ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີເໜືອ, ເກົາຫຼີໃຕ້ ​ແລະກອງ​ບັນ​ຊາ​ການ​ສະ​ຫະປະຊາຊາດ ປຶກ​ສາ​ຫາ​ລືກັນ ກ່ຽວ​ກັບ​ແຜນ​ການທີ່​ຈະ​ປົດ​ອາ​ວຸດ ໃນ​ເຂດ​ປອດ​ທະ​ຫານ


ກອງ​ບັນ​ຊາ​ການ​ສະ​ຫະປະຊາຊາດ ຫຼື (UNC), ​ເກົາ​ຫຼີ​ໃຕ້ ແລະເກົາ​ຫຼີເໜືອ (ຊ້າຍ), ບັນ​ດາ​ເຈົ້​າ​ໜ້າ​ທີ່​ທາງ​ທະ​ຫານ ເຂົ້າ​ຮ່ວມ​ປະ​ຊຸມ​ກັນ​ ໃນ​ໝູ່​ບ້ານ​ປັນ​ມຸນ​ຈອມ ໃນ​ເຂດ​ປອດ​ທະ​ຫານ ຫຼື (DMZ), ​ເກົາ​ຫຼີ​ໃຕ້. 16 ຕຸ​ລາ 2018, ​ພາບ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້.
ກອງ​ບັນ​ຊາ​ການ​ສະ​ຫະປະຊາຊາດ ຫຼື (UNC), ​ເກົາ​ຫຼີ​ໃຕ້ ແລະເກົາ​ຫຼີເໜືອ (ຊ້າຍ), ບັນ​ດາ​ເຈົ້​າ​ໜ້າ​ທີ່​ທາງ​ທະ​ຫານ ເຂົ້າ​ຮ່ວມ​ປະ​ຊຸມ​ກັນ​ ໃນ​ໝູ່​ບ້ານ​ປັນ​ມຸນ​ຈອມ ໃນ​ເຂດ​ປອດ​ທະ​ຫານ ຫຼື (DMZ), ​ເກົາ​ຫຼີ​ໃຕ້. 16 ຕຸ​ລາ 2018, ​ພາບ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້.

ເກົາ​ຫຼີເໜືອ ​ເກົາ​ຫຼີ​ໃຕ້​ແລະກອງ​ບັນ​ຊາ​ການ​ສະ​ຫະປະຊາຊາດ ຫຼື (UNC) ໄດ້​ພົບ​ກັນ
ໃນ​ວັນ​ຈັນ​ມື້​ນີ້ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ແຜນ​ການຕໍ່ໄປ ທີ່​ຈະ​ປົດ​ອາ​ວຸດ ໃນເຂດ​
ຮັກ​ສາ​ຄວາມ​ປອດ​ໄພ​ຮ່ວມ ຫຼື JSA ໃນ​ເຂດ​ປອດ​ທະ​ຫານ ຫຼື (DMZ) ຊຶ່ງ​ການ​ພົບ​ປະ​
ກັນ​ຄັ້ງ​ນີ້ ໄດ້​ມີ​ຂຶ້ນ ​ຕາມ​ຫຼັງ​ການໂ​ອ້​ລົມ​ສົນ​ທະ​ນາ​ກັນ​ຂອງ​ສັບ​ປະ​ດາ​ທີ່​ແລ້ວ​ນີ້ ບ່ອນ​ທີ່
​ທັງ 3 ຝ່າຍ ໄດ້ປຶກ​ສາ​ຫາ​ລື​ກັນ ເພື່ອ​ຫາ​ທາງ​ແກ້​ໄຂ​ຂໍ້​ຕົກ​ລົງ​ຄົບ​ວົງ​ຈອນທາງ​ທະ​ຫານ
ທີ່​ໄດ້​ລົງ​ນາມກັນ ໃນ​ກອງ​ປະ​ຊຸມ​ສຸດຍອດ​ພາຍ​ໃນ​ເກົາ​ຫຼີ ເພື່ອ​ໃຫ້ບັນ​ລຸ​ເປົ້າ​ໝາຍ.

ຮອງ​ຜູ້​ບັນ​ຊາ​ການກຳລັງຂອງສະ​ຫະ​ປະຊາຊາດ ນາຍ​ພົນ ເວນ ໄອເ​ຣ໌ (Wayne Eyre)
​ກ່າວວ່າ UNC ຈະ​ປັບ​ປ່ຽນເປົ້າ​ໝາຍ​ຂອງ​ການ​ສະ​ໜັບ​ສະ​ໜຸນໃນຄວາມພະຍາຍາມ
​ທາງ​ການ​ທູດ​ໃນ​ປະ​ຈຸ​ບັນ ແລະ​ພວກ​ຊ່ຽວ​ຊານໄດ້​ຮຽກ​ຮ້ອງ ໃຫ້​ບັນ​ດາ​ອົງ​ການ​ທັງ​ຫຼາຍ
ໃຫ້​ຫຼິ້ນ​ບົດ​ບາດຢ່າງແຂງຂັນ​ ໃນ​ຂະ​ນະ​ທີ່​ເກົາ​ຫຼີທັງສອງ ເອົາ​ບາດ​ກ້າວ​ເພື່ອ​ການ​ຈັດ​ສັນ
ຊາຍ​ແດນ​ທີ່​ເຕັມ​ໄປ​ດ້ວຍ​ອາ​ວຸດ​ໜັກນີ້ ໃຫ້ເປັນ​ເຂດ​ສັນ​ຕິ​.

​ອາ​ຈານ ຢຸນ ຈີ​ວອນ ຈາກມະ​ຫາ​ວິ​ທະ​ຍາ​ໄລພຽງ​ຢົງຕຽກ ໄດ້​ບອກ​ ​ວີ​ໂອ​ເອ ພະ​ແນກ
​ພາ​ສາ​ເກົາ​ຫຼີ ວ່າ ການປົດອາວຸດ ໄດ້ເປັນ​ເລື້ອງ​ລາວສົນທະນາມາ ຕັ້ງ​ແຕ່ຊຸມ​ປີ 1990
ລະ​ຫວ່າງ​ສອງ​ເກົາ​ຫຼີ, ແຕ່​ຈົນ​ເທົ່າ​ເຖິງ​ປະ​ຈຸ​ບັນ​ນີ້,ສະ​ຖາ​ນະ​ການ​ທີ່​ຖືກ​ຕ້ອງ​ທີ່​ຈະ​ກະ​ທຳ
​ນັ້ນ ແມ່ນ​ຍັງ​ບໍ່​ທັນ​ໄດ້​ປະາກົດ​ຕົວ​ເທື່ອ.

ການ​ພົບ​ປະ​ກັນ​ໃນ​ວັນ​ຈັນ​ມື້​ນີ້ ແມ່ນ​ມີ “ຈຸດ​ປະ​ສົງທີ່​ຈະ​ກວດສອບ​ແລະ​ທົບ​ທວນ​ຄືນ
ຖາ​ນະ​ເພື່ອ​ການ​ປະ​ຕິ​ບັດ​ງານ ໃນ​ເຂດ JSA ແລະປຶກ​ສາກັນ ກ່ຽວ​ກັບ​ກຳນົດວັນເວລາ
ທີ່​ຈະ​ຖອນ​ອາ​ວຸດອອກ ແລະຈຳນວນ​ປ້ອມຍາມ ແລະ​ປັບ​ປ່ຽນ​ເຈົ້າ​ໜ້າ​ພະນັກງານ
ພ້ອມ​ທັງ​ແຜນ​ການ​ໃນ​ອາ​ນາ​ຄົດ ເພື່ອ​ການ​ກວດກາຈາກ​ທຸກ​ຝ່າຍ,”
ຊຶ່ງ​ນັ້ນ​ແມ່ນ
ຄຳ​ຖະ​ແຫຼງຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງນະຄອນຫຼວງໂຊລ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG