ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະກ່າວວ່າ ສິດທິດິທາງຈິຕອລ 'ຖືກ​ຈຳ​ກັດ​ຮັດ​ແຄບ' ຢູ່ໃນປະເທດໄທ


ແຟ້ມຮູບ-ພະນັກງານລັດຖະບານ ພາກັນເຮັດວຽກໃນຂະນະທີ່ພວກເຂົາເຈົ້າກວດກາຕິດຕາມການໂຕ້ຖຽງກັນໃນຫ້ອງຂອງສື່ສັງຄົມອອນລາຍ ໃນບາງກອກ, ວັນທີ 8 ມີນາ 2019.
ແຟ້ມຮູບ-ພະນັກງານລັດຖະບານ ພາກັນເຮັດວຽກໃນຂະນະທີ່ພວກເຂົາເຈົ້າກວດກາຕິດຕາມການໂຕ້ຖຽງກັນໃນຫ້ອງຂອງສື່ສັງຄົມອອນລາຍ ໃນບາງກອກ, ວັນທີ 8 ມີນາ 2019.

ໄທ​ ໄດ້​ເລືອກ​ຕັ້ງ​ຜູ້​ນໍາ​ຄົນ​ໃໝ່​ໃນ​ປີ 2023, ​ແຕ່​ປະ​ເທດ​ນີ້​ຍັງ​ມີເສັ້ນ​ທາງອັນ​ຍາວ​ໄກ ​ທີ່​ຈະ​ປັບປຸງ​ພື້ນຖານ ຂອງລະບອບ​ປະຊາທິປະ​ໄຕ, ອີງຕາມການກ່າວຂອງກຸ່ມ​ສັງຄົມ​ພົນລະ​ເຮືອນ​.

ກົດໝາຍ ແລະ ລະບຽບການ ແມ່ນປະກອບສ່ວນເຂົ້າໃນ ສະພາບແວດລ້ອມທີ່ການ​ອະ​ພິ​ປາຍທາງອອນລາຍໄດ້ຖືກຂັດຂວາງ. ການເຊັນເຊີ, ການເຝົ້າລະ ວັງ, ຂໍ້ຈໍາກັດທາງດ້ານດິຈິຕອລ ແລະການໂຄສະນາເຜີຍແຜ່ຂໍ້ມູນທີ່ບິດເບືືອນ ໂດຍແນໃສ່ຜູ້ສະຫມັກຝ່າຍຄ້ານ ແມ່ນບັນຫາຕ່າງໆທີ່ຖືກອ້າງໂດຍກຸ່ມຄົ້ນຄ້ວາເພື່ອຫຼຸດສິດທິເສລີພາບທາງດ້ານດິຈິຕອນລົງ.

ທ່ານນາງເອມີລີ ປາລະມີ ປຣະດີຈິດ (Emilie Palamy Pradichit), ຜູ້ກໍ່ຕັ້ງມູນນິທິ ມານູເຊຍ (Manushya) ທີ່ມີສຳນັກງານຢູ່ບາງກອກ ກ່າວໃນຖະແຫຼງ ການສະບັບໜຶ່ງວ່າ “ປະຊາທິປະໄຕທາງດ້ານດິຈິຕອລຂອງປະເທດໄທ ແມ່ນຢູ່ພາຍໃຕ້ການປິດລ້ອມ.”

ນຶ່ງໃນສິ່ງທ້າທາຍທີ່ໃຫຍ່ທີ່ສຸດຕໍ່ການໂຕ້ວາທີທາງອອນໄລນ໌ ແລະສື່ມວນຊົນແມ່ນດໍາລັດ ໃນເດືອນທັນວາ ປີ 2022 ທີ່ຮຽກຮ້ອງໃຫ້ຜູ້ໃຫ້ບໍລິການດ້ານອິນເຕີເນັດ ຈົ່ງປະຕິບັດຕາມຄໍາຮຽກຮ້ອງ ດ້ວຍການລຶບເນື້ອຫາພາຍໃນ 24 ຊົ່ວ ໂມງ.

ກຸ່ມ​ສັງຄົມ​ພົນລະ​ເຮືອນ​ດໍາເນີນການ​ຮ້ອງຮຽນ​ທາງ​ອອນ​ລາຍ ​ເພື່ອໃຫ້​ຍົກ​ເລີກດຳລັດດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG