethauer ((BRETT-how-er, male doctor)) at Ohio State University says the criteria for the surgery is outdated.

Dr. Stacy Brethauer, Ohio State Wexner Medical Center
"The patient who doesn't get the operation, we know very well that their disease will progress, their lifespan will be shortened if they don't get effective treatment."

The American Medical Association classifies obesity as a complex, chronic disease that requires medical attention. Left untreated, obesity can also lead to heart disease, cancer and diabetes.

Dr. Stacy Brethauer, Ohio State Wexner Medical Center
"No one asks somebody with cancer or heart disease to just do it themselves. Patients have to participate in their care and do the right things, but there's also effective therapy being offered to those patients at the same time."

Since his surgery, Rogers has lost a significant amount of weight, and his diabetes is under control. He no longer needs oral medication, and his insulin is down from nearly 500 units per day to about 10.

Shaun Rogers, diabetic
"It's changed my life so much, I would, you know, have anyone do it."

Diabetes is a global health issue. More than 400 million adults, one in 11, have this disease. The World Health Organization estimates that number will rise significantly in the near future.

If diabetics have bariatric surgery early on, they can be cured. For those who have had the disease for 10 years or more and need insulin shots, the surgery won't reverse their diabetes, but Brethauer says it can greatly improve their health.

XS
SM
MD
LG