ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພ​ທຳ​ມະ​ຊາດ ທີ່​ກະ​ທົບ ລາວ ສົ່ງ​ຜົນເຮັດ​ໃຫ້​ ຄ່​າ​ຄອງ​ຊີບ​ ​ສູງ​ກວ່າ ໄທ ເຖິງ 10.58 ເປີ​ເຊັນ


​ເຂົ້າສານ ຫຼາຍ​ປະ​ເພດ ທີ່​ວາງ​ຂາຍ ຢູ່​ໃນ​ຕະຫຼາດ ແຫ່ງ​ນຶ່ງ ມີລາ​ຄາແຕກ​ຕ່າງ​ກັນໄປ
​ເຂົ້າສານ ຫຼາຍ​ປະ​ເພດ ທີ່​ວາງ​ຂາຍ ຢູ່​ໃນ​ຕະຫຼາດ ແຫ່ງ​ນຶ່ງ ມີລາ​ຄາແຕກ​ຕ່າງ​ກັນໄປ

ໄພ​ທຳ​ມະ​ຊາດ ເຮັດ​ໃຫ້​ຄ່​າ​ຄອງ​ຊີບ​ໃນ​ລາວ​ສູງ​ກວ່າໄທ ເຖິງ 10.58 ເປີ​ເຊັນ ສ່ວນ​ຄ່າ​ເຊົ່າ​ຫ້ອງ​ພັກ​ໃນ​ນະ​ຄອນ​ວຽງ​ຈັນ ກໍ​ສູງກວ່າ​ບາງກອກ​ເກືອບ 30 ເປີ​ເຊັນ ໃນ​ຂະ​ນະ​ທີ່​ລາຍ​ໄດ້​ຂອງ​ຄົນ​ລາວ​ຕ່ຳ​ກວ່າ​ຄົນ​ໄທ 3 ເທົ່າ.


ເຈົ້າ​ໜ້າ​ທີ່​ຂັນ​ສູງ​ ໃນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ ເປີດ​ເຜີຍ​ວ່າ ໄພ​ທຳ​ມະ​ຊາ​ດ​ທີ່​ເຮັດ​ໃຫ້​ນາ​ເຂົ້​າ​ໃນ​ລາວ​ເສຍ​ຫາຍ​ໄປ​ໃນ​ເນື້ອ​ທີ່​ລວມ​ເຖິງ 155,802 ເຮັກ​ຕາ ໃນ​ຂະ​ນະ​ທີ່​ກະ​ເສດ​ຕະ​ກອນ​ລາວ ສາ​ມາດ​ປັກ​ດຳ​ນາ​ປີໄດ້​ໃນ​ເນື້ອ​ທີ່ 506,148 ເຮັກ​ຕາ ຫຼື 59.5 ເປີ​ເຊັນ ຂອງ​ແຜນ​ການ​ທີ່​ວາງ​ໄວ້​ເຖິງ 850,000 ເຮັກ​ຕາ ເມື່ອ​ປະ​ກອບ​ກັບ​ການ​ປູກ​ເຂົ້າ​ໄຮ່​ໄດ້​ໃນ​ເນື້ອ​ທີ່ 88,570 ເຮັກ​ຕາ ຫຼື 88.5 ເປີ​ເຊັນ​ຂອງ​ແຜນ​ການນັ້ນ ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ເຂົ້າ​ກິນ​ຢ່າງ​ໜັກ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ເຮັດ​ໃຫ້​ລາ​ຄາ​ເຂົ້າ​ປັບ​ສູງ​ຂຶ້ນ​ຈາກ​ເດີມ​ເກືອບ 1 ເທົ່າ​ອີກ​ດ້ວຍ ເພາະ​ນາ​ເຂົ້າ​ທີ່​ເສຍ​ຫາຍ​ໄປ​ຍ້ອນ​ໄພ​ທຳ​ມະ​ຊາດນັ້ນ ໝາຍ​ເຖິງ​ຜົນ​ຜະ​ລິດ​ເຂົ້າ​ເສຍ​ຫາ​ຍ​ໄປ​ຢ່າງ​ສິ້ນ​ເຊີງຫຼາຍກວ່າ 623,000 ໂຕນ.

ຍິ່ງ​ໄປ​ກວ່ານັ້ນ ການ​ທີ່​ກະ​ເສດ​ຕະ​ກອນ​ລາວ ຈະ​ປູກ​ເຂົ້າ​ອີກ​ເທື່ອ​ໃໝ່ ພາຍ​ຫລັງ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ນີ້ ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍໆ ເພາະ​ວ່າ ຄອງ​ຊົນ​ລະ​ປະ​ທານ​ເສຍ​ຫາຍ​ໄປ 409 ແຫ່ງ ທັງ​ຍັງ​ມີ​ບັນ​ຫາ​ດ້ານ​ເງິນ​ທຶນ ແນວ​ພັນ​ເຂົ້າ ແນວ​ພັນ​ສັດ ແລະ​ພັນ​ພືດ ທີ່​ເສຍ​ຫາຍ​ໄປ​ຍ້ອນ​ໄພ​ນ້ຳ​ຖ້ວມ​ໃນ​ໄລ​ຍະ​ເດືອນ​ສິງ​ຫາ ເຖິງ​ກັນ​ຍາ 2019 ດ້ວຍນັ້ນ ຈຶ່ງ​ເຮັດ​ໃຫ້​ຄ່າ​ຄອງ​ຊີບ​ໃນ​ລາວ ປັບ​ຕົວ​ສູງ​ຂຶ້ນ​ໃນ​ທຸກ​ລາຍ​ການ ເພາະ​ວ່າ ຈະ​ຕ້ອງ​ນຳ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ​ຕອບ​ສະ​ໜອງ​ການ​ຊົມ​ໃຊ້​ໃນ​ປະ​ເທດ​ເພີ້ມ​ຂຶ້ນ ແລະ​ພ້ອມ​ກັນ​ນີ້ ລັດ​ຖະ​ບານ​ລາວ ກໍ​ຍັງ​ຈະ​ຕ້ອງ​ນຳ​ໃຊ້​ງົບ​ປະ​ມານຫຼາຍກວ່າ 1,250 ຕື້​ກີບ ສຳ​ລັບ​ໃຫ້​ການ​ຊ່ອຍ​ເຫຼືອ​ສະ​ເພາະ​ໜ້າ ແກ່​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ລະ​ດົມ​ການ​ຊ່ອຍ​ເຫຼືອ ທັງ​ຈາກ​ພາຍ​ໃນ ແລະ​ຈາກ​ຕ່າງ​ປະ​ເທດ​ໃຫ້​ໄດ້ຫຼາຍ​ທີ່​ສຸດ​ດັ່ງ​ທີ່ ທ່ານ​ຄຳ​ແພງ ໄຊ​ສົມ​ແພງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ​ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ ຖະ​ແຫລງ​ຢືນ​ຢັນ​ວ່າ:

“ປັດ​ຈຸ​ບັນ​ນີ້ ຕ້ອງ​ການ​ຮີບ​ດ່ວ​ນ ກະ​ເຂົ້າ​ກິນນີ້​ຫລະ​ເນາະ ແຂວງ​ໃດ ພາກ​ສ່ວນ​ໃດ ກະ​ຕ້ອງ​ການຫຼາຍ​ແລ້ວ ກະ​ເຄື່ອງ​ໃຊ້​ຄົວ​ເຮືອນ ແລ້ວ​ກະ​ຢຸກ​ຢາ ຈາກນັ້ນ​ມາ ກະ​ເວົ້າ​ເລື້ອງ​ພື້ນ​ທີ່​ການ​ຜະ​ລິດ ​ແລ້ວກໍການ​ປູກ​ການ​ຝັງ ການ​ລ້ຽງ ຖື​ວ່າ​ກະ​ຊວງ​ແຮງ​ງານ​ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ​ພວກ​ເຮົາ​ນີ້ ກະ​ຖື​ວ່າ​ໄດ້​ອອກ​ແຈ້ງ​ການ ປັດ​ຈຸ​ບັນ​ນີ້ ກະ​ຖື​ວ່າ ກະ​ຍັງ​ຮຽກ​ຮ້ອງ​ໃຫ້​ທຸກ​ພາກ​ສ່ວນ​ໃຫ້​ການ​ຊ່ອຍ​ເຫຼືອ​ຢູ່ ກະ​ຖື​ວ່າ ພວກ​ເຮົາ​ຍັງ​ຮັບ​ຢູ່ ສ່ວນ​ວ່າຕ່າງ​ປະ​ເທດ​ຫາກ​ເຮັດ​ໜັງ​ສື​ມາ ເຮົາ​ກະ​ຕອບ​ສະ​ເໜີໃຫ້​ເພິ່ນ​ ໃຫ້​ການ​ຊ່ອຍ​ເຫຼືອ.”

ຕະຫຼາດ​ຂາຍ​ຊີ້ນ​ສົດ ແຫ່ງ​ນຶ່ງ ໃນ​ລາວ
ຕະຫຼາດ​ຂາຍ​ຊີ້ນ​ສົດ ແຫ່ງ​ນຶ່ງ ໃນ​ລາວ

ທາງ​ດ້ານ ທ່ານ​ໂອ​ໄດ ສຸ​ດາ​ພອນ ເຈົ້າ​ແຂວງ ແລະ​ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນ ຖະ​ແຫລງ ວ່າ ເຂົ້າ​ສານ​ໃນ​ແຂວ​ງ​ຄຳ​ມ່ວນ ໄດ້​ປັບ​ລາ​ຄາ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ນັບ​ຈາກ​ທ້າຍ​ເດືອນ ​ກັນ​ຍາ 2019 ເປັນ​ຕົ້ນ​ມາ ໂດຍ​ເຂົ້າ​ສານ​ໜຽວ​ປະ​ເພດ 1 ໄດ້​ປັບ​ລາ​ຄາ​ຈາກ 6,700 ກີບ ເປັນ 10,000 ກີບ​ຕໍ່​ກິ​ໂລກ​ຣາມ.

ທັງ​ກໍ​ຍັງ​ມີ​ທ່າ​ອ່ຽງ​ທີ່​ຈະ​ເພີ້ມ​ຂຶ້ນ​ອີກ ເພາະ​ວ່າ ເຂົ້າ​ນາ​ປີ​ໃນ​ແຂວງ​ຄຳ​ມ່ວນ​ຖືກ​ນ້ຳ​ຖ້ວມ​ເສຍ​ຫາຍ​ໄປ 19,500 ກວ່າ​ເຮັກ​ຕາ ທີ່​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ໃນ​ແຂວງ​ຄຳ​ມ່ວນກວ່າ 68,800 ຄົນ​ ແລະ​ເສຍ​ຫາຍກວ່າ 484 ຕື້​ກີບ.

ທັງ​ນີ້ ແຂວງ​ຄຳ​ມ່ວນ​ ເປັນ 1 ໃນ 10 ແຂວງ​ທີ່​ລັດ​ຖະ​ບານ​ລາວ ກຳ​ນົດ​ໃຫ້​ເປັນ​ເຂດ​ຈຸດ​ສຸມ​ໃນ​ການ​ປູກ​ເຂົ້າ​ແຫ່ງ​ຊາດ ສ່ວນ​ອີກ 9 ແຂວງ​ຄື ສະ​ຫວັນ​ນະ​ເຂດ ສາ​ລະ​ວັນ ຈຳ​ປາ​ສັກ ບໍ​ລິ​ຄຳ​ໄຊ ວຽງ​ຈັນ ໄຊ​ຍະ​ບູ​ລີ ຫລວງ​ນ້ຳ​ທາ ບໍ່​ແກ້ວ ແລະ​ນະ​ຄອນ​ວຽງ​ຈັນ ທີ່​ຄາດ​ວ່າ ຈະ​ມີ​ຜົນ​ຜ​ະ​ລິດ​ເຂົ້າ​ລວມ​ກັນ​ຄິດ​ເປັນ 85 ເປີ​ເຊັນ ຂອງ​ຜົນ​ຜະ​ລິດ​ເຂົ້າ​ທັງ​ໝົດ​ໃນ​ລາວ ຫາກ​ແຕ່​ວ່າ ການ​ທີ່​ຕ້ອງ​ປະ​ເຊີນ​ກັບ​ໄພ​ນ້ຳ​ຖ້ວມ​ຢ່າງ​ໜັກ​ໃນ​ປີ 2019 ຈຶ່ງ​ຄາດ​ວ່າ ຈະ​ໄດ້​ຜົນ​ຜະ​ລິດ​ເຂົ້າ​ພຽງ 3.5 ລ້ານ​ໂຕນ​ຈາກ​ແຜນ​ການ​ທີ່​ວາງ​ໄວ້​ເຖິງ 4.2 ລ້ານ​ໂຕ.

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ໃນ​ລາວ ຢືນ​ຢັນ​ວ່າ ອັດ​ຕາ​ຄ່າ​ຄອງ​ຊີບ​ໃນ​ລາວ​ໄດ້​ປັບ​ຕົວ​ສູງ​ຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ແມ່ນ​ຄ່າ​ຄອງ​ຊີບ​ໃນ​ລາວ ​ທີ່​ສູງກວ່າ​ໄທ 10.58 ເປີ​ເຊັນ ຊຶ່ງ​ເຫັນ​ໄດ້​ຈາກ​ລາ​ຄາ​ເຂົ້າ​ຈ້າວ ຄຸນ​ນະ​ພາບ​ດີ ຢູ່​ລາວ 12,405 ກີບ​ ຢູ່​ໄທ 37 ບາດ ຫຼື 10,730 ກີບ​ຕໍ່​ກິ​ໂລກ​ຣາມ ສ່ວນ​ສິນ​ຄ້າ​ອື່ນໆ ຢູ່​ລາວ​ກໍ​ແພງກວ່າ​ໄທ​ທຸກ​ລາຍ​ການ​ເຊັ່ນ​ກັນ ຊຶ່ງ​ລວມ​ເຖິງ​ຄ່າ​ເຊົ່າ​ຫ້ອງ​ພັກ ຄ່າ​ເດີນ​ທາງ ຄ່າ​ນ້ຳ​ປະ​ປາ ຄ່າ​ໄຟ​ຟ້າ ແລະ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ນັ້ນ ກໍ​ປາ​ກົດ​ວ່າ ຢູ່​ລາວ​ສູງກວ່າ​ຢູ່​ໄທ ຕັ້ງ​ແຕ່ 25 ເປີ​ເຊັນ ຫາ 29 ເປີ​ເຊັນ ໃນ​ຂະ​ນະ​ທີ່​ລາຍ​ໄດ້​ສ​ະ​ເລ່ຍ​ຂອງ​ຄົນ​ໄທ​ສູງກວ່າ ລາຍ​ໄດ້​ຂອງ​ຄົນ​ລາວ​ເຖິງ 6 ເທົ່າ.

XS
SM
MD
LG