ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອະ​ດີດ​ຍາມ ​ຮັກ​ສາ​ຄວາ​ມ​ປອດ​ໄພ ຍິງ​ຄົນ ໃນ​ຮ້ານ​ຊັບ​ພະ​ສິນ​ຄ້າ ໃນ​ນະ​ຄອນ​ມະ​ນີ​ລາ


​ເຈົ້າ​ໜ້າ​ທີ່ຕຳຫຼວດ​ໃນ​ນະ​ຄອນຫຼວງ​ມາ​ນີ​ລາ ພາ​ກັນ​ໄປ​ຮອດ​ຮ້ານ​ຊັບ​ພະ​ສິນ​ຄ້າ Virra ໃນ​ນະ​ຄອນ​ມາະນີີລາ ຂອງ​ຟີ​ລິບ​ປິນ ບ່ອນ​ທີ່​ຊາຍ​ຄົນ​ນຶ່ງ ເປີດ​ສາກ​ຍິງ​ຄົນ​ໃນ​ຮ້ານ, ວັນ​ຈັນ ທີ 2 ມີ​ນາ 2020.
​ເຈົ້າ​ໜ້າ​ທີ່ຕຳຫຼວດ​ໃນ​ນະ​ຄອນຫຼວງ​ມາ​ນີ​ລາ ພາ​ກັນ​ໄປ​ຮອດ​ຮ້ານ​ຊັບ​ພະ​ສິນ​ຄ້າ Virra ໃນ​ນະ​ຄອນ​ມາະນີີລາ ຂອງ​ຟີ​ລິບ​ປິນ ບ່ອນ​ທີ່​ຊາຍ​ຄົນ​ນຶ່ງ ເປີດ​ສາກ​ຍິງ​ຄົນ​ໃນ​ຮ້ານ, ວັນ​ຈັນ ທີ 2 ມີ​ນາ 2020.

ອະ​ດີດ​ຍາມ​ຮັກ​ສາ​ຄວາມປອດ​ໄພ​ຄົນ​ນຶ່ງ ​ຢູ່​ໃນຟີ​ລິບ​ປິນ ໄດ້​ເປີດ​ສາກ​ຍິງ​ຄົນ​ຢູ່​ໃນ​ສູນ​ການ​ຄ້າ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນຫຼວງ​ມາະນີ​ລາ ເຮັດ​ໃຫ້​ຊາຍ​ຄົນ​ນຶ່ງ ໄດ້​ຮັບ​ບາດ​ເຈັບ ແລະ​ມື​ປືນໄດ້​ຈັບ​ເອົາປະ​ມານ 30 ຄົນ ເປັນ​ໂຕ​ປະ​ກັນ.

ມື​ປືນ​ດັ່ງ​ກ່າວ ຍິງ​ໃສ່​ຊາຍ​ຄົນ​ຜູ້​ນຶ່ງ ໃນ​ຂະ​ນະ​ທີ່​ລາວ​ ​ເຂົ້າ​ໄປ​ໃນຫ້​ອງ​ການ​ບໍ​ລິ​ຫານ ຂອງ​ຮ້າ​ນ​ຊັບ​ພ​ະ​ສິນ​ຄ້າ Virra ຢູ່​ໃນ​ເມືອງ ແຊນ ຮວນ ຊຶ່ງ​ເປັນເຂດ​ກາ​ນ​ຄ້າຣູ​ຣາ​ຂອງ​ນະ​ຄອນຫຼວງ​ມາະນີ​ລາ ອີງ​ຕາມ​ ເຈົ້າ​ຄອງ​ນະ​ຄອນ ທ່ານ​ແຟ​ຣນ​ສິ​ສ ຊາ​ໂມ​ຣາ ທີ່​ໄດ້​ກ່າວ​ໄປນັ້ນ ທ່ານ​ກ່າວ​ຕື່ມ​ວ່າ ຜູ້​ເຄາະ​ຮ້າຍ ແມ່ນ​ຢູ່​ໃນ​ອາ​ການ​ທຸ່ນ​ທ່ຽງ ​ໃນ​ໂຮງ​ໝໍ​ຢູ່​ໃກ້​ໆນັ້ນ.

ທ່ານ​ຊາ​ໂມ​ຣາ ໄດ້​ກ່າວ​ອີກວ່າ ຕຳຫຼວດ​ນັກ​ເຈ​ລະ​ຈາ ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ຍຸ​ຕິ​ເຫດ​ການຂັດ​ແຍ້ງ ຢ່າງ​ສັນ​ຕິ ດ້ວຍ​ການ​ສົນ​ທະ​ນາ​ກັບ​ມື​ປືນ ຜູ້​ທີ່​ໄດ້​ຮຽກ​ຮ້ອງ​ໃຫ້​ໂອ້​ລົມ​ກັນ​ທາງວີ​ດີ​ໂອ ກັບ​ອະ​ດີດ​ເພື່ອນ​ຮ່ວມ​ງານ​ທີ່​ເປັນ​ຍາມ​ຮັກ​ສາ​ຄວາມ​ປອດ​ໄພ ແລະ​ສື່ມວນ​ຊົນ. ມື​ປືນ​ຄົນ​ນີ້ ໄດ້​ຖືກ​ໄລ່​ອອກການ ໂດຍ​ບໍ​ລິ​ສັດ ທີ່​ສະ​ໜອງ​ການ​ຮັກ​ສາ​ຄວາມ​ປອດ​ໄພ ສຳ​ລັບ​ຮ້ານ​ຊັບ​ພະ​ສິນ​ຄ້າ ຫຼື ຊອບ​ປິ້ງ​ມໍ.

ທີມ​ SWAT ຂອງໜ່ວຍກອມ​ມັງ​ໂດ ໂດຍ​ຕິດ​ອາ​ວຸດ​ປືນໂຈມ​ຕີ ແມ່ນກຽມ​ພ້ອມ​ຢູ່ ​ຊຶ່ງເຫັນ​ໄດ້ຢູ່​ທີ່​ຕຶກ​ຮ້ານ​ຄ້າ​ສີ່​ຊັ້ນ ຊຶ່ງ​ມີຫຼາຍກວ່າ 100 ຮ້ານ. ຕຳຫຼວດ ໄດ້​ສັ່ງ​ໃຫ້​ພວກ​ຄົນ​ອອກ​ໄປ​ຈາກ​ຮ້ານ​ຊັ​ບ​ພະ​ສິນ​ຄ້າ ແລ້ວ​ໄດ້​ປິດ​ລ້ອມ​ມັນ​ໄວ. ສ່ວນ​ຕຳຫຼວດ​ຄົນ​ອື່ນໆ ໄດ້​ກຽມ​ພ້ອມ​ຢູ່​ດ້ານນອກ. ພ້ອມ​ດ້ວຍ​ລົດ​ສຸກ​ເສີນ ແມ່ນ​ຈອດ​ກຽມ​ພ້ອມ​ຢູ່​ທີ່​ແຫ່ງນີ້ ​ເຊັ່ນ​ກັນ.

In the Philippines a former security guard opened fire Monday at a mall in Manila, wounding a man and taking about 30 other people hostage.

The gunman shot the man as he entered the administration office of the Virra shopping complex in San Juan City, an upscale section of Manila, mayor Francis Zamora said, adding that the victim was in stable condition at a nearby hospital.

Zamora said a police negotiator was trying to end the standoff peacefully by talking to the gunman, who was demanding to speak by video to his former guard colleagues and the media. The gunman had been fired by the company that provides security for the shopping mall.

A SWAT team of commandos with assault rifles at the ready was seen at the four-story mall, which has more than 100 shops. Police orders the evacuation of the mall and cordoned it off. Other policemen were on stand-by outside. An ambulance was there as well.

XS
SM
MD
LG